Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ພຣະລັກສະນະຂອງພຣະເຈົ້າປາກົດໃນພຣະຄຣິດ

    ໃນສະພາບທີ່ເປັນຮູບກາຍພຣະເຈົ້າຊົງສຳແດງພຣະອົງເອງໃຫ້ປະກົດໃນພຣະບຸດ ຂອງພຣະອົງບຸກຄະລິກທີ່ສ່ອງສະທ້ອນສະຫງ່າລາສີຂອງພຣະບິດາ “ແລະຊົງມີສະພາ ວະເປັນພິມດຽວກັນກັບພຣະອົງ” ພຣະເຢຊູຊົງສະເດັດມາຍັງໂລກໃນຖານະພຣະຜູ້ ຊ່ວຍໃຫ້ລອດທີ່ເປັນມະນຸດໃນຖານະທີ່ພຣະອົງຊົງເປັນພຣະຜູ້ຊ່ວຍໃຫ້ລອດທີ່ເປັນພຣະ ເຈົ້າພຣະອົງຊົງສະເດັດຂຶ້ນສູ່ສະຫວັນເບື້ອງເທິງພຣະອົງຊົງທູນຂໍຕໍ່ພຣະບິດານະບັນລັງຂອງ ພຣະເຈົ້າເທິງສະຫວັນເພື່ອເຮົາທັງຫຼາຍແລະພຣະອົງຊົງມີລັກສະນະ “ຄືກັບບຸດມະນຸດ” ຮີບຣູ 1:3; ພຣະນິມິດ 1:13 {MH 418.1}ມແ 428.1

    ພຣະຄຣິດຊົງເປັນແສງສະຫວ່າງຂອງໂລກ ພຣະອົງຊົງກຳບັງສະໝີພາບອັນ ງາມສະຫງ່າຕະການຕາຂອງພຣະເຈົ້າຜູ້ຊົງລິດທານຸພາບໄວ້ ແລະສະເດັດມາບັງເກີດເປັນ ມະນຸດທ່າມກາງເຮົາທັງຫຼາຍເພື່ອນມະນຸດເຮົາຈັກໄດ້ຄຸ້ນເຄີຍກັບພຣະຜູ້ສ້າງ ໂດຍ ທີ່ບໍ່ຕ້ອງຖືກທຳລາຍໄປເສຍຈາກລັດສະໝີພາບເຈີດຈ້າຂອງພຣະເຈົ້າ ຕັ້ງແຕ່ບາບໄດ້ ເຮັດໃຫ້ມະນຸດຕ້ອງແຍກໄປຈາກພຣະເຈົ້າສ້າງຂອງເຂົາ ບໍ່ມີມະນຸດຄົນໃດອີກເລີຍທີ່ ໄດ້ ເຫັນພຣະເຈົ້າ ນອກຈາກທີ່ພຣະອົງໄດ້ສົງສຳແດງພຣະອົງເອງໃຫ້ປະກົດໂດຍທາງພຣະ ຄຣິດ {MH 419.1}ມແ 428.2

    “ເຮົາກັບພຣະບິດາອັນເປັນໜຶ່ງດຽວກັນ” “ບໍ່ມີໃຜຮູ້ຈັກພຣະບຸດນອກຈາກ ພຣະບິດາແລະບໍ່ມີໃຜຮູ້ຈັກພຣະບິດານອກຈາກພຣະບຸດແລະຜູ້ທີ່ເປັນພຣະບຸດປະສົງຈະສຳ ແດງໃຫ້ຮູ້” ໂຢຮັນ 10:30; ມັດທາຍ: 27 {MH 419.2}ມແ 429.1

    ພຣະຄຣິດສະເດັດມາເພື່ອສອນມະນຸດໃຫ້ຮູ້ເຖິງສິ່ງທີ່ພຣະເຈົ້າ ພຣະເຈົ້າຊົງ ປາ ຖະໜາທີ່ຈະໃຫ້ເຂົາຮຽນຮູ້ໃນຟ້າສະຫວັນເບື້ອງເທິງ ໃນໂລກໃນຫ້ວງມະຫາສະໝຸດອັນ ກວ້າງໃຫຍ່ເຮົາເຫັນພຣະຫັດຖະກິດຂອງພຣະເຈົ້າ ສັບພຣະສິ່ງທີ່ໄດ້ຊົງສ້າງເປັນພະຍານ ທີ່ພິສຸດໃຫ້ເຫັນເຖິງລິດທານຸພາບພຣະປັນຍາແລະຄວາມຮັກຂອງພຣະອົງ ແຕ່ກະນັ້ນ ເຮົາບໍ່ອາດທີ່ຈະຮຽນຮູ້ເຖິງພຣະລັກສະນະຂອງພຣະເຈົ້າຈາກດວງດາວຫຼືມະຫາສະໝຸດ ຫຼືນໍ້າຕົກເໝືອນຢ່າງທີ່ເຮົາໄດ້ເຫັນປະກົດຢູ່ໃນພຣະຄຣິດ {MH 419.3}ມແ 429.2

    ພຣະເຈົ້າຊົງທອດພຣະເນດເຫັນວ່າ ພຣະອົງຊົງຈຳເປັນທີ່ຈະຕ້ອງສະແດງພຣະ ລັກສະນະແລະອຸປະນິໄສຂອງພຣະອົງໃຫ້ກະຈ່າງແຈ້ງຫຼາຍກວ່າສິ່ງທີ່ພຣະອົງຊົງສຳ ແດງຜ່ານທາງທຳມະຊາດ ພຣະອົງປະທານພຣະບຸດຂອງພຣະອົງໃຫ້ສະເດັດມາຍັງໂລກ ເພື່ອທີ່ຈະເຮັດໃຫ້ມະນຸດໄດ້ເຫັນເຖິງສະພາບແລະລັກສະນະຂອງພຣະເຈົ້າທີ່ມະນຸດ ບໍ່ອາດຈະຫຼຽວເຫັນໄດ້ {MH 419.4}ມແ 429.3

    Larger font
    Smaller font
    Copy
    Print
    Contents