ມີແຕ່ອົງພຣະຄຣິສຕ໌ພຽງເທົ່ານັ້ນທີ່ຈະສາມາດໂຜດເອົາ ພວກເຮົາໃຫ້ລອດພົ້ນໄດ້
ນອກຈາກພຣະບຸຕຂອງອົງພຣະຜູ້ເປັນເຈົ້າແລ້ວກໍບໍ່ມີຜູ້ໃດ ອີກທີ່ຈະສາມາດ ໂຜດເອົາພວກເຮົາທັງຫລາຍໃຫ້ລອດພົ້ນໄປໄດ້, ເພາະວ່າມີແຕ່ພຣະອົງຜູ້ຊົງດຳຣົງຢູ່ໃນພຣະຊວງຂອງພຣະບິດາ ເຈົ້າພຽງເທົ່ານັ້ນທີ່ຈະສາມາດສະແດງພຣະຜູ້ເປັນເຈົ້າອອກມາໃຫ້ ເຫັນໄດ້. ມີແຕ່ ພຣະອົງຜູ້ທີ່ຮູ້ຈັກເຖິງຄວາມເລິກເຊິ່ງ ເຖິງຖອງ ແຫ່ງຄວາມຮັກຂອງອົງພຣະຜູ້ເປັນເຈົ້າພຽງເທົ່ານັ້ນຈິ່ງສາ ມາດສະແດງສິ່ງດັ່ງກ່າວອອກມາໃຫ້ໂລກມະນຸດເຫັນໄດ້. ນອກ ເໜືອໄປຈາກການເສັຍສະຫລະຄັ້ງຍິ່ງໃຫຍ່ອະມະຕະຂອງພຣະຄຣິສຕ໌ ເພື່ອມວນມະນຸດຜູ້ທີ່ກຳລັງຕົກຢູ່ໃນຄວາມບາບນັ້ນກໍບໍ່ມີສິ່ງໃດ ອີກແລ້ວທີ່ຈະສາມາດສະແດງອອກໃຫ້ເຫັນໄດ້ເຖິງຄວາມຮັກຂອງ ພຣະບິດາເຈົ້າທີ່ມີຕໍ່ມວນມະນຸດເຊິ່ງກຳລັງຕົກຢູ່ໃນຄວາມຫາຍຍະ ນາດອັນນີ້.SCL 13.2
“ ພຣະຜູ້ເປັນເຈົ້າຊົງມີຄວາມຮັກຕໍ່ໂລກມະ ນຸດເຮົານີ້ເປັນຢ່າງຍິ່ງຈິ່ງໄດ້ ໂຜດປະທານພຣະບຸຕອົງ ໜຶ່ງອົງດຽວຂອງພຣະອົງລົງມາໃຫ້ ”. ພຣະອົງຊົງໄດ້ໂຜດ ປະທານພຣະບຸຕມາໃຫ້ບໍ່ແມ່ນພຽງແຕ່ເພື່ອໃຫ້ພຣະອົງໄດ້ມາຢູ່ກັບ ມະນຸດ, ເພື່ອມາແບກຫາບເອົາຄວາມບາບຂອງພວກເຂົາ ແລະ ເພື່ອມາສິ້ນພຣະຊົນຕາງມະນຸດຜູ້ທີ່ມີບາບພຽງເທົ່ານັ້ນ, ແຕ່ພຣະຜູ້ ເປັນເຈົ້າຊົງໄດ້ໂຜດປະທານພຣະບຸຕຂອງ ພຣະອົງລົງມາໃຫ້ແກ່ ມະນຸດຜູ້ເຊິ່ງພວມກຳລັງຕົກຢູ່ໃນຄວາມພັງພິນາດນັ້ນເອງ. ອົງພຣະຄຣິສຕ໌ ຈະຕ້ອງໃຊ້ຊີວິດຢູ່ໂດຍມຳຕົນໃຫ້້ເປັນຜູ້ທີ່ຮູ້ຈັກ ກັບຄວາມສຸກຄວາມທຸກຂອງມວນມະນຸດ. ພຣະອົງຜູ້ເຊິ່ງເຄີຍເປັນ ອັນໜຶ່ງອັນດຽວກັນກັບພຣະຜູ້ເປັນເຈົ້ານັ້ນ ບັດນີ້ຊ້ຳພັດໄດ້ມາ ເອົາຕົວສະໜິດຕິດພັນເຂົ້າກັບມະນຸດທັງຫລາຍດ້ວຍສາຍສັມພັນທີ່ ບໍ່ມີວັນຈະຕັດຂາດອອກຈາກກັນໄປໄດ້. ພຣະເຢຊູ ” ບໍ່ລະອາຍທີ່ ຈະຮຽກພວກເຂົາວ່າເປັນຍາດພີ່ນ້ອງ” (ຮີບຣູ [Hebrews] 2:11); ພຣະອົງຊົງເປັນຜູ້ເສັຍສະຫລະຕາງພວກເຮົາ, ເປັນທະ ນາຍຄວາມຜູ້ປົກປ້ອງຂອງພວກເຮົາ, ເປັນຍາດຕິພີ່ນ້ອງຂອງພວກ ເຮົາ, ເປັນຜູ້ມີຮູບຮ່າງຂອງມະນຸດທີ່ເຂົ້າເຝົ້າອົງພຣະບິດາເຈົ້າຢູ່ ຕໍ່ໜ້າພຣະຣາຊບັນລັງພຣະອົງ ແລະຕະຫລອດຊ່ວງລະຍະເວ ລາແຫ່ງຄວາມອະມະຕະນັ້ນພຣະອົງກໍໄດ້ເອົາຕົວເຂົ້າສະໜິດ ຕິດພັນຢູ່ກັບໄພ່ພົນທີ່ ພຣະອົງເອງຊົງໄດ້ໃຫ້ການ ແລກກາຍຖວາຍ ຊີວິດເພື່ອກອບກູ້ໄຖ່ຖອນເອົາໄປແລ້ວນັ້ນ, ພຣະອົງຄືພຣະບຸຕຂອງ ມະນຸດ. ສິ່ງທັງໝົດເຫລົ່ານັ້ນແມ່ນເພື່ອເຊີດຊູເອົາມະນຸດມັງຫລາ ຍໃຫ້ພົ້ນໄປຈາກຄວາມຫາຍຍະນາດ ແລະຄວາມຊົ່ວຮ້າຍເລວ ຊາມທີ່ເກີດມາຈາກຄວາມບາບ ເຊິ່ງຈະຊ່ວຍໃຫ້ເຂົາທັງ ຫລາຍສາມາດສະແດງອອກໃຫ້ເຫັນເຖິງຄວາມຮັກຂອງອົງພຣະ ຜູ້ເປັນເຈົ້າ ແລະແບ່ງປັນເອົາຄວາມສຸກໃຈທີ່ໄດ້ມາຈາກຄວາມ ບໍຣິສຸດຜຸດຜ່ອງນັ້ນ.SCL 14.1
ຄຸນຄ່າລາຄາທີ່ໄດ້ຖືກຈິບຫາຍຈ່າຍໄປເພື່ອ ໂຜດເອົາພວກເຮົາ ໃຫ້ໄດ້ຮັບຄວາມລອດພົ້ນນັ້ນກໍຄືານເສັບສະຫລະຂອງອົງພຣະເທພ ບິດາເຈົ້າຂອງ ພວກເຮົາຄັ້ງຍິ່ງໃຫຍ່ປະຫວັດການທີ່ຈະຫາສິ່ງໃດ ມາປຽບປານບໍ່ໄດ້ເຊິ່ງໄດ້ຮັບຄວາມສຳເຣັດລົງໄປໂດຍການໂຜດ ປະທານເອົາພຣະບຸຕຂອງ ພຣະອົງເອງໃຫ້ສະເດັດລົງມາສິ້ນພຣະ ຊົນ ເພື່ອກອບກູ້ເອົາພວກເຮົາທັງຫລາຍ, ສິ່ງນີ້ຄວນຈະຕ້ອງເປັນ ສິ່ງປຸກລຸກໃຫ້ພວກເຮົາທັງຫລາຍໄດ້ພາກັນເກີດມີຄວາມເຂົ້າ ໃຈເອົ່ໄວ້ວ່າໂດຍຜ່ານອົງພຣະຄຣິສຕ໌ນັ້ນ ພວກເຮົາຈະກັບກາຍ ໄປເປັນຄົນແນວໃດ. ທ່ານໂຢຫັນຜູ້ເຊິ່ງເປັນອັຄສາວົກຂອງ ພຣະ ເຈົ້ານັ້ນໄດ້ແນມເຫັນຄວາມສູງສົ່ງ, ຄວາມກວ້າງໄກແລະຄວາມ ເລິກເຊິ່ງເຖິງຖອງແຫ່ງຄວາມຮັກຂອງພຣະບິດາເຈົ້າທີ່ ມີຕໍ່ມະ ນຸສໂລກເຊິ່ງກຳລັງຕົກຢູ່ໃນຄວາມພັງພິນາດແຫ່ງນີ້ ແລ້ວເພິ່ນກໍ ເກີດມີຄວາມຄິດເທີດທູນບູຊາແລະຮູ້ສຶກເກງຂາມ ຈົນບໍ່ສາມາດ ທີ່ຈະຊອກຫາສັພຄຳເວົ້າອັນໃດທີ່ເໝາະສົມ ເພື່ອຈະມາພັນລະນາ ເຖິງຄວາມຍິ່ງໃຫຍ່ແລະຄວາມນິ້ມນວນຮັກໄຄ່ຂອງຄວາມຮັກດັ່ງ ກ່າວນັ້ນໄດ້, ສະນັ້ນທ່ານຈິ່ງໄດ້ສົ່ງສຽງຮຽກຮ້ອງຕໍ່ໂລກທັງໂລກ ອອກມາວ່າ: ”ຈົ່ງມອງດູເອົາເຖີດ, ພຣະບິດາເຈົ້າຊົງໄດ້ ໂຜດປະທານຄວາມຮັກຢ່າງໃດມາໃຫ້ພວກເຮົາ ເພື່ອພວກ ເຮົາຈະຖືກຮຽກວ່າເປັນບຸຕຂອງພຣະເຈົ້າ” (1ໂຢຫັນ 3:1). ເຫັນບໍ່ວ່າ ມະນຸດເຮົາມີຄ່າສູງພຽງໃດ! ແຕ່ວ່າເມື່ອໄດ້ທຳຄວາມ ບາບລົງໄປແລ້ວ ມະນຸດກໍໄດ້ຕົກເຂົາໄປຢູ່ພາຍໃຕ້ອຳນາດຂອງສາ ຕານ. ພວກລູກຫລານລຸ້ນຫລັງຕໍ່ມາທັງຫລາຍຂອງ ທ່ານອາດາມ ຈິ່ງຈະສາມາດກັບຫລ່າວຕ່າວຄືນມາເປັນລູກຫລານຂອງ ອົງພຣະ ຜູ້ເປັນເຈົ້າໄດ້ອີກ ໂດຍອີງໃສ່ຄວາມເຊື່ອໃນການເສັຍສະຫລະຂອງ ພຣະຄຣິສຕ໌ ເພື່ອໄຖ່ຖອນໂຜດຜາຍເອົາມວນມະນຸດນັ້ນ. ການທີ່ ພຣະຄຣິສຕ໌ ຊົງໄດ້ສະເດັດລົງມາໂດຍມີຮ່າງກາຍເປັນຂອງມະນຸດ ນັ້ນກໍ ໄດ້ເປັນການເຊີດຊູເອົາມະນຸສໂລກນີ້ໃຫ້ມີຄວາມສູງເດັ່ນຂຶ້ນ. ມາບັດນີ້, ໂດຍຜ່ານຄວາມສັມພັນກັບອົງພຣະຄຣິສຕ໌ນັ້ນເອງ ມວນ ມະນຸດເຊິ່ງກຳລັງຕົກຢູ່ໃນຄວາມບາບນັ້ນກໍສາມາດທີ່ຈະຮຽກຕົນ ໄດ້ວ່າເປັນ ” ບຸຕຂອງຂອງພຣະເຈົ້າ”ໄດ້ຢ່າງສົມກຽດສົມສັກສີຢ່າງ ແທ້ຈິງ.SCL 15.1