Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມສຸກແບບຈອມປອມ

    ຄວາມສຸກທີ່ຄົນເຮົາມຸ້ງຫວັງຢາກຈະໄດ້ມາດ້ວຍຄວາມ ເຫັນແກ່ຕົວແລະໂດຍຢູ່ນອກໄປຈາກຄວາມຮັບຜິດຊອບຕໍ່ ພັນທະ ຂອງຕົນນັ້ນກໍຖືວ່າເປັນສິ່ງທີ່ບໍ່ສົມດູນແລະກໍບໍ່ໝັ້ນຄົງແລະກໍສູນ ຫາຍໄປໄດ້ງ່າຍ, ສ່ວນຄົນຜູ້ທີ່ຊອກສະແຫວງຫາຄວາມສຸກປະເພດ ດັ່ງກ່າວນີ້ສຸດທ້າຍມາເຂົາກໍຈະກາຍເປັນຄົນໂດດດ່ຽວ ແລະຕົກ ຢູ່ໃນສະພາບອັນເສົ້າໂສກເສັຍໃຈ. ສ່ວນການເຂົ້າມາທຳງານຮັບ ໃຊ້ພຣະເຈົ້ານີ້ກໍມີແຕ່ຈະນຳມາເຊິ່ງຄວາມເບີກບານສຳລານໃຈ ແລະຄວາມເພິ່ງພໍໃຈ. ຄົນຜູ້ທີ່ເຊື່ອໃນອົົງພຣະຄຣິສຕ໌ຈະບໍ່ໃຊ້ຊີວິດ ຢູ່ດ້ວຍການເດີນໄປຕາມເສັນທາງທີ່ບໍ່ມີຈຸດໝາຍປາຍທາງອັນແນ່ ນອນ, ເຂົາຈະບໍ່ທຳໃຫ້ຕົນເກີດມີຄວາມໂສກເສົ້າເສັຍໃຈໄປຢ່າງ ເປົ່າລ້າໄຮ້ຄວາມໝາຍ. ພວກເຮົາຜູ້ມີຄວາມເຊື່ອໃນອົງພຣະ ຄຣິສຕ໌ທັງຫລາຍເຖິງແມ່ນວ່າອາດຈະບໍ່ໄດ້ພົບກັບຄວາມສຸກໃນຊີ ວິດນີ້ກໍຕາມ, ແຕ່ເຖິງຢ່າງໃດພວກເຮົາກໍຍັງຄົງມີຄວາມສຸກດັ່ງ ເຄີຍດ້ວຍການຄອງຄອຍຕໍ່ຊີວິດໃໝ່ທີ່ຈະມີມາໃນເບື້ອງໜ້າ.SCL 255.1

    ຢູ່ໃນຊີວິດນີ້ຜູ້ຄົນທັງຫລາຍທີ່ ເຊື່ອໃນອົງພຣະຄຣິສຕ໌ ກໍສາ ມາດທີ່ຈະມີຄວາມສຸກໃຈທີ່ ຕົນໄດ້ມີຄວາມສະໜິດຕິດພັນຢູ່ກັບອົງ ພຣະຄຣິສຕ໌ເຈົ້າ. ພວກເຮົາກໍສາມາດທີ່ຈະໄດ້ຮັບແສງສະຫວ່າງ ອັນມາຈາກຄວາມຮັກຂອງພຣະອົງ, ໄດ້ຮັບການປະໂລມໃຈຢ່າງ ຕະຫລອດການ, ເພາະວ່າພຣະອົງໄດ້ສະເດັດເຂົ້າມາສະຖິດຢູ່ຢ່າງ ໃກ້ຊິດກັບພວກເຮົາ. ທຸກບາດກ້າວເດີນແຫ່ງຊີວິດກໍສາມາດທີ່ຈະ ນຳເອົາພວກເຮົາໃຫ້ຫຍັບເຂົ້າໄປຢູ່ໃກ້ກັບອົງພຣະເຢຊູເຈົ້າ, ສາ ມາດທີ່ຈະພາໃຫ້ພວກເຮົາໄດ້ຮັບເອົາປະສົບການຈາກຄວາມຮັກ ຂອງພຣະອົງອັນນັບມືນັບເລິກເຊິ່ງຍິ່ງຂຶ້ນແລະແຕ່ລະບາດກ້າວຢູ່ ໃນຊີວິດແຕ່ລະມື້ລະວັນກໍຈະພາໃຫ້ພວກເຮົາກ້າວເດີນຫຍັບເຂົ້າ ໄປໃກ້ກັບພຣະມະຫາຣາຊວັງແຫ່ງຄວາມສັນຕິສຸກທີ່ ປ່ຽມລົ້ນໄປ ດ້ວຍຄວາມຈະເຣີນພອນ. ພວກເຮົາມີຄວາມເຊື່ອໝັ້ນອັນແຂງ ແກ່ນທີ່ນັບມື້ນັບເພີ່ມທະວີຂຶ້ນຍິ່ງກວ່າເວລາຜ່ານມາ. “ເທົ່າເຖິງ ທຸກວັນນີ້ພຣະອົງກໍໄດ້ຊ່ວຍພວກເຮົາມາ” (1ຊາມູເອນ 7: 12)ແລະ ພຣະອົງກໍຍັງຈະຊ່ວຍພວກເຮົາໄປຕະຫລອດຈົນເຖິງວັນ ສຸດທ້າຍ.ຂໍໃຫ້ພວກເຮົາຈົ່ງພາກັນມອງໄປເຖິງເບື້ອງຫລັງທີ່ຜ່ານ ມາຂອງຊີວິດຕົນນັ້ນເສັຍເຖິດ, ຈົ່ງຫວນຄືນຄວາມຊົງຈຳເສັຍເຖີດ ວ່າມີສິ່ງໃດແດ່ທີ່ອົງພຣະຜູ້ເປັນເຈົ້າຊົງໄດ້ກະທຳມາເພື່ອທຳການ ປອບໃຈໃຫ້ແກ່ພວກເຮົາ ແລະ ເພື່ອປົດປ່ອຍໃຫ້ພວກເຮົາໄດ້ຫລຸດ ພົ້ນອອກໄປຈາກກຳມືຂອງສັດຕຣູຜູ້ມຸ້ງຫວັງທຳລາຍເຮົາ. ຂໍໃຫ້ ພວກເຮົາຈົ່ງພາກັນເກັບຮັກສາເອົາໄວ້ໃນຄວາມຊົງຈຳທີ່ບໍ່ມີວັນຈະ ຈືດຈາງໄປ ໄດ້ເຖິງຄວາມເມດຕາກະຣຸນາທັງໝົດທີ່ພຣະອົງຜູ້ເປັນ ເຈົ້າຊົງໄດ້ໂຜດສະແດງອອກມາໃຫ້ພວກເຮົາໄດ້ເຫັນ: ບໍ່ວ່າຈະ ເປັນທຸກຢົດຢາດນ້ຳຕາທີ່ພຣະອົງຊົງໄດ້ເຊັດມັນໃຫ້ແຫ້ງໄປ, ບໍ່ວ່າ ຈະເປັນຄວາມເຈັບປວດຢູ່ໃນຊີວິດທີ່ພຣະອົງຊົງໄດ້ຊ່ວຍບັນເທົາປັດ ເປົ່າໃຫ້ມັນຫາຍໄປ, ນັບທັງຄວາມຫວາດຫວັ່ນກັງວົນໃຈທີ່ພຣະອົງ ຊົງໄດ້ຖອດຖອນອອກໄປ, ຄວາມສະທ້ານຢ້ານກົວທີ່ພຣະອົງໄດ້ຂັບ ໄລ່ມັນອອກໄປ, ຄວາມຈຳເປັນຢູ່ໃນຊີວິປະຈຳວັນທີ່ພຣະອົງຊົງ ໄດ້ໃຫ້ການຕອບສະໜອງມາ, ຄວາມຈະເຣີນພອນທີ່ພຣະອົງຊົງໄດ້ ໂຜດປະທານມາໃຫ້-ສິ່ງທັງໝົດເຫລົ່ານີ້ກໍລ້ວນແຕ່ເປັນການສ້າງ ກຳລັງໃຈຂອງພວກເຮົາໃຫ້ມີພະລັງອັນເຂັ້ມແຂງຂຶ້ນເພື່ອສືບຕໍ່ກ້າວ ເດີນໄປໃນຊ່ວງລະຍະທາງ ບັ້ນປາຍແຫ່ງການພະເນຈອນຂອງ ພວກເຮົາຢູ່ໃນຊີວິດນີ້. SCL 255.2

    ພວກເຮົາກໍບໍ່ອາດສາມາດທີ່ ຈະມອງເຫັນເຖິງຄວາມສັບ ສົນຫຍຸ້ງຍາກຂອງການຕໍ່ສູ້ໃນຊີວິດທີ່ຈະມີມາໃນເບື້ອງໜ້າ, ແຕ່ ພວກເຮົາກໍສາມາດທີ່ຈະມອງຄືນໄປສູ່ເບື້ອງຫລັງຜ່ານມາແຫ່ງຊີ ວິດຂອງຕົນ, ສະນັ້ນສຳລັບສິ່ງໃດທີ່ຈະມີມາຢູ່ໃນເບື້ອງໜ້າຂອງຊີ ວິດນັ້ນ ພວກເຮົາກໍຈະສາມາດກ່າວອອກໄດ້ວ່າ: “ເທົ່າເຖິງທຸກ ວັນນີ້ພຣະອົງກໍຍັງໄດ້ຊົດຊ່ວຍພວກເຮົາມາຢູ່ແລ້ວ” “ເໝືອນດັ່ງການເວລາຂອງພຣະອົງເຈົ້າ, ຈິ່ງຂໍໃຫ້ຣິດທາ ນຸພາບຂອງພຣະອົງຈົ່ງຈະເຣີນ” (ທົບທວນພຣະບັນຍັຕ 33:25). ຊ່ວງເວລາແຫ່ງການທົດສອບນີ້ຈະບໍ່ຍືດຍາວໄປເກີນ ກວ່າກຳນົດ, ພຣະອົງເຈົ້າຈະຊົງເປັນຜູ້ໂຜດປະທານໃຫ້ພວກເຮົາ ໄດ້ມີພະລັງແຮງຕໍ່ສູ້ຜ່ານຜ່າຕໍ່ສິ່ງເຫລົ່ານີ້. ເພາະສະນັ້ນ ຂໍໃຫ້ ພວກເຮົາທັງຫລາຍຈົ່ງພ້ອມພາກັນທຳໜ້າທີ່ ການງານຂອງໃຜມັນ ຕາມບ່ອນທີ່ຕົນພວມສັງກັດຢູ່ນັ້ນດ້ວຍຄວາມເຊື່ອ ອັນເຂັ້ມແຂງ ແຮງກ້າວ່າ: ເຖິງແມ່ນສິ່ງໃດຈະເກີດມີຂຶ້ນກໍຕາມ, ແຕ່ພວກເຮົາ ກໍຍັງຈະໄດ້ຮັບການໂຜດປະທານພະລັງແຮງມາຢ່າງພຽງພໍເພື່ອ ຈະຕໍ່ ສູ້ຜ່ານຜ່າກັບການທົດສອບນາໆປະການເຫລົ່ານັ້ນ.SCL 257.1