Go to full page →

ຮຽນຮູ້ດ້ວຍການແບ່ງປັນ ມແ 407

ຂໍໃຫ້ຄົນໜຸ່ມສາວກ້າວໄປຂ້າງໜ້າໃນການສະແຫວງຫາວິຊາຄວາມຮູ້ຢ່າງລວດ ເລວແລະທົ່ວເຖິງເທົ່າທີ່ຈະເຮັດໄດ້ ຈົ່ງໄຝ່ຫາການສຶກສາໃນຂະແໜງຕ່າງໆໃຫ້ຄອບຄຸມ ເທົ່າທີ່ ກໍາລັງຈະສາມາດຂອງເຂົາຈະເຂົ້າໃຈແລະໃນຂະນະທີ່ສຶກສາຮໍ່າຮຽນໃຫ້ເຂົາທັງ ຫຼາຍແບ່ງ ປັນຄວາມຮູ້ໃຫ້ແກ່ຄົນອື່ນດ້ວຍວິທີເຊັ່ນນີ້ຄວາມຄິດຂອງເຂົາທັງຫຼາຍຈະໄດ້ ຮັບການຝຶກຝົນ ໃຫ້ຢູ່ໃນລະບຽບແລະມີພາລະກໍາລັງການນໍາຄວາມຮູ້ທີ່ໄດ້ສຶກສາໄປໃຊ້ ໃຫ້ເກີດປະໂຫຍດ ສະແດງໃຫ້ເຫັນເຖິງຄຸນຄ່າຂອງສິ່ງທີ່ເຂົາໄດ້ຮໍ່າຮຽນການໃຊ້ເວລາ ສຶກສາຫາຄວາມຮູ້ຢ່າງ ຍາວນານໂດຍທີ່ບໍ່ໄດ້ພະຍາຍາມແບ່ງປັນໃຫ້ແກ່ຄົນອື່ນ ເທົ່າກັບ ເປັນຄວາມຂັດຂວາງບໍ່ໃຫ້ ຮູ້ນັ້ນພັດທະນາຢ່າງແທ້ຈິງທັງໃນບ້ານແລະໃນໂຮງຮຽນ ນັກ ຮຽນຄວນພະຍາຍາມຮຽນ ຮູ້ເຖິງວິທີໃນການສຶກສາແລະການແບ່ງປັນຄວາມຮູ້ທີ່ໄດ້ ຮັບແກ່ຜູ້ອື່ນພ້ອມກັນໄປ ບໍ່ວ່າຈະປະກອບອາຊີບອັນໃດກໍຕາມເຂົາຈະຕ້ອງເປັນທັງຜູ້ ຮຽນແລະຄູຕາບຊົ່ວຊີວິດຂອງເຂົາໂດຍປະການນີ້ເຂົາຈະມີຄວາມຈະເລີນກ້າວໜ້າ ຂຶ້ນຢູ່ສະເໝີມີຄວາມໄວ້ວາງໃຈໃນ ພຣະເຈົ້າ ແລະຢຶດໝັ້ນໃນພຣະອົງຜູ້ຊົງສັບພັນຍູ ຜູ້ ຊົງສໍາແດງຄວາມລໍ້າເລິກທີ່ເກັບຊ້ອນມາເປັນເວ ລາຫຼາຍຍຸກຫຼາຍສະໃໝປະກົດແລະຊົງ ພຣະປີຊາສາມາດໃນການແກ້ບັນຫາທີ່ຫຍຸ້ງຍາກທີ່ ສຸດສໍາຫຼັບຄົນທັງຫຼາຍທີ່ເຊື່ອໃນ ພຣະອົງ {MH 402.2} ມແ 407.4

ພຣະວັດຈະນະຂອງພຣະເຈົ້າໃຫ້ຄວາມສໍາຄັນເປັນພິເສດໃນເລື່ອງອິດທິພົນຂອງ ການຄົບຫາສະມາຄົມແມ້ແຕ່ທີ່ມີຕໍ່ຊາຍແລະຍິງຕໍ່ເດັກໆແລະຄົນໜຸ່ມສາວນັ້ນ ຄວາມ ສໍາຄັນນີ້ຈະມີຫຼາຍກວ່າອີກເທົ່າໃດດ້ານ ການພັດທະນາຈິດໃຈ ແລະອຸປະນິໃສເພື່ອນ ຝູງທີ່ເຂົາທັງ ຫຼາຍຄົບຫາ ແບບຢ່າງທີ່ເຂົາທັງຫຼາຍນໍາມາໃຊ້ແລະນິໃສທີ່ເຂົາທັງຫຼາຍຮັບ ມາຈະເປັນເຄື່ອງກໍານົດຄວາມເປັນປະໂຫຍດໃນໂລກນີ້ ແລະຜົນປະໂຫຍດໃນໂລກ ພາຍພາກໜ້າຂອງເຂົາ ທັງຫຼາຍ {MH 402.3} ມແ 408.1

ມີຄວາມຈິງທີ່ໜ້າຢ້ານຢູ່ເລື່ອງໜຶ່ງທີ່ເຂົາໃຫ້ຈິດໃຈຂອງຜູ້ທີ່ເປັນບິດາມານດາຕ້ອງ ຮູ້ສຶກເປັນ ທຸກເມື່ອໄດ້ຮູ້ວ່າໂຮງຮຽນແລະວິທະຍາໄລຕ່າງໆທີ່ພວກເຂົາສົ່ງບຸດໄປສຶກສາ ຮໍ່າຮຽນເພື່ອຝຶກຝົນອົບຮົມຈິດໃຈ ແລະຂັດເກົາອຸປະນິໃສໃຫ້ເປັນຜູ້ມີລະບຽບວິໃນນັ້ນ ມີອິດທິພົນແຜ່ຫຼາຍຢູ່ທີ່ເຮັດໃຫ້ອຸປະນິໃສເສື່ອມທີ່ຫັນເຫຈິດໃຈອອກຈາກເປົ້າໝາຍທີ່ ແທ້ຈິງຂອງຊີວິດແລະເຮັດໃຫ້ສິລະທໍາຈັນຍາເສື່ອມຊາມລົງ ຈາກການຄົບຫາສະມາຄົມ ກັບຜູ້ທີ່ບໍ່ໃສ່ໃຈໃນ ສາສະໜາຜູ້ທີ່ໄຝ່ໃຈແຕ່ຄວາມສະໜຸກສະໜານແລະຄົດໂກງຄົນ ໜຸ່ມສາວຈໍານວນຫຼາຍ ໄດ້ສູນເສຍສິ່ງທີ່ເປັນຄວາມດຽງສາແລະຄວາມບໍລິສຸດຄວາມ ເຊື່ອໝັ້ນໃນພຣະເຈົ້າແລະຈິດ ວິນຍານແຫ່ງການເສຍສະຫຼະທີ່ບິດາມານດາຜູ້ທີ່ເປັນ ຄຣິດສະຕຽນໄດ້ທະນຸຖະໜອມແລະພິທັກຮັກສາໄວ້ດ້ວຍການອົບຮົມສັ່ງສອນຢ່າງເອົາ ໃຈໃສ່ແລະອະທິຖານດ້ວຍຈິດໃຈຮ້ອນຮົນ {MH 403.1} ມແ 408.2

ຫຼາຍຄົນທີ່ເຂົ້າໂຮງຮຽນໂດຍມີຈຸດມຸ້ງໝາຍເພື່ອຕຽມພ້ອມຕົນເອງໃຫ້ມີຄວາມ ເໝາະສົມກັບ ວຽກງານປະຕິບັດຮັບໃຊ້ດ້ານຕ່າງໆກັບກາຍເປັນຜູ້ທີ່ຫຼົງໄຫຼຢູ່ແຕ່ການສຶກ ສາຮໍ່າຮຽນຕາມ ຢ່າງໂລກຄວາມທະເຍີທະຍານຕ້ອງການຜົນການຮຽນທີ່ເປັນເລີດແລະ ຕໍາແໜ່ງລວມທັງ ກຽດຕິຍົດທີ່ໂລກຍອມຮັບຖືກກະຕຸ້ນໃຫ້ຕື່ນຕົວຈົນຫຼົງລືມແລະລະ ຖິ້ມຈຸດມຸ້ງໝາຍທີ່ຕັ້ງໄວ້ ເມື່ອຄັ້ງທໍາອິດທີ່ເຂົ້າໂຮງຮຽນ ແລະປ່ອຍໃຫ້ຕົນເອງດໍາເນີນຊີ ວິດໄປໃນທາງທີ່ເຫັນແກ່ຕົວ ແລະຫຼຸ້ມຫຼົງໃນກຽດຕິຍົດຊື່ສຽງຂອງຝ່າຍໂລກແລະຫຼາຍ ຄັ້ງນິໃສເຫຼົ່ານີ້ຖືກຫຼໍ່ຫຼອມຂຶ້ນຈົນ ນໍາຄວາມພິນາດມາສູ່ທັງຊີວິດໃນໂລກນີ້ແລະໃນໂລກ ໜ້າ {MH 403.2} ມແ 409.1

ໂດຍປົກກະຕິແລ້ວ ຊາຍຍິງທີ່ມີຄວາມຄິດທີ່ເປີດກວ້າງ ມີຄວາມມຸ້ງໝາຍທີ່ບໍ່ ເຫັນແກ່ຕົວແລະມີຄວາມຕັ້ງໃຈທີ່ດີງາມຈະເປັນຜູ້ທີ່ຄົບຫາເພື່ອນຝູງທີ່ມີລັກສະນະ ເຫຼົ່ານີ້ມາຕັ້ງແຕ່ນ້ອຍ ໃນການປະຕິບັດຕໍ່ຊົນຊາດອິສະລະເອນນັ້ນພຣະເຈົ້າຊົງແນະນໍາ ສັ່ງສອນໃຫ້ພວກເຂົາເຫັນ ເຖິງຄວາມສໍາຄັນໃນການຄຸ້ມຄອງເລື່ອງການຄົບມິດສະຫາຍ ຂອງບຸດຊາຍຍິງຂອງຕົນແລະການຈັດການດູແລຊີວິດທັງດ້ານພົນລະເຮືອນ ສາສະໜາ ແລະສັງຄົມ ມີຈຸດມຸ້ງໝາຍເພື່ອ ປົກປ້ອງບຸດຊາຍຍິງຈາກການຄົບຫາເພື່ອນທີ່ຊົ່ວແລະ ໃຫ້ພວກເຂົາຄຸ້ນເຄີຍກັບຄໍາສອນແລະ ບົດບັນຍັດຂອງພຣະເຈົ້າຕັ້ງແຕ່ນ້ອຍໆ ບົດຮຽນ ສັ່ງສອນທີ່ພຣະເຈົ້າປະທານໃຫ້ໃນສະໄໝ ທໍາອິດທີ່ຊົງຕັ້ງຊາດຂຶ້ນນັ້ນມີຄຸນລັກສະນະ ທີ່ຕ້ອງການໃຫ້ຝັງເລິກລົງໃນຈິດໃຈຂອງທຸກຄົນກ່ອນທີ່ການພິພາກສາລົງໂທດອັນຮ້າຍ ແຮງຄັ້ງສຸດທ້າຍຈະຕົກລົງສູ່ຊາວອີຢິບດ້ວຍການປະຫານບຸດຫົວປີໃນປະເທດພຣະເຈົ້າ ຕັດບັນຊາໃຫ້ປະຊາກອນຂອງພຣະອົງຮວບຮວມເຫຼົ່າບຸດທັງຫຼາຍໄວ້ໃນບ້ານຂອງຕົນ ແລ້ວເອົາເລືອດທາທີ່ວົງກົບປະຕູເຮືອນທຸກຫຼັງ ເພື່ອເປັນເຄື່ອງໝາຍຮັບຮອງທຸກ ຄົນທີ່ຫຼົບຢູ່ໃນເຮືອນຈະໄດ້ຮັບຄວາມປອດໄພໃນທຸກວັນນີ້ກໍເຊັ່ນກັນບິດາມານດາຜູ້ມີ ຄວາມ ຮັກແລະຄວາມຢໍາເກງໃນພຣະເຈົ້າ ຕ້ອງຄອບຄວບຄຸມປ້ອງກັນບຸດຂອງຕົນໄວ້ ພາຍໃຕ້ພັນທະສັນຍາ ນັ້ນຄືພາຍໃຕ້ການພິທັກຮັກສາຂອງລິດອໍານາດທັງຫຼາຍທີ່ໄດ້ມາ ດ້ວຍເລືອດແຫ່ງການຊົງໄຖ່ຂອງພຣະຄຣິດ {MH 403.3} ມແ 409.2

ພຣະຄຣິດຕັດເຖິງສາວົກຂອງພຣະອົງໄວ້ວ່າ “ຂ້າພຣະອົງໄດ້ມອບພຣະດໍາລັດ ຂອງພຣະອົງໃຫ້ແກ່ເຂົາແລ້ວແລະ ເພາະເຂົາບໍ່ແມ່ນຂອງໂລກ” ໂຢຮັນ 17:14 {MH 404.1} ມແ 410.1

ພຣະເຈົ້າຊົງມີພຣະດໍາລັດສັ່ງວ່າ: “ຢ່າປະພຶດຕາມຢ່າງຄົນໃນຍຸກນີ້ແຕ່ ຈົ່ງຮັບ ການປ່ຽນແປງຈິດໃຈແລ້ວອຸປະນິໃສຂອງທ່ານ ຈຶ່ງຈະປ່ຽນໃໝ່ “ ໂຣມ 12: 2 {MH 404.2} ມແ 410.2

“ທ່ານຢ່າເຂົ້າທຽມແອກກັບຄົນທີ່ບໍ່ເຊື່ອເພາະວ່າຄວາມຊອບທໍາຈະບໍ່ຫຸ້ນສ່ວນ ອັນໃດກັບ ຄວາມອົດທົນແລະຄວາມສະຫວ່າງຈະເຂົ້າສະນິດກັບຄວາມມືດໄດ້ຢ່າງ ໃດ… ວິຫານຂອງ ພຣະເຈົ້າຈະຕົກລົງອັນໃດກັບຮູບເຄົາໄດ້ເພາະວ່າເຮົາເປັນວິຫານ ຂອງພຣະເຈົ້າຜູ້ຊົງດໍາລົງ ພຣະຊົນດັ່ງທີ່ພຣະອົງບອກໄວ້ວ່າ ເຮົາຈະຢູ່ໃນເຂົາທັງຫຼາຍ ແລະຈະດໍາເນີນໃນໝູ່ເຂົາ ແລະເຮົາຈະເປັນພຣະເຈົ້າຂອງເຂົາແລະເຂົາຈະເປັນຊົນຊາດ ຂອງເຮົາ ” ມແ 410.3

“ເຈົ້າຈົ່ງອອກຈາກໝູ່ພວກເຂົາເຫຼົ່ານັ້ນ
ແລະຈົ່ງແຍກຕົວອອກຈາກເຂົາທັງຫຼາຍ
ຢ່າແຕະຕ້ອງສິ່ງທີ່ບໍ່ສະອາດ
ແລ້ວເຮົາຈຶ່ງຈະຮັບພວກເຈົ້າທັງຫຼາຍ
ເຮົາຈະເປັນດັ່ງບິດາຂອງພວກເຈົ້າ
ແລະພວກເຈົ້າຈະເປັນບຸດຊາຍບຸດຍິງຂອງເຮົາ
ພຣະເຈົ້າຜູ້ຊົງລິດທານຸພາບທັງໝົດໄດ້ຕັດວ່າດັ່ງນັ້ນ” ມແ 410.4

2 ໂຄລິນ 6:14-18 {MH 404.3}

“ຈົ່ງຮວບຮວມປະຊາຊົນ” “ສອນເຂົາໃຫ້ຮູ້ຈັກກົດເກນຂອງພຣະເຈົ້າແລະ ທໍາມະບັນຍັດຂອງພຣະອົງ” ໂຢແອລ 2:16 ; ອົບພະຍົບ 18:16 (THSV) {MH 404.4} ມແ 410.5

“ດັ່ງນັ້ນແຫຼະໃຫ້ເຂົາປະທັບນາມຂອງເຮົາເໝືອນຄົນອິສະລະເອນ ແລະເຮົາຈະ ໄດ້ອວຍພອນແກ່ເຂົາທັງຫຼາຍ” ກັນດາວິຖີ 6:27 {MH 404.5} “ແລະຊົນຊາດທັງ ຫຼາຍໃນໂລກຈະເຫັນວ່າເຂົາເອີ້ນທ່ານຕາມພຣະນາມພຣະເຈົ້າ” ສະເຫຼີຍທໍາບັນຍັດ 28:10 ມແ 410.6

“ແລ້ວເຜົ່າຢາໂຄບທີ່ເຫຼືອຢູ່
ຈະຢູ່ທ່າມກາງຊົນຊາດທັງຫຼາຍເປັນເຫຼົ່ານີ້
ຄືນໍ້າຄ້າງຈາກພຣະເຈົ້າ
ຄືຫ່າຜົນທີ່ຕົກເທິງຫຍ້າ
ຊຶ່ງບໍ່ຢູ່ຖ້າມະນຸດ
ຫຼືຄອຍຖ້າເຫຼົ່າບຸດຂອງມະນຸດ” ມແ 411.1

ມີຄາ 5: 7 {MH 404.6}

ພຣະເຈົ້າຊົງນັບເຮົາເຂົ້າເປັນສ່ວນໜຶ່ງຂອງຊົນຊາດອິສະລະເອນ ຄໍາສອນທັງໝົດ ທີ່ ພຣະອົງປະທານໃຫ້ແກ່ຊົນຊາດໃນສະໃໝໂບຮານໃນເລື່ອງທີ່ກ່ຽວກັບການສຶກສາ ແລະການອົບຮົມສັ່ງສອນບຸດຊາຍຍິງພຣະສັນຍາທີ່ພຣະອົງຈະອວຍພອນແກ່ເຂົາທັງ ຫຼາຍຫາກເຂົາທັງຫຼາຍເຊື່ອຟັງພຣະອົງກໍເປັນຂອງເຮົາເຊັ່ນດຽວກັນ {MH 405.1} ມແ 411.2

ພຣະດໍາລັດຂອງພຣະເຈົ້າມາເຖິງເຮົາວ່າ: “ເຮົາຈະອວຍພອນແກ່ເຈົ້າ ແລ້ວເຈົ້າ ຈະຊ່ວຍໃຫ້ຜູ້ອື່ນໄດ້ຮັບພອນ” ປະຖົມການ 12:2 {MH 405.2} ມແ 411.3

ພຣະຄຣິດຕັດເຖິງເຫຼົ່າສາວົກກຸ່ມທໍາອິດແລະຄົນທັງຫຼາຍທີ່ເຊື່ອໃນພຣະອົງ ໂດຍ ຖ້ອຍຄໍາຂອງເຫຼົ່າສາວົກວ່າ “ກຽດຊຶ່ງພຣະອົງໄດ້ປະທານແກ້ຂ້າພຣະອົງຂ້າພຣະອົງໄດ້ ມອບໃຫ້ແກ່ເຂົາເພື່ອເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນເພື່ອໂລກຈະໄດ້ຮູ້ ວ່າພຣະອົງຊົງໃຊ້ຂ້າພຣະອົງມາແລະພຣະອົງຊົງຮັກເຂົາຄືດັ່ງທີ່ພຣະອົງຊົງຮັກຂ້າພຣະອົງ” ໂຢຮັນ 17:22,23 {MH 405.3} ມແ 411.4

ຖ້ອຍຄໍາເຫຼົ່ານີ້ເປັນຖ້ອຍຄໍາທີ່ໜ້າອັດສະຈັນໜ້າອັດສະຈັນຍິ່ງແທບເກີນກວ່າທີ່ ເຮົາຈະເຊື່ອແລະເຂົ້າໃຈໄດ້ ພຣະອົງຜູ້ຊົງສ້າງແລະຊົງຮັກເຮົາທັງຫຼາຍທີ່ມອບຖະຫວາຍ ຕົນເພື່ອປະຕິບັດຮັບໃຊ້ໃນພະລາກິດຂອງພຣະອົງເໝືອນດັ່ງເຊັ່ນທີ່ພຣະອົງຊົງຮັກພຣະບຸດ ຂອງພຣະອົງແມ້ແຕ່ເວລານີ້ພຣະອົງກໍຍັງປະທານພຣະຄຸນໃຫ້ແກ່ເຮົາເຖິງພຽງນີ້ ພຣະອົງປະທານຜູ້ຊົງເປັນແສງສະຫວ່າງແລະຊົງເດຊານຸພາບແຫ່ງສະຫວັນແລະປະທານ ຊັບສົມບັດທັງປວງຂອງແຜ່ນດິນສະຫວັນພ້ອມກັບພຣະບຸດໃຫ້ແກ່ເຮົາຫຼາຍຕາມທີ່ ພຣະອົງຊົງສັນຍາໄວ້ກັບເຮົາສໍາລັບຊີວິດໃນໂລກພາຍພາກໜ້າ ພຣະອົງປະທານຂອງປະ ທານອັນສະຫງ່າ ງາມດັ່ງເຈົ້າຊາຍໃຫ້ແກ່ເຮົາໃນຊີວິດນີ້ ໃນຖານະທີ່ເຮົາເປັນປະຊາກອນ ແຫ່ງພຣະຄຸນຂອງ ພຣະເຈົ້າ ພຣະອົງຊົງປາຖະໜາໃຫ້ເຮົາຊື່ນຊົມຍິນດີກັບທຸກສິ່ງທີ່ຈະ ສ້າງຄວາມສະຫງ່າງາມເຕີບໂຕແລະຍົກຊູອຸປະນິໃສຂອງເຮົາພຣະອົງຊົງກໍາລັງລໍຄອຍທີ່ ຈະດົນໃຈຈິດໃຈຂອງຄົນ ໜຸ່ມສາວດ້ວຍລິດອໍານາດຈາກເບື້ອງບົນເພື່ອເຂົາທັງຫຼາຍຈະ ຢືນຢູ່ໃຕ້ຮົ່ມທຸງທີ່ເປື້ອນ ໄປດ້ວຍເລືອດຂອງພຣະຄຣິດເພື່ອປະຕິບັດຮັບໃຊ້ຢ່າງທີ່ພຣະ ອົງຊົງກະທໍາເພື່ອນໍາຈິດວິນຍານຂອງຄົນທັງຫຼາຍເຂົ້າໄປໃນເສັ້ນທາງທີ່ປອດໄພ ແລະ ເພື່ອນໍາບາດກ້າວຍ່າງຂອງຄົນຫຼາກຫຼາຍໃຫ້ຕັ້ງໝັ້ນໃນພຣະອົງຜູ້ຊົງເປັນພຣະມະຫາສີ ລາແຫ່ງການເວລາ {MH 405.4} ມແ 411.5

ຄົນທັງຫຼາຍທີ່ພະຍາຍາມດໍາເນີນຕາມແຜນການຂອງການສຶກສາຂອງພຣະເຈົ້າ ພຣະອົງຈະຊົງຄໍ້າຈຸນເຂົາເຫຼົ່ານີ້ໄວ້ດ້ວຍພຣະຄຸນຂອງພຣະອົງດ້ວຍການສະຖິດຢູ່ຮ່ວມ ດ້ວຍຢ່າງສະເໝີຂອງພຣະອົງແລະດ້ວຍລິດທານຸພາບຂອງການປົກປ້ອງຂອງພຣະອົງ ພຣະອົງຕັດກັບທຸກຄົນວ່າ {MH 405.5} ມແ 412.1

“ຈົ່ງເຂັ້ມແຂງແລະກ້າຫານເຖີດຢ່າຕົກໃຈຫຼືຢ້ານກົວເລີຍເພາະວ່າ ພຣະເຢໂຮວາ ພຣະເຈົ້າຂອງເຈົ້າສະຖິດກັບເຈົ້າ” “ເຮົາຈະບໍ່ລະເລີຍຫຼືປະຖິ້ມເຈົ້າໄປ” ໂຢຊວາຍ 1:9,5 ມແ 412.2

“ເພາະຝົນແລະຫິມະລົງມາຈາກຟ້າສະຫວັນ
ແລະບໍ່ກັບໄປບ່ອນນັ້ນ
ເວັ້ນແຕ່ຫົດແຜ່ນດິນໂລກເຮັດໃຫ້ມັນບັງເກີດຜົນແລະແຕກໜໍ່
ສະໜອງເມັດແກ່ຜູ້ຫວ່ານແລະອາຫານແກ່ຜູ້ກິນ
ຄໍາຂໍເຮົາຊຶ່ງອອກໄປຈາກປາກຂອງເຮົາ
ຈະບໍ່ກັບມາຫາເຮົາເປົ່າດາຍ
ແຕ່ຈະສໍາເລັດຜົນທີ່ເຮົາມຸ້ງໝາຍໄວ້
ແລະໃຫ້ສິ່ງທີ່ເຮົາໃຊ້ໄປເຮັດນັ້ນຈໍາເລີນຂຶ້ນ ສັນນັ້ນ
ເພາະເຈົ້າຈະອອກໄປດ້ວຍຄວາມຊື່ນບານ
ແລະຖືກນໍາໄປດ້ວຍສະຫວັດດີພາບ ພູເຂົາແລະໂນນພູເປັ່ງສຽງຮ້ອງເພງຂ້າງໜ້າເຈົ້າ
ແລະຕົ້ນໄມ້ທັງສິ້ນໃນທ້ອງທົ່ງຈະຕົບມືຂອງມັນ
ແທນຕົ້ນໜາມຂີ້ແຮດ ຕົ້ນສົນສາມໃບຈະງອກຂຶ້ນ
ແທນຕົ້ນໄມ້ຍະຣາບຕົ້ນນໍ້າມັນຂຽວຈະງອກຂຶ້ນ
ແລະແດ່ພຣະເຈົ້າ ມັນຈະເປັນອະນຸສານ
ເພື່ອເປັນໝາຍສໍາຄັນນິລັນຊຶ່ງຈະບໍ່ຕັດອອກເລີຍ” ມແ 412.3

ອິສະຍາ 55: 10-13 {MH 405.6}

ທົ່ວທັງໂລກສັງຄົມຕົກຢູ່ໃນສະພາບທີ່ສັບສົນວຸ້ນວາຍແລະຕ້ອງການການປ່ຽນ ແປງແກ້ໄຂຢ່າງຖ້ວນທົ່ວ ການສຶກສາທີ່ເຮົາໃຫ້ແກ່ຄົນໜຸ່ມສາວຕ້ອງເປັນສິ່ງຫຼໍ່ຫຼອມ ແລະຂັດເກົາໂຄງສ້າງທັງໝົດຂອງສັງຄົມ ມແ 413.1

“ເຂົາທັງຫຼາຍຈະສ້າງສິ່ງປະຫຼັກຫັກພັງໂບຮານຂຶ້ນໃໝ່
ເຂົາຈະສ້ອມເສີມບ່ອນທີ່ຖິ້ມ ຮ້າງແຕ່ເກົ່າກ່ອນຂຶ້ນ
ເຂົາຈະຊ່ອມຫົວເມືອງທີ່ປະຫຼັກຫັກພັງ
ຄືບ່ອນທີ່ຖິ້ມຮ້າງມາຫຼາຍຊົ່ວອາຍຸຄົນແລ້ວນັ້ນ”
“ແຕ່ເຂົາຈະເອີ້ນເຈົ້າທັງຫຼາຍວ່າປຸໂລຫິດຂອງພຣະເຈົ້າ
ຄວາມຊື່ນບານເປັນນິດຈະເປັນຂອງເຂົາ
ເພາະເຮົາຄືພຣະເຈົ້າຮັກຄວາມຢຸດຕິທໍາ”
“ເຮົາຈະນໍາກິດຈະການຂອງເຂົາດ້ວຍຄວາມຈິງ
ແລະເຮົາຈະເຮັດພັນທະສັນຍານິລັນກັບເຂົາ”
“ເຊື້ອສາຍຂອງເຂົາທັງຫຼາຍຈະກາຍເປັນທີ່ຮູ້ຈັກກັນ
ທ່າມກາງບັນດາປະຊາຊາດ
ແລະລູກຫຼານຂອງເຂົາໃນທ່າມກາງຊົນຊາດທັງຫຼາຍ
ທຸກຄົນທີ່ໄດ້ເຫັນເຂົາຈະຈື່ຈໍາເຂົາໄດ້
ວ່າເຂົາເປັນປະຊາຊົນຊຶ່ງພຣະເຈົ້າຊົງອໍານວຍພຣະພອນ
ເພາະແຜ່ນດິນໂລກໄດ້ເກີດໜໍ່ຂອງມັນ
ແລະສວນເຮັດໃຫ້ສິ່ງທີ່ຫວ່ານໃນນັ້ນງອກງາມຂຶ້ນມາໄດ້ ພຣະເຈົ້າຈະຊົງເຮັດໃຫ້ຄວາມຊອບທໍາແລະຄວາມສັນລະເສີນ
ງອກງາມຂຶ້ນມາຕໍ່ໜ້າບັນດາປະຊາຊາດສັນນັ້ນ” ມແ 413.2

ອິສະຍາ 61: 4,6-8; 61:8; 61:9 ,11 {MH 406.1}

*****