ຕ້ອງມີຄວາມມຸ້ງຫວັງຕັ້ງໃຈ
ຈຳເປັນທີ່ຈະຕ້ອງມີຄວາມມຸ້ງຫວັງຕັ້ງໃຈໃນການໄຫວ້ພຣະ ອະທິຖານ, ຢ່າໃຫ້ມີສິ່ງໃດເຂົ້າມາລົບກວນທ່ານເລີຍ. ຈົ່ງສຸມທຸກ ເຮື່ອແຮງເພື່ອຮັກສາຄວາມສັມພັນລະຫວ່າງອົງພຣະຜູ້ເປັນເຈົ້າກັບ ຕົວຂອງທ່ານໃຫ້ມີຊີວິດຊີວາ. ຈົ່ງຊອກຈັບເອົາທຸກໂອກາດຍາດ ເອົາທຸກເວລາເພື່ອຊອກຫາສະຖານທີ່ເຊິ່ງເປັນບ່ອນໄຫວ້ພຣະອະທິ ຖານ. ຜູ້ໃດທີ່ຊອກສະແຫວງຫາຄວາມສັມພັນກັບພຣະເຈົ້າຢ່າງແທ້ ຈິງນັ້ນພວກເຂົາກໍຈະພາກັນໄປຮ່ວມຊຸມນຸມອະທິຖານ ແລະປະຕິບັດ ຕາມໜ້າທີ່ຂອງຕົນຢ່າງຊື່ສັດ, ທັງຍັງຈະມີຄວາມຕັ້ງໃຈບຸກບືນເກັບ ກຳເອົາສິ່ງທີ່ດີມີປະໂຫຍດທັງໝົດມາໃຫ້ແກ່ຕົນເທົ່າທີ່ຈະເກັບກຳ ເອົາໄດ້. ພວກເຂົາຈະຊອກຫາທຸກໂອກາດເພື່ອຈະໄປເຖິງບ່ອນໃດ ທີ່ຕົນຈະສາມາດຮັບເອົາແສງສະຫວ່າງທີ່ມາຈາກເມືອງສະຫວັນSCL 196.1
ຊັ້ນຟ້ານັ້ນໃຫ້ຈົນໄດ້. ພວກເຮົາຈະຕ້ອງໄຫວ້ພຣະອະທິຖານຮ່ວມກັບຄົນຢູ່ພາຍ ໃນຄອບຄົວຂອງຕົນ, ແຕ່ສຳຄັນໄປກວ່ານັ້ນແມ່ນຢ່າເມີນເສີຍຕໍ່ ການໄຫວ້ພຣະອະທິຖານສ່ວນຕົວຢູ່ບ່ອນນິດງຽບໂດດດຽວ, ເພາະ ນີ້ເປັນບ່ອນກຳເນີດຂອງຊີວິດທາງໃຈ. ຖ້າທ່ານຫາກເມີນເສີຍຕໍ່ ການໄຫວ້ພຣະອະທິຖານແລ້ວ ຊີວິດທາງຈິຕວິນຍານກໍຈະບໍ່ສາ ມາດຈະເຣີນເຕີບຕົວຂຶ້ນໄດ້. ມີແຕ່ການໄຫວ້ພຣະອະທິຖານຮ່ວມກັນ ກັບຄົນໃນຄອບຄົວແລະຢູ່ບ່ອນຊຸມນຸມອະທິຖານເທົ່ານັ້ນກໍຍັງບໍ່ທັນ ພຽງພໍເທື່ອ. ເວລາໄຫວ້ພຣະອະທິຖານຢ່າງໂດດດ່ຽວຢູ່ນັ້ນ ທ່ານ ກໍຈົ່ງເປີດອົກເປີດໃຈໃຫ້ພຣະເຈົ້າຜູ້ເຊິ່ງເປັນພຣະອໍຣະຫັນນັ້ນໄດ້ຮັບ ຮູ້ທຸກສິ່ງຢ່າງກ່ຽວກັບຊີວິດຈິດໃຈຂອງທ່ານ. ການໄຫວ້ພຣະແບບຢູ່ ຢ່າງໜຶ່ງຕໍ່ໜຶ່ງກັບອົງພຣະຜູ້ເປັນເຈົ້ານັ້ນກໍຕ້ອງແມ່ນແຕ່ພຣະອົງ ພຽງເທົ່ານັ້ນທີ່ຈະຕ້ອງໄດ້ຍິນໄດ້ຟັງຄຳໄຫວ້ວອນຂອງທ່ານນັ້ນ. ຈະບໍ່ມີຄົນຂ້າງນອກຜູ້ຊອກຮູ້ຊອກເຫັນຈາກທາງໃດທີ່ຈະມາໄດ້ ຍິນຄຳໄຫວ້ວອນແບບປິດລັບຂອງທ່ານນັ້ນ. ໃນເວລາທຳການໄຫວ້ ພຣະອະທິຖານແບບຕົວຕໍ່ຕົວກັບອົງພຣະຜູ້ເປັນເຈົ້າຢູ່ນັ້ນສະມາ ທິຈິດຂອງທ່ານກໍຕ້ອງມີຄວາມເປັນເສຣີພາບອອກໄປຈາກບັນຍາ ກາດແວດລ້ອມ,ຈາກທຸກສິ່ງຢ່າງທີ່ຈະເປັນການຍົ້ວຍວນໃຈ. ນັ້ນ ເປັນບັນຍາກາດແຫ່ງຄວາມງຽບສະຫງັດ, ແຕ່ຫາກມີຄວາມເຄັ່ງ ຮ້ອນ, ບັນຍາກາດແບບນີ້ກໍຈະແທດເຖິງອົງພຣະຜູ້ເປັນເຈົ້າໄດ້. ຄວາມສົດຊື່ນເບີກບານກໍຈະສະທ້ອນອອກມາຈາກພຣະອົງຜູ້ຊົງ ສະຖິດຢູ່ບ່ອນເລີກລັບ, ພຣະອົງຊົງໄດ້ຍິນຄຳໄຫວ້ວອນຈາກໃຈຈິງ ຢູ່ສະເໝີ. ຢູ່ໃຕ້ບັນຍາກາດແຫ່ງຄວາມງຽບສະຫງັດ ແລະ ຄວາມ ເຊື່ອນັ້ນຊີວິດຈິດໃຈຂອງຄົນກໍຈະກອດກ້ຽວສັມພັນຢູ່ກັບອົງພຣະຜູ້ ເປັນເຈົ້າ ແລະ ຈະສາມາດຮັບເອົາແສງສະຫວ່າງຂອງພຣະອົງ ເພື່ອນຳເອົາໄປເປັນພະລັງຄວາມເຂັ້ມແຂງໃນການຕໍ່ສູ້ກັບສາ ຕານ. ອົງພຣະຜູ້ເປັນເຈົ້າຊົງເປັນຍອດແຫ່ງຄວາມມີພະລັງຂອງ ພວກເຮົາ. SCL 196.2