Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຈົ່ງຢາເອົາຫົວຊານຳຄວາມຫຍຸ້ງຍາກເຫລົ່ານັ້ນ

    ຄົນຈຳພວກໜຶ່ງກໍໃຊ້ຊີວິດຢູ່ດ້ວຍຄວາມຫວາດຫວັ່ນຢ້ານ ກົວຢູ່ສະເໝີ ແລະ ທັງນຳເອົາແຕ່ຄວາມຫຍຸ້ງຍາກສັບສົນນັ້ນເຂົ້າມາ ວຸ້ນວາຍຢູ່ໃນຈິດໃຈຂອງຕົນຢູ່ຕະຫລອດ. ໃນຂະນະດຽວກັນ, ທຸກ ເມື່ອທຸກຍາມຄວາມຮັກຂອງພຣະເຈົ້າກໍຍັງຄົງພິທັກຮັກສາພວກ ເຂົານັ້ນຢູ່, ທຸກມື້ທຸກວັນແມ່ນພວກເຂົາໄດ້ຮັບພຣະພອນອັນມັ່ງຄັ່ງ ຈາກການນຳພາຂອງພຣະອົງ, ແຕ່ພວກເຂົາຊ້ຳພັດແນມກາຍພຣະ ພອນ ອັນມາກມາຍຂອງພຣະອົງນັ້ນໄປ. ຄວາມຄິດຂອງພວກເຂົາ ຍາມໃດກໍວຸ້ນວາຍຢູ່ນຳແຕ່ສິ່ງທີ່ບໍ້ເພິ່ງປຣາຖນາເຊິ່ງພວກເຂົາຄິດ ຢ້ານວ່າວັນໜຶ່ງຂ້າງໜ້າມັນຈະເກີດຂຶ້ນມາ ຫລື ວ່າຄວາມຫຍຸ້ງ ຍາກບາງຢ່າງກໍໄດ້ເກີດເປັນຄວາມຈິງເຊິ່ງຄວາມຄິດແບບນີ້ໄດ້ ທຳໃຫ້ສາຍຕາຂອງພວກເຂົາຕ້ອງສັ້ນເກີນໄປຈົນວ່າບໍ່ສາມາດທີ່ ຈະມອງເຫັນຫລາຍສິ່ງຫລາຍຢ່າງທີ່ດີໆ ເຊິ່ງເຕືອມໃຫ້ພວກເຮົາ ຕ້ອງສະແດງຄວາມຮູ້ບຸນຄຸນຕໍ່ອົງພຣະຜູ້ເປັນເຈົ້າ. ຄວາມຫຍຸ້ງ ຍາກສັບສົນທີ່ພວກເຂົາກຳລັງປະສົບພົບພໍ້ຢູ່ນັ້ນແທນທີ ຈະພາໃຫ້ ພວກເຂົາຕ້ອງຫຍັບໃຫ້ເຂົ້າໄປຫາອົງພຣະຜູ້ເປັນເຈົ້າຜູ້ຊົງເປັນບໍ່ ເກີດແຫ່ງການຊ່ວຍເຫລືອແຫ່ງໜຶ່ງແຫ່ງດຽວນັ້ນ,ແຕ່ກົງກັນຂ້າມ, ສິ່ງເຫລົ່ານັ້ນຊ້ຳພັດແກ່ດຶງເອົາພວກເຂົາໃຫ້ຫ່າງເຫີນອອກໄປຈາກ ພຣະອົງຍ້ອນວ່າ ພວກເຂົາມີຄວາມກະວົນກະວາຍຢູ່ ບໍ່ເລິກບໍ່ແລ້ວ ຈັກເທື່ອ.SCL 247.2

    ການທີ່ພວກເຮົາທຳຕົນເປັນຄົນຜູ້ທີ່ບໍ່ມີຄວາມເຊື່ອໃນພຣະ ເຈົ້າແບບນັ້ນມັນຈະເປັນການດີຫລືບໍ່? ເປັນດ້ວຍເຫດໃດທີ່ພວກ ເຮົາຕ້ອງເປັນຄົນທີ່ ໄຮ້ຄວາມກະຕັນຍູຮູ້ບຸນຄຸນແລະບໍ່ມີຄວາມເຊື່ອ ເຊັ່ນນັ້ນ? ອົງພຣະເຢຊູນັ້ນຄືເພື່ອນສະຫາຍທີ່ດີເລີດຂອງພວກເຮົາ, ທົ່ວທັງເມືອງຟ້າເມືອງສະຫວັນຕ່າງກໍມີຄວາມສົນໃຈໃນຄວາມຜາ ສຸກຂອງມະນຸດພວກເຮົາ. ພວກເຮົາບໍ່ຄວນທີ່ຈະປະປ່ອຍໃຫ້ຄວາມ ຂຸ້ນຂ້ອງໝອງໃຈ ແລະ ຄວາມວິຕົກກັງວົນຢູ່ໃນຊີວິດປະຈຳວັນ ເຫລົ່ານັ້ນຕ້ອງເຂົ້າມາສ້າງຄວາມສັບສົນວຸ້ນວາຍຢູ່ໃນຄວາມ ຄິດມັນສະໝອງຂອງພວກເຮົາ ແລະຢ່າໃຫ້ມັນໄດ້ກັບກາຍມາເປັນ ເງົາມືດເຂົ້າມາປົກຄຸມຢູ່ ໃນສີໜ້າຂອງພວກເຮົານັ້ນເລີຍ. ຖ້າບໍ່ທຳຢ່າງນັ້ນແລ້ວຍາມໃດພວກເຮົາກໍຍັງຈະມີແຕ່ສິ່ງທີ່ຈະເຂົ້າ ມາສ້າງຄວາມສັບສົນວຸ້ນວາຍຢູ່ໃນຈິດໃຈຂອງຕົນຢູ່ຕະຫລອດ. ພວກເຮົາບໍ່ຄວນທີ່ຈະປ່ອຍໃຫ້ຕ້ອງກາຍມາເປັນຄົນຜູ້ທີ່ມີຄວາມ ເປັນຫ່ວງກັງວົນກ່ຽວກັບຕົນເອງຈົນເກີນໄປເຊິ່ງມັນຈະບໍ່ຊ່ວຍ ພວກເຮົາຫຍັງໄດ້ໃນການຕໍ່ສູ້ກັບຊີວິດປະຈຳວັນ, ນອກຈາກຈະນຳ ເອົາແຕ່ຄວາມສັບສົນວຸ້ນວາຍເຂົ້າມາສູ່ຕົນເອງພຽງເທົ່ານັ້ນ.SCL 248.1

    ທ່ານອາດຈະມີບັນຫາຫຍຸ້ງຍາກຢູ່ໃນການທຸຣະກິດປະຈຳ ວັນຂອງທ່ານ, ທາງເບືອງໜ້າຂອງທ່ານອາດຈະມີຄວາມມືດມົນ ຈົນວ່າບໍ່ມີຄວາມຫວັງອັນໃດເລີຍ ແລະ ທ່ານອາດຈະເກີດມີຄວາມ ຕົກໃຈທີ່ສູນເສັຍອະນາຄົດຂອງຕົນໄປ. ເຖິ່ງຢ່າງນັ້ນກໍຕາມ, ຂໍ ໃຫ້ທ່ານຈົ່ງຢາໄດ້ທໍ້ຖອຍໃຈໄປເລີຍ, ຈົ່ງນຳເອົາບັນຫາເຫລົ່ານັ້ນ ຂອງທ່ານເຂົ້າໄປຂາບທູນຕໍ່ອົງພຣະຜູ້ເປັນເຈົ້າ, ຈົ່ງວາງຕົວຢູ່ດ້ວຍ ຄວາມສະຫງົບແລະຕັ້ງອົກຕັ້ງໃຈໃຫ້ດີ. ຈົ່ງໄຫວພຣະອະທິຖານຂໍ ໃຫ້ອະພິປັນຍາຂອງພຣະເຈົ້າໄດ້ເຂົ້າມາຊ່ວຍຄຸ້ມຄອງແກ້ໄຂບັນຫາ ຕ່າງໆຂອງທ່ານ ແລະ ນີ້ເອງຄືສິ່ງທີ່ຈະຊ່ວຍສະກັດກັ້ນຈາກຄວາມ ສູນເສັຍແລະໂສກນາຕກັມແຫ່ງຊີວິດ. ຈົ່ງທຳທຸກສິ່ງຢ່າງທີ່ທ່ານ ສາມາດທີ່ຈະທຳໄດ້ເພື່ອຈະນຳມາເຊິ່ງຜົນການອັນດີ. ອົງພຣະເຢຊູ ເຈົ້າຊົງໄດ້ໃຫ້ຄຳໝັ້ນສັນຍາເອົາໄວ້ວ່າຈະຊ່ວຍເຫລືອພວກເຮົາ, ແຕ່ການຊ່ວຍເຫລືອຂອງພຣະອົງນັ້ນກໍຈະຕ້ອງປະສານສົມທົບໄປ ກັບຄວາມພາກພຽນພະຍາຍາມຂອງພວກເຮົາເຊັ່ນກັນ. ເມື່ອໃດ ທີ່ທ່ານຫາກໄດ້ໄວ້ວາງໃຈຕໍ່ພຣະເຈົ້າ ແລະ ທຳທຸກຢ່າງໂດຍສຸດ ຄວາມສາມາດຂອງທ່ານນັ້ນແລ້ວ ຈາກນັ້ນທ່ານກໍຈະໄດ້ຮັບເອົາ ໝາກຜົນອັນໜ້າພາກພູມໃຈຕາມມາ.SCL 249.1

    ນີ້ບໍ່ແມ່ນຄວາມປະສົງຂອງອົງພຣະຜູ້ເປັນເຈົ້າເລີຍທີ່ຈະ ໃຫ້ໄພ່ພົນຂອງພຣະອົງຕ້ອງປະສົບກັບບັນຫາທາງຊີວິດອັນໜັກ ໜ່ວງ. ແຕ່ເຖິ່ງຢ່າງໃດອົງພຣະຜູ້ເປັນເຈົ້າຂອງພວກເຮົາກໍບໍ່ໄດ້ ຫລອກຫລວງພວກເຮົາເລີຍ. ພຣະອົງບໍ່ໄດ້ບອກພວກເຮົາວ່າ: ” ຢ່າ ພາກັນຢ້ານກົວ, ບໍ່ມີອັນຕະລາຍໃດໆໃນຊີວິດຂອງທ່ານ ເລີຍ.” ພຣະອົງຊົງຮູ້ດີວ່າມັນຈະມີອັນຕະລາຍແລະມີການທົດສອບ ຕ່າງໆນາໆ ແລະພຣະອົງກໍໄດ້ບອກໃຫ້ພວກເຮົາຮູ້ເອົາໄວ້ຢ່າງເປີດ ແປນຢູ່ແລ້ວ. ພຣະອົງບໍ່ໄດ້ສະເໜີວ່າຈະນຳເອົາໄພ່ພົນຂອງພຣະ ອົງໃຫ້ອອກໄປຈາກ ໂລກມະນຸດທີ່ມີຄວາມບາບແລະຄວາມຊົ່ວຮ້າຍ ອັນນີ້, ແຕ່ວ່າພຣະອົງຊົງໄດ້ຊີ້ແຈ້ງໃຫ້ພວກເຮົາໄດ້ເຫັນເຖິງຖານ ອົພຍົບທີ່ມີຄວາມປອດພັຍ. ໃນເວລາທີ່ພຣະອົງໄດ້ໄຫວພຣະອະທິ ຖານເພື່ອພວກສາວົກຂອງພຣະອົງນັ້ນ ພຣະອົງຊົງກ່າວຄວາມ ອ້ອນວອນອອກມາດັ່ງນີ້: “ຂ້າພຣະອົງຂໍອ້ອນວອນບໍ່ແມ່ນ ວ່າ ຈະໃຫ້ພຣະອົງນຳເອົາພວກເຂົາໃຫ້ອອກໄປຈາກໂລກ ນີ້, ແຕ່ຂໍໃຫ້ພຣະອົງຊົງຄຸ້ມຄອງຮັກສາພວກເຂົາໃຫ້ພົ້ນ ໄປຈາກຄວາມຊົ່ວຮ້າຍ.” ພຣະອົງຊົງຕັດກ່າວເອົາໄວ້ວ່າ: “ຢູ່ໃນໂລກນີ້ພວກທ່ານຈະພົບກັບຄວາມທຸກ, ແຕ່ຈົ່ງຕັ້ງໃຈ ໃຫ້ດີ, ເພາະວ່າເຮົາພຣະອົງໄດ້ເອົາຊະນະໂລກນີ້ແລ້ວ.” (ໂຢຫັນ 17:15; 16:33)SCL 250.1