Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຄວາມສຸກທີ່ຈະຕາມມາ

    ຍັງອີກບໍ່ນານພຽງເທົ່າໃດ ປະຕູແຫ່ງເມືອງສະຫວັນຊັ້ນຟ້າ ກໍຈະເປີດອ້າອອກມາເພື່ອຕ້ອນຮັບເອົາພວກລູກຫລານທັງຫລາຍ ຂອງອົງພຣະຜູ້ເປັນເຈົ້າ ແລະແລ້ວກໍຈະມີພຣະສຸຣະສຽງທີ່ດັ່ງກ້ອງ ອອກມາຈາກພຣະໂອດຂອງພຣະມະຫາກະສັຕຜູ້ເຊິງມີຄວາມຮຸ່ງ ເຮືອງເຫລືອງເຫລື້ອມໄປດ້ວຍຣັສມີສີແສງອັນພຸ້ງປະກາຍ, ພຣະ ອົງຈະຊົງປ່າວປະກາດອອກມາດ້ວຍຄຳວ່າ: “ຈົ່ງພາກັນເຂົ້າ ມາເຖີດ, ພວກເຈົ້າຜູ້ມີພຣະພອນຂອງອົງພຣະບິດາເຈົ້າ ຂອງເຮົາທັງຫລາຍ, ຈົ່ງພາກັນເຂົ້າມາເປັນຜູ້ສືບທອດ ມໍຣະດົກແຫ່ງພຣະຣາຊານາຈັກທີ່ ໄດ້ຖືກຈັດຕຽມເອົາ ໄວ້ສຳລັບພວກເຈົ້າທັງຫລາຍນັບຕັ້ງແຕ່ວັນທີ່ ໄດ້ສະຖາ ປະນາໃຫ້ມີໂລກມະນຸດນີ້ເກີດຂຶ້ນມາ.” (ມັດທາຍ 25:34). SCL 258.1

    ຕໍ່ຈາກນັ້ນ, ພວກໄພ່ພົນທີ່ໄດ້ຖືກໂຜດໃຫ້ໄດ້ຮັບຄວາມ ລອດພົ້ນທັງຫລາຍກໍຈະຖືກອົງພຣະຜູ້ເປັນເຈົ້າຮຽກໃຫ້ເຂົ້າໄປໃນ ຫໍຜາສາດຣາຊມົນທຽນທີ່ອົງພຣະເຢຊູເຈົ້າເອງຊົງເປັນຜູ້ ໄດ້ຈັດ ຕຽມເອົາໄວ້ໃຫ້ແກ່ພວກເຂົາເຫລົ່ານັ້ນ. ຢູ່ແຫ່ງນັ້ນຜູ້ເປັນເພືອນ ຮ່ວມຊາຕຮ່ວມຣາຊດອນແຫ່ງພຣະມະຫານະຄອນກໍຈະບໍ່ແມ່ນມາ ຈາກພວກຄົນທີ່ຊົ່ວຮ້າຍຂອງໂລກມະນຸດ, ພວກເຂົາຈະບໍ່ແມ່ນພວກ ຄົນທີ່ຕົ໋ວະຍົ໋ວຫລອກຫລວງ, ຈະບໍ່ແມ່ນພວກຄົນທີ່ໂຄຣົບບູຊາຮູບ ຫຸ່ນວັດຖຸ, ຈະບໍ່ແມ່ນພວກຄົນທີ່ຂາດຄວາມບໍຣິສຸດແລະບໍ່ເຊື່ອໃນ ພຣະເຈົ້າ, ແຕ່ຢູ່ແຫ່ງນັ້ນຈະແມ່ນພວກໄພ່ພົນທີ່ເຄີຍໄດ້ຮ່ວມກັນຕໍ່ ສູ້ຜ່ານຜ່າຍາດເອົາໄຊຊະນະຈາກສາຕານຜູ້ເປັນພະຍາມານ, ນັ້ນ ຄືພວກໄພ່ພົນທີ່ເຄີຍໄດ້ອີງໃສ່ະຣະເດດພຣະຄຸນຂອງອົງ ພຣະຜູ້ເປັນ ເຈົ້າເພື່ອທຳການຝຶກຝົນຫລໍ່ຫລອມກໍ່ສ້າງຕົນໃຫ້ມີຄຸນລັກສະນະອັນ ປະເສີດບໍຣິບູນ. ທ່າອ່ຽງຂອງຄວາມບາບທຸກປະການ, ຄວາມບໍ່ ຄົບຖ້ວນບໍຣິບູນທຸກຢ່າງເຊິ່ງເຄີຍທຳໃຫ້ພວກເຂົາເຫລົ່ານັ້ນຕ້ອງ ໄດ້ຮັບຄວາມຂົມຂື່ນໃຈຢູ່ໃນໂລກນີ້-ພໍຕົກເຖິງເວລານັ້ນມາກໍຈະ ຖືກຖອດຖິ້ມອອກໄປດ້ວຍພຣະໂລຫິດຂອງອົງພຣະຄຣິສຕ໌ເຈົ້າ. ພວກເຂົາທັງຫລາຍກໍຈະໄດ້ຮັບເອົາຄວາມສະຫງ່າຣາສີຈາກ ພຣະ ອົງເຈົ້າເຊິ່ງຄວາມຮຸ່ງປະກາຍຂອງແສງຕາເວັນກໍຍັງບໍ່ສາມາດ ທີ່ຈະນຳເອົາມາສົມທຽບປຽບປານໄດ້. ຄວາມງາມທາງດ້ານສິລ ທັມປະຈຳໃຈ ແລະ ຄວາມປະເສີດບໍຣິບູນ ທາງດ້ານຄຸນສົມບັດ ທັດສະນະຂອງພຣະອົງເຈົ້າທີ່ສ່ອງແສງສະທ້ອນອອກມາໂດຍຜ່ານ ພວກຄົນທັງຫລາຍທີ່ມີຄວາມເຊື່ອໃນພຣະອົງນັ້ນກໍຈະມີຄຸນຄ່າມາກ ຍິ່ງໄປກວ່າຄວາມຫລູຫລາໂອ້ໂຖງແຕ່ພຽງຮູບນອກ. ພວກເຂົາກໍ ຈະພາກັນເຂົ້າໄປເຝົ້າພຣະອົງເຈົ້າໂດຍການສະເໜີຕົວຢູ່ຕໍ່ໜ້າພຣະ ມະຫາຣາຊບັນລັງແຫ່ງ ຄວາມບໍຣິສຸດຂອງຝ່າຍຜູ້ທີ່ບໍ່ມີຄວາມ ຜິດຕິດຕົວແຕ່ຢ່າງໃດ, ໂດຍທີ່ເປັນຝ່າຍຜູ້ມີກຽດສັກສີ ແລະມີ ສິດເໝືອນດັ່ງ ພວກຊາວເທວະທູຕທັງຫລາຍຂອງອົງພຣະຜູ້ເປັນ ເຈົ້າ.SCL 258.2

    ເມື່ອມາມອງເຖິງຣັສມີ ແຫ່ງຄວາມສະຫງ່າຣາສີທີ່ຈະກັບ ກາຍມາເປັນຂອງຄົນຜູ້ທີ່ໄດ້ຮັບການໂຜດໃຫ້ລອດນັ້ນ, ຢູ່ໃນພຣະ ຄຳພີເຣື່ອງຂອງມັດທາຍບົດທີ 16:26, ໄດ້ມີຂໍ້ຄວາມບັນທຶກເອົາ ໄວ້ວ່າ: ” ມະນຸດຈະນຳເອົາສິ່ງໃດເພື່ອມາເປັນຂອງແລກ ປ່ຽນກັບຊີວິດຂອງຕົນ?” ເຂົາອາດຈະເປັນຄົນທຸກຈົນຜູ້ໜຶ່ງ, ແຕ່ວ່າເຂົາສຳພັດເປັນຄົນຜູ້ທີ່ມີຄຸນຄ່າທາງດ້ານຈິດໃຈອັນສູງສົ່ງ ສົມສັກສີເຊິ່ງໂລກນີ້ບໍ່ສາມາດທີ່ຈະແບ່ງປັນໃຫ້ເຂົາໄດ້ເລີຍ. ຄົນຜູ້ ທີ່ໄດ້ຮັບການໂຜດໃຫ້ລອດແລະໄດ້ຮັບການສະສາງລ້າງສ່ວຍຕົນ ໃຫ້ພົ້ນໄປຈາກຄວາມສົກກະປົກຂອງຄວາມບາບນັ້ນແລະ ໄດ້ຫັນ ມາອຸທິດກຳລັງວັງຊາຍອັນຍອດຍິ່ງທັງໝົດຂອງຕົນເພື່ອການຮັບໃຊ້ ອົງພຣະຜູ້ເປັນເຈົ້ານັ້ນກໍມີຄຸນຄ່າສູງຕໍ່ສາຍຕາຂອງອົງພຣະຜູ້ ເປັນເຈົ້າ, ສ່ວນອົງພຣະຜູ້ເປັນເຈົ້າພ້ອມທັງບັນດາພວກທູຕສະຫວັນ ທີ່ຢູ່ເມືອງສະຫວັນຊັ້ນຟ້ານັ້ນ ກໍຈະພາກັນສະແດງຄວາມຊື່ນຊົມເບີກ ບານຕໍ່ທຸກໆຊີວິດທີ່ໄດ້ຮັບຄວາມລອດພົ້ນແລະ ຄວາມຊື່ນຊົມເບີກ ບານນັ້ນກໍຈະສະແດງອອກໂດຍຜ່ານບົດເພງແຫ່ງໄຊຊະນະອັນສັກ ສິດຄັ້ງມະຫາການ./.SCL 259.1

    * * * * *

    Larger font
    Smaller font
    Copy
    Print
    Contents