Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ທ່ານນັ້ນເອງເປັນຝ່າຍທີ່ທຳໃຫ້ຕົນຕ້ອງໄດ້ຮັບຄວາມເຈັບປວດ

    ສິ່ງທັງໝົດເຫລົ່ານັ້ນກໍເປັນການສ້າງຄວາມເສັຍຫາຍໃຫ້ແກ່ ຊີວິດຈິດໃຈຂອງທ່ານນັ້ນເອງ, ເພາະວ່າທຸກຖ້ອຍຄຳຂອງທ່ານທີ່ ສະແດງອອກເຖິງຄວາມລະແວງສົງໄສນັ້ນກໍລ້ວນແຕ່ ເປັນການ ເປິດເສັ້ໜທາງໃຫ້ ແກ່ການລໍ້ລວງຂອງສາຕານ,ມັນເປັນການສົ່ງ ເສີມທ່າອ່ຽງແຫ່ງຄວາມລະແວງສົງໄສຕໍ່ອົງພຣະຜູ້ເປັນເຈົ້າທີ່ມີຢູ່ ໃນຕົວຂອງທ່ານເອງນັ້ນໃຫ້ເພີ່ມທະວີຍິ່ງຂຶ້ນ ແລະ ນີ້ທັງຍັງຈະເປັນ ການທຳໃຫ້ພວກຊາວເທວະທູຕຂອງພຣະເຈົ້າທີ່ ກຳລັງທຳການຮັບ ໃຊ້ທ່ານຢູ່ນັ້ນຕ້ອງເກີດມີຄວາມເສົ້າໃຈ ແລະໃນທີ່ສຸດພວກເພີ່ນກໍຈະ ຕ້ອງປະປ່ອຍພວກເຮົາໄປເສັຍ. ສະນັ້ນ, ໃນເວລາທີ່ສາຕານຫາກ ເຂົ້າມາລໍ້ລວງທ່ານນັ້ນຈົ່ງຢ່າໄດ້ຫາຍໃຈເອົາຄວາມລະແວງສົງ ໄສ ແລະ ຄວາມມິດມົນເຫລົ່ານັ້ນ. ຖ້າທ່ານຫາກຫັນມາເລືອກເອົາ ການເປີດປະຕູຮັບເອົາຄຳຄິດຄຳສະເໜີຂອງສາຕານນັ້ນແລ້ວ ຄວາມຄິດຂອງທ່ານເອງກໍຈະເຕັມໄປດ້ວຍຄວາມລະແວງສົງໄສ ແລະເຕັມໄປດ້ວຍຄຳຖາມແບບບໍ່ໄວ້ວາງໃຈຕ່າງໆນາໆ. ຖ້າທ່ານ ຫາກນຳເອົາຄວາມຮູ້ສຶກອັນບໍ່ດີຂອງທ່ານອອກໄປເວົ້າໃຫ້ຜູ້ອື່ນ ຟັງແລ້ວ, ຄວາມລະແວງສົງໄສທຸກຢ່າງທີ່ທານໄດ້ສະແດງອອກໄປ ນັ້ນກໍບໍ່ພຽງແຕ່ຈະກະທົບໃສ່ຕົວຂອງທ່ານເອງເທົ່ານັ້ນ, ແຕ່ທັງຍັງ ຈະເປັນການຫວ່ານໜໍ່ແນວທີ່ຈະເຕີບໃຫຍ່ຂະຫຍາຍໂຕຂຶ້ນໄປໃນ ພາຍພາກໜ້າ ແລະພວກມັນກໍຈະນຳເອົາໝາກຜົນອັນບໍ່ດີມາໃຫ້ແກ່ ຊີວິດຂອງຄົນອື່ນອີກດ້ວຍເຊິ່ງໄດ້ມາຈາກຄວາມເວົ້າຄວາມວ່າ ຂອງທ່ານນັ້ນເອງ. ຕົວຂອງທ່່ານເອງກໍອາດຈະສາມາດຜ່ານຜ່າ ການລໍ້ລວງ ແລະຫລຸດພົ້ນໄປຈາກບ້ວງແຮວຂອງສາຕານໄດ້, ແຕ່ ສ່ວນຄົນອື່ນທີ່ໄດ້ຕົກຢູ່ໃນຄວາມຄອນແຄນຍ້ອນທັສນະທ່າທີຂອງ ທ່ານນັ້ນພວກເຂົາກໍອາດຈະບໍ່ສາມາດທີ່ຈະຫລົບຫລີກໄປຈາກ ຄວາມລະແວງສົງໄສທີ່ ທ່ານໄດ້ທຳການປູກຫວ່ານໄປແລ້ວນັ້ນ. ເພາະສະນັ້ນ, ການເວົ້າຈາສົນທະນາເອົາແຕ່ສິ່ງທີ່ຈະເປັນການປຸກ ລຸກກຳລັງໃຈ ແລະ ເສີມສ້າງຊີວິດນັ້ນຈິງເຫັນວ່າມີຄວາມສຳຄັນ ເປັນຢ່າງຍິ່ງ!SCL 241.1

    ບັນດາທູດສະຫວັນທັງຫລາຍ ກໍພາກັນລໍຟັງວ່າທ່ານຈະນຳ ເອົາຄຳເວົ້າຄຳວ່າແບບໃດ ອອກມາເປັນພະຍານໃຫ້ໂລກໄດ້ຮູ້ກ່ຽວ ກັບພຣະເຈົ້າຂອງທ່ານຜູ້ຊົງສະຖິດຢູ່ເມືອງຟ້າສະຫວັນນັ້ນ. ຈົ່ງ ທຳໃຫ້ການເວົ້າຈາສົນທະນາຂອງທ່ານໄດ້ສະໜິດຕິດພັນຢູ່ກັບພຣະ ອົງຜູ້ດຳຣົງພຣະຊົນຢູ່ ໃນຖານະທີ່ເປັນທະນາຍຄວາມຜູ້ປົກປ້ອງ ເອົາທ່ານຢູ່ຕໍ່ໜ້າພຣະພັກຂອງພຣະເທພບິດາເຈົ້າ. ໃນເວລາທີ່ທ່ານ ທຳການສຳພັດມືກັບເພື່ອນມິດຂອງທ່ານນັ້ນຈົ່ງຢ່າລືມພາກັນສັນລະ ເສີນອົງພຣະຜູ້ເປັນເຈົ້າທັງດ້ວຍຄວາມເວົ້າ ແລະທັງດ້ວຍຈິດໃຈ ຂອງທ່ານເສັຍເຖິດ, ເພາະນັ້ນຈະເປັນການດຶງດູດເອົາຄວາມຄິດ ຈິດໃຈຂອງເຂົາໃຫ້ຫັນໄປສູ່ອົງພຣະເຢຊູຄຣິສຕ໌. SCL 242.1

    ຄົນເຮົາທຸກຄົນກໍລ້ວນແຕ່ປະເຊີນໜ້າກັບການທົດສອບ ຄວາມທຸກໂສກ ແລະ ຄວາມຍົ້ວຍວນລໍ້ລວງຕ່າງໆນາໆທີ່ເປັນຂອງ ຍາກລຳບາກສຳລັບການຕໍ່ສູ້ຜ່ານຜ່າ. ແຕ່ຂໍໃຫ້ທ່ານຈົ່ງຢາໄດ້ນຳ ເອົາບັນຫາອັນສັບສົນຫຍຸ້ງຍາກເຫລົ່ານັ້ນໄປເລ່າສູ່ເພື່ອນມະນຸດ ຂອງທ່ານນັ້ນເລີຍ, ແຕ່ໃຫ້ທ່ານຈົ່ງນຳເອົາສິ່ງທັງໝົດເຫລົ່ານັ້ນໄປ ໄຫວ້ວອນອະທິຖານຕໍ່ອົງພຣະຜູ້ເປັນເຈົ້າເສັຍເຖິດ. ຈົ່ງສ້າງຣະ ບຽບວິນັຍເອົາໄວ້ກັບຕົນວ່າຈະບໍ່ປ່ອຍໃຫ້ຄຳເວົ້າທີ່ສະແດງອອກ ເຖິງຄວາມລະແວງສົງໄສ ແລະຄວາມທໍ້ຖ້ອຍກຳລັງໃຈນັ້ນໄດ້ຫລຸດ ອອກໄປຈາກປາກຂອງທ່ານແມ່ນແຕ່ພຽງຄຳໜຶ່ງ. ຕົວຂອງທ່ານ ເອງກໍສາມາດທີ່ຈະກະທຳໄດ້ຫລາຍສິ່ງຫລາຍຢ່າງເພື່ອຈະນຳເອົາ ແສງສະຫວ່າງໄປສູ່ຊີວິດຂອງຄົນອື່ນ ແລະສົ່ງເສີມຄວາມຕັ້ງໜ້າ ພະຍາຍາມຂອງພວກເຂົາດ້ວຍທັດສນະ ແລະ ວາຈາທີ່ຊໍ່ສະແດງ ອອກໃຫ້ເຫັນເຖິງຄວາມຫວັງແລະດ້ວຍຄວາມບໍຣິສຸດຜຸດຜ່ອງ.SCL 243.1