Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພຣະອົງເຈົ້າຊົງມີທຸລະກັບພວກເຮົາຢ່າງໃດ?

    ອົງພຣະຜູ້ເປັນເຈົ້າຕັດເອົາໄວ້ວ່າ: ເຮົາພຣະ ອົງ ບໍ່ມີຄວາມຍິນດີຕໍ່ຄວາມຕາຍຂອງຄົນທີ່ຕາຍໄປນັ້ນ, ເພາະ ສະນັ້ນຈົ່ງພາກັນກັບຫັນເສັຍເຖີດເພື່ອພວກທ່ານຈະໄດ້ມີຊີ ວິດຢູ່”(ເອເຊກຽນ 18:32). ສາຕານຍາມໃດມັນກໍພ້ອມສະເໜີ ທີ່ຈະຍາດຂະໂມຍ ເອົາພຣະພອນເຊິ່ງອົງພຣະຜູ້ເປັນເຈົ້າຊົງໄດ້ ເປັນຜູ້ໃຫ້ການຮັບປະກັນເອົາໄວ້ວ່າຈະໂຜດປະທານມາໃຫ້ນັ້ນໃຫ້ ສູນຫາຍອອກໄປຈາກພວກເຮົາ. ສາຕານຕ້ອງການຢາກດັບມອດ ທຸກຢົດຢ່າງແຫ່ງຄວາມຫວັງ ແລະ ທຸກສິ່ງທຸກຢ່າງທີ່ເປັນແສງສະ ຫວ່າງແຫ່ງຊີວິດ ນັ້ນໃຫ້ອອກໄປຈາກຊີວິດຈິດໃຈຂອງຄົນ, ສ່ວນໜ້າທີ່ຂອງທ່ານນັ້ນກໍຄືບໍ່ຕ້ອງປ່ອຍໃຫ້ມັນມີໂອກາດທີ່ຈະ ໄດ້ກະທຳສິ່ງນັ້ນໄປ. ບໍ່ຕ້ອງງ່ຽງຫູຟັງຜີມານຜູ້ລໍ້ລວງໃຈນັ້ນ, ແຕ່ ໃຫ້ປະກາດຄຳນີ້ອອກມາວ່າ: ” ພຣະເຢຊູເຈົ້າຊົງໄດ້ສິ້ນພຣະຊົນ ໄປເພື່ອຈະໃຫ້ຜູ້ຂ້າໄດ້ມີຊີວິດຢູ່. ພຣະອົງຊົງຮັກຜູ້ຂ້າແລະບໍ່ຢາກ ໃຫ້ຜູ້ຂ້າຕ້ອງຕາຍໄປ. ຜູ້ຂ້າທີພຣະເທພບິດາເຈົ້າເປັນຜູ້ໃຫ້ຄວາມ ເມດຕາສົງສານ, ເຖິງວ່າຜູ້ຂ້າໄດ້ດື້ດ້ານຕໍ່ຄວາມຮັກຂອງພຣະອົງ ກໍຕາມ, ພຣະພອນຂອງພຣະອົງທີ່ໄດ້ໂຜດປະທານມາໃຫ້ຜູ້ຂ້ານັ້ນ ເຖິງແມ່ນວ່າຜູ້ຂ້າໄດ້ຈັບຈ່າຍຫາຍໄປແລ້ວຢ່າງຟຸມເຟືອຍກໍຕາມ, ແຕ່ຜູ້ຂ້າກໍຈະລຸກຂຶ້ນແລະກ້າວເດີນໄປຫາອົງພຣະບິດາເຈົ້າ ແລ້ວ ຈະໄປຍອມຮັບສາລະພາບຕໍ່ພຣະອົງວ່າ: “ຂ້າພຣະອງົໄດ້ທຳບາບ ຕໍ່ ພຣະອົງແລະໄດ້ທຳການລະເມີດຕໍ່ເມືອງຟ້າສະຫວັນໄປແລ້ວ, ສະນັ້ນຂ້ານ້ອຍກໍຈິ່ງບໍ່ເໝາະສົມທີ່ຈະຮຽກຕົນວ່າເປັນລູກຂອງພຣະ ອົງຕໍ່ໄປໄດ້ອີກແລ້ວ, ຂໍໃຫ້ພຣະອົງຈົ່ງໂຜດໄດ້ຮັບເອົາຂ້ານ້ອຍນີ້ ໃຫ້ມາເປັນຄົນງານຮັບຈ້າງ ຜູ້ໜຶ່ງຂອງພຣະອົງອີກດ້ວຍ.” ຢູ່ໃນ ຕອນໜຶ່ງຂອງນິທານສຸພາສິດດັ່ງທີ່ຈະກ່າວຕໍ່ໄປນີ້ໄດ້ເປັນການ ບອກເຕືອນໃຫ້ທ່ານໄດ້ມີຄວາມເຂົ້າໃຈເອົາໄວ້ວ່າຄົນຜູ້ຫລົງຜິດຈະ ໄດ້ຮັບການອະພັຍໂທດນັ້ນໄດ້ຢ່າງໃດ: “ພໍແຕ່ໄດ້ແນມເຫັນ ລູກຜູ້ຊາຍຂອງຕົນທີ່ຍັງຢູ່ໃນລະນະໄກ ຜູ້ເປັນພໍ່ຂອງເຂົາ ກໍເກີດມີຄວາມເອັນດູສົງສານຢ່າງໜັກ ແລ້ວກໍໄດ້ຟ້າວ ແລ່ນເຂົ້າໄປກອດເອົາລູກຂອງຕົນແລະທັງໄດ້ຈູບຫອມຜູ້ ກ່ຽວ” (ລູກາ 15:18-20).SCL 100.2

    ເຖິງຢ່າງໃດກໍດີ, ແມ່ນກະທັ້ງວ່ານິທານສຸພາສິດນີ້ຈະມີ ຄວາມກະຕຸ້ນໃຈແລະມີຄວາມຮັກໄຄ່ພຽງໃດກໍຕາມ, ແຕ່ນັ້ນກໍຍັງ ເປັນການສະແດງອອກໃຫ້ເຫັນພຽງແຕ່ສ່ວນນ້ອຍໜຶ່ງເຊິ່ງມາຈາກ ຄວາມເມດຕາສົງສານອັນມະຫາສານຂອງ ພຣະເທພບິດາເຈົ້າທີ່ ມີຕໍ່ພວກເຮົາຜູ້ເປັນຄົນບາບທັງຫລາຍ. ອົງພຣະຜູ້ເປັນເຈົ້າຊົງໄດ້ ຖະແຫລງອອກ ໂດຍຜ່ານນັກພະຍາກອນທ່ານໜຶ່ງຂອງພຣະອົງ ວ່າ: “ເຮົາພຣະອົງກໍຮັກເຈົ້າດ້ວຍຄວາມຮັກທີ່ອະມະຕະ, ສະນັ້ນເຮົາຈິ່ງໄດ້ຖອດດຶງເອົາເຈົ້າຂຶ້ນມາດ້ວຍຄວາມ ຮັກພັກດີ” (ເຢເຣມີຢາ 31:3). ໃນຂະນະທີ່ລູກຊາຍຜູ້ຫລົງຜິດໄດ້ ໃຊ້ຊີວິດຢ່າຫ່າງໄກຈາກບ້ານເກີດເມືອງນອນຂອງຕົນນັ້ນເຂົາກໍໄດ້ ຈັບຈ່າຍເງິນທອງຂອງໃຊ້ຂອງຕົນໄປໃນເວລາທີ່ຕົນໄດ້ເຂົ້າໄປອາ ສັຍຢູ່ບ້ານເພິ່ງເມື່ອງທ່ານ ນັ້ນຈົນໝົດກ້ຽງ, ແຕ່ສ່ວນຫົວອົກຂອງ ຜູ້ເປັນພໍ່ນັ້ນຍາມໃດກໍຍັງຄົງມີຄວາມຄິດຮອດຄິດເຖິງຕໍ່ລູກຊາຍ ຂອງຕົນຢູ່ຢ່າງບໍ່ຂາດລະຍະ. ທຸກຄັ້ງທຸກຄາວເມື່ອຢູ່ໃນຈິດໃຈຂອງ ຄົນເຮົາຫາກເກີດມີຄວາມປາຖນາຢາກກັບຫລ່າວຕ່າວຄືນ ໄປສູ່ ພຣະຜູ້ເປັນເຈົ້ານັ້ນກໍລ້ວນແຕ່ໄດ້ມາຈາກການຮຽກເອີ້ນດ້ວຍ ຄວາມຮັກໄຄ່ຂອງພຣະວິນຍານບໍຣິສຸດທີ່ມີຕໍ່ຜູ້ຫລົງຜິດນັ້ນເອງເພື່ອ ຈະໃຫ້ເຂົາໄດ້ກັບຫລ່າວຕ່າວຄືນໄປຫາອົງພຣະບິດາເຈົ້າຜູ້ຊົງມີຫົວ ໃຈອັນເຕັມໄປດ້ວຍຄວາມຮັກຢ່າງອະມະຕະນັ້ນ.SCL 102.1