Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ເງື່ອນໄຂທີ່ຈະພາໃຫ້ມີຊີວິດອະມະຕະ

    ເງື່ອນໄຂສຳລັບການທີ່ຈະໃຫ້ມີຊີວິດອະມະຕະນັ້ນກໍຍັງ ຄົງເໝືອນເດີມຄືດັ່ງທີ່ເຄີຍມີມາໃນເວລາທີ່ຢູ່ສວນສະຫວັນອຸທະຍານ ເອເດນ (Eden) ເຊິ່ງເປັນຊ່ວງເວລາທີ່ ບັນພະບຸຣຸດຄົນແລກຂອງ ມະນຸດພວກເຮົາຍັງບໍ່ທັນໄດ້ຫລົງກະທຳຄວາມບາບລົງໄປ, ສິ່ງນັ້ນ ກໍຄືການຍອມເຊື່ອຟັງປະຕິບັດຕາມກົດໝາຍຂອງພຣະເຈົ້າຢ່າງຄົບ ຖ້ວນສົມບູນ ແລະ ການມີຄວາມຊອບທັມຢ່າງເຕັມສ່ວນ: ຖ້າວ່າ ຊີວິດອະມະຕະຫາກຈະໄດ້ມາດ້ວຍເງື່ອນໄຂທີ່ ຕ່ຳໄປກວ່ານີ້ມັນກໍ ຈະເປັນການສ້າງໄພຂົ່ມຂູ່ຕໍ່ຄວາມພະລາດອນພາບຂອງພາກພື້ນ ມະຫາຈັກກະວານທັງໝົດ. ມັນກໍຈະເປັນການເປິດໂອກາດໃຫ້ແກ່ ການສ້າງຄວາມບາບຢູ່ຕໍ່ໄປຢ່າງບໍ່ມີວັນຈະສິ້ນສຸດພ້ອມກັບການ ນຳມາເຊິ່ງຄວາມອັບເສົ້າມົວໝອງແລະຄວາມທຸກໂສກທໍລະມານ ຢ່າງຕະຫລອດການ.SCL 118.1

    ສຳລັບທ່ານອາດາມນັ້ໜກ່ອນທີ່ຈະໄດ້ຕົກເຂົ້າໄປເປັນທາດ ແຫ່ງຄວາມບາບນັ້ນເພິ່ນກໍຍັງມີໂອກາດທີ່ ຈະທຳຕົນໃຫ້ເປັນຄົນຜູ້ ທີ່ມີຄຸນລັກສະນະທາດແທ້ ແຫ່ງຄວາມຊອບທັມດ້ວຍອີງໃສ່ການ ເຊື່ອຟັງປະຕິບັດຕາມກົດໝາຍຂອງ ພຣະຜູ້ເປັນເຈົ້ານັ້ນຢູ່,ແຕ່ວ່າ ທ່ານອາດາມຊ້ຳພັດໄດ້ຮັບຄວາມປະລາໄຊໄປໃນການທີ່ຈະກະທຳ ໃນສິ່ງດັ່ງກ່າວນັ້ນ. ຍ້ອນຄວາມບາບຂອງທ່ານອາດາມນັ້ນເອງທີ່ ຄຸນລັກສະນະທາດແທ້ຂອງມະນຸດພວກເຮົາຕ້ອງໄດ້ຮັບຄວາມຫລົ້ມ ເຫລວໄປຕາມໆກັນ ແລະ ພວກເຮົາກໍຈິ່ງບໍ່ມີຄວາມສາມາດທີ່ຈະ ສ້າງຕົນເອງໃຫ້ກາຍເປັນຄົນຊອບທັມໄດ້ດ້ວຍການອີງໃສ່ຕົນເອງ. ສະນັ້ນ, ໃນຖານະທີ່ພວກເຮົາກໍເປັນຄົນທີ່ມີບາບ ແລະບໍ່ມີຄວາມ ບໍຣິສຸດຢູ່ໃນຕົວນັ້ນກໍສະແດງວ່າ ພວກເຮົາບໍ່ສາມາດທີ່ ຈະເຊື່ອຟັງ ປະຕິບັດຕາມກົດໝາຍອັນສັກສິດຂອງອົງພຣະຜູ້ເປັນເຈົ້ານັ້ນໄດ້. ພວກເຮົາກໍບໍ່ມີຄວາມຊອບທັມໃດໆທີ່ໄດ້ມາຈາກຝ່າຍຕົນເຊິ່ງພໍ ທີ່ຈະຊ່ວຍໃຫ້ຕອບສະໜອງໄດ້ຕາມມາຕຖານເງື່ອນໄຂ ທີ່ມີຢູ່ໃນກົດ ໝາຍ ພຣະບັນຍັຕ ຂອງອົງພຣະຜູ້ເປັນເຈົ້ານັ້ນ. ແຕ່ອົງພຣະ ຄຣິສຕ໌ ຊົງເປັນຜູ້ທີ່ໄດ້ເປິດເສັ້ນທາງເພື່ອ ໃຫ້ພວກເຮົາທັງຫລາຍ ໄດ້ຮັບຄວາມລອດພົ້ນຢູ່ແລ້ວ. ຄັ້ງໜຶ່ງພຣະອົງກໍເຄີຍໄດ້ສະເດັດລົງ ມາດຳຣົງຊີວິດຢູ່ໃນໂລກມະນຸດນີ້ໂດຍໄດ້ຜ່ານຜ່າການທົດສອບ ແລະ ການລໍ້ລວງໃຈຕ່າງໆນາໆເໝືອນກັນກັບທີ່ພວກເຮົາທັງ ຫລາຍກຳລັງພາກັນປະເຊີນໜ້າຢູ່ໃນເວລານີ້. ແຕ່ສ່ວນພຣະ ອົງນັ້ນຊ້ຳພັດໄດ້ດຳຣົງຊີວິດຢູ່ໂດຍປາສຈາກຄວາມບາບໃດໆທັງ ສິ້ນ. ພຣະອົງຊົງໄດ້ສິ້ນພຣະຊົນໄປກໍເພື່ອມະນຸດພວກເຮົາທັງຫລາຍ ແລະ ໃນເວລານີ້ພຣະອົງກໍຊົງເປັນຝ່າຍຜູ້ເຊິ່ງໃຫ້ການສະເໜີມາ ເພື່ອຈະນຳເອົາຄວາມບາບທັງຫລາຍຂອງພວກເຮົານັ້ນໃຫ້ຫ່າງ ຫາຍໄປ ແລະ ຈະໂຜດປະທານເອົາຄວາມຊອບທັັມຂອງພຣະອົງ ນັ້ນໃຫ້ມາເປັນຂອງພວກເຮົາ. ຖ້າວ່າທ່ານຫາກອຸທິດຕົນໃຫ້ແກ່ອົງ ພຣະຄຣິສຕ໌ ແລະ ຮັບເອົາພຣະອົງໃຫ້ມາເປັນພຣະເຈົ້າຜູ້ໂຜດໃຫ້ ລອດຂອງຕົນ ແລ້ວເຖິງແມ່ນວ່າຊີວິດຂອງທ່ານນັ້ນຈະຫລົ້ມຈົມຢູ່ ໃນຄວາມບາບພຽງໃດກໍຕາມ, ແຕ່ຕົວຂອງທ່ານນັ້ນກໍຍັງຈະຖືກປົກ ປ້ອງເອົາໄວ້ດ້ວຍຄວາມຊອບທັມຂອງອົງພຣະຄຣິສຕ໌ເຈົ້ານັ້ນຢູ່. ຄຸນລັກສະນະທາດແທ້ຂອງອົງພຣະຄຣິສຕ໌ ກໍຈະເຂົ້າມາແທນບ່ອນ ທີ່ເປັນຄຸນສົມບັດທາດແທ້ຂອງທ່ານເອງ ແລະ ຕົວຂອງທ່ານເອງ ກໍຈະຖືກສະຖາປະນາໄດ້ວ່າເປັນຜູ້ທີ່ມີຄວາມຊອບທັມຢູ່ຕໍ່ໜ້າພຣະ ຣາຊບັນລັງຂອງອົງພຣະຜູ້ເປັນເຈົ້າຄ້າຍດັ່ງວ່າທ່ານເອງບໍ່ໄດ້ເຄີຍ ກະທຳຄວາມຊົ່ວຮ້າຍຢ່າງໃດມາກ່ອນເລີຍ.SCL 119.1

    ຍິ່ງໄປກວ່ານັ້ນ, ອົງພຣະຄຣິສຕ໌ກໍຈະເປັນຄົນເຂົາມາປ່ຽນ ຫົວໃຈດວງໃໝ່ຂອງທ່ານ, ພຣະອົງຈະເຂົາມາສະຖິດຢູ່ໃນຫົວໃຈ ຂອງທ່ານຍ້ອນວ່າທ່ານໄດ້ເກີດມີຄວາມເຊື່ອນັ້ນເອງ. ທ່ານຈະ ຕ້ອງຮັກສາສາຍສັມພັນກັບອົງພຣະຄຣິສຕ໌ ດ້ວຍຄວາມເຊື່ອ ແລະ ສືບຕໍ່ມອບຖະຫວາຍເອົາຄວາມຄິດຈິດໃຈຂອງຕົນໃຫ້ເຂົ້າຢູ່ໃນການ ຄອບຄອງຂອງພຣະອົງ. ຖ້າວ່າທ່ານຫາກສືບຕໍ່ກະທຳຢ່າງນີ້ ເລື່ອຍໆໄປພຣະອົງກໍຈະເປັນຜູ້ກະທຳການຂອງພຣະອົງຢູ່ພາຍໃນ ຕົວຂອງທ່ານນັ້ນເພື່ອຈະໃຫ້ທ່ານໄດ້ເກີດມີຄວາມຕ້ອງການແລະມີການກະທຳທີ່ຈະພາໃຫ້ພຣະອົງຊົງໄດ້ເກີດມີຄວາມພໍພຣະທັຍນຳ.ເພາະສະນັ້ນທ່ານກໍສາມາດທີ່ຈະກ່າວໄດ້ວ່າ: “ການທີ່ຂ້າພຣະ ເຈົ້າມີຊີວິດຢູ່ທາງດ້ານເນື້ອກາຍໃນເວລານີ້ີ້ກໍໍຢູ່ດ້ວຍຄວາມເຊື່ອໃນອົງພຣະບຸຕຂອງພຣະເຈົ້າຜູ້ເຊິ່ງມີຄວາມ ຮັກຕໍ່ຂ້າພະເຈົ້າ ແລະ ໄດ້ອຸທິດຊີວິດຂອງພຣະອົງເອງ ເພື່ອຕົວຂ້າພະເຈົ້ານີ້.” (ກາລາທຽນ 2:20). ພຣະເຢຊູ ຊົງໄດ້ຕັດກ່າວຕໍ່ພວກສາວົກຂອງພຣະອົງເອົາໄວ້ວ່າ: “ນີ້ບໍ່ແມ່ນ ພວກທ່ານເອງເປັນຜູ້ເວົ້າ, ແຕ່ຫາກແມ່ນພຣະວິນຍານບໍ ຣິສຸດຂອງ ພຣະບິດາເຈົ້າຂອງພວກທ່ານເປັນຜູ້ເວົ້າອອກ ມາຈາກຕົວຂອງພວກທ່ານ” (ມັດທາຍ 10:20). ຈາກນັ້ນ, ໂດຍຮ່ວມກັນກັບອົງພຣະຄຣິສຕ໌ຜູ້ເຊິ່ງກະທຳການຢູ່ໃນຕົວຂອງທ່ານນັ້ນແລະທ່ານກໍຈະສະແດງອອກໃຫ້ເຫັນເຖິງຈິດວິນຍານອັນດຽວກັນແລະທຳງານອັນດຽວກັນ - ນັ້ນຄືງານຂອງຄວາມຊອບ ທັມແລະຄວາມເຊື່ອຟັງປະຕິບັດຕາມ.SCL 120.1