Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພ້ອມສະເໝີທີ່ຈະເສັຍສະຫລະ

    ຜູ້ໃດທີ່ ໄດ້ເຂົ້າມາມີສ່ວນຮ່ວມໃນພຣະເດດພຣະຄຸນຂອງ ອົງພຣະຄຣິສຕ໌ນັ້ນເຂົາກໍຈະມີຄວາມພ້ອມຢູ່ສະເໝີທີ່ຈະເສັຍສະຫລະ ທຸກສິ່ງຢ່າງເພື່ອ ໃຫ້ຄົນທັງຫລາຍທີ່ພຣະເຢຊູຄຣິສຕ໌ຊົງໄດ້ສິ້ນພຣະ ຊົນເພື່ອແລກໄຖ່ໄປແລ້ວນັ້ນໃຫ້ໄດ້ພາກັນເຂົ້າມາແບ່ງປັນເອົາ ຂອງພຣະຣາຊທານຈາກເມືອງສະຫວັນຊັ້ນຟ້າ. ພວກເຂົາກໍຈະທຳ ທຸກຢ່າງເພື່ອຊ່ວຍໃຫ້ໂລກມະນຸດທີ່ຕົນດຳຣົງຊີວິດຢູ່ນີ້ໄດ້ເກີດມີການ ປ່ຽນແປງທີ່ດີຂຶ້ນ. ນີ້ແມ່ນຈິຕວິນຍານທີ່ສະແດງອອກໃຫ້ເຫັນວ່າ ຄົນຜູ້ນັ້ນໄດ້ມີການກັບຈິຕກັບໃຈຢ່າງແທ້ຈິງຫລືບໍ່. ເມື່ອຜູ້ໃດໄດ້ເຂົ້າ ມາຫາອົງພຣະຄຣິສຕ໌ແລ້ວຢູ່ໃນ ຫົວໃຈຂອງເຂົາກໍຈະເກີດມີຄວາມ ຕ້ອງການຢ່າງຟ້າວຟັ່ງຮີບຮ້ອນທີ່ຢາກຈະເລົ່າ ໃຫ້ຜູ້ອື່ນໄດ້ຮູ້ຈັກ ກ່ຽວກັບພຣະອົງຜູ້ຊົງເປັນ ມິດສະຫາຍຂອງຕົນແລະເປັນຜູ້ທີ່ມີຄຸນ ຄ່າສູງອັນຫາສິ່ງໃດຈະ ມາປຽບປານບໍ່ໄດ້ແລະພຣະອົງຜູ້ນັ້ນກໍຄື ອົງພຣະເຢຊູຄຣິສຕ໌ນັ້ນເອງ. ສັຈທັມຄວາມຈິງທີ່ມີຄວາມສັກສິດ ແລະມີຄວາມແຈ່ມແຈ້ງນັ້ນກໍບໍ່ສາມາດທີ່ຈະຖືກເກັບມາເຊື່ອງເອົາ ໄວ້ຢູ່ໃນຫົວໃຈຂອງຄົນຜູ້ທີ່ໄດ້ເຂົ້າມາພົບກັບພຣະອົງແລ້ວນັ້ນໄດ້ ເລີຍ. ຖ້າວ່າພວກເຮົາຫາກໄດ້ຮັບເອົາຄວາມຊອບທັມຂອງອົງ ພຣະຄຣິສຕ໌ ມາທົ່ມສວມເຂົ້າໃສ່ຕົນເອງ ແລະ ເມື່ອພວກເຮົາຫາກ ປ່ຽມລົ່ນໄປດ້ວຍຄວາມສຸກໃຈທີ່ໄດ້ມາຈາກພຣະວິນຍານ ຂອງພຣະອົງທີ່ສະຖິດຢູ່ໃນຕົວຂອງພວກເຮົາແລ້ວນັ້ນກໍເປັນອັນວ່າ ຍາກທີ່ຈະທຳຕົນໃຫ້ເປັນຄົນທີ່ປິດປາກມິດງຽບຢູ່ໄດ້. ຖ້າວ່າພວກ ເຮົາຫາກໄດ້ຊີມຣົສ ແລະ ໄດ້ຮູ້ໄດ້ເຫັນວ່າອົງພຣະຜູ້ເປັນເຈົ້າຊົງ ມີຄຸນງາມຄວາມດີພຽງໃດ, ພວກເຮົາກໍຈະຕ້ອງມີ ສິ່ງໃດສິ່ງໜຶ່ງ ທີ່ຕ້ອງຢາກນຳເອົາອອກມາເລົ່າໃຫ້ຄົນອື່ນໄດ້ຟັງນຳເພື່ອເປັນສັກ ຂີພິຍານ. ພວກເຮົາຄວນຈະຕ້ອງປະພຶດຕົນໃຫ້ເປັນເໝືອນດັ່ງທ່ານ ຟີລິບ (Philip) ຜູ້ທີ່ໄດ້ພົບພໍ້ກັບພຣະເຈົ້າຜູ້ໂຜດໃຫ້ລອດນັ້ນ,ຄືພວກ ເຮົາຄວນຈະຮຽກເອີ້ນເອົາຄົນ ທັງຫລາຍໃຫ້ເຂົ້າມາມີຄວາມສັມ ພັນກັບພຣະອົງເຈົ້າ. ພວກເຮົາຄວນຈະຊອກຫາທຸກວິທີທາງເພື່ອ ຈະນຳສະເໜີໃຫ້ພວກເຂົາທັງຫລາຍໄດ້ທຳຄວາມຮູ້ຈັກກັບອົງພຣະ ຄຣິສຕ໌ ດ້ວຍຄວາມປະທັບຈັບໃຈ, ນັບທັງທຳໃຫ້ພວກຄົນເຫລົ່ານັ້ນ ໄດ້ຮູ້ໄດ້ເຫັນເຖິງຄວາມເປັນຈິງທີ່ບໍ່ທັນປະຈັກແຈ້ງໃນສາຍຕາຂອງ ມະນຸດກ່ຽວ ກັບເຣື່ອງແຜ່ນດິນຂອງໂລກໃໝ່ທີ່ກຳລັງຈະກ້າວເຂົ້າ ມາຢູ່ນັ້ນ. ຜູ້ໃດທີ່ໄດ້ເຂົ້າມາພົບເຫັນອົງພຣະເຢຊູເຈົ້າແລ້ວເຂົາກໍ ຈະມີຄວາມຕ້ອງການຢ່າງຮ້ອນຮົນ ທີ່ຈະກ້າວເດີນໄປຕາມຮອຍ ພຣະບາດຂອງພຣະອົງ. ເຂົາກໍຈະມີຄວາມປະສົງອັນແຮງກ້າທີ່ ຢາກຈະໃຫ້ມວນຊົນທີ່ຢູ່ອ້ອມຂ້າງຕົນນັ້ນໄດ້ມອງເຫັນ “ພຣະເມສາ ນ້ອຍ (ແພ໊ະນ້ອຍຕົວເຖິກ-ຜູ້ແປ) ຂອງອົງພຣະຜູ້ເປັນເຈົ້າ ຜູ້ເຊິ່ງໄດ້ມາເອົາຄວາມບາບຂອງໂລກມະນຸດນັ້ນອອກ ໄປ” (ໂຢຫັນ 1:29).SCL 154.1

    ຄວາມພະຍາຍາມຂອງ ພວກເຮົາທີ່ຢາກຈະໃຫ້ຄົນອື່ນໄດ້ ຮັບຄວາມສຸກຄວາມຈະເຣີນພອນນັ້ນສຸດທ້າຍກໍຈະກັບກາຍມາເປັນ ຄວາມສຸກຄວາມຈະເຣີນພອນທີ່ ກ້ຽວຄືນມາໃສ່ຕົວຂອງພວກເຮົາ ນັ້ນເອງ. ນີ້ກໍຄືຈຸດປະສົງໜຶ່ງຂອງ ອົງພຣະຜູ້ເປັນເຈົ້າທີ່ພຣະອົງ ຊົງໄດ້ແບ່ງງານໃຫ້ພວກເຮົາທັງຫລາຍໄດ້ເຂົ້າມາຮ່ວມກັນກະ ທຳໃນພາກສ່ວນໜຶ່ງເຊິ່ງນອນຢູ່ໃນແຜນການອັນຍິ່ງໃຫຍ່ໃນພາຣະ ກິດແຫ່ງການໂຜດຜາຍເອົາມະນຸດທັງຫລາຍໃຫ້ໄດ້ຮັບຄວາມລອດ ພົ້ນ. ພຣະອົງເຈົ້າຊົງອະນຸຍາດໃຫ້ມະນຸດເຮົາໄດ້ມີໂອກາດເປັນຜູ້ ເຂົ້າມາມີສ່ວນຮ່ວມໃນການມີຄຸນລັກສະນະທາດແທ້ແຫ່ງຄວາມ ເປັນເທພເຈົ້າເພື່ອຈະໃຫ້ພວກເຮົາສາມາດນຳເອົາຄວາມສຸກ ຄວາມຈະເຣີນພອນໄປສູ່ເພື່ອມະນຸດດ້ວຍກັນທັງຫລາຍ. ນີ້ຄືກຽດ ສັກສີອັນສູງສົ່ງກວ່າສິ່ງໃດທັງໝົດ, ນີ້ຄືຄວາມສຸກທີ່ມາກກວ່າສິ່ງ ໃດທັງໝົດເຊິ່ງ ພຣະຜູ້ເປັນເຈົ້າສາມາດທີ່ຈະໂຜດປະທານມາແກ່ ພວກເຮົາຜູ້ເປັນມະນຸດທັງຫລາຍ. ຜູ້ໃດທີ່ໄດ້ເຂົ້າຮ່ວມໃນພຣະກິຈ ການແຫ່ງຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງແລ້ວເຂົາກໍຈະກັບ ກາຍມາເປັນຜູ້ທີ່ມີຄວາມໃກ້ສິດກັບພຣະເຈົ້າຜູ້ເຊິ່ງເປັນຜູ້ຊົງໃຫ້ ການເນຣະມິຕປະດິດສ້າງຂອງພວກຕົນນັ້ນຍິ່ງຂຶ້ນ.SCL 156.1