Go to full page →

ພຣະລັກສະນະຂອງພຣະເຈົ້າປາກົດໃນພຣະຄຣິດ ມແ 428

ໃນສະພາບທີ່ເປັນຮູບກາຍພຣະເຈົ້າຊົງສຳແດງພຣະອົງເອງໃຫ້ປະກົດໃນພຣະບຸດ ຂອງພຣະອົງບຸກຄະລິກທີ່ສ່ອງສະທ້ອນສະຫງ່າລາສີຂອງພຣະບິດາ “ແລະຊົງມີສະພາ ວະເປັນພິມດຽວກັນກັບພຣະອົງ” ພຣະເຢຊູຊົງສະເດັດມາຍັງໂລກໃນຖານະພຣະຜູ້ ຊ່ວຍໃຫ້ລອດທີ່ເປັນມະນຸດໃນຖານະທີ່ພຣະອົງຊົງເປັນພຣະຜູ້ຊ່ວຍໃຫ້ລອດທີ່ເປັນພຣະ ເຈົ້າພຣະອົງຊົງສະເດັດຂຶ້ນສູ່ສະຫວັນເບື້ອງເທິງພຣະອົງຊົງທູນຂໍຕໍ່ພຣະບິດານະບັນລັງຂອງ ພຣະເຈົ້າເທິງສະຫວັນເພື່ອເຮົາທັງຫຼາຍແລະພຣະອົງຊົງມີລັກສະນະ “ຄືກັບບຸດມະນຸດ” ຮີບຣູ 1:3; ພຣະນິມິດ 1:13 {MH 418.1} ມແ 428.1

ພຣະຄຣິດຊົງເປັນແສງສະຫວ່າງຂອງໂລກ ພຣະອົງຊົງກຳບັງສະໝີພາບອັນ ງາມສະຫງ່າຕະການຕາຂອງພຣະເຈົ້າຜູ້ຊົງລິດທານຸພາບໄວ້ ແລະສະເດັດມາບັງເກີດເປັນ ມະນຸດທ່າມກາງເຮົາທັງຫຼາຍເພື່ອນມະນຸດເຮົາຈັກໄດ້ຄຸ້ນເຄີຍກັບພຣະຜູ້ສ້າງ ໂດຍ ທີ່ບໍ່ຕ້ອງຖືກທຳລາຍໄປເສຍຈາກລັດສະໝີພາບເຈີດຈ້າຂອງພຣະເຈົ້າ ຕັ້ງແຕ່ບາບໄດ້ ເຮັດໃຫ້ມະນຸດຕ້ອງແຍກໄປຈາກພຣະເຈົ້າສ້າງຂອງເຂົາ ບໍ່ມີມະນຸດຄົນໃດອີກເລີຍທີ່ ໄດ້ ເຫັນພຣະເຈົ້າ ນອກຈາກທີ່ພຣະອົງໄດ້ສົງສຳແດງພຣະອົງເອງໃຫ້ປະກົດໂດຍທາງພຣະ ຄຣິດ {MH 419.1} ມແ 428.2

“ເຮົາກັບພຣະບິດາອັນເປັນໜຶ່ງດຽວກັນ” “ບໍ່ມີໃຜຮູ້ຈັກພຣະບຸດນອກຈາກ ພຣະບິດາແລະບໍ່ມີໃຜຮູ້ຈັກພຣະບິດານອກຈາກພຣະບຸດແລະຜູ້ທີ່ເປັນພຣະບຸດປະສົງຈະສຳ ແດງໃຫ້ຮູ້” ໂຢຮັນ 10:30; ມັດທາຍ: 27 {MH 419.2} ມແ 429.1

ພຣະຄຣິດສະເດັດມາເພື່ອສອນມະນຸດໃຫ້ຮູ້ເຖິງສິ່ງທີ່ພຣະເຈົ້າ ພຣະເຈົ້າຊົງ ປາ ຖະໜາທີ່ຈະໃຫ້ເຂົາຮຽນຮູ້ໃນຟ້າສະຫວັນເບື້ອງເທິງ ໃນໂລກໃນຫ້ວງມະຫາສະໝຸດອັນ ກວ້າງໃຫຍ່ເຮົາເຫັນພຣະຫັດຖະກິດຂອງພຣະເຈົ້າ ສັບພຣະສິ່ງທີ່ໄດ້ຊົງສ້າງເປັນພະຍານ ທີ່ພິສຸດໃຫ້ເຫັນເຖິງລິດທານຸພາບພຣະປັນຍາແລະຄວາມຮັກຂອງພຣະອົງ ແຕ່ກະນັ້ນ ເຮົາບໍ່ອາດທີ່ຈະຮຽນຮູ້ເຖິງພຣະລັກສະນະຂອງພຣະເຈົ້າຈາກດວງດາວຫຼືມະຫາສະໝຸດ ຫຼືນໍ້າຕົກເໝືອນຢ່າງທີ່ເຮົາໄດ້ເຫັນປະກົດຢູ່ໃນພຣະຄຣິດ {MH 419.3} ມແ 429.2

ພຣະເຈົ້າຊົງທອດພຣະເນດເຫັນວ່າ ພຣະອົງຊົງຈຳເປັນທີ່ຈະຕ້ອງສະແດງພຣະ ລັກສະນະແລະອຸປະນິໄສຂອງພຣະອົງໃຫ້ກະຈ່າງແຈ້ງຫຼາຍກວ່າສິ່ງທີ່ພຣະອົງຊົງສຳ ແດງຜ່ານທາງທຳມະຊາດ ພຣະອົງປະທານພຣະບຸດຂອງພຣະອົງໃຫ້ສະເດັດມາຍັງໂລກ ເພື່ອທີ່ຈະເຮັດໃຫ້ມະນຸດໄດ້ເຫັນເຖິງສະພາບແລະລັກສະນະຂອງພຣະເຈົ້າທີ່ມະນຸດ ບໍ່ອາດຈະຫຼຽວເຫັນໄດ້ {MH 419.4} ມແ 429.3