Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ທ່ານຈົ່ງເປັນຜູ້ນຳເອົາຄວາມຈະເຣີນພອນໃຫ້ແກ່ຜູ້ອື່ນ

    ຜູ້ທີ່ເປັນລູກສິດຂອງອົງພຣະເຢຊູເຈົ້ານັ້ນເຖິງແມ່ນວ່າ ບາງຈຳພວກອາດຈະເປັນຄົນທຳມະດາສາມັນຫລືວ່າຈະເປັນຄົນ ທຸກຈົນພຽງໃດກໍຕາມ, ແຕ່ເຂົາກໍຍັງສາມາດທີ່ຈະເປັນຜູ້ນຳເອົາ ຄວາມຈະເຣີນພອນມາໃຫ້ແກ່ຄົນອື່ນໄດ້ເໝືອນກັນ. ພວກເຂົາກໍ ອາດຈະບໍ່ຮູ້ສຶກຕົວໄດ້ວ່າຕົນກຳລັງທຳສິ່ງໃດສິ່ງໜຶ່ງທີ່ມີບຸນຄຸນ ເປັນຢ່າງຍິ່ງ, ແຕ່ຍ້ອນການສົ່ງອິດທິພົນອັນດີຂອງຕົນເອງໂດຍ ເປັນໄປແບບບໍ່ໄດ້ຕັ້ງໃຈນັ້ນມັນກໍຈະນຳມາເຊິ່ງກະແສຟອງແຫ່ງ ຄວາມຈະເຣີນພອນທີ່ນັບມື້ນັບຂະຫຍາຍອອກໄປຢ່າງກວ້າງຂວາງ ແລະເລິກເຊິ່ງເຖິງຖອງ ແລະ ສ່ວນໝາກຜົນອັນດີງາມຂອງສິ່ງ ເຫລົ່ານັ້ນ ພວກເຂົາເອງກໍອາດຈະບໍ່ສາມາດເຫັນໄດ້ໃນທັນຕາໄປ ຈົນກວ່າວັນເວລາແຫ່ງການປະດັບຖ້ວຍລາງວັນຄັ້ງສຸດທ້າຍ. ພວກເຂົາຈະບໍ່ຮູ້ສຶກຕົວແລະກໍຈະບໍ່ຮູ້ຫຍັງເລີຍວ່າພວກຕົນກຳ ລັງກະທຳສິ່ງໃດໜຶ່ງທີ່ມີຄວາມສຳຄັນອັນຍິ່ງໃຫຍ່. ພວກຄົນປະເພດ ນີ້ເຂົາຈະບໍ່ທຳຕົນວ່າເປັນຜູ້ທີ່ມີຜົນງານດີເດັ່ນ, ພວກເຂົາພຽງແຕ່ ຕ້ອງການກ້າວເດີນໄປໜ້າຢ່າງບໍ່ຢຸດຢັ້ງດ້ວຍຄວາມມິດງຽບຖ່ອມ ຕົວໂດຍປະຕິບັດຕາມພາລະໜ້າທີ່ເຊິ່ງອົງພຣະຜູ້ເປັນເຈົ້າໄດ້ ມອບໝາຍເອົາໄວ້ນັ້ນດ້ວຍຄວາມຈົງຮັກພັກດີ. ຊີວິດຂອງພວກ ເຂົາກໍຈະບໍ່ຜ່ານໄປຢ່າງເປົ່າດາຍ. ຊີວິດຈິດໃຈຂອງພວກເຂົາເອງ ກໍນັບມື້ນັບຈະໄດ້ຮັບຄວາມຈະເຣີນເຕີບໂຕຂຶ້ນຈົນກ້າວໄປສູ່ການມີລັກ ສະນະຄ້າຍດັ່ງອົງພຣະຄຣິສຕ໌ເຈົ້າ. ພວກເຂົານັ້ນຄືເພື່ອຮ່ວມງານ ທີ່ຄຽງບ່າຄຽງໄລ່ກັບອົງພຣະຜູ້ເປັນເຈົ້າທັງຢູ່ ໃນຊີວິດນີ້ແລະກໍຈະ ເປັນການຈັດຕຽມຕົວເອງເພື່ອການທຳພາຣະກິດທີ່ສູງສົ່ງແລະ ເພື່ອຈະໄດ້ຮັບເອົາຄວາມສຸກອັນຍອດຍິ່ງແຫ່ງຊີວິດໃໝ່ທີ່ຈະມີ ມານັ້ນຢ່າງຕະຫລອດກາລະນານ./.SCL 165.3