Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 12—ຈະທຳຢ່າງໃດກັບຄວາມສົງສັຍ

    ຫຼາຍຄົນ, ໂດຍສະເພາະແມ່ນພວກຄົນທີ່ຫາກໍ່ເຂົ້າມາ ເຊື່ອໃນພຣະເຈົ້າໃໝ່ໆນັ້ນ ກໍມັກຈະພົບກັບບັນຫາກ່ຽວກັບຄວາມລະ ແວງສົງສັຍ. ຢູ່ໃນພຣະຄຳພີກໍຍັງມີຫຼາຍສິ່ງຫຼາຍຢ່າງທີ່ບໍ່ສາ ມາດຈະໃຫ້ການອະທິບາຍໄດ້ຫຼືວ່າບໍ່ສາມາດທີ່ຈະເຂົ້າໃຈໄດ້ແລະ ຝ່າຍຜູ້ເປັນສາຕານນັ້ນ ກໍສວຍເອົາໂອກາດອັນນີ້ເພື່ອເຂົ້າມາທຳ ລາຍຄວາມເຊື່ອຂອງພວກເຂົາຕໍ່ພຣະຄຳພີໃນຖານະທີ່ເປັນໜັງສື ສັກສິດເຊິ່ງເປີດເຜີຍອອກໃຫ້ເຫັນເຖິງພຣະນິມີຕຂອງອົງພຣະຜູ້ ເປັນເຈົ້າ. ພວກເຂົາມັກຈະຖາມວ່າ: “ຂ້ອຍຈະຮູ້ຈັກເສັ້ນທາງ ທີ່ຖືກຕ້ອງນັ້ນໄດ້ຢ່າງໃດ? ຖ້າວ່າພຣະຄຳພີຫາກເປັນ ພຣະວັຈນະຂອງພຣະຜູ້ເປັນເຈົ້າຢ່າງແທ້ຈິງແລ້ວຈະໃຫ້ ຂ້ອຍຫາຍຈາກຄວາມສົງສັຍ ແລະຄວາມສັບສົນເຫລົ່າ ນັ້ນໄດ້ແນວໃດ?SCL 212.1

    ອົງພຣະຜູ້ເປັນເຈົ້າບໍ່ເຄີຍບອກໃຫ້ພວກເຮົາພາກັນເຂົ້າມາ ຮັບເຊື່ອໂດຍບໍ່ມີຫລັກຖານຢັ້ງຢືນຢ່າງພຽງພໍເພື່ອທີ່ຈະເອົາມາເປັນ ບ່ອນອ້າງອິງເຖິງຄວາມເຊື່ອຂອງພວກເຮົານັ້ນ. ການດຳຣົງຄົງ ຢູ່ຂອງພຣະອົງ, ຄຸນລັກສະນະທາດແທ້ຂອງພຣະອົງ, ຄວາມເປັນ ຈິ່ງແຫ່ງພຣະວັຈນະຂອງພຣະອົງ-ທັງໝົດກໍລ້ວນແຕ່ໄດ້ຖືກຮັບຮອງ ດ້ວຍພະຍານຫລັກຖານທີ່ສະຕິປັນຍາຂອງມະນຸດພວກເຮົາສາມາດ ທີ່ຈະຮັບເອົາໄດ້ ແລະ ພະຍານຫລັກຖານເຫລົ່ານັ້ນກໍມີຢູ່ຢ່າງຖ້ວມ ລົ້ນ. ແຕ່ເຖິງປານນັ້ນອົງພຣະຜູ້ເປັນເຈົ້າກໍຍັງບໍ່ ເຄີຍໄດ້ຖອດເອົາ ຄວາມອາດສາມາດທີ່ຈະພາໃຫ້ຄົນເກີດມີຄວາມສົງສັຍໄດ້ນັ້ນຖິ້ມ ໄປໃຫ້ໝົດ. ເປັນຄວາມຈິ່ງທີ່ວ່າຄວາມເຊື່ອຂອງພວກເຮົາຈະຕ້ອງ ວາງຢູ່ບົນພື້ນຖານຂອງການມີຫລັກຖານພະຍານ, ແຕ່ນີ້ກໍບໍ່ໄດ້ ໝາຍຄວາມວ່າຈະຕ້ອງມີລັກສະນະປາກົດອອກມາໃຫ້ເຫັນເໝືອນ ດັ່ງຢູ່ໃນງານວາງສະແດງນັ້ນແຕ່ຢ່າງໃດ. ຜູ້ໃດທີ່ຕ້ອງການຢາກ ຈະມີຄວາມສົງສັຍຢູ່ນັ້ນເຂົາກໍຈະມີໂອກາດສົງສັຍໄດ້ທຸກເມື່ອ, ແຕ່ ໃນຂະນະດຽວກັນນັ້ນ, ສ່ວນຜູ້ໃດທີ່ມີຄວາມມຸ້ງມາດປາຖນາຢາກ ຈະຮູ້ຈັກກັບສັຈທັມຄວາມຈິງ ດ້ວຍຄວາມຈິງໃຈນັ້ນເຂົາກໍຈະພົບ ເຫັນຫລັກຖານພະຍານເພື່ອເປັນບ່ອນອີງ ໃຫ້ແກ່ຄວາມເຊື່ອຂອງ ຕົນນັ້ນຢ່າງຖ້ວນລົ້ນ.SCL 213.1

    ເປັນໄປບໍ່ໄດ້ທີ່ຈະທຳໃຫ້ສະຕິິປັນຍາທີ່ມີຄວາມຈຳກັດຮັດ ແຄບຂອງມະນຸດສາມາດທີ່ ຈະມາທຳຄວາມເຂົ້າໃຈໄດ້ຢ່າງເຕັມ ສ່ວນເຖິງຄຸນລັກສະນະທາດແທ້ແລະພຣະກິຈການຕ່າງໆນາໆຂອງ ພຣະເຈົ້າແຫ່ງຄວາມອະມະຕະນັ້ນ. ແມ່ນກະທັ້ງວ່າຄົນຜູ້ທີ່ມີສະຕິ ປັນຍາອັນສ້ຽມແຫລມ ແລະ ມີການສຶກສາສູງປານໃດກໍຕາມແຕ່ ເຂົາກໍຍັງບໍ່ສາມາດທີ່ຈະພິສິດເຖິງຄວາມເລິກລັບອັສຈັນທັງໝົດ ຂອງພຣະເຈົ້າຜູ້ສັກສິດນັ້ນໄດ້, “ທ່ານຈະເອົາການຄົ້ນຄວ້ານັ້ນ ມາຊອກຫາພຣະເຈົ້າໄດ້ບໍ່? ທ່ານຈະສາມາດຮູ້ຈັກທຸກສິ່ງ. ຢ່າງກ່ຽວກັບພຣະເຈົ້າຜູ້ຍິ່ງໃຫຍ່ນັ້ນໄດ້ບໍ່? ສິ່ງນີ້ກໍສູງ ສົ່ງເໝືນດັ່ງເມືອງຟ້າສະຫວັນ, ທ່ານຈະສາມາດທຳສິ່ງ ໃດໄດ້? ນີ້ກໍເລິກຍິ່ງໄປກວ່າອະເວຈີນັ້ນອີກ, ແລ້ວທ່ານ ຈະຮູ້ໄດ້ແນວໃດ?” (ໂຢບ[Job] 11:7,8).SCL 213.2

    ອາຈານໂປນຜູ້ເປັນອັຄສາວົກ ຂອງອົງພຣະເຢຊູໄດ້ກ່າວ ເອົາໄວ້ວ່າ: “ໂອນໍ, ມໍຣະດົກຄວາມຮັ່ງມີ, ອະພິປັນຍາ ແລະ ຄວາມຮູ້ຂອງພຣະຜູ້ເປັນເຈົ້ານັ້ນ ກໍຊ່າງເລິກແທ້ນໍ! ຈະ ທຳຢ່າງໃດຈິ່ງຈະສັນລະສູດໄດ້ເຖິງການພິພາກສາ ແລະ ວິຖີທາງອັນຢັ່ງບໍ່ເຖິງຂອງພຣະອົງເຈົ້ານັ້ນໄດ້.” (ໂຣມັນ 11:33). ມີຄຳກ່າວເອົາໃວ້ວ່າ: “ໝູ່ເມກແລະຄວາມມຶດກໍ ຫຸ້ມລ້ອມພຣະອົງຢູ່,” “ຄວາມຊອບທັມແລະການພິພາກ ສາກໍເປັນພື້ນຖານແຫ່ງພຣະຣາຊບັນລັງຂອງພຣະອົງ.” (ເພງສັນລະເສີນ 97:2). ເທົ້າເຖິງເວລານີ້ພວກເຮົາມີຄວາມເຂົ້າ ໃຈໄດ້ໃນພັນທະກິດຂອງພຣະອົງທີ່ມີຕໍ່ມະນຸດແລະວິຖີທາງຂອງ ພຣະອົງເຊິ່ງພາໃຫ້ພວກເຮົາສາມາດເຫັນໄດ້ໃນຄວາມຮັກ ແລະ ຄວາມເມດຕາກະຣຸນາອັນຖ້ວນລົ້ນທີ່ເສື່ອມເຂົ້າກັນກັບຣິດອຳ ນາດອັນບໍ່ມີຂອງເຂດຈຳກັດຂອງພຣະອົງນັ້ນ. ພວກເຮົາຜູ້ເປັນມະ ນຸດຈະໄດ້ຮັບອະນຸຍາດໃຫ້ມີຄວາມເຂົ້າໃຈໃນຄວາມມຸ້ງໝາຍຂອງ ພຣະອົງໂດຍອີງຕາມຄວາມເປັນປະໂຫຍດສຳລັບພວກເຮົາໃນ ການທີ່ຈະມີຄວາມຮູ້ໃນສິ່ງເຫລົ່ານັ້ນ ແລະ ນອກຈາກນັ້ນໄປແລ້ວ ພວກເຮົາກໍຍັງຈະຕ້ອງໃຫ້ ຄວາມໄວ້ວາງໃຈໃນພຣະຫັດອັນຊົງຣິດ ທານຸພາບ ແລະ ໃນດວງພຣະທັຍທີ່ຖ້ວນລົ້ນໄປດ້ວຍຄວາມຮັກຂອງ ພຣະອົງ.SCL 214.1