Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພຣະສຸຣະສຽງຂອງອົງພຣະຜູ້ເປັນເຈົ້າເວົ້າຈາກັບມະນຸດ

    ເມື່ອຢູ່ໃນຈິດໃຈຂອງ ທ່ານຫາກເກີດມີຄວາມມຸ້ງມາດ ປາຖນາໃນສິ່ງໃດສິ່ງໜຶ່ງທີ່ເລີດລ້ຳເຊິ່ງໂລກມະນຸດບໍ່ສາມາດຈະເອົາ ໃຫ້ທ່ານໄດ້ນັ້ນກໍຈົ່ງຮັບຮູ້ເອົາເສັຍເຖີດວ່າຄວາມມຸ້ງມາດປາຖນາ ດັ່ງກ່າວນັ້ນ ແມ່ນໄດ້ມາຈາກພຣະສຸຣະສຽງຂອງ ອົງພຣະຜູ້ ເປັນເຈົ້າທີ່ກຳລັງທຳການປຸກລຸກຈິດໃຈຂອງທ່ານນັ້ນຢູ່. ຈົ່ງຂໍຮ້ອງ ໃຫ້ພຣະອົງໄດ້ໂຜດປະທານການຍອມກັບໃຈໃໝ່ໃຫ້ເກີດມີຂຶ້ນຢູ່ໃນ ຕົວຂອງທ່ານ, ຈົ່ງຂໍຮ້ອງໃຫ້ພຣະອົງຊົງໄດ້ ໂຜດໃຫ້ການເປິດ ເຜີຍເຖິງອົງພຣະຄຣິສຕ໌ເຈົ້າໃຫ້ແກ່ທ່ານໄດ້ຮູ້ໄດ້ເຫັນພ້ອມກັບ ຄວາມຮັກອະມະຕະ ແລະຄວາມບໍຣິສຸດອັນສົມບູນແບບຂອງພຣະ ອົງ. ຫລັກການທີ່ມີຢູ່ໃນກົດໝາຍຂອງອົງພຣະຜູ້ເປັນເຈົ້ານັ້ນກໍ ຄືຄວາມຮັກຕໍ່ພຣະເຈົ້າແລະຕໍ່ມະນຸດເຊິ່ງລ້ວນແຕ່ໄດ້ສະແດງອອກ ໃຫ້ເຫັນເປັນແບບຢ່າງອັນຄົບຖ້ວນ ບໍຣິບູນຢູ່ໃນການດຳຣົງຊີວິດ ຂອງພຣະເຈົ້າຜູ້ໂຜດໃຫ້ລອດ. ການກະທຳສິ່ງທີ່ເປັນຄຸນຄວາມດີ ມີກຸສົນ, ແລະ ຄວາມຮັກທີ່ປາສຈາກຄວາມເຫັນແກ່ຕົວນັ້ນກໍ ໄດ້ ກາຍເປັນການດຳຣົງຊີວິດຂອງພຣະອົງ. ເມື່ອເວລາທີ່ພວກເຮົາ ພາກັນມອງໄປຍັງພຣະອົງຜູ້ຊົງເປັນແສງສະຫວ່າງສະທ້ອນມາໃສ່ ພວກເຮົາເຊິ່ງສາດສ່ອງ ອອກມາຈາກພຣະເຈົ້າຜູ້ໂຜດໃຫ້ລອດນັ້ນ ພວກເຮົາກໍຈະພາກັນແນມເຫັນຄວາມບາບ, ຄວາມເລວຮ້າຍທີ່ມີ ຢູ່ໃນຊີວິດຈິດໃຈຂອງພວກເຮົານັ້ນເອງ.SCL 44.1

    ພວກເຮົາອາດຈະທຳຕົນເໝືອນດັ່ງທ່ານ ນີໂກເດມຸສ (Nicodemus)ເຊິ່ງໄດ້ພະຍາຍາມລໍ້ລວງຕົນເອງວ່າານດຳຣົງຊີ ວິດຂອງພວກເຮົານັ້ນກໍຖືກຕ້ອງຢູ່ແລ້ວ, ຄຸນສົມບັດທັສນະຂອງພວກ ເຮົາກໍດີຢູ່ແລ້ວ ແລະຄິດວ່າພວກເຮົາກໍບໍ່ມີຄວາມຈຳເປັນຢ່າງໃດ ເລຍທີ່ຈະຕ້ອງພາກັນມາທຳຈິດໃຈຂອງ ພວກຕົນໃຫ້ອ່ອນນ້ອມ ຕໍ່ພຣະເຈົ້າເໝືອນກັນກັບພວກຄົນບາບໂດຍທົ່ວໄປທັງຫລາຍ.ເມື່ອ ແສງສະຫວ່າງຈາກອົງພຣະຄຣິສຕ໌ເຈົ້າຫາກສາດສ່ອງ ເຂົ້າມາ ສູ່ຈິດໃຈຂອງພວກເຮົາແລ້ວກໍຈິ່ງຈະພາກັນເຫັນໄດ້ວ່າພວກຕົນມີ ຄວາມສົກກະປົກເຖິງພຽງໃດ, ຈິ່ງຈຳແນກໄດ້ເຖິງຄວາມຄິດຈິດ ໃຈທີ່ ເປັນເອກະເທດເຫັນແກ່ຕົວ, ເຫັນໄດ້ເຖິງຄວາມເປັນປໍລະປັກ ຕໍ່ຕ້ານກັບ ພຣະເຈົ້າເຊິ່ງລ້ວນແຕ່ໄດ້ພາໃຫ້ການກະທຳທຸກຢ່າງໃນ ຊີວິດຂອງຄົນມີຄວາມເໜົ່າເໝັນເປື່ອຍເຍື່ອຍ. ຕໍ່ຈາກນັ້ນພວກເຮົາ ກໍຈະເກີດ ມີຄວາມຮູ້ສຶກສຳນຶກໄດ້ວ່າຄວາມຖືກຕ້ອງຊອບທັມຂອງ ຕົນນັ້ນໃນຄວາມຈິງແລ້ວກໍເປັນເໝືອນດັ່ງເສື້ອຜ້າອາພອນອັນສົກ ກະປົກເຊິ່ງມີແຕ່ພຣະໂລຫິດຂອງ ພຣະຄຣິສຕ໌ພຽງເທົ່ານັ້ນທີ່ຈະສາ ມາດສະສ້າງລ້າງສ່ວຍເອົາພວກເຮົາ ໃຫ້ບໍຣິສຸດໄປຈາກຄວາມໂສ ໂຄກຂອງຄວາມບາບແລະດັດແປງກໍ່ສ້າງຄວາມຄິດ ຈິດ ໃຈຂອງ ພວກເຮົາຄືນໃໝ່ໃຫ້ມີລັກສະນະຄ້າຍຄືດັ່ງອົງພຣະຜູ້ເປັນເຈົ້ານັ້ນໄດ້.SCL 45.1

    ພໍແຕ່ແສງສະທ້ອນຈາກຣັສມີ ຂອງ ພຣະຜູ້ເປັນເຈົ້າແລະ ຈາກຄວາມບໍຣິສຸດຜຸດຜ່ອງຂອງອົງພຣະຄຣິສຕ໌ໄດ້ສາດສ່ອງແວວ ວັບເຂົ້າມາໃສ່ຊີວິດຈິດໃຈ ຂອງຄົນພຽງຄັ້ງດຽວເທົ່ານັ້ນ ກໍຈະສາ ມາດທຳໃຫ້ທຸກຮອຍເປື້ອນດ່າງດຳທີ່ມີຢູ່ໃນນິດສັຍໃຈຄໍຂອງຄົນເຮົາ ນັ້ນຖືກເປິດເຜີຍອອກມາດ້ວຍຄວາມເຈັບປວດ. ຄົນຜູ້ມີຄວາມບາບ ກໍຈະໄດ້ເຫັນເຖິງຄວາມຄິດຈິດໃຈອັນເລວຮ້າຍ, ຫົວໃຈທີ່ຂາດ ຄວາມສຸຈຣິດຊື່ຕຣົງແລະຄວາມສົກກະປົກທີ່ອອກມາຈາກລີ້ນຈາກ ປາກຂອງເຂົາເອງ. ເຂົາຈະເຫັນໄດ້ວ່າການກະທຳທີ່ບໍ່ຖືກຕ້ອງ ເຫລົ່າ ນັ້ນໄດ້ເປັນການທ້າທ້າຍຕໍ່ກົດໝາຍຂອງພຣະເຈົ້າ ແລະ ຈາກນັ້ນຄວາມຄິດຈິດໃຈຂອງເຂົາກໍຈະເກີດມີຄວາມເຈັບປວດ ຍ້ອນ ໄດ້ຮັບຜົນກະທົບຈາກພຣະວິນຍານບໍຣິສຸດຂອງອົງພຣະຜູ້ເປັນ ເຈົ້າ. ຈາກນັ້ນ ເຂົາກໍຈະເກີດມີຄວາມໜ່າຍແໜງຕໍ່ຕົນເອງເພາະ ໄດ້ເຫັນຄວາມບໍຣິສຸດຜຸດຜ່ອງໄຮ້ຮອຍມົນທິນໃດໆທັງສິ້ນທີ່ ມີຢູ່ໃນ ຄຸນລັກສະນະທາດແທ້ຂອງອົງພຣະຄຣິສຕ໌ເຈົ້າ.SCL 46.1