Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຮຽນຮູ້ດ້ວຍການແບ່ງປັນ

    ຂໍໃຫ້ຄົນໜຸ່ມສາວກ້າວໄປຂ້າງໜ້າໃນການສະແຫວງຫາວິຊາຄວາມຮູ້ຢ່າງລວດ ເລວແລະທົ່ວເຖິງເທົ່າທີ່ຈະເຮັດໄດ້ ຈົ່ງໄຝ່ຫາການສຶກສາໃນຂະແໜງຕ່າງໆໃຫ້ຄອບຄຸມ ເທົ່າທີ່ ກໍາລັງຈະສາມາດຂອງເຂົາຈະເຂົ້າໃຈແລະໃນຂະນະທີ່ສຶກສາຮໍ່າຮຽນໃຫ້ເຂົາທັງ ຫຼາຍແບ່ງ ປັນຄວາມຮູ້ໃຫ້ແກ່ຄົນອື່ນດ້ວຍວິທີເຊັ່ນນີ້ຄວາມຄິດຂອງເຂົາທັງຫຼາຍຈະໄດ້ ຮັບການຝຶກຝົນ ໃຫ້ຢູ່ໃນລະບຽບແລະມີພາລະກໍາລັງການນໍາຄວາມຮູ້ທີ່ໄດ້ສຶກສາໄປໃຊ້ ໃຫ້ເກີດປະໂຫຍດ ສະແດງໃຫ້ເຫັນເຖິງຄຸນຄ່າຂອງສິ່ງທີ່ເຂົາໄດ້ຮໍ່າຮຽນການໃຊ້ເວລາ ສຶກສາຫາຄວາມຮູ້ຢ່າງ ຍາວນານໂດຍທີ່ບໍ່ໄດ້ພະຍາຍາມແບ່ງປັນໃຫ້ແກ່ຄົນອື່ນ ເທົ່າກັບ ເປັນຄວາມຂັດຂວາງບໍ່ໃຫ້ ຮູ້ນັ້ນພັດທະນາຢ່າງແທ້ຈິງທັງໃນບ້ານແລະໃນໂຮງຮຽນ ນັກ ຮຽນຄວນພະຍາຍາມຮຽນ ຮູ້ເຖິງວິທີໃນການສຶກສາແລະການແບ່ງປັນຄວາມຮູ້ທີ່ໄດ້ ຮັບແກ່ຜູ້ອື່ນພ້ອມກັນໄປ ບໍ່ວ່າຈະປະກອບອາຊີບອັນໃດກໍຕາມເຂົາຈະຕ້ອງເປັນທັງຜູ້ ຮຽນແລະຄູຕາບຊົ່ວຊີວິດຂອງເຂົາໂດຍປະການນີ້ເຂົາຈະມີຄວາມຈະເລີນກ້າວໜ້າ ຂຶ້ນຢູ່ສະເໝີມີຄວາມໄວ້ວາງໃຈໃນ ພຣະເຈົ້າ ແລະຢຶດໝັ້ນໃນພຣະອົງຜູ້ຊົງສັບພັນຍູ ຜູ້ ຊົງສໍາແດງຄວາມລໍ້າເລິກທີ່ເກັບຊ້ອນມາເປັນເວ ລາຫຼາຍຍຸກຫຼາຍສະໃໝປະກົດແລະຊົງ ພຣະປີຊາສາມາດໃນການແກ້ບັນຫາທີ່ຫຍຸ້ງຍາກທີ່ ສຸດສໍາຫຼັບຄົນທັງຫຼາຍທີ່ເຊື່ອໃນ ພຣະອົງ {MH 402.2}ມແ 407.4

    ພຣະວັດຈະນະຂອງພຣະເຈົ້າໃຫ້ຄວາມສໍາຄັນເປັນພິເສດໃນເລື່ອງອິດທິພົນຂອງ ການຄົບຫາສະມາຄົມແມ້ແຕ່ທີ່ມີຕໍ່ຊາຍແລະຍິງຕໍ່ເດັກໆແລະຄົນໜຸ່ມສາວນັ້ນ ຄວາມ ສໍາຄັນນີ້ຈະມີຫຼາຍກວ່າອີກເທົ່າໃດດ້ານ ການພັດທະນາຈິດໃຈ ແລະອຸປະນິໃສເພື່ອນ ຝູງທີ່ເຂົາທັງ ຫຼາຍຄົບຫາ ແບບຢ່າງທີ່ເຂົາທັງຫຼາຍນໍາມາໃຊ້ແລະນິໃສທີ່ເຂົາທັງຫຼາຍຮັບ ມາຈະເປັນເຄື່ອງກໍານົດຄວາມເປັນປະໂຫຍດໃນໂລກນີ້ ແລະຜົນປະໂຫຍດໃນໂລກ ພາຍພາກໜ້າຂອງເຂົາ ທັງຫຼາຍ {MH 402.3}ມແ 408.1

    ມີຄວາມຈິງທີ່ໜ້າຢ້ານຢູ່ເລື່ອງໜຶ່ງທີ່ເຂົາໃຫ້ຈິດໃຈຂອງຜູ້ທີ່ເປັນບິດາມານດາຕ້ອງ ຮູ້ສຶກເປັນ ທຸກເມື່ອໄດ້ຮູ້ວ່າໂຮງຮຽນແລະວິທະຍາໄລຕ່າງໆທີ່ພວກເຂົາສົ່ງບຸດໄປສຶກສາ ຮໍ່າຮຽນເພື່ອຝຶກຝົນອົບຮົມຈິດໃຈ ແລະຂັດເກົາອຸປະນິໃສໃຫ້ເປັນຜູ້ມີລະບຽບວິໃນນັ້ນ ມີອິດທິພົນແຜ່ຫຼາຍຢູ່ທີ່ເຮັດໃຫ້ອຸປະນິໃສເສື່ອມທີ່ຫັນເຫຈິດໃຈອອກຈາກເປົ້າໝາຍທີ່ ແທ້ຈິງຂອງຊີວິດແລະເຮັດໃຫ້ສິລະທໍາຈັນຍາເສື່ອມຊາມລົງ ຈາກການຄົບຫາສະມາຄົມ ກັບຜູ້ທີ່ບໍ່ໃສ່ໃຈໃນ ສາສະໜາຜູ້ທີ່ໄຝ່ໃຈແຕ່ຄວາມສະໜຸກສະໜານແລະຄົດໂກງຄົນ ໜຸ່ມສາວຈໍານວນຫຼາຍ ໄດ້ສູນເສຍສິ່ງທີ່ເປັນຄວາມດຽງສາແລະຄວາມບໍລິສຸດຄວາມ ເຊື່ອໝັ້ນໃນພຣະເຈົ້າແລະຈິດ ວິນຍານແຫ່ງການເສຍສະຫຼະທີ່ບິດາມານດາຜູ້ທີ່ເປັນ ຄຣິດສະຕຽນໄດ້ທະນຸຖະໜອມແລະພິທັກຮັກສາໄວ້ດ້ວຍການອົບຮົມສັ່ງສອນຢ່າງເອົາ ໃຈໃສ່ແລະອະທິຖານດ້ວຍຈິດໃຈຮ້ອນຮົນ {MH 403.1}ມແ 408.2

    ຫຼາຍຄົນທີ່ເຂົ້າໂຮງຮຽນໂດຍມີຈຸດມຸ້ງໝາຍເພື່ອຕຽມພ້ອມຕົນເອງໃຫ້ມີຄວາມ ເໝາະສົມກັບ ວຽກງານປະຕິບັດຮັບໃຊ້ດ້ານຕ່າງໆກັບກາຍເປັນຜູ້ທີ່ຫຼົງໄຫຼຢູ່ແຕ່ການສຶກ ສາຮໍ່າຮຽນຕາມ ຢ່າງໂລກຄວາມທະເຍີທະຍານຕ້ອງການຜົນການຮຽນທີ່ເປັນເລີດແລະ ຕໍາແໜ່ງລວມທັງ ກຽດຕິຍົດທີ່ໂລກຍອມຮັບຖືກກະຕຸ້ນໃຫ້ຕື່ນຕົວຈົນຫຼົງລືມແລະລະ ຖິ້ມຈຸດມຸ້ງໝາຍທີ່ຕັ້ງໄວ້ ເມື່ອຄັ້ງທໍາອິດທີ່ເຂົ້າໂຮງຮຽນ ແລະປ່ອຍໃຫ້ຕົນເອງດໍາເນີນຊີ ວິດໄປໃນທາງທີ່ເຫັນແກ່ຕົວ ແລະຫຼຸ້ມຫຼົງໃນກຽດຕິຍົດຊື່ສຽງຂອງຝ່າຍໂລກແລະຫຼາຍ ຄັ້ງນິໃສເຫຼົ່ານີ້ຖືກຫຼໍ່ຫຼອມຂຶ້ນຈົນ ນໍາຄວາມພິນາດມາສູ່ທັງຊີວິດໃນໂລກນີ້ແລະໃນໂລກ ໜ້າ {MH 403.2}ມແ 409.1

    ໂດຍປົກກະຕິແລ້ວ ຊາຍຍິງທີ່ມີຄວາມຄິດທີ່ເປີດກວ້າງ ມີຄວາມມຸ້ງໝາຍທີ່ບໍ່ ເຫັນແກ່ຕົວແລະມີຄວາມຕັ້ງໃຈທີ່ດີງາມຈະເປັນຜູ້ທີ່ຄົບຫາເພື່ອນຝູງທີ່ມີລັກສະນະ ເຫຼົ່ານີ້ມາຕັ້ງແຕ່ນ້ອຍ ໃນການປະຕິບັດຕໍ່ຊົນຊາດອິສະລະເອນນັ້ນພຣະເຈົ້າຊົງແນະນໍາ ສັ່ງສອນໃຫ້ພວກເຂົາເຫັນ ເຖິງຄວາມສໍາຄັນໃນການຄຸ້ມຄອງເລື່ອງການຄົບມິດສະຫາຍ ຂອງບຸດຊາຍຍິງຂອງຕົນແລະການຈັດການດູແລຊີວິດທັງດ້ານພົນລະເຮືອນ ສາສະໜາ ແລະສັງຄົມ ມີຈຸດມຸ້ງໝາຍເພື່ອ ປົກປ້ອງບຸດຊາຍຍິງຈາກການຄົບຫາເພື່ອນທີ່ຊົ່ວແລະ ໃຫ້ພວກເຂົາຄຸ້ນເຄີຍກັບຄໍາສອນແລະ ບົດບັນຍັດຂອງພຣະເຈົ້າຕັ້ງແຕ່ນ້ອຍໆ ບົດຮຽນ ສັ່ງສອນທີ່ພຣະເຈົ້າປະທານໃຫ້ໃນສະໄໝ ທໍາອິດທີ່ຊົງຕັ້ງຊາດຂຶ້ນນັ້ນມີຄຸນລັກສະນະ ທີ່ຕ້ອງການໃຫ້ຝັງເລິກລົງໃນຈິດໃຈຂອງທຸກຄົນກ່ອນທີ່ການພິພາກສາລົງໂທດອັນຮ້າຍ ແຮງຄັ້ງສຸດທ້າຍຈະຕົກລົງສູ່ຊາວອີຢິບດ້ວຍການປະຫານບຸດຫົວປີໃນປະເທດພຣະເຈົ້າ ຕັດບັນຊາໃຫ້ປະຊາກອນຂອງພຣະອົງຮວບຮວມເຫຼົ່າບຸດທັງຫຼາຍໄວ້ໃນບ້ານຂອງຕົນ ແລ້ວເອົາເລືອດທາທີ່ວົງກົບປະຕູເຮືອນທຸກຫຼັງ ເພື່ອເປັນເຄື່ອງໝາຍຮັບຮອງທຸກ ຄົນທີ່ຫຼົບຢູ່ໃນເຮືອນຈະໄດ້ຮັບຄວາມປອດໄພໃນທຸກວັນນີ້ກໍເຊັ່ນກັນບິດາມານດາຜູ້ມີ ຄວາມ ຮັກແລະຄວາມຢໍາເກງໃນພຣະເຈົ້າ ຕ້ອງຄອບຄວບຄຸມປ້ອງກັນບຸດຂອງຕົນໄວ້ ພາຍໃຕ້ພັນທະສັນຍາ ນັ້ນຄືພາຍໃຕ້ການພິທັກຮັກສາຂອງລິດອໍານາດທັງຫຼາຍທີ່ໄດ້ມາ ດ້ວຍເລືອດແຫ່ງການຊົງໄຖ່ຂອງພຣະຄຣິດ {MH 403.3}ມແ 409.2

    ພຣະຄຣິດຕັດເຖິງສາວົກຂອງພຣະອົງໄວ້ວ່າ “ຂ້າພຣະອົງໄດ້ມອບພຣະດໍາລັດ ຂອງພຣະອົງໃຫ້ແກ່ເຂົາແລ້ວແລະ ເພາະເຂົາບໍ່ແມ່ນຂອງໂລກ” ໂຢຮັນ 17:14 {MH 404.1}ມແ 410.1

    ພຣະເຈົ້າຊົງມີພຣະດໍາລັດສັ່ງວ່າ: “ຢ່າປະພຶດຕາມຢ່າງຄົນໃນຍຸກນີ້ແຕ່ ຈົ່ງຮັບ ການປ່ຽນແປງຈິດໃຈແລ້ວອຸປະນິໃສຂອງທ່ານ ຈຶ່ງຈະປ່ຽນໃໝ່ “ ໂຣມ 12: 2 {MH 404.2}ມແ 410.2

    “ທ່ານຢ່າເຂົ້າທຽມແອກກັບຄົນທີ່ບໍ່ເຊື່ອເພາະວ່າຄວາມຊອບທໍາຈະບໍ່ຫຸ້ນສ່ວນ ອັນໃດກັບ ຄວາມອົດທົນແລະຄວາມສະຫວ່າງຈະເຂົ້າສະນິດກັບຄວາມມືດໄດ້ຢ່າງ ໃດ… ວິຫານຂອງ ພຣະເຈົ້າຈະຕົກລົງອັນໃດກັບຮູບເຄົາໄດ້ເພາະວ່າເຮົາເປັນວິຫານ ຂອງພຣະເຈົ້າຜູ້ຊົງດໍາລົງ ພຣະຊົນດັ່ງທີ່ພຣະອົງບອກໄວ້ວ່າ ເຮົາຈະຢູ່ໃນເຂົາທັງຫຼາຍ ແລະຈະດໍາເນີນໃນໝູ່ເຂົາ ແລະເຮົາຈະເປັນພຣະເຈົ້າຂອງເຂົາແລະເຂົາຈະເປັນຊົນຊາດ ຂອງເຮົາ ມແ 410.3

    “ເຈົ້າຈົ່ງອອກຈາກໝູ່ພວກເຂົາເຫຼົ່ານັ້ນ
    ແລະຈົ່ງແຍກຕົວອອກຈາກເຂົາທັງຫຼາຍ
    ຢ່າແຕະຕ້ອງສິ່ງທີ່ບໍ່ສະອາດ
    ແລ້ວເຮົາຈຶ່ງຈະຮັບພວກເຈົ້າທັງຫຼາຍ
    ເຮົາຈະເປັນດັ່ງບິດາຂອງພວກເຈົ້າ
    ແລະພວກເຈົ້າຈະເປັນບຸດຊາຍບຸດຍິງຂອງເຮົາ
    ພຣະເຈົ້າຜູ້ຊົງລິດທານຸພາບທັງໝົດໄດ້ຕັດວ່າດັ່ງນັ້ນ”
    ມແ 410.4

    2 ໂຄລິນ 6:14-18 {MH 404.3}

    “ຈົ່ງຮວບຮວມປະຊາຊົນ” “ສອນເຂົາໃຫ້ຮູ້ຈັກກົດເກນຂອງພຣະເຈົ້າແລະ ທໍາມະບັນຍັດຂອງພຣະອົງ” ໂຢແອລ 2:16 ; ອົບພະຍົບ 18:16 (THSV) {MH 404.4}ມແ 410.5

    “ດັ່ງນັ້ນແຫຼະໃຫ້ເຂົາປະທັບນາມຂອງເຮົາເໝືອນຄົນອິສະລະເອນ ແລະເຮົາຈະ ໄດ້ອວຍພອນແກ່ເຂົາທັງຫຼາຍ” ກັນດາວິຖີ 6:27 {MH 404.5} “ແລະຊົນຊາດທັງ ຫຼາຍໃນໂລກຈະເຫັນວ່າເຂົາເອີ້ນທ່ານຕາມພຣະນາມພຣະເຈົ້າ” ສະເຫຼີຍທໍາບັນຍັດ 28:10ມແ 410.6

    “ແລ້ວເຜົ່າຢາໂຄບທີ່ເຫຼືອຢູ່
    ຈະຢູ່ທ່າມກາງຊົນຊາດທັງຫຼາຍເປັນເຫຼົ່ານີ້
    ຄືນໍ້າຄ້າງຈາກພຣະເຈົ້າ
    ຄືຫ່າຜົນທີ່ຕົກເທິງຫຍ້າ
    ຊຶ່ງບໍ່ຢູ່ຖ້າມະນຸດ
    ຫຼືຄອຍຖ້າເຫຼົ່າບຸດຂອງມະນຸດ”
    ມແ 411.1

    ມີຄາ 5: 7 {MH 404.6}

    ພຣະເຈົ້າຊົງນັບເຮົາເຂົ້າເປັນສ່ວນໜຶ່ງຂອງຊົນຊາດອິສະລະເອນ ຄໍາສອນທັງໝົດ ທີ່ ພຣະອົງປະທານໃຫ້ແກ່ຊົນຊາດໃນສະໃໝໂບຮານໃນເລື່ອງທີ່ກ່ຽວກັບການສຶກສາ ແລະການອົບຮົມສັ່ງສອນບຸດຊາຍຍິງພຣະສັນຍາທີ່ພຣະອົງຈະອວຍພອນແກ່ເຂົາທັງ ຫຼາຍຫາກເຂົາທັງຫຼາຍເຊື່ອຟັງພຣະອົງກໍເປັນຂອງເຮົາເຊັ່ນດຽວກັນ {MH 405.1}ມແ 411.2

    ພຣະດໍາລັດຂອງພຣະເຈົ້າມາເຖິງເຮົາວ່າ: “ເຮົາຈະອວຍພອນແກ່ເຈົ້າ ແລ້ວເຈົ້າ ຈະຊ່ວຍໃຫ້ຜູ້ອື່ນໄດ້ຮັບພອນ” ປະຖົມການ 12:2 {MH 405.2}ມແ 411.3

    ພຣະຄຣິດຕັດເຖິງເຫຼົ່າສາວົກກຸ່ມທໍາອິດແລະຄົນທັງຫຼາຍທີ່ເຊື່ອໃນພຣະອົງ ໂດຍ ຖ້ອຍຄໍາຂອງເຫຼົ່າສາວົກວ່າ “ກຽດຊຶ່ງພຣະອົງໄດ້ປະທານແກ້ຂ້າພຣະອົງຂ້າພຣະອົງໄດ້ ມອບໃຫ້ແກ່ເຂົາເພື່ອເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນເພື່ອໂລກຈະໄດ້ຮູ້ ວ່າພຣະອົງຊົງໃຊ້ຂ້າພຣະອົງມາແລະພຣະອົງຊົງຮັກເຂົາຄືດັ່ງທີ່ພຣະອົງຊົງຮັກຂ້າພຣະອົງ” ໂຢຮັນ 17:22,23 {MH 405.3}ມແ 411.4

    ຖ້ອຍຄໍາເຫຼົ່ານີ້ເປັນຖ້ອຍຄໍາທີ່ໜ້າອັດສະຈັນໜ້າອັດສະຈັນຍິ່ງແທບເກີນກວ່າທີ່ ເຮົາຈະເຊື່ອແລະເຂົ້າໃຈໄດ້ ພຣະອົງຜູ້ຊົງສ້າງແລະຊົງຮັກເຮົາທັງຫຼາຍທີ່ມອບຖະຫວາຍ ຕົນເພື່ອປະຕິບັດຮັບໃຊ້ໃນພະລາກິດຂອງພຣະອົງເໝືອນດັ່ງເຊັ່ນທີ່ພຣະອົງຊົງຮັກພຣະບຸດ ຂອງພຣະອົງແມ້ແຕ່ເວລານີ້ພຣະອົງກໍຍັງປະທານພຣະຄຸນໃຫ້ແກ່ເຮົາເຖິງພຽງນີ້ ພຣະອົງປະທານຜູ້ຊົງເປັນແສງສະຫວ່າງແລະຊົງເດຊານຸພາບແຫ່ງສະຫວັນແລະປະທານ ຊັບສົມບັດທັງປວງຂອງແຜ່ນດິນສະຫວັນພ້ອມກັບພຣະບຸດໃຫ້ແກ່ເຮົາຫຼາຍຕາມທີ່ ພຣະອົງຊົງສັນຍາໄວ້ກັບເຮົາສໍາລັບຊີວິດໃນໂລກພາຍພາກໜ້າ ພຣະອົງປະທານຂອງປະ ທານອັນສະຫງ່າ ງາມດັ່ງເຈົ້າຊາຍໃຫ້ແກ່ເຮົາໃນຊີວິດນີ້ ໃນຖານະທີ່ເຮົາເປັນປະຊາກອນ ແຫ່ງພຣະຄຸນຂອງ ພຣະເຈົ້າ ພຣະອົງຊົງປາຖະໜາໃຫ້ເຮົາຊື່ນຊົມຍິນດີກັບທຸກສິ່ງທີ່ຈະ ສ້າງຄວາມສະຫງ່າງາມເຕີບໂຕແລະຍົກຊູອຸປະນິໃສຂອງເຮົາພຣະອົງຊົງກໍາລັງລໍຄອຍທີ່ ຈະດົນໃຈຈິດໃຈຂອງຄົນ ໜຸ່ມສາວດ້ວຍລິດອໍານາດຈາກເບື້ອງບົນເພື່ອເຂົາທັງຫຼາຍຈະ ຢືນຢູ່ໃຕ້ຮົ່ມທຸງທີ່ເປື້ອນ ໄປດ້ວຍເລືອດຂອງພຣະຄຣິດເພື່ອປະຕິບັດຮັບໃຊ້ຢ່າງທີ່ພຣະ ອົງຊົງກະທໍາເພື່ອນໍາຈິດວິນຍານຂອງຄົນທັງຫຼາຍເຂົ້າໄປໃນເສັ້ນທາງທີ່ປອດໄພ ແລະ ເພື່ອນໍາບາດກ້າວຍ່າງຂອງຄົນຫຼາກຫຼາຍໃຫ້ຕັ້ງໝັ້ນໃນພຣະອົງຜູ້ຊົງເປັນພຣະມະຫາສີ ລາແຫ່ງການເວລາ {MH 405.4}ມແ 411.5

    ຄົນທັງຫຼາຍທີ່ພະຍາຍາມດໍາເນີນຕາມແຜນການຂອງການສຶກສາຂອງພຣະເຈົ້າ ພຣະອົງຈະຊົງຄໍ້າຈຸນເຂົາເຫຼົ່ານີ້ໄວ້ດ້ວຍພຣະຄຸນຂອງພຣະອົງດ້ວຍການສະຖິດຢູ່ຮ່ວມ ດ້ວຍຢ່າງສະເໝີຂອງພຣະອົງແລະດ້ວຍລິດທານຸພາບຂອງການປົກປ້ອງຂອງພຣະອົງ ພຣະອົງຕັດກັບທຸກຄົນວ່າ {MH 405.5}ມແ 412.1

    “ຈົ່ງເຂັ້ມແຂງແລະກ້າຫານເຖີດຢ່າຕົກໃຈຫຼືຢ້ານກົວເລີຍເພາະວ່າ ພຣະເຢໂຮວາ ພຣະເຈົ້າຂອງເຈົ້າສະຖິດກັບເຈົ້າ” “ເຮົາຈະບໍ່ລະເລີຍຫຼືປະຖິ້ມເຈົ້າໄປ” ໂຢຊວາຍ 1:9,5ມແ 412.2

    “ເພາະຝົນແລະຫິມະລົງມາຈາກຟ້າສະຫວັນ
    ແລະບໍ່ກັບໄປບ່ອນນັ້ນ
    ເວັ້ນແຕ່ຫົດແຜ່ນດິນໂລກເຮັດໃຫ້ມັນບັງເກີດຜົນແລະແຕກໜໍ່
    ສະໜອງເມັດແກ່ຜູ້ຫວ່ານແລະອາຫານແກ່ຜູ້ກິນ
    ຄໍາຂໍເຮົາຊຶ່ງອອກໄປຈາກປາກຂອງເຮົາ
    ຈະບໍ່ກັບມາຫາເຮົາເປົ່າດາຍ
    ແຕ່ຈະສໍາເລັດຜົນທີ່ເຮົາມຸ້ງໝາຍໄວ້
    ແລະໃຫ້ສິ່ງທີ່ເຮົາໃຊ້ໄປເຮັດນັ້ນຈໍາເລີນຂຶ້ນ ສັນນັ້ນ
    ເພາະເຈົ້າຈະອອກໄປດ້ວຍຄວາມຊື່ນບານ
    ແລະຖືກນໍາໄປດ້ວຍສະຫວັດດີພາບ ພູເຂົາແລະໂນນພູເປັ່ງສຽງຮ້ອງເພງຂ້າງໜ້າເຈົ້າ
    ແລະຕົ້ນໄມ້ທັງສິ້ນໃນທ້ອງທົ່ງຈະຕົບມືຂອງມັນ
    ແທນຕົ້ນໜາມຂີ້ແຮດ ຕົ້ນສົນສາມໃບຈະງອກຂຶ້ນ
    ແທນຕົ້ນໄມ້ຍະຣາບຕົ້ນນໍ້າມັນຂຽວຈະງອກຂຶ້ນ
    ແລະແດ່ພຣະເຈົ້າ ມັນຈະເປັນອະນຸສານ
    ເພື່ອເປັນໝາຍສໍາຄັນນິລັນຊຶ່ງຈະບໍ່ຕັດອອກເລີຍ”
    ມແ 412.3

    ອິສະຍາ 55: 10-13 {MH 405.6}

    ທົ່ວທັງໂລກສັງຄົມຕົກຢູ່ໃນສະພາບທີ່ສັບສົນວຸ້ນວາຍແລະຕ້ອງການການປ່ຽນ ແປງແກ້ໄຂຢ່າງຖ້ວນທົ່ວ ການສຶກສາທີ່ເຮົາໃຫ້ແກ່ຄົນໜຸ່ມສາວຕ້ອງເປັນສິ່ງຫຼໍ່ຫຼອມ ແລະຂັດເກົາໂຄງສ້າງທັງໝົດຂອງສັງຄົມມແ 413.1

    “ເຂົາທັງຫຼາຍຈະສ້າງສິ່ງປະຫຼັກຫັກພັງໂບຮານຂຶ້ນໃໝ່
    ເຂົາຈະສ້ອມເສີມບ່ອນທີ່ຖິ້ມ ຮ້າງແຕ່ເກົ່າກ່ອນຂຶ້ນ
    ເຂົາຈະຊ່ອມຫົວເມືອງທີ່ປະຫຼັກຫັກພັງ
    ຄືບ່ອນທີ່ຖິ້ມຮ້າງມາຫຼາຍຊົ່ວອາຍຸຄົນແລ້ວນັ້ນ”
    “ແຕ່ເຂົາຈະເອີ້ນເຈົ້າທັງຫຼາຍວ່າປຸໂລຫິດຂອງພຣະເຈົ້າ
    ຄວາມຊື່ນບານເປັນນິດຈະເປັນຂອງເຂົາ
    ເພາະເຮົາຄືພຣະເຈົ້າຮັກຄວາມຢຸດຕິທໍາ”
    “ເຮົາຈະນໍາກິດຈະການຂອງເຂົາດ້ວຍຄວາມຈິງ
    ແລະເຮົາຈະເຮັດພັນທະສັນຍານິລັນກັບເຂົາ”
    “ເຊື້ອສາຍຂອງເຂົາທັງຫຼາຍຈະກາຍເປັນທີ່ຮູ້ຈັກກັນ
    ທ່າມກາງບັນດາປະຊາຊາດ
    ແລະລູກຫຼານຂອງເຂົາໃນທ່າມກາງຊົນຊາດທັງຫຼາຍ
    ທຸກຄົນທີ່ໄດ້ເຫັນເຂົາຈະຈື່ຈໍາເຂົາໄດ້
    ວ່າເຂົາເປັນປະຊາຊົນຊຶ່ງພຣະເຈົ້າຊົງອໍານວຍພຣະພອນ
    ເພາະແຜ່ນດິນໂລກໄດ້ເກີດໜໍ່ຂອງມັນ
    ແລະສວນເຮັດໃຫ້ສິ່ງທີ່ຫວ່ານໃນນັ້ນງອກງາມຂຶ້ນມາໄດ້ ພຣະເຈົ້າຈະຊົງເຮັດໃຫ້ຄວາມຊອບທໍາແລະຄວາມສັນລະເສີນ
    ງອກງາມຂຶ້ນມາຕໍ່ໜ້າບັນດາປະຊາຊາດສັນນັ້ນ”
    ມແ 413.2

    ອິສະຍາ 61: 4,6-8; 61:8; 61:9 ,11 {MH 406.1}

    *****