Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "undefined".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມດີໃຈຂອງສາຕານ

    ສາຕານຈະມີຄວາມລື້ນເລີງໃຈທີ່ ຕົນສາມາດຊັກນຳເອົາ ພວກລູກຫລານຂອງພຣະເຈົ້າໃຫ້ພາກັນເຊົາເຊື່ອໃນພຣະອົງ ແລະ ເກີອມີຄວາມທໍ້ຖອຍໃຈຂຶ້ນມາ. ສາຕານກໍມີຄວາມລື້ນເລີງໃຈທີ່ຈະ ເຫັນວ່າພວກເຮົາພາກັນເກີດບໍ່ ມີຄວາມໄວ້ວ່າງໃຈໃນພຣະເຈົ້າ ແລະ ເກີດມີຄວາມສົງສັຍຕໍ່ພຣະປະສົງ ແລະຣິດອຳນາດຂອງພຣະ ອົງທີ່ຈະໂຜດເອົາພວກເຮົາທັງຫລາຍໃຫ້ໄດ້ຮັບຄວາມລອດພົ້ນ. ສາຕານມັກຢາກຈະທຳໃຫ້ພວກເຮົາໄດ້ພາກັນເກີດມີຄວາມຮູ້ສຶກ ວ່າການນຳພາຂອງອົງພຣະຜູ້ເປັນເຈົ້ານັ້ນຈະສ້າງແຕ່ຄວາມເສັຍ ຫາຍມາສູ່ພວກເຮົາ. ງານຂອງສາຕານນັ້ນກໍຄືການຕົ໋ວະຍົ໋ວະຫລອກ ລວງໄປໃນທາງທີ່ວ່າ ພຣະຜູ້ເປັນເຈົ້ານັ້ນເປັນຜູ້ທີ່ບໍ່ມີຄວາມເມດຕາ ສົງສານ. ເຂົາທຳການບຶດເບືອນຕໍ່ສັຈທັມຄວາມຈິງຂອງພຣະ ບິດາເຈົ້ານັ້ນພວກເຮົາຊ້ຳພັດພາກັນມັກຈະຄິດຫາ ແຕ່ຄຳຕົ໋ວະຍົ໋ວະ ຫລອກລວງຂອງສາຕານແລະສະແດງຄວາມບໍ່ນັບຖືຕໍ່ພຣະເຈົ້າ ດ້ວຍການສະແດງຄວາມບໍ່ໄວ້ວາງໃຈໃນພຣະອົງ ແລະ ຈົ່ມວ່າ ຄວາມບໍ່ດີຕໍ່ພຣະອົງ. ສາຕານຍາມໃດກໍຊອກຫາແຕ່ວິທີທາງເພື່ອ ທຳໃຫ້ຊີວິດໃນທາງຄວາມເຊື່ອນັ້ນໄດ້ເກີດມີຄວາມເສົ້າຫໝອງ, ມີ ຄວາມໜັກໜ່ວງແລະຫຍຸ້ງຍາກ, ສະນັ້ນໃນເມື່ອຄຣິສຕະສາສນິກກະ ຊົນຜູ້ໃດຫາກທຳຊີວິດຂອງຕົນໃຫ້ເປນໄປຕາມລັກສະນະຕາມທີ່ ໄດ້ກ່າວມານີ້ກໍສະແດງວ່າເຂົາເອງເປັນຜູ້ໃຫ້ການສະໜັບສະໜູນຕໍ່ ຄຳຫລອກຫລວງຂອງສາຕານຜູ້ເປັນພະຍາມານໂດຍຜ່ານຄວາມບໍ່ ເຊື່ອຂອງຕົນເອງນັ້ນ.SCL 235.1

    ຫລາຍຄົນກໍພາກັນເດີນໄປຕາມທາງແຫ່ງຊີວິດໂດຍການ ສຸມຄວາມເອົາໃຈໃສ່ແຕ່ຄວາມຜິດພາດ, ຄວາມບໍ່ສຳເຣັດຜົນ ແລະ ຄວາມເສັຍກຳລັງຂອງພວກຕົນ, ສະນັ້ນຢູ່ໃນຫົວໃຈຂອງພວກ ເຂົາກໍຈິ່ງມີແຕ່ຄວາມໂສກເສົ້າແລະຄວາມທໍ້ຖ້ອຍ. ໃນເວລາທີ່ຂ້າ ພຣະເຈົ້າໄດ້ເດີນທາງໄປທະວີບຢູ່ໂຣບນັ້ນ ກໍຍັງມີພີ່ນອງສະຕຣີຜູ້ ໜຶ່ງທີ່ຮ່ວມຢູ່ໃນຄວາມເຊື່ອອັນດຽວກັນເຊິ່ງເຄີຍກະທຳຄືດັ່ງທີ່ ໄດ້ເວົ້າມານີ້, ຄືເຂົາເອງກຳລັງຕົກຢູ່ໃນທ່າທີໝົດກຳລັງໃຈ ແລະ ນາງກໍໄດ້ຂຽນໜັງສືມາຫາຂ້າພຣະເຈົ້າເພື່ອຂໍຄຳເວົ້າຄຳວ່າທີ່ ເປັນການສ້າງກຳລັງໃຈໃຫ້ແກ່ຕົນ. ຄືນຕໍ່ມາ, ຂ້າພຣະເຈົ້າກໍໄດ້ ອ່ານຈົດໝາຍຂອງນາງ. ຂ້າພຣະເຈົ້າໄດ້ຮັບຄວາມຝັນວ່າຕົນ ເອງພອມກຳລັງເດີນຢູ່ ໃນສ່ວນແຫ່ງໜຶ່ງແລະເຫັນວ່າມີຄົນຜູ້ໜຶ່ງທີ່ ຄາດວ່າຄົງຈະເປັນເຈົ້າຂອງສວນທີ່ກຳລັງພາຂ້າພະເຈົ້າເດີນ ຜ່ານໄປຕາມທາງຢູ່ກາງສວນແຫ່ງນັ້ນ. ຂ້າພຣະເຈົ້າກໍໄດ້ເກັບ ເອົາດອກໄມ້ ແລະມີຄວາມເບີກບານຊື່ນຊົມຢູ່ກັບກິ່ນອັນຫອມຫວນ ເຫລົ່ານັ້ນ ຢູ່ເຊິ່ງໃນເວລາດຽວກັນນາງຜູ້ເປັນເຈົ້າຂອງຈົດໝາຍທີ່ ກຳລັງເດີນໄປຢູ່ຂ້າງໆກັນນັ້ນຊ້ຳພັດຮ້ອງໃສ່ຂ້າພຣະເຈົ້າ ໃຫ້ແນມ ໄປເບິ່ງຕົ້ນນາມທີ່ກີດຂວາງທາງເດີນຂອງເຂົານັ້ນຢູ່. ລາວທັງຈົ່ມ ທັງວ່າ ແລະທັງສະແດງຄວາມເສຍໃຈຕໍ່ສິ່ງດັ່ງກ່າວ. ລາວບໍ່ໄດ້ ຍ່າງໄປຕາມທາງທີ່ຜູ່ເປັນນາຍທາງນັ້ນພາໄປ, ແຕ່ຊ້ຳພັດໄປເດີນ ຢູ່ຕາມທາງທີ່ມີສ້ຽນໜາມນັ້ນ. ນາງໄດ້ຈົ່ມວ່າດັ່ງນີ້: “ບໍ່ເປັນໜ້າ ເສັຍດາຍຫລືທີ່ສວນອຸທະຍານອັນສວຍງາມແຫ່ງນີ້ຮົກ ເຮື້ອໄປດ້ວຍຕົ້ນໜາມ?” ຈາກນັ້ນທ່ານຜູ້ເຊິ່ງເປັນຄົນພາທາງ ຜູ້ນັ້ນກໍໄດ້ກ່າວບອກວ່າ. “ເຈົ້າຈົ່ງປະພວກຕົ້ນໜາມນັ້ນເສັຍ ເຖີດ, ເພາະມັນຈະທຳໃຫ້ເຈົ້າຕ້ອງເຈັບປວດ. ຈົ່ງເກັບເອົາ ແຕ່ພວກດອກກຸລາບ, ດອກລີລາແລະດອກຊົມພູເຫລົ່າ ນັ້ນ.SCL 236.1