Go to full page →

ການຊົງສ້າງໂລກ ມແ 422

ພຣະລາຊະກິດແຫ່ງການຊົງສ້າງນັ້ນບໍ່ສາມາດທີ່ຈະອະທິບາຍໃຫ້ເຂົ້າໃຈໄດ້ດ້ວຍ ວິທະຍາສາດ ມີວິທະຍາສາດຂະແໜງໃດທີ່ສາມາດອະທິບາຍໄດ້ເຖິງຄວາມລີ້ລັບແຫ່ງຊີ ວິດ {MH 414.1} ມແ 422.3

“ໂດຍຄວາມເຊື່ອນີ້ເອງ ເຮົາຈຶ່ງເຂົ້າໃຈວ່າພຣະເຈົ້າໄດ້ຊົງສ້າງໂລກຈັກກະວານ ດ້ວຍພຣະດໍາລັດຂອງພຣະອົງດັ່ງນັ້ນ ສິ່ງທີ່ເບິ່ງເຫັນຈຶ່ງເປັນສິ່ງທີ່ເກີດຈາກສິ່ງທີ່ບໍ່ປະກົດ ໃຫ້ເຫັນ” ເຮັບເຣີ 11:3 ມແ 423.1

“ເຮົາປັ້ນຄວາມສະຫວ່າງແລະສ້າງຄວາມມືດ…
ເຮົາຄືພຣະເຈົ້າໄດ້ສ້າງມັນ…
ເຮົາສ້າງແຜ່ນດິນໂລກ
ແລະເນລະມິດມະນຸດເທິງນັ້ນ
ເຮົາເອງມືຂອງເຮົາຂຶງຟ້າສະຫວັນ
ແລະເຮົາບັນຊາບໍລິວານທັງໝົດຂອງມັນ
ເມື່ອເຮົາເອີ້ນຫາມັນມັນກໍອອກມາຢູ່ນໍາກັນ” ມແ 423.2

ອິສະຢາຫ໌ 45:7-12;48:13 {MH 414.2}

ໃນການຊົງສ້າງໂລກນັ້ນພຣະເຈົ້າບໍ່ໄດ້ອາໃສມວນສານທີ່ມີຢູ່ກ່ອນແລ້ວ “ເພາະ ພຣະອົງບອກ ມັນກໍເກີດຂຶ້ນມາພຣະອົງຊົງບັນຊາມັນກໍອອກມາ” ເພງສັນລະເສີນ 33:9 ສາລະພັດສິ່ງ ທັງທີ່ເປັນວັດຖຸຫຼືຈິດວິນຍານໄດ້ປະກົດຕໍ່ເບື້ອງພຣະພັກຂອງພະເຢໂຮວາ ອົງພຣະຜູ້ເປັນເຈົ້າເມື່ອພຣະສຸລະສຽງຂອງພຣະອົງໄດ້ດັ່ງຂຶ້ນແລະສິ່ງເຫຼົ່ານັ້ນໄດ້ຮັບ ການຊົງສ້າງຂຶ້ນຕາມພຣະປະສົງຂອງພຣະອົງຟ້າສະຫວັນ ແລະບໍລິເວນທັງໝົດທີ່ມີຢູ່ ແຜ່ນດິນໂລກແລະສິ່ງທັງປວງໄດ້ເກີດຂຶ້ນໂດຍລົມພຣະໂອດຂອງພຣະອົງ {MH 414.3} ມແ 423.3

ໃນການສ້າງມະນຸດພຣະເຈົ້າຊົງສະແດງໃຫ້ເຮົາໄດ້ເຫັນວ່າພຣະອົງຊົງມີຮູບກາຍ ເມື່ອພຣະເຈົ້າໄດ້ຊົງສ້າງມະນຸດຕາມແບບພຣະສາຍຂອງພຣະອົງແລ້ວ ມະນຸດກໍມີຮູບ ຮ່າງທີ່ສົມບູນແບບໂດຍປະການທັງປວງແຕ່ຍັງບໍ່ມີຊີວິດ ຈາກນັ້ນພຣະເຈົ້າຜູ້ຊົງມີຮູບ ກາຍແລະຊົງດໍາລົງພຣະຊົນໄດ້ດ້ວຍພຣະອົງເອງ ຊົງລະບາຍລົມຫາຍໃຈແຫ່ງຊີວິດເຂົ້າ ສູ່ຮ່າງນັ້ນມະນຸດຈຶ່ງເປັນຜູ້ມີຊີວິດ ແລະມີສະຕິປັນຍາຄວາມນຶກຄິດອະໄວຍະວະທຸກ ສ່ວນຂອງຮ່າງກາຍມະນຸດຈຶ່ງໄດ້ເລີ່ມເຮັດວຽກ ຫົວໃຈເສັ້ນເລືອດແດງເສັ້ນເລືອດດໍາ ລິ້ນມືຕີນປະສາດສໍາຜັດ ແລະສ່ວນປະກອບຕ່າງໆຂອງສະໝອງເລີ່ມເຮັດວຽກຂອງມັນ ແລະທຸກໆສ່ວນໄດ້ຢູ່ພາຍໃຕ້ລະບົບລະບຽບທີ່ພຣະອົງຊົງວາງໄວ້ມະນຸດຈຶ່ງເປັນຜູ້ມີຊີ ວິດພຣະເຈົ້າຜູ້ຊົງມີຮູບກາຍໄດ້ຊົງສ້າງມະນຸດຂຶ້ນໂດຍທາງພຣະຄຣິດ ຜູ້ຊົງເປັນພຣະວາ ທະແລະຊົງໂປດໃຫ້ມະນຸດມີສະຕິປັນຍາແລະພະລະກໍາລັງ {MH 415.1} ມແ 423.4

ການກໍ່ເປັນຮ່າງກາຍຂອງເຮົາເຖິງຈະເກີດແລະພັດທະນາຂຶ້ນໃນທີ່ລັບກໍບໍ່ອາດ ປິດຊ່ອນຈາກພຣະອົງໄດ້ພຣະອົງຊົງທອດພະເນດເຫັນເຖິງສ່ວນປະກອບຕ່າງໆຂອງ ເຮົາໝົດຕັ້ງແຕ່ຍັງບໍ່ສົມບູນແລະໃນໜັງສືຂອງພຣະອົງອະໄວຍະວະທຸກສ່ວນຂອງເຮົາກໍ ໄດ້ຮັບການບັນທຶກໄວ້ຮຽບຮ້ອຍແລ້ວ ກ່ອນທີ່ອະໄວຍະວະເຫຼົ່ານັ້ນຈະຈະເລີນເປັນຮູບ ຮ່າງເສຍອີກ {MH 415.2} ມແ 424.1

ເໜືອສັບພະສິ່ງທີ່ຕໍ່າກວ່າທີ່ພຣະອົງໄດ້ຊົງສ້າງ ພຣະເຈົ້າຊົງກໍານົດໃຫ້ມະນຸດເປັນ ຜົນງານຊິ້ນເອກຂອງພຣະອົງ ຜູ້ຊຶ່ງສາມາດສະແດງເຖິງນໍ້າພຣະໄທແລະສໍາແດງເຖິງສະ ຫງ່າລາສີຂອງພຣະອົງດ້ວຍເຫດນີ້ ມະນຸດຈຶ່ງບໍ່ຄວນທີ່ຈະຍົກຍ້ອງສັນລະເສີນຕົນເອງ ໃຫ້ເປັນຄືດັ່ງພຣະເຈົ້າ ມແ 424.2

“…ຈົ່ງເປັ່ງສຽງຊື່ນບານຖະຫວາຍແດ່ພຣະເຈົ້າ
ຈົ່ງປົນນິບັດພຣະເຈົ້າດ້ວຍຄວາມຍິນດີ
ຈົ່ງເຂົ້າມາເຝົ້າພຣະອົງດ້ວຍການຮ້ອງເພງ
ຈົ່ງຮູ້ເຖີດວ່າພຣະເຢໂຮວາຊົງເປັນພຣະເຈົ້າ
ຄືພຣະອົງເອງທີ່ຊົງສ້າງເຮົາທັງຫຼາຍແລະເຮົາກໍເປັນຂອງພຣະອົງ
ເຮົາເປັນປະຊາກອນຂອງພຣະອົງ ເປັນແກະແຫ່ງທົ່ງຫຍ້າຂອງພຣະອົງ
ຈົ່ງເຂົ້າປະຕູຂອງພຣະອົງດ້ວຍການໂມທະນາ
ແລະເຂົ້າບໍລິເວນພຣະນິເວດຂອງພຣະອົງດ້ວຍການສັນລະເສີນ
ຈົ່ງຖະຫວາຍໂມທະນາຂອງພຣະຄຸນພຣະອົງ
ຈົ່ງຖະຫວາຍສາທຸການແດ່ພຣະນາມຂອງພຣະອົງ
“ຈົ່ງຍໍພຣະກຽດພຣະເຈົ້າຂອງເຮົາ
ແລະນະມັດສະການທີ່ພູເຂົາສັກສິດຂອງພຣະອົງ
ເພາະພຣະເຈົ້າຂອງເຮົາບໍລິສຸດ” ມແ 424.3

ເພງສັນລະເສີນ 100:1-4,99:9 {MH 415.3}

ພຣະເຈົ້າຊົງຮັກສາສັບພຣະສິ່ງທີ່ພຣະອົງຊົງສ້າງຂຶ້ນແລະຊົງໃຊ້ສັບພະສິ່ງເຫຼົ່ານັ້ນ ໃຫ້ເປັນຜູ້ຮັບໃຊ້ຂອງພຣະອົງຢູ່ຢ່າງເນື່ອງນິດພຣະອົງຊົງປະກອບກິດໂດຍອາໃສແຫ່ງ ທໍາມະຊາດຊົງໃຊ້ສິ່ງເຫຼົ່ານັ້ນເປັນເຄື່ອງມືຂອງພຣະອົງມັນບໍ່ໄດ້ເຮັດວຽກດ້ວຍຕົວຂອງ ມັນເອງການເຮັດວຽກຂອງທໍາມະຊາດເປັນພະຍານທີ່ພິສູດໃຫ້ເຫັນເຖິງພຣະປັນຍາທີ່ ສະຖິດຢູ່ແລະເປັນຕົວແທນທີ່ເຄື່ອນໄຫວໄດ້ຂອງພຣະອົງທີ່ຄວບຄຸມສາລະພັດສິ່ງໃຫ້ ເປັນໄປຕາມພຣະໄທຂອງພຣະອົງ ມແ 425.1

“ຊ້າແຕ່ພຣະເຈົ້າພຣະວັດຈະນະຂອງພຣະອົງ
ປັກແໜ້ນຢູ່ໃນສະຫວັນເປັນນິດ
ຄວາມຊື່ຕົງຂອງພຣະອົງຊົງດໍາລົງຢູ່ທຸກຊົ່ວຊາດພັນ
ພຣະອົງຊົງສະຖາປະນາແຜ່ນດິນໂລກແລະມັນກໍຕັ້ງຢູ່
ໂດຍກົດຂອງພຣະອົງສິ່ງເຫຼົ່ານີ້ຕັ້ງໝັ້ນຢູ່ທຸກວັນນີ້
ເພາະຂອງທຸກສິ່ງເປັນຜູ້ຮັບໃຊ້ຂອງພຣະອົງ”
“ພຣະເຈົ້າພໍພຣະໄທສິ່ງໃດພຣະອົງກໍຊົງກະທໍາ
ໃນຟ້າສະຫວັນແລະເທິງແຜ່ນດິນໂລກໃນທະເລແລະທີ່ນໍ້າເລິກທັງສິ້ນ”
“ພຣະອົງຊົງບັນຊາສິ່ງເຫຼົ່ານັ້ນກໍຖືກເນລະມິດຂຶ້ນມາ
ແລະພຣະອົງຊົງສະຖາປະນາມັນໄວ້ເປັນນິດຈະການ
ພຣະອົງຊົງວາງຂໍ້ກໍານົດໄວ້ເພື່ອບໍ່ໃຫ້ສິ່ງໃດສູນໄປ” ມແ 425.2

ເພງສັນລະເສີນ:119:89-91; 135:6; 148:5,6 {MH 416.1}

ບໍ່ແມ່ນຍ້ອນພະລັງອໍານາດທີ່ສືບທອດກັນມາທີ່ເຮັດໃຫ້ໂລກບັງເກີດພືດຜົນຢ່າງ ອຸດົມສົມບູນໃນປີແລ້ວປີເລົ່າ ແລະສາມາດທີ່ຈະເຮັດໃຫ້ໂລກໂຄຈອນໄປອ້ອມດວງອາ ທິດໄດ້ພຣະຫັດຂອງພຣະເຈົ້ຜູ້ຊົງລິດທານຸພາຍຕະຫຼອດຖາວອນການ ຊົງເປັນຜູ້ທີ່ຄໍ້າ ຈຸນພິພົບໂລກນີ້ໄວ້ໂດຍອາໃສລິດອໍານາດຂອງພຣະເຈົ້າ ໂລກນີ້ຈຶ່ງໄດ້ໂຄຈອນໄປຕາມ ເສັ້ນທາງຂອງມັນ ພຣະເຈົ້າຊົງໂປດໃຫ້ດວງອາທິດປະກົດຂຶ້ນຈາກຂອບຟ້າ ພຣະອົງຊົງ ເປີດບັນຊອນແຫ່ງຟ້າສະຫວັນແລະໂປດໃຫ້ມີຝົນຕົກໂປຍປາຍລົງມາ ມແ 425.3

“ພຣະອົງປະທານຫິມະຢ່າງປຸຍຂົນແກະ
ຊົງຫວ່ານນໍ້າຄ້າງແຂງຂາວຢ່າງຂີ້ເຖົ່າ” “ເມື່ອພຣະອົງຊົງເປ່ງພຣະສຸລະສຽງກໍມີສຽງນໍ້າດັງຄຶກຄະນອງໃນທ້ອງຟ້າ
ແລະຊົງເຮັດໃຫ້ເມກໝອກລອຍຂຶ້ນຈາກທີ່ສຸດຂອງແຜ່ນດິນໂລກ
ຊົງເຮັດໃຫ້ມີຟ້າແມບເຫຼື້ອມໃນທ້າມກາງສາຍຝົນ
ແລະຊົງນໍາລົມໃຫ້ພັດມາຈາກຄັງຂອງພຣະອົງ” ມແ 425.4

ເພງສັນລະເສີນ 147:16; ເຢເຣມີຢາ 10:13. {MH 416.2}

ໂດຍອາໃສລິດທານຸພາບຂອງພຣະເຈົ້າ ພືດພັນຈຶ່ງໄດ້ຈະເລີນງອກງາມໃນໄມ້ແຕ່ ລະໃບ ດອກໄມ້ແຕ່ລະດອກ ແລະໝາກໄມ້ແຕ່ລະໝາກໄດ້ເລີ່ມງອກແລະແຕກອອກມາ ແລະຜະລິດດອກອອກຜົນເຕີບໃຫຍ່ຂຶ້ນ {MH 416.1} ມແ 426.1

ເຮົາບໍ່ອາດທີ່ຈະເຂົ້າໃຈເຖິງກົນໄກການເຮັດວຽກຂອງຮ່າງກາຍມະນຸດໄດ້ຢ່າງ ແຈ່ມແຈ້ງເປັນກົນໄກແສນລີ້ລັບ ທີ່ແມ່ນແຕ່ຜູ້ທີ່ມີສະຕິປັນຍາອັດສະລິຍະພາບກໍຕ້ອງ ຕົກຕະລຶງ ທັງນີ້ມັນບໍ່ແມ່ນຜົນທີ່ເກີດຈາກກົນໄກການເຮັດວຽກຂອງຮ່າງກາຍທີ່ເມື່ອ ເລີ້ມຕົ້ນກໍຈະເຮັດວຽກຕໍ່ໄປໂດຍເຮັດໃຫ້ຊີພະຈອນເຕັ້ນ ແລະມີການຫາຍໃຈຕໍ່ໄປ ເລື້ອຍໆແຕ່ເຮົາມີຊີວິດຢູ່ໃນພຣະເຈົ້າ ແລະເຄື່ອນໄຫວການໄປມາໃນພຣະອົງ ຫົວໃຈ ແລະຊີພະຈອນທີ່ເຕັ້ນເປັນຈັງຫວະປະສາດທຸກເສັ້ນ ແລະກ້າມເນື້ອທຸກມັດໃນຮ່າງ ກາຍຈຶ່ງປະຕິບັດງານຢ່າງເປັນລະບົບລະບຽບດ້ວຍລິດທານຸພາບຂອງພຣະເຈົ້າທີ່ສະຖິດຢູ່ {MH 417.1} ມແ 426.2

ພຣະຄໍາພີໄດ້ສະແດງໃຫ້ເຮົາເຫັນວ່າ ພຣະເຈົ້າປະທັບຢູ່ໃນສະຫວັນສະຖານອັນ ສູງສົ່ງແລະບໍລິສຸດພຣະອົງບໍ່ໄດ້ຊົງນິ້ງເສີຍໂດຍທີ່ບໍ່ໄດ້ປະກອບກິດໃດໆ ພຣະອົງບໍ່ໄດ້ ປະທັບຢູ່ຢ່າງໂດດດ່ຽວແລະງຽບງັນແຕ່ມີເຫຼົ່າທູດສະຫວັນນັບເປັນແສນເປັນໂກດທີ່ໄດ້ ຫ້ອມລ້ອມພຣະອົງແລະຄອຍຮັບຄໍາສັ່ງເພື່ອທີ່ປະຕິບັດຕາມພຣະໄທຂອງພຣະອົງພຣະ ອົງຊົງຕິດຕໍ່ສົນທະນາກັບທຸກໆຄົນໃນທົ່ວລາຊະອານາຈັກ ໂດຍອາໃສບັນດາທູດສະ ຫວັນພຣະວິນຍານຂອງພຣະອົງສະຖິດຢູ່ໃນທຸກຫົນທຸກແຫ່ງ ພຣະເຈົ້າຊົງຊ່ວຍເຫຼືອ ເຫຼົ່າບຸດຂອງມະນຸດໂດຍພຣະວິນຍານຂອງພຣະອົງແລະເຫຼົ່າທູດສະຫວັນຜູ້ຄອຍປະຕິ ບັດຮັບໃຊ້ {MH 417.2} ມແ 426.3

ພຣະອົງປະທັບຢູ່ເທິງບັນລັງເໜືອແຜ່ນດິນໂລກທີ່ວຸ້ນວາຍສັບສົນ ສິ່ງສາລະພັດ ທັງປວງຈຶ່ງໄດ້ເປີດກາງອອກໃຫ້ ພຣະອົງຊົງສໍາຫຼວດແລະກວດສອບໄດ້ແລະຈາກນິລັນ ການແຫ່ງສັນຕິສຸກອັນຍາວນານ ພຣະອົງໄດ້ຊົງບັນຊາໃນສິ່ງທີ່ພຣະອົງຊົງເຫັນວ່າເໝາະ ສົມທີ່ສຸດຕາມພຣະປະສົງຂອງພຣະອົງ ມແ 426.4

“ທາງຂອງມະນຸດບໍ່ຢູ່ທີ່ໂຕເຂົາ
ຄືບໍ່ຢູ່ທີ່ມະນຸດຜູ້ຊຶ່ງດໍາເນີນໄປທີ່ຈະນໍາຝີກ້າວຂອງຕົນເອງ”
“ຈົ່ງວາງໃຈໃນພຣະເຈົ້າດ້ວຍສຸດໃຈຂອງເຈົ້າ…
ຈົ່ງຍອມຮັບຮູ້ພຣະອົງໃນທຸກທາງຂອງພຣະເຈົ້າ
ແລະພຣະອົງຈະຊົງເຮັດໃຫ້ວິຖີຂອງເຈົ້າລາບລື້ນ”
“ພຣະເນດຂອງພຣະເຈົ້າຢູ່ເໜືອຜູ້ທີ່ຢໍາເກງພຣະອົງ
ເໜືອຜູ້ທີ່ຫວັງໃນຄວາມຮັກໝັ້ນຄົງຂອງພຣະອົງ
ເພື່ອພຣະອົງຈະຊົງຊ່ວຍກູ້ຈິດວິນຍານຂອງເຂົາຈາກມັດຈຸລາດ
ແລະໃຫ້ເຂົາດໍາລົງຊີວິດຢູ່ໄດ້ໃນເວລາກັນດານອາຫານ”
“ຂ້າແຕ່ພຣະເຈົ້າຄວາມຮັກໝັ້ນຄົງຂອງພຣະອົງນັ້ນປະເສີດເທົ່າໃດ
ລູກຫຼານຂອງມະນຸດເຂົ້າລີ້ໄພຢູ່ໃຕ້ຮົ່ມປີກຂອງພຣະອົງ”
“ຄົນຜູ້ທີ່ອຸປະຖໍາຂອງເຂົາຄືພຣະເຈົ້າຂອງຢາໂຄບກໍເປັນສຸກ
ຄືຜູ້ທີ່ຄວາມຫວັງຂອງເຂົາຢູ່ໃນພຣະເຈົ້ຂອງເຂົາ”
“ຂ້າແຕ່ພຣະເຈົ້າ ແຜ່ນດິນໂລກເຕັມດ້ວຍຄວາມຮັກໝັ້ນຄົງຂອງພຣະອົງ”
“ພຣະອົງຊົງຮັກຄວາມຊອບທໍາແລະຄວາມຍຸຕິທໍາ”
“ພຣະອົງຜູ້ຊົງເປັນຄວາມຫວັງຂອງທີ່ສິ້ນສຸດປາຍ
ທັງປວງຂອງແຜ່ນດິນໂລກ
ແລະຂອງທະເລທີ່ໄກພຸ້ນ
ພຣະອົງຜູ້ຊົງສະຖາປະນາພູເຂົາດ້ວຍພຣະກໍາລັງຂອງພຣະອົງ
ຊົງຄາດພຣະອົງໄວ້ດ້ວຍອານຸພາບ
ຜູ້ຊົງລະງັບສຽງອຶກຄະນຶງຂອງທະເລ
(ແລະ) ສຽງໂກລາຫົນຂອງຊາວປະເທດທັງຫຼາຍ”
“ພຣະອົງຊົງກະທໍາໃຫ້ອະລຸນໂນໄທແລະລາຕີການຊື່ນຊົມຍິນດີ”
ພຣະອົງປະທານຂອງດີຂອງພຣະອົງຕະຫຼອດປີ ຕາມມັກຄາຂອງພຣະອົງກໍເກື່ອນກາດດ້ວຍຄວາມອີ່ມໝີພີມັນ”
“ພຣະເຈົ້າຊົງຊູທຸກຄົນທີ່ກຳລັງລົ້ມລົງ
ແລະຊົງຍົກທຸກຄົນທີ່ໂນ້ມຕົວລົງໃຫ້ລຸກຂຶ້ນ
ໃນຕາທັງປວງຫຼຽວເບິ່ງພຣະອົງ
ແລະພຣະອົງປະທານອາຫານໃຫ້ຕາມເວລາ
ພຣະອົງຊົງຢື່ນພຣະຫັດຂອງພຣະອົງ
ພຣະອົງຊົງໃຫ້ສັດໂລກທຸກຢ່າງອີ່ມຕາມປາຖະໜາ” ມແ 427.1

ເຢເຣມີຢາ 10:23; ສຸພາສິດ 3:5,6;
ເພງສັນລະເສີນ 33: 18,19; 36: 7; 146: 5; 119: 64; 33: 5; 65: 5-7; 65: 8-11; 145: 14-16 {MH 417.3}