Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການຊົງສ້າງໂລກ

    ພຣະລາຊະກິດແຫ່ງການຊົງສ້າງນັ້ນບໍ່ສາມາດທີ່ຈະອະທິບາຍໃຫ້ເຂົ້າໃຈໄດ້ດ້ວຍ ວິທະຍາສາດ ມີວິທະຍາສາດຂະແໜງໃດທີ່ສາມາດອະທິບາຍໄດ້ເຖິງຄວາມລີ້ລັບແຫ່ງຊີ ວິດ {MH 414.1}ມແ 422.3

    “ໂດຍຄວາມເຊື່ອນີ້ເອງ ເຮົາຈຶ່ງເຂົ້າໃຈວ່າພຣະເຈົ້າໄດ້ຊົງສ້າງໂລກຈັກກະວານ ດ້ວຍພຣະດໍາລັດຂອງພຣະອົງດັ່ງນັ້ນ ສິ່ງທີ່ເບິ່ງເຫັນຈຶ່ງເປັນສິ່ງທີ່ເກີດຈາກສິ່ງທີ່ບໍ່ປະກົດ ໃຫ້ເຫັນ” ເຮັບເຣີ 11:3ມແ 423.1

    “ເຮົາປັ້ນຄວາມສະຫວ່າງແລະສ້າງຄວາມມືດ…
    ເຮົາຄືພຣະເຈົ້າໄດ້ສ້າງມັນ…
    ເຮົາສ້າງແຜ່ນດິນໂລກ
    ແລະເນລະມິດມະນຸດເທິງນັ້ນ
    ເຮົາເອງມືຂອງເຮົາຂຶງຟ້າສະຫວັນ
    ແລະເຮົາບັນຊາບໍລິວານທັງໝົດຂອງມັນ
    ເມື່ອເຮົາເອີ້ນຫາມັນມັນກໍອອກມາຢູ່ນໍາກັນ”
    ມແ 423.2

    ອິສະຢາຫ໌ 45:7-12;48:13 {MH 414.2}

    ໃນການຊົງສ້າງໂລກນັ້ນພຣະເຈົ້າບໍ່ໄດ້ອາໃສມວນສານທີ່ມີຢູ່ກ່ອນແລ້ວ “ເພາະ ພຣະອົງບອກ ມັນກໍເກີດຂຶ້ນມາພຣະອົງຊົງບັນຊາມັນກໍອອກມາ” ເພງສັນລະເສີນ 33:9 ສາລະພັດສິ່ງ ທັງທີ່ເປັນວັດຖຸຫຼືຈິດວິນຍານໄດ້ປະກົດຕໍ່ເບື້ອງພຣະພັກຂອງພະເຢໂຮວາ ອົງພຣະຜູ້ເປັນເຈົ້າເມື່ອພຣະສຸລະສຽງຂອງພຣະອົງໄດ້ດັ່ງຂຶ້ນແລະສິ່ງເຫຼົ່ານັ້ນໄດ້ຮັບ ການຊົງສ້າງຂຶ້ນຕາມພຣະປະສົງຂອງພຣະອົງຟ້າສະຫວັນ ແລະບໍລິເວນທັງໝົດທີ່ມີຢູ່ ແຜ່ນດິນໂລກແລະສິ່ງທັງປວງໄດ້ເກີດຂຶ້ນໂດຍລົມພຣະໂອດຂອງພຣະອົງ {MH 414.3}ມແ 423.3

    ໃນການສ້າງມະນຸດພຣະເຈົ້າຊົງສະແດງໃຫ້ເຮົາໄດ້ເຫັນວ່າພຣະອົງຊົງມີຮູບກາຍ ເມື່ອພຣະເຈົ້າໄດ້ຊົງສ້າງມະນຸດຕາມແບບພຣະສາຍຂອງພຣະອົງແລ້ວ ມະນຸດກໍມີຮູບ ຮ່າງທີ່ສົມບູນແບບໂດຍປະການທັງປວງແຕ່ຍັງບໍ່ມີຊີວິດ ຈາກນັ້ນພຣະເຈົ້າຜູ້ຊົງມີຮູບ ກາຍແລະຊົງດໍາລົງພຣະຊົນໄດ້ດ້ວຍພຣະອົງເອງ ຊົງລະບາຍລົມຫາຍໃຈແຫ່ງຊີວິດເຂົ້າ ສູ່ຮ່າງນັ້ນມະນຸດຈຶ່ງເປັນຜູ້ມີຊີວິດ ແລະມີສະຕິປັນຍາຄວາມນຶກຄິດອະໄວຍະວະທຸກ ສ່ວນຂອງຮ່າງກາຍມະນຸດຈຶ່ງໄດ້ເລີ່ມເຮັດວຽກ ຫົວໃຈເສັ້ນເລືອດແດງເສັ້ນເລືອດດໍາ ລິ້ນມືຕີນປະສາດສໍາຜັດ ແລະສ່ວນປະກອບຕ່າງໆຂອງສະໝອງເລີ່ມເຮັດວຽກຂອງມັນ ແລະທຸກໆສ່ວນໄດ້ຢູ່ພາຍໃຕ້ລະບົບລະບຽບທີ່ພຣະອົງຊົງວາງໄວ້ມະນຸດຈຶ່ງເປັນຜູ້ມີຊີ ວິດພຣະເຈົ້າຜູ້ຊົງມີຮູບກາຍໄດ້ຊົງສ້າງມະນຸດຂຶ້ນໂດຍທາງພຣະຄຣິດ ຜູ້ຊົງເປັນພຣະວາ ທະແລະຊົງໂປດໃຫ້ມະນຸດມີສະຕິປັນຍາແລະພະລະກໍາລັງ {MH 415.1}ມແ 423.4

    ການກໍ່ເປັນຮ່າງກາຍຂອງເຮົາເຖິງຈະເກີດແລະພັດທະນາຂຶ້ນໃນທີ່ລັບກໍບໍ່ອາດ ປິດຊ່ອນຈາກພຣະອົງໄດ້ພຣະອົງຊົງທອດພະເນດເຫັນເຖິງສ່ວນປະກອບຕ່າງໆຂອງ ເຮົາໝົດຕັ້ງແຕ່ຍັງບໍ່ສົມບູນແລະໃນໜັງສືຂອງພຣະອົງອະໄວຍະວະທຸກສ່ວນຂອງເຮົາກໍ ໄດ້ຮັບການບັນທຶກໄວ້ຮຽບຮ້ອຍແລ້ວ ກ່ອນທີ່ອະໄວຍະວະເຫຼົ່ານັ້ນຈະຈະເລີນເປັນຮູບ ຮ່າງເສຍອີກ {MH 415.2}ມແ 424.1

    ເໜືອສັບພະສິ່ງທີ່ຕໍ່າກວ່າທີ່ພຣະອົງໄດ້ຊົງສ້າງ ພຣະເຈົ້າຊົງກໍານົດໃຫ້ມະນຸດເປັນ ຜົນງານຊິ້ນເອກຂອງພຣະອົງ ຜູ້ຊຶ່ງສາມາດສະແດງເຖິງນໍ້າພຣະໄທແລະສໍາແດງເຖິງສະ ຫງ່າລາສີຂອງພຣະອົງດ້ວຍເຫດນີ້ ມະນຸດຈຶ່ງບໍ່ຄວນທີ່ຈະຍົກຍ້ອງສັນລະເສີນຕົນເອງ ໃຫ້ເປັນຄືດັ່ງພຣະເຈົ້າມແ 424.2

    “…ຈົ່ງເປັ່ງສຽງຊື່ນບານຖະຫວາຍແດ່ພຣະເຈົ້າ
    ຈົ່ງປົນນິບັດພຣະເຈົ້າດ້ວຍຄວາມຍິນດີ
    ຈົ່ງເຂົ້າມາເຝົ້າພຣະອົງດ້ວຍການຮ້ອງເພງ
    ຈົ່ງຮູ້ເຖີດວ່າພຣະເຢໂຮວາຊົງເປັນພຣະເຈົ້າ
    ຄືພຣະອົງເອງທີ່ຊົງສ້າງເຮົາທັງຫຼາຍແລະເຮົາກໍເປັນຂອງພຣະອົງ
    ເຮົາເປັນປະຊາກອນຂອງພຣະອົງ ເປັນແກະແຫ່ງທົ່ງຫຍ້າຂອງພຣະອົງ
    ຈົ່ງເຂົ້າປະຕູຂອງພຣະອົງດ້ວຍການໂມທະນາ
    ແລະເຂົ້າບໍລິເວນພຣະນິເວດຂອງພຣະອົງດ້ວຍການສັນລະເສີນ
    ຈົ່ງຖະຫວາຍໂມທະນາຂອງພຣະຄຸນພຣະອົງ
    ຈົ່ງຖະຫວາຍສາທຸການແດ່ພຣະນາມຂອງພຣະອົງ
    “ຈົ່ງຍໍພຣະກຽດພຣະເຈົ້າຂອງເຮົາ
    ແລະນະມັດສະການທີ່ພູເຂົາສັກສິດຂອງພຣະອົງ
    ເພາະພຣະເຈົ້າຂອງເຮົາບໍລິສຸດ”
    ມແ 424.3

    ເພງສັນລະເສີນ 100:1-4,99:9 {MH 415.3}

    ພຣະເຈົ້າຊົງຮັກສາສັບພຣະສິ່ງທີ່ພຣະອົງຊົງສ້າງຂຶ້ນແລະຊົງໃຊ້ສັບພະສິ່ງເຫຼົ່ານັ້ນ ໃຫ້ເປັນຜູ້ຮັບໃຊ້ຂອງພຣະອົງຢູ່ຢ່າງເນື່ອງນິດພຣະອົງຊົງປະກອບກິດໂດຍອາໃສແຫ່ງ ທໍາມະຊາດຊົງໃຊ້ສິ່ງເຫຼົ່ານັ້ນເປັນເຄື່ອງມືຂອງພຣະອົງມັນບໍ່ໄດ້ເຮັດວຽກດ້ວຍຕົວຂອງ ມັນເອງການເຮັດວຽກຂອງທໍາມະຊາດເປັນພະຍານທີ່ພິສູດໃຫ້ເຫັນເຖິງພຣະປັນຍາທີ່ ສະຖິດຢູ່ແລະເປັນຕົວແທນທີ່ເຄື່ອນໄຫວໄດ້ຂອງພຣະອົງທີ່ຄວບຄຸມສາລະພັດສິ່ງໃຫ້ ເປັນໄປຕາມພຣະໄທຂອງພຣະອົງມແ 425.1

    “ຊ້າແຕ່ພຣະເຈົ້າພຣະວັດຈະນະຂອງພຣະອົງ
    ປັກແໜ້ນຢູ່ໃນສະຫວັນເປັນນິດ
    ຄວາມຊື່ຕົງຂອງພຣະອົງຊົງດໍາລົງຢູ່ທຸກຊົ່ວຊາດພັນ
    ພຣະອົງຊົງສະຖາປະນາແຜ່ນດິນໂລກແລະມັນກໍຕັ້ງຢູ່
    ໂດຍກົດຂອງພຣະອົງສິ່ງເຫຼົ່ານີ້ຕັ້ງໝັ້ນຢູ່ທຸກວັນນີ້
    ເພາະຂອງທຸກສິ່ງເປັນຜູ້ຮັບໃຊ້ຂອງພຣະອົງ”
    “ພຣະເຈົ້າພໍພຣະໄທສິ່ງໃດພຣະອົງກໍຊົງກະທໍາ
    ໃນຟ້າສະຫວັນແລະເທິງແຜ່ນດິນໂລກໃນທະເລແລະທີ່ນໍ້າເລິກທັງສິ້ນ”
    “ພຣະອົງຊົງບັນຊາສິ່ງເຫຼົ່ານັ້ນກໍຖືກເນລະມິດຂຶ້ນມາ
    ແລະພຣະອົງຊົງສະຖາປະນາມັນໄວ້ເປັນນິດຈະການ
    ພຣະອົງຊົງວາງຂໍ້ກໍານົດໄວ້ເພື່ອບໍ່ໃຫ້ສິ່ງໃດສູນໄປ”
    ມແ 425.2

    ເພງສັນລະເສີນ:119:89-91; 135:6; 148:5,6 {MH 416.1}

    ບໍ່ແມ່ນຍ້ອນພະລັງອໍານາດທີ່ສືບທອດກັນມາທີ່ເຮັດໃຫ້ໂລກບັງເກີດພືດຜົນຢ່າງ ອຸດົມສົມບູນໃນປີແລ້ວປີເລົ່າ ແລະສາມາດທີ່ຈະເຮັດໃຫ້ໂລກໂຄຈອນໄປອ້ອມດວງອາ ທິດໄດ້ພຣະຫັດຂອງພຣະເຈົ້ຜູ້ຊົງລິດທານຸພາຍຕະຫຼອດຖາວອນການ ຊົງເປັນຜູ້ທີ່ຄໍ້າ ຈຸນພິພົບໂລກນີ້ໄວ້ໂດຍອາໃສລິດອໍານາດຂອງພຣະເຈົ້າ ໂລກນີ້ຈຶ່ງໄດ້ໂຄຈອນໄປຕາມ ເສັ້ນທາງຂອງມັນ ພຣະເຈົ້າຊົງໂປດໃຫ້ດວງອາທິດປະກົດຂຶ້ນຈາກຂອບຟ້າ ພຣະອົງຊົງ ເປີດບັນຊອນແຫ່ງຟ້າສະຫວັນແລະໂປດໃຫ້ມີຝົນຕົກໂປຍປາຍລົງມາມແ 425.3

    “ພຣະອົງປະທານຫິມະຢ່າງປຸຍຂົນແກະ
    ຊົງຫວ່ານນໍ້າຄ້າງແຂງຂາວຢ່າງຂີ້ເຖົ່າ” “ເມື່ອພຣະອົງຊົງເປ່ງພຣະສຸລະສຽງກໍມີສຽງນໍ້າດັງຄຶກຄະນອງໃນທ້ອງຟ້າ
    ແລະຊົງເຮັດໃຫ້ເມກໝອກລອຍຂຶ້ນຈາກທີ່ສຸດຂອງແຜ່ນດິນໂລກ
    ຊົງເຮັດໃຫ້ມີຟ້າແມບເຫຼື້ອມໃນທ້າມກາງສາຍຝົນ
    ແລະຊົງນໍາລົມໃຫ້ພັດມາຈາກຄັງຂອງພຣະອົງ”
    ມແ 425.4

    ເພງສັນລະເສີນ 147:16; ເຢເຣມີຢາ 10:13. {MH 416.2}

    ໂດຍອາໃສລິດທານຸພາບຂອງພຣະເຈົ້າ ພືດພັນຈຶ່ງໄດ້ຈະເລີນງອກງາມໃນໄມ້ແຕ່ ລະໃບ ດອກໄມ້ແຕ່ລະດອກ ແລະໝາກໄມ້ແຕ່ລະໝາກໄດ້ເລີ່ມງອກແລະແຕກອອກມາ ແລະຜະລິດດອກອອກຜົນເຕີບໃຫຍ່ຂຶ້ນ {MH 416.1}ມແ 426.1

    ເຮົາບໍ່ອາດທີ່ຈະເຂົ້າໃຈເຖິງກົນໄກການເຮັດວຽກຂອງຮ່າງກາຍມະນຸດໄດ້ຢ່າງ ແຈ່ມແຈ້ງເປັນກົນໄກແສນລີ້ລັບ ທີ່ແມ່ນແຕ່ຜູ້ທີ່ມີສະຕິປັນຍາອັດສະລິຍະພາບກໍຕ້ອງ ຕົກຕະລຶງ ທັງນີ້ມັນບໍ່ແມ່ນຜົນທີ່ເກີດຈາກກົນໄກການເຮັດວຽກຂອງຮ່າງກາຍທີ່ເມື່ອ ເລີ້ມຕົ້ນກໍຈະເຮັດວຽກຕໍ່ໄປໂດຍເຮັດໃຫ້ຊີພະຈອນເຕັ້ນ ແລະມີການຫາຍໃຈຕໍ່ໄປ ເລື້ອຍໆແຕ່ເຮົາມີຊີວິດຢູ່ໃນພຣະເຈົ້າ ແລະເຄື່ອນໄຫວການໄປມາໃນພຣະອົງ ຫົວໃຈ ແລະຊີພະຈອນທີ່ເຕັ້ນເປັນຈັງຫວະປະສາດທຸກເສັ້ນ ແລະກ້າມເນື້ອທຸກມັດໃນຮ່າງ ກາຍຈຶ່ງປະຕິບັດງານຢ່າງເປັນລະບົບລະບຽບດ້ວຍລິດທານຸພາບຂອງພຣະເຈົ້າທີ່ສະຖິດຢູ່ {MH 417.1}ມແ 426.2

    ພຣະຄໍາພີໄດ້ສະແດງໃຫ້ເຮົາເຫັນວ່າ ພຣະເຈົ້າປະທັບຢູ່ໃນສະຫວັນສະຖານອັນ ສູງສົ່ງແລະບໍລິສຸດພຣະອົງບໍ່ໄດ້ຊົງນິ້ງເສີຍໂດຍທີ່ບໍ່ໄດ້ປະກອບກິດໃດໆ ພຣະອົງບໍ່ໄດ້ ປະທັບຢູ່ຢ່າງໂດດດ່ຽວແລະງຽບງັນແຕ່ມີເຫຼົ່າທູດສະຫວັນນັບເປັນແສນເປັນໂກດທີ່ໄດ້ ຫ້ອມລ້ອມພຣະອົງແລະຄອຍຮັບຄໍາສັ່ງເພື່ອທີ່ປະຕິບັດຕາມພຣະໄທຂອງພຣະອົງພຣະ ອົງຊົງຕິດຕໍ່ສົນທະນາກັບທຸກໆຄົນໃນທົ່ວລາຊະອານາຈັກ ໂດຍອາໃສບັນດາທູດສະ ຫວັນພຣະວິນຍານຂອງພຣະອົງສະຖິດຢູ່ໃນທຸກຫົນທຸກແຫ່ງ ພຣະເຈົ້າຊົງຊ່ວຍເຫຼືອ ເຫຼົ່າບຸດຂອງມະນຸດໂດຍພຣະວິນຍານຂອງພຣະອົງແລະເຫຼົ່າທູດສະຫວັນຜູ້ຄອຍປະຕິ ບັດຮັບໃຊ້ {MH 417.2}ມແ 426.3

    ພຣະອົງປະທັບຢູ່ເທິງບັນລັງເໜືອແຜ່ນດິນໂລກທີ່ວຸ້ນວາຍສັບສົນ ສິ່ງສາລະພັດ ທັງປວງຈຶ່ງໄດ້ເປີດກາງອອກໃຫ້ ພຣະອົງຊົງສໍາຫຼວດແລະກວດສອບໄດ້ແລະຈາກນິລັນ ການແຫ່ງສັນຕິສຸກອັນຍາວນານ ພຣະອົງໄດ້ຊົງບັນຊາໃນສິ່ງທີ່ພຣະອົງຊົງເຫັນວ່າເໝາະ ສົມທີ່ສຸດຕາມພຣະປະສົງຂອງພຣະອົງມແ 426.4

    “ທາງຂອງມະນຸດບໍ່ຢູ່ທີ່ໂຕເຂົາ
    ຄືບໍ່ຢູ່ທີ່ມະນຸດຜູ້ຊຶ່ງດໍາເນີນໄປທີ່ຈະນໍາຝີກ້າວຂອງຕົນເອງ”
    “ຈົ່ງວາງໃຈໃນພຣະເຈົ້າດ້ວຍສຸດໃຈຂອງເຈົ້າ…
    ຈົ່ງຍອມຮັບຮູ້ພຣະອົງໃນທຸກທາງຂອງພຣະເຈົ້າ
    ແລະພຣະອົງຈະຊົງເຮັດໃຫ້ວິຖີຂອງເຈົ້າລາບລື້ນ”
    “ພຣະເນດຂອງພຣະເຈົ້າຢູ່ເໜືອຜູ້ທີ່ຢໍາເກງພຣະອົງ
    ເໜືອຜູ້ທີ່ຫວັງໃນຄວາມຮັກໝັ້ນຄົງຂອງພຣະອົງ
    ເພື່ອພຣະອົງຈະຊົງຊ່ວຍກູ້ຈິດວິນຍານຂອງເຂົາຈາກມັດຈຸລາດ
    ແລະໃຫ້ເຂົາດໍາລົງຊີວິດຢູ່ໄດ້ໃນເວລາກັນດານອາຫານ”
    “ຂ້າແຕ່ພຣະເຈົ້າຄວາມຮັກໝັ້ນຄົງຂອງພຣະອົງນັ້ນປະເສີດເທົ່າໃດ
    ລູກຫຼານຂອງມະນຸດເຂົ້າລີ້ໄພຢູ່ໃຕ້ຮົ່ມປີກຂອງພຣະອົງ”
    “ຄົນຜູ້ທີ່ອຸປະຖໍາຂອງເຂົາຄືພຣະເຈົ້າຂອງຢາໂຄບກໍເປັນສຸກ
    ຄືຜູ້ທີ່ຄວາມຫວັງຂອງເຂົາຢູ່ໃນພຣະເຈົ້ຂອງເຂົາ”
    “ຂ້າແຕ່ພຣະເຈົ້າ ແຜ່ນດິນໂລກເຕັມດ້ວຍຄວາມຮັກໝັ້ນຄົງຂອງພຣະອົງ”
    “ພຣະອົງຊົງຮັກຄວາມຊອບທໍາແລະຄວາມຍຸຕິທໍາ”
    “ພຣະອົງຜູ້ຊົງເປັນຄວາມຫວັງຂອງທີ່ສິ້ນສຸດປາຍ
    ທັງປວງຂອງແຜ່ນດິນໂລກ
    ແລະຂອງທະເລທີ່ໄກພຸ້ນ
    ພຣະອົງຜູ້ຊົງສະຖາປະນາພູເຂົາດ້ວຍພຣະກໍາລັງຂອງພຣະອົງ
    ຊົງຄາດພຣະອົງໄວ້ດ້ວຍອານຸພາບ
    ຜູ້ຊົງລະງັບສຽງອຶກຄະນຶງຂອງທະເລ
    (ແລະ) ສຽງໂກລາຫົນຂອງຊາວປະເທດທັງຫຼາຍ”
    “ພຣະອົງຊົງກະທໍາໃຫ້ອະລຸນໂນໄທແລະລາຕີການຊື່ນຊົມຍິນດີ”
    ພຣະອົງປະທານຂອງດີຂອງພຣະອົງຕະຫຼອດປີ ຕາມມັກຄາຂອງພຣະອົງກໍເກື່ອນກາດດ້ວຍຄວາມອີ່ມໝີພີມັນ”
    “ພຣະເຈົ້າຊົງຊູທຸກຄົນທີ່ກຳລັງລົ້ມລົງ
    ແລະຊົງຍົກທຸກຄົນທີ່ໂນ້ມຕົວລົງໃຫ້ລຸກຂຶ້ນ
    ໃນຕາທັງປວງຫຼຽວເບິ່ງພຣະອົງ
    ແລະພຣະອົງປະທານອາຫານໃຫ້ຕາມເວລາ
    ພຣະອົງຊົງຢື່ນພຣະຫັດຂອງພຣະອົງ
    ພຣະອົງຊົງໃຫ້ສັດໂລກທຸກຢ່າງອີ່ມຕາມປາຖະໜາ”
    ມແ 427.1

    ເຢເຣມີຢາ 10:23; ສຸພາສິດ 3:5,6;
    ເພງສັນລະເສີນ 33: 18,19; 36: 7; 146: 5; 119: 64; 33: 5; 65: 5-7; 65: 8-11; 145: 14-16 {MH 417.3}