Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ທ່ານຈົ່ງຢ່າຕໍ່ຕ້ານຂັດຂວາງ

    ຄວາມເປັນຈິງທີ່ວ່າບາງຄັ້ງໃນ ເມື່ອຄົນເຮົາຫາກເກິດມີ ຄວາມລະອາຍຕໍ່ທາງຊີວິດ ອັນເປັນຄວາມບາບຂອງຕົນທີີ່ຜ່ານມາ ນັ້ນແລະແລ້ວ ເຂົາກໍຈະຢຸດເຊົາໃນຄວາມຊິນເຄີຍອັນຊົ່ວຮ້າຍບາງ ຢ່າງຂອງຕົນກ່ອນທີ່ຕົນຈະເຂົ້າມາພົບກັບອົງພຣະຄຣິສຕ໌ເຈົ້າ. ແຕ່ ເຖິງຢ່າງໃດກໍຕາມ, ທຸກເມື່ອທຸກຍາມທີ່ພວກເຂົາຕັ້ງໃຈທີ່ຈະປ່ຽນ ແປງຕົນໃຫ້ດີຂຶ້ນນັ້ນ, ຄວາມປະສົງອັນຈິງໃຈໃນການຢາກກະທຳ ໃນສິ່ງທີ່ຖືກຕ້ອງນັ້ນ ກໍແມ່ນໄດ້ມາຈາກຣິດເດດຂອງອົງພຣະ ຄຣິສຕ໌ ເຊິ່ງເປັນສິ່ງທີ່ໃຫ້ການກະຕຸກຊຸກຍູ້ນັ້ນເອງ. ກໍແມ່ນຍ້ອນ ອິດທິພົນທີ່ພວກເຂົາບໍ່ສາມາດສຳນຶກເຖິງໄດ້ນັ້ນເອງທີ່ເປັນຜູ້ເຂົ້າມາທຳ ການກະທົບໃສ່ກັບຊີວິດຈິດໃຈຂອງພວກກ່ຽວ, ຈາກນັ້ນກໍພາໃຫ້ພວກ ເຂົາເກີດມີຄວາມຮູ້ສຶກຕື່ນຕົວຂຶ້ນມາອັນພາໃຫ້ເກີດມີການປ່ຽນ ແປງແຫ່ງຊີວິດທາງພາຍນອກປາກົດອອກມາໃຫ້ເຫັນ. ການທີ່ອົງ ພຣະຄຣິສຕ໌ ຊົງເປັນຜູ້ນຳເອົາພວກເຂົາໃຫ້ພາກັນມອງໄປຍັງມະ ຫາວິຣະກັມແຫ່ງໄມ້ກາງແຂນຂອງ ພຣະອົງເພື່ອໃຫ້ມອງເຫັນເຖິງ ພຣະອົງຜູ້ຊົງໄດ້ຖືກຕຶງພ້ອມກັບຄວາມບາບຂອງພວກເຂົານັ້ນ ກົດ ພຣະບັນຍັດຂອງພຣະເຈົ້າກໍຈະຫວນຄືນມາສູ່ສະຕິຄວາມສຳນຶກ ຂອງພວກເຂົາອີກ, ຈາກນັ້ນພວກເຂົາກໍຈະເກີດ ມີຄວາມເຂົ້າໃຈ ໄດ້ໃນຄວາມຊົ່ວຮ້າຍເລວຊາມທີ່ໄດ້ເກີດຂຶ້ນກັບຊີວິດ ຂອງຕົນ ວ່າຄວາມບາບນັ້ນໄດ້ປູກຝັງຢັ່ງຮາກຂອງມັນເຂົ້າຢູ່ໃນຊີວິດຈິດໃຈ ຂອງຕົນຢ່າງກວ້າງເລິກພຽງໃດ. ເມື່ອເລີ່ມມີຄວາມເຂົ້າໃຈບາງ ຢ່າງຢູ່ໃນຄວາມຊອບທັມຂອງອົງພຣະຄຣິສຕ໌ນັ້ນ ແລ້ວພວກເຂົາ ກໍຈະພາກັນຮ້ອງອຸທານຂຶ້ນວ່າ: “ຄວາມບາບນັ້ນຄືສິ່ງໃດທີ່ຕ້ອງ ທວງ ໃຫ້ມີການເສັຍສະຫລະດ້ວຍ ຄຸນຄ່າອັນມະຫາສານເພື່ອກອບ ກູ້ເອົາພວກຄົນທີ່ໄດ້ຮັບເຄາະກັມຈາກມັນນັ້ນ? ສິ່ງທັງໝົດນັ້ນຫລື ທີ່ຄືຄວາມຮັກ, ຄວາມສູນເສັຍແລະຄວາມຕ່ຳຕ້ອຍທີ່ຕ້ອງການເພື່ອ ພວກເຮົາທັງຫລາຍຈະບໍ່ໄດ້ພາກັນລົ້ມຕາຍໄປ, ແຕ່ຫາກເພື່ອຈະ ໄດ້ມີຊີວິດຢ່າງອະມະຕະ?”SCL 41.1

    ມະນຸດຜູ້ມີບາບອາດຈະປະພຶດຕົນ ຕ້ານຢັນັບຄວາມຮັກ ອັນນີ້, ອາດທຳການປະຕິເສດທີ່ຈະເດີນເຂົ້າໄປຫາອົງພຣະຄຣິ ສຕ໌ເຈົ້າ, ແຕ່ຖ້າເຂົາຫາກບໍ່ທຳການ ຕໍ່ ສູ້ຂັດຄ້ານແລ້ວເຂົາກໍຈະ ຖືກຊັນນຳໃຫ້ເຂົ້າໄປເປັນພັກຝ່າຍຂອງພຣະເຢຊູຢ່າງແນ່ແນອນ, ຄວາມຮູ້ກ່ຽວກັບແຜນການເພື່ອການໂຜດມະນຸດໃຫ້ໄດ້ຮັບຄວາມ ລອດນີ້ກໍສາມາດທີ່ ນະນຳພາຕົວຂອງເຂົາໃຫ້ກ້າວເດີນເຂົ້າໄປສູ່ ໃຕ້ພຣະບາດຂອງ ໄມ້ກາງແຂນແຫ່ງພຣະມະຫາວິຣະກັມພ້ອມດ້ວຍ ການຍອມສາລະພາບຕໍ່ ຄວາມບາບຂອງຕົນທີ່ໄດ້ເປັນສາເຫດພາ ໃຫ້ອົງພຣະບຸຕທີ່ແສນຮັກແລະຫວງແຫນຂອງອົງພຣະຜູ້ເປັນ ເຈົ້າຕ້ອງໄດ້ຮັບຄວາມເຈັບປວດທໍລະມານໄປຍ້ອນ.SCL 42.1

    ອະພິປັນຍາຂອງ ອົງພຣະຜູ້ເປັນເຈົ້າເຊິ່ງໄດ້ໃຫ້ການເນຣະ ມິຕປະດິດສ້າງ ໃຫ້ເກີດມີສັພສິ່ງສັພການທາງທຳມະຊາດແວດລ້ອມ ເຫລົ່ານັ້ນມາບັດນີ້ ກໍໄດ້ເຂົ້າມາເວົ້າຈາສົນທະນາຕໍ່ຫ້ອງຫົວໃຈ ຂອງມະນຸດ ແລະ ຊັກຊວນອວນໃຫ້ພວກເຂົາໄດ້ເກີດມີຄວາມມຸ້ງ ມາດປາຖນາອັນແຮງກ້າ ໃນສິ່ງທີ່ເຫັນວ່າພວກຕົນຍັງຂາດເຂີນຢູ່. ສິ່ງໃດທີ່ໄດ້ມາຈາກທາງຝ່າຍໂລກກໍບໍ່ສາມາດທີ່ຈະພາໃຫ້ພວກ ເຂົາເກີດມີຄວາມເພິ່ງພໍໃຈໄດ້. ພຣະວິນຍານບໍຣິສຸດຂອງອົງ ພຣະຜູ້ເປັນເຈົ້າກໍຊົງເປັນຜູ້ຮຽກຮ້ອງໃຫ້ພວກເຂົາໄດ້ ພາກັນຊອກ ຫາແຕ່ສິ່ງໜຶ່ງສິ່ງດຽວທີ່ສາມາດຈະນຳມາເຊິ່ງຄວາມສະຫງົບ ແລະ ຄວາມສັນຕິສຸກ-ສິ່ງນັ້ນກໍຄືພຣະບາຣະມີຂອງ ອົງພຣະຄຣິສ ຕ໌ເຈົ້າ ແລະ ຄວາມສຸກໃຈໃນຄວາມບໍຣິສຸດຜຸດຜ່ອງນັ້ນເອງ.ໂດຍ ຜ່ານອຳນາດອິດທິພົນທີ່າະແດງອອກໃຫ້ເຫັນໄດ້ຢ່າງປະຈັກຕາ ແລະທັງທີ່ຍັງຖືກເລື່ອນບັງໄວ້ນັ້ນພຣະເຈົ້າຜູ້ໂຜດໃຫ້ລອດຂອງພວກ ເຮົາຍາມໃດກໍທຳງານຢ່າງບໍ່ຢຸດຢັ້ງເພື່ອດຶງດູດເອົາ ມະນຸດໃຫ້ເອົາ ຕົວຫ່າງອອກໄປຈາກການນິຍົມຊົມຊອບໃນສິ່ງທີ່ເປັນຄວາມ ບາບອັນ ໄຮ້ຜົນປະໂຍດແລ້ວຫັນມາສູ່ສິ່ງທີ່ເປັນລາບພອນອັນຍິ່ງ ໃຫຍ່ມະຫາສານ ທີ່ພວກເຂົາຈະສາມາດຊອກຫາເອົາໄດ້ແຕ່ຢູ່ນຳ ແຕ່ພຣະອົງເຈົ້າພຽງເທົ່ານັ້ນ. ຕໍ່ພວກຄົນທັງໝົດທີ່ພາກັນຊອກຫາ ດູດດື່ມຈາກພາຊະນະທີ່ແຕກຫັກທີ່ໄດ້ມາຈາກໂລກນີ້,ພຣະຜູ້ເປັນ ເຈົ້າຊົງໄດ້ນຳເອົາ ຂ່າວປະເສີດມາປ່າວປະກາດໃຫ້ຮູ້ວ່າ: “ຜູ້ໃດ ຫິວນ້ຳກໍຈົ່ງເຂົ້າມາທາງພີ້, ຜູ້ໃດຕ້ອງການກໍໃຫ້ຕັກເອົາ ນ້ຳແຫ່ງຊີວິດນີ້ໄປລ້າງ” (ພຣະນິມິຕ 22:17).SCL 43.1