Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຈຳເປັນຕ້ອງມີຄວາມເຊື່ອ

    ເງື່ອນໄຂທີ່ສຳຄັນອີກຢ່າງໜຶ່ງເຊິ່ງ ຈະຊ່ວຍໃຫ້ກາໄຫວ້ ພຣະອະທິຖານໄດ້ຮັບຜົນສຳເຣັດອັນດີນັ້ນກໍຄືພວກເຮົາຈະຕ້ອງມີ ຄວາມເຊື່ອ “ຜູ້ໃດທີ່ເຂົ້າມາຫາພຣະຜູ້ເປັນເຈົ້ານັ້ນກໍຈະ ຕ້ອງມີຄວາມເຊື່ອວ່າພຣະອົງຊົງດຳຣົງຢູ່ແລະພຣະອົງ ຊົງເປັນຜູ້ໃຫ້ລາງວັນບຳເໜັດແກ່ພວກຄົນທີ່ຊອກສະ ແຫວງຫາພຣະອົງຢ່າງຕັ້ງໜ້າ.” (ຮີບູຣ 11:6) ພຣະເຢ ຊູຊົງໄດ້ກ່າວຕໍ່ພວກອັຄສາວົກຂອງພຣະອົງເອົາໄວ້ວ່າ. “ສິ່ງໃດ ທີ່ພວກທ່ານປາຖນາ, ຈົ່ງພາກັນໄຫວ້ວອນເອົາ, ຈົ່ງເຊື່ອ ວ່າພວກທ່ານຈະໄດ້ສິ່ງເຫລົ່ານັ້ນມາແລະພວກທ່ານກໍຈະ ໄດ້ມາ” (ມາລະໂກ 11:24). ພວກເຮົາຈະເຊື່ອພຣະອົງໂດຍອີງ ຕາມພຣະວັຈນະຂອງພຣະອົງນັ້ນຫລືບໍ່?SCL 191.1

    ຄຳໝັ້ນສັນຍາຂອງ ອົງພຣະຜູ້ເປັນເຈົ້າກໍຍິ່ງໃຫຍ່ກວ້າງ ຂວາງແລະບໍ່ມີຂອບເຂດ, ພຣະອົງຊົງມີຄວາມແນ້ວແນ່ໃນຄຳໝັ້ນ ສັນຍາຂອງຕົນເອງ. ໃນເວລາທີ່ພວກເຮົາຍັງບໍ່ທັນໄດ້ຮັບເອົາສິ່ງ ທີ່ຕົນໄດ້ຮ້ອງຂໍໄປແລ້ວຢ່າງທັນອົກທັນໃຈກໍຕາມ, ແຕ່ພວກເຮົາ ກໍຍັງຄົງສືບຕໍ່ ມີຄວາມເຊື່ອໝັ້ນວ່າອົງພຣະຜູ້ເປັນເຈົ້າຊົງໄດ້ຍິນຢູ່ ແລ້ວແລະກໍຈະປະທານຄຳຕອບຕໍ່ຄຳໄຫວ້ວອນອະທິຖານຂອງ ພວກເຮົາມາບໍ່ໄວກໍຊ້າ. ພວກເຮົາມັກຈະມີຄວາມຜິດພາດແລະມີ ສາຍຕາອັນຄັບແຄບໃນການຮ້ອງຂໍເຊິ່ງບາງຄັ້ງພວກເຮົາກໍຂໍເອົາ ໃນສິ່ງທີ່ຈະບໍ່ເປັນພຣະພອນໃຫ້ແກ່ຕົນເອງ.ສ່ວນພຣະເທພບິດາຂອງ ພວກເຮົາຜູ້ເຊິ່ງມີຄວາມຮັກອັນຍິ່ງໃຫຍ່ຕໍ່ພວກເຮົານັ້ນຈະໃຫ້ຄຳ ຕອບມາດ້ວຍການໂຜດປະທານແຕ່ສິ່ງໃດທີ່ຈະເປັນການດີເລີດສຳ ລັບພວກເຮົາເທົ່ານັ້ນ ແລະ ສິ່ງນັ້ນກໍຈະເປັນສິ່ງທີ່ຕົນມີຄວາມມຸ້ງ ມາດປາຖນາຢ່າງແທ້ຈິງຖ້າວ່າພວກເຮົາຫາກໄດ້ເຫັນພຣະນິມິຕ ສ່ອງແສງລົງມາໃຫ້ເປັນທີ່ແຈ່ມແຈ້ງແລ້ວພວກເຮົາກໍຈະເຫັນທຸກ ສິ່ງເຫລົ່ານັ້ນຕາມຄວາມເປັນຈິງຂອງມັນ. ໃນເວລາທີ່ພວກເຮົາຄິດ ວ່າຄຳໄຫວ້ວອນຂອງ ຕົນແທບຈະບໍ່ໄດ້ຮັບຄຳຕອບໃດໆເລີຍນັ້ນກໍ ຈົ່ງຢ່າລືມໝັ້ນໃຈໃນຄຳສັນຍາຂອງພຣະອົງ, ເພາະວ່າຄຳຕອບຈະ ຕາມມາຕາມການເວລາຢ່າງບໍ່ຕ້ອງສົງສັຍ ແລະ ພວກເຮົາກໍຈະ ຕ້ອງໄດ້ຮັບໃນພຣະພອນອັນໃດທີ່ມີຄວາມຈຳເປັນກ່ອນອື່ນໝົດສຳ ລັບຕົນ. ສ່ວນການຢັ້ງຢືນທີ່ວ່າຄຳໄຫວ້ວອນອະທິຖານທຸກຄັ້ງຈະໄດ້ ຮັບຄຳຕອບມາຕາມຄຳຂໍທຸກຢ່າງ ແລະ ໄດ້ຕາມວັນເວລາທີ່ຕົນ ຕ້ອງການນັ້ນ ກໍຈະເປັນການເຊື່ອໝັ້ນຕົນເອງຈົນເກີນໄປ. ພຣະຜູ້ ເປັນເຈົ້າຊົງມີຄວາມສະຫລາດສ່ອງໃສເກີນໄປກວ່າທີ່ຈະເປັນຝ່າຍ ຜູ້ກະທຳຄວາມຜິດພາດລົງໄປ ແລະ ພຣະອົງກໍຊົງມີພຣະເດດພຣະ ຄຸນຢ່າງລົ້ນເຫລືອກວ່າການທີ່ຈະໄປຍຶດຍາດເອົາຄວາມດີມີສຸກ ໃດໆອອກໄປຈາກພວກຄົນທີ່ພາກັນເດີນຕາມເສັ້ນທາງແຫ່ງຄວາມ ຊອບທັມນັ້ນ. ສະນັ້ນ,ທ່ານຈົ່ງຢ່າຫວາດຫວັ່ນໄປເລີຍທີ່ຈະໃຫ້ຄວາມ ໄວ້ວາງໃຈຕໍ່ພຣະອົງ, ແມ່ນກະທັ້ງວ່າໃນເວລາທີ່ຄຳໄຫວ້ວອນຂອງ ທ່ານຈະບໍ່ໄດ້ຮັບຄຳຕອບຢ່າງທັນອົກທັນໃຈກໍຕາມ. ທ່່ານຈົ່ງໝັ້ນ ໃຈໃນຄຳໝັ້ນສັນຍາອັນແນ້ວແນ່ຂອງພຣະອົງທີ່ມີເອົາໄວ້ວ່າ: “ຈົ່ງ ຂໍເອົາແລ້ວທ່ານຈະໄດ້ມາ” (ມັດທາຍ7:7).SCL 192.1

    ຖ້າວ່າພວກເຮົາຫາກເມົາມົວຢູ່ນຳ ແຕ່ຄວາມລະແວງສົງ ສັຍ ແລະ ຄວາມຫວາດຫວັ່ນຢ້ານກົວ ຫລືວ່າພະຍາຍາມທີ່ຈະແກ້ ໄຂທຸກບັນຫາທີ່ພວກເຮົາເອງກໍຍັງບໍ່ທັນມີຄວາມເຂົ້າ ໃຈໄດ້ຢ່າງ ແຈ່ມແຈ້ງກ່ອນທີ່ ພວກເຮົາຈະມີຄວາມເຊື່ອມາກ່ອນນັ້ນກໍຈະພາ ໃຫ້ຄວາມສັບສົນເພີ່ມທະວີຍິ່ງຂຶ້ນແລະນັບມື້ນັບຈະເລິກເຂົ້າໄປຊັກ ໃຊ້. ແຕ່ຖ້າພວກເຮົາຫາກພາກັນເຂົ້າໄປຫາອົງພຣະຜູ້ເປັນເຈົ້າ ດ້ວຍຄວາມຖ່ອມຕົວ ແລະ ດ້ວຍຄວາມຮູ້ສຶກວ່າຕົນກໍເປັນຄົນທີ່ ຂາດຜູ້ເພິ່ງພາອາສັຍຕາມສະພາວະຄວາມເປັນຈິງຂອງຕົນແລ້ວ ຄວາມເຊື່ອອັນມີຊີວິດຊີວານັ້ນກໍຈະທຳໃຫ້ຄວາມມຸ້ງມາດປາຖນາ ຕ່າງໆຂອງ ພວກເຮົາກາຍໄປເປັນສິ່ງທີ່ຖືກຮັບຮູ້ໂດຍພຣະອົງຜູ້ຊົງ ມີອະພິປັນຍາອັນບໍ່ມີຂອບເຂດຈຳກັດ, ຜູ້ຊົງເປັນພຣະອໍຣະຫັນຢູ່ໃນ ທຸກສິ່ງຢ່າງທີ່ໄດ້ຖືກເນຣະມິຕປະດິດສ້າງຂຶ້ນມາ ແລະ ເປັນຜູ້ຊົງ ໃຫ້ການຄຸ້ມຄອງບໍຣິຫານໃນທຸກສິ່ງຢ່າງດ້ວຍພຣະປະສົງ ແລະ ດ້ວຍພຣະວັຈນະຂອງພຣະອົງເອງ,ພຣະອົງໄດ້ຍິນຄຳຮ້ອງໃຫ້ຂອງ ພວກເຮົາ ແລະ ຈະປ່ອຍໃຫ້ແສງສະຫວ່າງໄດ້ສາດສ່ອງເຂົ້າມາ ສູ່ຫ້ອງຫົວໃຈຂອງພວກເຮົາທັງຫລາຍ. ການໄຫວ້ພຣະອະທິຖານ ດ້ວຍຄວາມຈິງໃຈນັ້ນຈະເປັນສິ່ງນຳພາເອົາພວກເຮົາໃຫ້ກ້າວເຂົ້າ ໄປສູ່ການມີຄວາມສັມພັນກັບອະພິປັນຍາຂອງພຣະເຈົ້າຜູ້ມີຄວາມ ອະມະຕະ. ໃນເງລາທີ່ພຣະພັກ(ໜ້າ)ຂອງພຣະເຈົ້າຜູ້ໂຜດໃຫ້ລອດ ຂອງ ພວກເຮົາໂນ້ມອ່ຽງລົງມາຫາພວກເຮົາເພື່ອສະແດງຄວາມ ເຫັນອົກເຫັນໃຈ ແລະ ສະແດງໃຫ້ເຫັນເຖິງຄວາມຮັກທີ່ມີຕໍ່ພວກ ເຮົາຢູ່ນັ້ນພວກເຮົາກໍອາດຈະບໍ່ແນ່ມເຫັນສັນຍາລັກສະແດງອອກ ແບບປະຈັກແຈ້ງໃນສາຍຕາ, ແຕ່ເຖິ່ງຢ່າງໃດກໍຕາມ, ຄວາມຈິງ ກໍເປັນແນວນັ້ນແທ້, ພວກເຮົາອາດຈະບໍ່ມີຄວາມຮູ້ສຶກໃນຄວາມສັມ ພັດແບບຈັບບາຍໄດ້ຂອງພຣະອົງທີ່ມີຕໍ່ພວກເຮົາ, ແຕ່ວ່າພຣະຫັດ (ມື) ຂອງພຣະອົງນັ້ນກໍຍັງຄົງຢື່ນເຂົ້າມາກັ້ງບັງພວກເຮົາເອົາໄວ້ ດ້ວຍຄວາມຮັກອັນຍິ່ງໃຫຍ່ ແລະດ້ວຍຄວາມເມຕາສົງສານອັນ ແນບນວນ.SCL 193.1

    Larger font
    Smaller font
    Copy
    Print
    Contents