Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພຣະຄຳພີທຳໃຫ້ມະນຸດເກີເມີຄວາມປະທັບໃຈ

    ພຣະຄຳພີໄດ້ເປີດເຜີຍໃຫ້ເຫັນເຖິງສັຈທັມຄວາມຈິງຢ່າງກະທັດລັດແລະຕອບສະໜອງໄດ້ຢ່າງພຽງພໍຕໍ່ຄວາມຈຳເປັນແລະ ຄວາມມຸ້ງມາດປາຖນາທາງດ້ານຊີວິດຈິດໃຈຂອງມະນຸດ, ພວກຄົນ ທີ່ມີຄວາມຮູ້ການສຶກສາລະດັບສູງກໍພາກັນມີ ຄວາມອັສຈັນແລະປະ ທັບຈິດປະທັບໃຈ, ໃນຂະນະດຽວກັນນັ້ນ ພຣະຄຳພີກໍຍັງຊ່ອຍໃຫ້ພວກ ຄົນຜູ້ທີ່ມີຄວາມຖ່ອມຕົວ ແລະ ພວກຄົນທີ່ດ້ອຍການສຶກສານັ້ນມີ ຄວາມສາມາດຮູ້ໄດ້ໃນເສັ້ນທາງແຫ່ງການໂຜດໃຫ້ລອດຂອງພຣະ ເຈົ້າ. ເຖິງແມ່ນວ່າສັຈທັມຄວາມຈິງເຫລົ່ານີ້ຈະເປັນທີ່ເຂົ້າໃຈໄດ້ ພຽງໃດກໍຕາມ, ແຕ່ກໍຍັງມີຄວາມເລິກລັບອັສຈັນທີ່ຄວາມຄິດປັນຍາ ຂອງມະນຸດບໍ່ສາມາດຈະທຳການພິສີດໄດ້ເລີຍ ແລະ ພວກເຮົາ ຈະຮັບຜູ້ເປັນເຈົ້ານັ້ນເອງທີ່ຊົງເປັນຜູ້ໃຫ້ການແຈ້ງຂ່າວອອກມາໃຫ້ ຮູ້. ແຜນການຂອງພຣະເຈົ້າເພື່ອໂຜດເອົາມະນຸດທັງຫລາຍໃຫ້ລອດ ນັ້ນກໍເປັນທີ່ແຈ່ມແຈ້ງຕໍ່ພວກເຮົາຢູ່ແລ້ວເພື່ອໃຫ້ທຸກຄົນໄດ້ເຫັນເສັ້ນ ທາງທີ່ຕົນຈະກ້າວເດີນໄປສູ່ການກັບຈິດກັບໃຈໄປສູ່ພຣະເຈົ້າ ແລະ ມີຄວາມເຊື່ອຕໍ່ອົງພຣະເຢຊູຄຣິສຕ໌ເພື່ອຕົນຈະໄດ້ຮັບຄວາມລອດ ຕາມເສັ້ນທາງທີ່ອົງພຣະຜູ້ເປັນເຈົ້າຊົງໄດ້ກຳນົດເອົາໄວ້. ເຖິງ ແມ່ນວ່າສັຈທັມຄວາມຈິງເຫລົ່ານີ້ຈະເປັນທີ່ ເຂົ້າໃຈໄດ້ງ່າຍພຽງ ໃດກໍຕາມແຕ່ກໍຍັງມີຄວາມເລິກລັບມະຫັສຈັນແຫ່ງຄວາມສະຫງ່າ ຣາສີຂອງພຣະອົງທີ່ເຊື່ອງຊ້ອນຢູ່ພາຍໃນ-ຄວາມເລິກລັບອັສຈັນ ເຫລົ່ານັ້ນ ກໍນອກເໜືອໄປຈາກຄວາມສາມາດທາງດ້ານແນວຄິດ ປັນຍາຂອງມະນຸດທີ່ຈະທຳການພິສູດຄົ້ນຄວ້າໃຫ້ເຖິງໄດ້. ແຕ່ເຖິງ ຢ່າງໃດ, ຄວາມຈິງເຫລົ່ານັ້ນກໍຍັງໄດ້ກາຍເປັນສິ່ງຊຸກຍູ້ກຳລັງໃຈ ຂອງພວກນັກຄົ້ນຄວ້າທີ່ມີຄວາມຈິງໃຈທັງຫລາຍດ້ວຍການທຳໃຫ້ ພວກເຂົາໄດ້ເກີດມີຄວາມເຊື່ອ ແລະຄວາມໂຄຣົບຢຳເກງຕໍ່ອົງພຣະ ຜູ້ເປັນເຈົ້າ. ຍິ່ງຄົນເຮົາຄົ້ນຄວ້າສຶກສາ ພຣະຄຳພີມາກຂຶ້ນພຽງ ໃດກໍຍິ່ງໃຫ້ເຂົາ ເກີດມີຄວາມເຊື່ອໜັ້ກຢ່າງເລິກເຊິ່ງເຂົ້າໄປຊັກ ໃຊ້ວ່ານີ້ເອງຄືພຣະວັຈນະຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ແລະຄວາມຄິດປັນຍາຂອງມະນຸດກໍຍອມຢູ່ໃຕ້ຄວາມຍິ່ງໃຫຍ່ມະຫັສຈັນແຫ່ງ ການເຜີຍພຣະນິມິຕຂອງພຣະເຈົ້າຜູ້ຍິ່ງໃຫຍ່ນັ້ນ.SCL 217.1

    ການຮັບຮູ້ວ່າມະນຸດພວກເຮົາບໍ່ມີຄວາມສາມາດທີ່ຈະທຳຄວາມເຂົ້າໄດ້ຢ່າງເຕັມສ່ສວນເຖິງສັຈທັມຄວາມຈິງທີ່ມີຢູ່ໃນໜັງ ສືພຣະຄຳພີນັ້ນກໍເປັນການສະແດງອອກໃຫ້ເຫັນວ່າພວກເຮົາຍອມ ຮັບຮູ້ໃນຄວາມຄິດປັນຍາທີ່ຈຳກັດຮັດແຄບຂອງມະນຸດເຮົາທີ່ບໍ່ສາ ມາດຈະຮັບເອົາໄດ້ໃນສິ່ງທັງໝົດເຊິ່ງມີຄວາມຍິ່ງໃຫຍ່ອະມະຕະ ຢ່າງບໍ່ມີຂອບເຂດຈຳກັດເຫລົ່ານັ້ນ. ນີ້ກໍຄືການຮັບຮູ້ວ່າຄວາມຮູ້ປັນ ຍາຂອງມະນຸດບໍ່ມີຄວາມສາມາດທີ່ຈະທຳຄວາມເຂົ້າໃຈໄດ້ໃນຈຸດ ມຸ້ງໝາຍທຸກຢ່າງຂອງ ພຣະເຈົ້າຜູ້ຊົງຢູ່ເໜືອກວ່າວິທະຍາສາດວິ ທະຍາການຂອງຄົນ.SCL 219.1