Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພຣະເຢຊູໃຫ້ການສົນທະນາທັກທາຍແນວໃດ?

    ພຣະເຢຊູບໍ່ເຄີຍເຊື່ອງຊ້ອນຄວາມຈິງເອົາໄວ້ແມ່ນແຕ່ພຽງ ຄຳດຽວ, ຍາມໃດພຣະອົງກໍກ່າວຄວາມຈິງນັ້ນອອກມາພ້ອມດ້ວຍ ຄວາມຮັກ. ໃນການຄົບຄ້າສະມາຄົມກັບພວກຄົນທົ່ວໄປນັ້ນພຣະອົງ ຊົງໃຊ້ກິຣິຍາທ່າທີອັນເລີດລ້ຳ, ສຳນຶກຕຶກຕອງແລະໃຫ້ຄວາມຮັກ ໄຄ່ສົນໃຈ. ພຣະອົງບໍ່ເຄີຍສະແດງຄວາມແຂງກະດ້າງ, ກ່າວຄຳ ໂກດຮ້າຍ, ບໍ່ເຄີຍທຳຄວາມເຈັບປວດໃຫ້ແກ່ຊີວິດຈິດໃຈຂອງຄົນ, ບໍ່ໄດ້ໝິ່ນປະໝາດຕໍ່ຄວາມອ່ອນແອຂອງມະນຸດ. ພຣະອົງຊົງກ່າວ ເຖິງສັຈທັມຄວາມຈິງນັ້ນອອກມາດ້ວຍການສະແດງອອກໃຫເຫັນ ເຖິງຄວາມຮັກທຸກຄັ້ງ.ພຣະອົງໄດ້ກ່າວປະນາມຕໍ່ລັກສະນະຂອງ ຄວາມເປັນໜ້າພະໃຈມານ, ການບໍ່ມີຄວາມເຊື່ອແລະ ຄວາມຜິດ ສິລທັມ,ແຕ່ພ້ອມດຽວກັນນັ້ນນ້ຳຕາຂອງພຣະອົງກໍຍັງໄຫລອອກ ມາເຈືອຈານຢູ່ກັບຖ້ອຍຄຳຂອງພຣະອົງ, ພຣະອົງເຄີຍຫລັ່ງນ້ຳຕາ ເຖິງນະຄອນເຢຣູຊາແລມ ອັນເປັນນະຄອນທີ່ພຣະອົງຊົງຮັກຍິ່ງ, ແຕ່ນະຄອນດັ່ງກ່າວນີ້ຊ້ຳພັດໄດ້ທຳການປະຕິເສດຕໍ່ພຣະອົງຜູ້ຊົງ ເປັນເສັ້ນທາງ, ເປັນຄວາມຈິງ ແລະເປັນບໍ່ເກີດແຫ່ງຊີວິດນັ້ນໄປ. ພວກເຂົາໄດ້ທຳການປະຕິເສດ ພຣະອົງຜູ້ຊົງເປັນພຣະເຈົ້າຜູ້ໂຜດ ໃຫ້ລອດ, “ແຕ່ເຖິງຢ່າງໃດພຣະອົງກໍຍັງຄົງໃຫ້ຄວາມສັມພັນກັບ ພວກເຂົາດ້ວຍຄວາມສົງສານຮັກໄຄ່. ຊີວິດຂອງພຣະອົງກໍໄດ້ ກັບກາຍມາເປັນ ແບບຢ່າງໃນຖານະທີ່ເປັນມະຫາບຸຣຸດແຫ່ງຄວາມ ເສັຍສະຫລະ ແລະກຸ້ນເກື້ອເພື່ອແຜ່ຕໍ່ຄົນທັງຫລາຍ. ຢູ່ໃນສາຍຕາ ຂອງພຣະອົງແລ້ວ ມະນຸດທຸກຄົນກໍລ້ວນແຕ່ມີຄຸນຄ່າທັງໝົດ. ໂດຍຍຶດໝັ້ນໃນຄວາມເປັນພຣະເຈົ້າຂອງພຣະອົງນັ້ນພຣະອົງຊົງ ໃຫ້ຄວາມຮັກໄຄ່ຖະໜຸດຖະໜອມຕໍ່ທຸກຄົນທີ່ໄດ້ເຂົ້າມາຮ່ວມຢູ່ໃນວົງຄະນາຍາດຂອງອົງພຣະຜູ້ເປັນເຈົ້າ. ພຣະອົງຊົງເຫັນວ່າກໍແມ່ນຊີ ວິດຂອງມະນຸດທຸກຄົນທີ່ກຳລັງຫລົ້ມຈົມຢູ່ພາຍໃຕ້ຄວາມບາບນັ້ນ ເອງທີ່ເປັນເປົ້າໝາຍແຫ່ງການສະເດັດລົງມາຂອງພຣະອົງເພື່ອ ຈະໂຜດເອົາພວກເຂົາທັງຫລາຍ ເຫລົ່ານັ້ນໃຫ້ໄດ້ຮັບຄວາມລອດ ພົ້ນ.SCL 8.1

    ນັ້ນຄືຄຸນລັກສະນະທາດແທ້ຂອງ ອົງພຣະຄຣິສຕ໌ທີ່ໄດ້ຖືກ ເປິດເຜີຍອອກມາໃຫ້ເຫັນໂດຍຜ່ານການດຳລົງຊີວິດຂອງພຣະອົງ ເອງ. ນັ້ນຄືຄຸນລັກສະນະທາດແທ້ຂອງອົງພຣະຜູ້ເປັນເຈົ້າ. ນັ້ນ ເປັນສິ່ງທີ່ໄດ້ມາຈາກໝາກຫົວໃຈຂອງອົງພຣະບິດາເຈົ້າຜູ້ຊົງ ເປັນບໍ່ເກີດແຫ່ງຄວາມເມດຕາ ສົງສານຂອງພຣະເຈົ້າທີ່ໄດ້ຖືກສະ ແດງອອກມາໃຫ້ເຫັນໂດຍຜ່ານອົງພຣະຄຣິສຕ໌ ເຊິ່ງໄດ້ຫລັ່ງໄຫລ ເຂົ້າມາສູ່ມວນມະນຸດທັງຫລາຍ. ພຣະເຢຊູຊົງເປັນພຣະເຈົ້າຜູ້ໂຜດ ໃຫ້ລອດທີ່ມີຄວາມຮັກໄຄ່, ມີຄວາມເມດຕາສົງສານ, ພຣະອົງເອງ ຊົງເປັນພຣະຜູ້ເປັນເຈົ້າ ຜູ້ເຊິ່ງໄດ້ ” ສະແດງອອມາໃຫ້ເຫັນ ເປັນທາງເນື້ອກາຍ” (1ຕີໂມທີ [1 Timothy] 3.16).SCL 9.1

    ການທີ່ພຣະເຢຊູໄດ້ສະເດັດລົງມາໃຊ້ຊີວິດ, ຮັບເອົາຄວາມ ທຸກ ແລະ ໃນທີ່ສຸດກໍຊົງໄດ້ສິ້ນພຣະຊົນໄປນັ້ນກໍແມ່ນເພື່ອແນໃສ່ ຈະໃຫ້ການໂຜດຜາຍເອົາພວກເຮົາ ຜູ້ເປັນມະນຸດທັງຫລາຍໃຫ້ໄດ້ ຮັບຄວາມລອດພົ້ນນັ້ນເອງ. ພຣະອົງຊົງໄດ້ກາຍເປັນມະນຸດຜູ້ເຊິ່ງມີ ຄວາມທຸກໃຈເພື່ອພວກເຮົາທັງຫລາຍຈະໄດ້ເປັນ ຜູ້ມີສ່ວນຮ່ວມໃນ ຄວາມສຸກທີ່ອະມະຕະ. ພຣະຜູ້ເປັນເຈົ້າຊົງອະນຸຍາດໃຫ້ອົງພຣະ ບຸຕທີ່ ແສນຮັກຂອງພຣະອົງຜູ້ຊົງປຽບລົ້ນໄປດ້ວຍຄວາມມີພຣະ ເດດພຣະຄຸນ ແລະຄວາມຈິງນັ້ນໃຫ້ສະເດັດຈາກເມືອງສະຫວັນຊັ້ນ ຟ້າທີ່ຮຸ່ງເຮືອງໄປດ້ວຍຄວາມສະຫງ່າລາສີທີ່ບໍ່ສາມາດພັນລະນາ ໄດ້ນັ້ນລົງມາສູ່ໂລກມະນຸດທີ່ສົກກະປົກໄປດ້ວຍຄວາມບາບ. ທີ່ມຶດ ມົນໄປດ້ວຍເງົາມືດແຫ່ງຄວາມຫາຍຍະນາດ ແລະການສາບແສ່ງ. ອົງພຣະຜູ້ເປັນເຈົ້າຊົງອະນຸຍາດ ໃຫ້ພຣະບຸຕຂອງພຣະອົງຕ້ອງພັດ ພາກຫ່າງໄກຈາກອ້ອມອົກແຫ່ງຄວາມຮັກຂອງພຣະອົງນັ້ນໄປ, ຈາກຄວາມໂຄຣົບຢຳເກງຂອງ ຊາວເມືອງສະຫວັນຊັ້ນຟ້າເຫລົ່າ ນັ້ນເພື່ອລົງມາປະເຊີນກັບຄວາມອັບອາຍ,ຄວາມດູຖູກ, ໝິ່ນປະ ໝາດ, ຄວາມກຽດຊັງ ແລະຄວາມຕາຍ. “ການລົງໂທດເພື່ອ ໃຫ້ພວກເຮົາໄດ້ກາຍເປັນດີນັ້ນກໍຕົກໄປໃສ່ພຣະອົງ, ພວກ ເຮົາຖືກປິ່ນປົວໃຫ້ຫາຍດີກໍດ້ວຍບາດແຜຂອງພຣະອົງ” (ເອຊາຢາ [Isaiah] 53:5). ຈົ່ງມອງໄປຍັງພຣະອົງທີ່ ເຂດປ່າກັນດານ, ຢູ່ທີ່ສວນເກດສີມະນີ (Gethsemane) ຢູ່ທີ່ໄມ້ ກາງເຂນແຫ່ງພຣະມະຫາວິຣະກັມນັ້ນເຖີດ! ພຣະບຸຕຂອງອົງພຣະ ຜູ້ເປັນເຈົ້າຜູ້ເຊິ່ງໄຮ້ຄວາມມົນທິນທັງສິ້ນແຕ່ ຊ້ຳພັດໄດ້ກາຍມາ ເປັນຜູ້ແບກຫາບເອົາພາລະອັນໜັກໜ່ວງອັນເປັນຜົນສະທ້ອນຕາມ ມາຂອງຄວາມບາບນັ້ນໃຫ້ໄປເປັນຂອງພຣະອົງເອງ. ພຣະອົງຜູ້ ເຊິ່ງເຄີຍດຳຣົງຢູ່ເປັນອັນໜຶ່ງອັນດຽວກັນກັບ ອົງພຣະຜູ້ເປັນເຈົ້າ ນັ້ນບັດນີ້ຊ້ຳພັດໄດ້ກັບກາຍມາເປັນຜູ້ທີ່ມີຄວາມສັມພັດກັບການຕັດ ຂາດຄວາມສັມພັນລະຫວ່າງພຣະເຈົ້າກັບມະນຸດອັນເປັນຜົນງານ ການກະທຳຂອງຄວາມບາບນັ້ນ. ຕໍ່ໄປນີ້ຄືສຽງຮ້ອງອັນແຄ້ນເຄື່ອງ ທີ່ ດັງກ້ອງອອກມາຈາກພຣະໂອດ (ປາກ) ຂອງພຣະອົງນັ້ນວ່າ: “ພຣະເຈົ້າຂອງຂ້າເອີຍ, ພຣະເຈົ້າຂອງຂ້າເອີຍ, ເປັນຫຍັງ ພຣະອົງຈິ່ງປ່ອຍປະຂ້ານ້ອຍໄປແລ້ວ?” (ມັດທາຍ [Matthew ] 27:46). ນັ້ນຄືການສະແດງອອກໃຫ້ເຫັນເຖິງ ຄວາມແໜ້ນອັ່ງໃນພຣະຊວງອັນເປັນຜົນຕາມມາຈາກຄວາມ ບາບທັງຫລາຍ, ນັ້ນຄື ຄວາມຮູ້ສຶກໃນທາດແທ້ແຫ່ງຄວາມໂຫດ ຮ້າຍສາມານຂອງຄວາມບາບທີ່ເປັນຕົວການຜູ້ກະທຳໃຫ້ສາຍສັມ ພັນລະຫວ່າງມະນຸດເຮົາກັບອົງພຣະຜູ້ເປັນເຈົ້າຕ້ອງຂາດສະບັ້ນໄປ -ນີ້ຄືສິ່ງທີ່ທຳໃຫ້ອົງພຣະບຸຕຂອງພຣະຜູ້ເປັນເຈົ້າຕ້ອງມີຄວາມ ເຈັບແຄ້ນແໜ້ນພຣະຊວງເປັນຢ່າງໜັກ.SCL 10.1