Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ນັກປະພັນທີ່ບໍ່ໄດ້ເປັນຜູ້ເຊື່ອໃນພຣະເຈົ້າ

    ຫຼາຍຄົນຄິດວ່າ ການທີ່ຈະໄດ້ມາຊຶ່ງຄວາມຮູ້ນັ້ນ ຈຳເປັນຕ້ອງສຶກສາຮຳ່ຮຽນງານ ຂຽນຂອງນັກປະພັນທີ່ບໍ່ໄດ້ເປັນຜູ້ເຊື່ອໃນພຣະເຈົ້າ ເພາະຜົນງານເຫຼົ່ານີ້ຕ່າງປະກອບ ດ້ວຍແນວຄິດຫຼາກຫຼາຍ ດັ່ງອັນຍະມະນີທີ່ສ່ອງແສງອັນເຈີດຈ້າ ແຕ່ຜູ້ໃດລະທີ່ເປັນຜູ້ ກຳເນີດແນວຂອງຄວາມຄິດເຫຼົ່ານີ້ຜູ້ນັ້ນຄືພຣະເຈົ້າ ແລະພຣະເຈົ້າພຣະອົງດຽວເທົ່ານັ້ນ ພຣະອົງຊົງເປັນບໍ່ເກີດແຫ່ງສະຕິປັນຍາແລະສະພາບຄວາມຮູ້ທັງຫຼາຍ ເປັນຫຍັງ ເຮົາຈຶ່ງຕ້ອງຄົ້ນຫາຄວາມຈິງທາງປັນຍາບາງປະການຈາກຂໍ້ຜິດພາດຂອງຄົນທີ່ບໍ່ມີຄວາມ ເຊື່ອໃນພຣະເຈົ້າ ໃນເມື່ອຄວາມຈິງທັງມວນເປີດເຜີຍໄວ້ໃຫ້ເຮົາແລ້ວ {MH 440.2}ມແ 455.2

    ມະນຸດຜູ້ຕໍ່ສູ້ຂັດເຂີນຕໍ່ລະບອບຂອງພຣະເຈົ້າ ມີສະຕິປັນຍາທີ່ເຂົາ ເຫຼົ່ານັ້ນສະແດງອອກມາໃຫ້ເຫັນໃນບາງຄັ້ງໄດ້ແນວໃດ ຊາຕານເອງໄດ້ຮັບການສຶກສາ ຮຳຮຽນຈາກລາຊະສຳນັກແຫ່ງສະຫວັນແລະມີຄວາມຮູ້ກ່ຽວກັບຄວາມດີຕະຫຼອດຈົນ ເຖິງຄວາມຊົ່ວ ມັນປະສົມປະສານສິ່ງທີ່ລໍ້າຄ່າເຂົ້າກັບສິ່ງທີ່ຊົ່ວຮ້າຍ ແລະດ້ວຍວິທີການ ເຊັ່ນນີ້ເຮັດໃກ້ມັນມີອຳນາດໃນການລໍ້ລ່ວງ ແຕ່ເພາະວ່າຊາຕານຫໍ່ຫຸ້ມຮ່າງຂອງມັນດ້ວຍ ອາພອນທີ່ເຈີດຈ້າຈາກສະຫວັນເຮົາຍັງຈະຕ້ອນຮັບມັນໃນຖານະທູດແຫ່ງສະຕິປັນຍາ ໄດ້ຢ່າງໃດມານຜູ້ລໍ້ລວງມີຜູ້ແທນຂອງມັນທີ່ສຶກສາຮຳ່ຮຽນຕາມແບບສະບັບຂອງມັນ ໄດ້ຮັບການດົນໃຈຈາກວິນຍານຮ້າຍ ແລະຖືກປັບປ່ຽນໃຫ້ເປັນຜູ້ເໝາະສົມໃນກິດ ຈະການຂອງມັນເຮົາຈະໄປຮ່ວມມືກັບຄົນເຫຼົ່ານັ້ນ ຫຼືເຮົາຈະຮັບຜົນງານຂອງຜູ້ ແທນຂອງຊາຕານວ່າມີຄວາມຈຳເປັນຕໍ່ການສຶກສາຮຳ່ຮຽນບໍ່? {MH 440.3}ມແ 455.3

    ຖ້າເຮົາໃຊ້ເວລາ ແລະຄວາມພາກພຽນໃນການສຶກສາພຣິວັດຈະນະອັນລໍ້າຄ່າ ຂອງພຣະເຈົ້າ ແທນທີ່ຈະໃຊ້ໄປເພື່ອສະແຫວງຫາຄວາມຄິດທີ່ເສີດສາຍຂອງຜູ້ທີ່ບໍ່ມີ ຄວາມເຊື່ອໃນພຣະເຈົ້າ ຜູ້ຄົນທັງຫຼາຍທີ່ກຳລັງຕົກຢູ່ໃນຄວາມມືດແລະໃນເງົາມະລັດຕະ ຢູແຫ່ງຄວາມຕາຍ ກໍຄົງຈະມີຄວາມຊື່ນຊົມຍິນດີໃນສະຫງ່າລາສີຂອງພຣະເຈົ້າຜູ້ຊົງເປັນ ແສງສະຫວ່າງແຫ່ງຊີວິດ {MH 440.4}ມແ 456.1