Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ໜ້າທີ່ຂອງໂຮງຮຽນ

    ການຝຶກອົບຮົມໜ້າທີ່ພາຍໃນເຮືອນ ຄວນຈະໄດ້ຮັບການເພີ່ມເຕີມດ້ວຍໜ້າທີ່ ໃນໂຮງຮຽນອີກດ້ວຍ ເຮົາຄວນຄໍານຶງການພັດທະນາທຸກດ້ານໃນຕົວຂອງເດັກທັງຮ່າງ ກາຍແລະຈິດໃຈແລະຈິດວິນຍານລວມທັງການອົບຮົມສັ່ງສອນໃນເລື່ອງຂອງການປະຕິ ບັດຮັບໃຊ້ແລະການເສຍສະຫຼະຢູ່ສະເໝີ {MH 401.2}ມແ 406.5

    ຍິ່ງກວ່າກິດຈະການອື່ນໃດການປະຕິບັດຮັບໃຊ້ພຣະຄຣິດໃນສິ່ງນ້ອຍໆ ທຸກມື້ ຍ່ອມມີອິດທິພົນຕໍ່ການຫຼໍ່ຫຼອມ ແລະຂັດເກົາອຸປະນິໃສຂອງເດັກໆແລະນໍາຊີວິດໄປໃນ ຫົນທາງຂອງການປະຕິບັດຮັບໃຊ້ຢ່າງບໍ່ເຫັນແກ່ຕົວ ບິດາມານດາແລະຄູອາຈານມີໜ້າ ທີ່ໆຕ້ອງສົ່ງເສີມໃຫ້ເດັກໆໄດ້ມີຈິດວິນຍານແຫ່ງການຮັບໃຊ້ໃຫ້ການສະໜັບສະໜູນ ແລະແນະແນວທາງຢ່າງຖືກຕ້ອງບໍ່ມີວຽກງານອື່ນໃດທີ່ຈະມີຄວາມສໍາຄັນຍິ່ງໄປກວ່າ ວຽກງານນີ້ຈິດວິນຍານແຫ່ງການປະຕິບັດຮັບໃຊ້ເປັນຈິດວິນຍານຂອງຊາວສະຫວັນ ແລະເຫຼົ່າທູດສະຫວັນຈະຮ່ວມມືໃນທຸກຄວາມພະຍາຍາມທີ່ພັດທະນາ ແລະສົ່ງເສີມ ໃຫ້ຈິດວິນຍານນີ້ຈະເລີນຂຶ້ນ {MH 401.3}ມແ 407.1

    ການສຶກສາໃນລັກສະນະນີ້ຈະຕ້ອງມີຮາກຖານຕັ້ງຢູ່ເທິງພຣະວັດຈະນາຂອງ ພຣະເຈົ້າ ພຣະວັດຈະນາຂອງພຣະເຈົ້າເທົ່ານັ້ນທີ່ໃຫ້ຫຼັກການທັງໝົດໄວ້ຢ່າງສົມບູນ ພຣະຄໍາພີຈະຕ້ອງເປັນຮາກຖານຂອງການສຶກສາຮໍ່າຮຽນແລະການສັ່ງສອນຄວາມຮູ້ ທີ່ ສໍາຄັນທີ່ສຸດຄືຄວາມຮູ້ໃນເລື່ອງຂອງພຣະເຈົ້າ ແລະເລື່ອງຂອງພຣະເຢຊູທີ່ພຣະເຈົ້າໄດ້ ປະທານມາໃຫ້ແກ່ເຮົາ {MH 401.4}ມແ 407.2

    ເດັກທຸກຄົນແລະໜຸ່ມສາວທຸກຄົນຄວນມີຄວາມຮູ້ກ່ຽວກັບຕົນເອງເຂົາຄວນຈະ ເຂົ້າໃຈເຖິງ ສະພາບຂອງຮ່າງກາຍທີ່ພຣະເຈົ້າປະທານໃຫ້ແກ່ເຂົາ ລວມທັງກົດເກນທີ່ ຈະຊ່ວຍໃຫ້ຮ່າງ ກາຍມີສຸກຂະພາບທີ່ດີທຸກຄົນຄວນຮຽນຮູ້ຢ່າງທ່ອງແທ້ໃນວິຊາທົ່ວ ໄປແລະຄວນຝຶກຝົນ ໃນວິຊາຊີບຕ່າງໆເພື່ອຈະໄດ້ເປັນຊາຍຍິງທີ່ມີທັກສະໃນການເຮັດ ວຽກເໝາະສົມກັບໜ້າທີ່ ປະຈໍາວັນຂອງຕົນນອກຈາກນີ້ແລ້ວເຂົາທັງຫຼາຍຄວນເພີ່ມ ເຕີມການຝຶກຝົນອົບຮົມປະສົບ ການຂອງງານພາລະກິດໃນດ້ານຕ່າງໆອີກດ້ວຍ {MH 402.1}ມແ 407.3

    Larger font
    Smaller font
    Copy
    Print
    Contents