Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຈົ່ງເດີນໄປຫາແສງສະຫວ່າງທີ່ທ່ານໄດ້ຮັຍມານັ້ນເສັຍເຖີດ

    ອົງພຣະຄຣິສຕ໌ເຈົ້າຊົງໄດ້ຕັດກ່າວເອົາໄວ້ດັ່ງນີ້: “ຖ້າວ່າ ຜູ້ໃດຕ້ອງການຢາກຈະກະທຳຕາມພຣະປະສົງຂອງພຣະ ອົງເຈົ້າແລ້ວເຂົາກໍຮູ້ຈັກກ່ຽວກັບພຣະຄຳສອນນັ້ນວ່າ ໄດ້ມາຈາກພຣະເຈົ້າແທ້ຈິງຫລືໃດ.” (ໂຢຫັນ 7:17). ແທນ ທີ່ຈະສ້າງຄວາມລະແວງສົງສັຍຕໍ່ພຣະຄຳພີດ້ວຍການຕັ້ງຄຳຖາມ ສະຫລອກກອກຕ່າງໆນາໆ ກ່ຽວກັບສິ່ງທີ່ທ່ານເອງກໍຍັງບໍ່ທັນມີ ຄວາມເຂົ້າໃຈຢູ່ນັ້ນ, ສິ່ງທີ່ແທ້ແມ່ນຢາກຈະໃຫ້ທ່ານໄດ້ສຸມຄວາມ ເອົາໃຈໃສ່ຕໍ່ແສງສະຫວ່າງທີ່ ທ່ານໄດ້ຮັບມາແລ້ວນັ້ນແລະທ່ານກໍ ຈະໄດ້ຮັບແສງສະຫວ່່າງທີ່ມາກໄປກວ່ານັ້ນອີກ. ທ່ານຈົ່ງຕັ້ງໃຈປະ ຕິບັດຕາມລັກສະນະທີ່ເປັນຄວາມຮັບຜິດຊອບທຸກຢ່າງທີ່ທ່ານໄດ້ ມີຄວາມເຂົ້າໃຈແຈ້ງໄປແລ້ວນັ້ນດ້ວຍການອີງໃສ່ພຣະເດດພຣະຄຸນ ຂອງອົງພຣະຄຣິສຕ໌, ຈາກນັ້ນທ່ານກໍຈະສາມາດທຳຄວາມເຂົ້າໃຈ ແລະ ທຳສຳເຣັດໃນໜ້າທີ່ເຊິ່ງທ່ານຍັງມີຄວາມສົງສັຍຢູ່ໃນເວລານີ້.SCL 227.1

    ຍັງມີຫລັກຖານພະຍານອີກອັນໜຶ່ງເຊິ່ງເປັນທີ່ ເຂົ້າໃຈໄດ້ ຕໍ່ທຸກຄົນນັບຕັ້ງແຕ່ຄົນຜູ້ທີ່ຮຽນຮູ້ສູງໄປຈົນເຖິງຜູ້ທີ່ກືກໜັງສືເຊິ່ງນັ້ນ ກໍຄືຫລັກຖານພະຍານອັນມາຈາກປະສົບການໃນຊີວິດສ່ວນຕົວຂອງ ຄົນ. ອົງພຮະຜູ້ເປັນເຈົ້າຊົງຮຽກເອົາພວກເຮົາທັງຫລາຍ ໃຫ້ມາ ເປັນຜູ້ສະແດງຫລັກຖານຮັບຮອງດ້ວຍຕົນເອງກ່ຽວກັບຄວາມເປັນ ຈິງແຫ່ງພຣະວັຈນະຂອງພຣະອົງແລະຄວາມຈິງທີ່ມີຢູ່ໃນຄຳໝັ້ນສັນ ຍາຂອງພຣະອົງນັ້ນ. ພຣະອົງສົ່ງຄຳຮຽກຮ້ອງຕໍ່ພວກເຮົາທັງ ຫລາຍວ່າ: “ຈົ່ງທົດລອງແລະທ່ານຈະເຫັນວ່າອົງພຣະຜູ້ ເປັນເຈົ້າມີພຣະຄຸນພຽງໃດ.” (ເພງສັນລະເສີນ 34:8). ແທນ ທີ່ຈະອີງໃສ່ແຕ່ຄຳເວົ້າຂອງຜູ້ອື່ນນັ້ນພວກເຮົາກໍຄວນຈະຕ້ອງມີ ການທົດສອບດ້ວຍຕົວເອງ.ພຣະອົງຊົງຖະແຫລງອອກວ່າ. “ຈົ່ງ ຮ້ອງຂໍເອົາແລະທ່ານຈະໄດ້ມາ.” (ໂຢຫັນ 16:24). ຄຳສັນ ຍາຂອງພຣະອົງຈະຕ້ອງບັງເກີດຜົນເປັນຈິງ. ຄຳສັນຍາຂອງພຣະ ອົງບໍ່ເຄີຍເສັຍຫາຍໄປຢ່າງເປົ່າລ້າ ແລະກໍບໍ່ສາມາດທີ່ຈະເປັນ ຄວາມເປົ່າລ້າໄດ້ຈັກເທື່ອ. ເມື່ອພວກເຮົາຍິ່ງກ່າວເດີນເຂົ້າໄປ ໃກ້ກັບອົງພຣະເຢຊູເຈົ້າພຽງເທົ່າໃດ ພວກເຮົາກໍຍິ່ງຈະເກີດມີ ຄວາມສຸກຈາກຄວາມຮັກອັນປ່ຽມລົ້ນຂອງພຣະອົງແລະຈາກນັ້ນ ຄວາມລະແວງສົງສັຍແລະຄວາມມືດມົນຕ່າງໆກໍຈະສູນຫາຍໄປ ເພາະແສງສະຫວ່າງ ທີ່ໄດ້ມາຈາກການສະເດັດເຂົ້າມາປະທັບຢູ່ ຂອງພຣະອົງເຈົ້ານັ້ນເອງ. SCL 227.2