ພຣະອົງຊົງຮັກພວກເຮົາເປັນຢ່າງຍິ່ງ
ແຕ່ເຖິງຢ່າງໃດ ການເສັຍສະຫລະຄັ້ງມະຫາການທີ່ໄດ້ສຳ ເຣັດໄປແລ້ວນັ້ນ ກໍບໍ່ແມ່ນໄດ້ເກີດມີຂຶ້ນເພື່ອຈະແນໃສ່ສ້າງເອົາ ຄວາມຮັກຕໍ່ມະນຸດໃຫ້ເກີດມີຂຶ້ນຢູ່ໃນຫົວໃຈຂອງພຣະຜູ້ເປັນ ເຈົ້າແລະກໍບໍ່ແມ່ນເພື່ອຈະທຳໃຫ້ ພຣະອົງໄດ້ເກີດມີຄວາມປະສົງ ທີ່ຢາກຈະໂຜດເອົາມະນຸດໃຫ້ໄດ້ຮັບຄວາມລອດພົ້ນແຕ່ຢ່າງໃດ. ບໍ່ ແມ່ນແນວນັ້ນເລີຍ. ຢູ່ໃນໜັງສືພຣະຄຳພີເຣື່ອງໂຢຫັນ (John) 3:16 ມີຂ້ຄວາມຂຽນເອົາໄວ້ວ່າ “ອົງພຣະຜູ້ເປັນເຈົ້າຊົງມີ ຄວາມຮັກຕໍ່ໂລກມະນຸດເປັນຢ່າງຍິ່ງ ຈົນໄດ້ໂຜດປະ ທານພຣະບຸຕອົງດຽວຂອງພຣະອົງມາໃຫ້”.ການທີ່ອົງພຣະ ເທພບິດາເຈົ້າຊົງມີຄວາມຮັກຕໍ່ມະນຸດພວກເຮົາ ນັ້ນກໍບໍ່ແມ່ນ ເປັນຍ້ອນການເສັຍສະຫລະຄັ້ງດັ່ງກ່າວນັ້ນເລີຍ, ແຕ່ວ່າການເສັຍ ສະຫລະທີ່ ພຣະອົງຊົງໂຜດປະທານມາໃຫ້ນັ້ນໄດ້ເກີດຂຶ້ນກໍຍ້ອນ ວ່າ ພຣະອົງຊົງມີຄວາມຮັກຕໍ່ມະນຸດພວກເຮົານັ້ນເອງ. ອົງພຣະ ຄຣິສຕ໌ຊົງເປັນຜູ້ຊື່ກາງເຊິ່ງ ອົງພຣະຜູ້ເປັນເຈົ້າຊົງໄດ້ຖອກເທ ຄວາມຮັກອັນອະມະຕະຂອງພຣະອົງຜ່ານລົງມາໃຫ້ແກ່ໂລກມະ ນຸດທີ່ກຳລັງຕົກຢູ່ໃນຄວາມພິນາດແຫ່ງນີ້. “ພຣະຜູ້ເປັນເຈົ້າຜູ້ ຊົງຊົງດຳຣົງຢູ່ໃນ ອົງພຣະຄຣິສຕ໌ ໄດ້ທຳໃຫ້ໂລກມະນຸດຄືນມີ ຄວາມປອງດອງກັນກັບພຣະອົງ” (2ໂກຣິນໂທ [2Corinthi ans] 5:19). ພຣະຜູ້ເປັນເຈົ້າຊົງໄດ້ຮັບຄວາມທຸກຮ່ວມກັນກັບພຣະ ບຸຕຂອງພຣະອົງ. ຄວາມເຈັບປວດທໍລະມານຢູ່ທີ່ສວນເກດສະມີ, ການສິ້ນພຣະຊົນຢູ່ທີ່ໄມ້ກາງແຂນແຫ່ງເນີນເຂົາກ້ອນໂກທາ (Golgotha)-ສິ່ງເຫລົ່ານັ້ນເອງຄືຄຸນຄ່າລາຄາທີ່ຄວາມຮັກອະ ມະຕະນັ້ນຕ້ອງໄດ້ຖືກຈັບຈ່າຍໄປເພື່ອຈະໄດ້ໂຜດເອົາມະນຸດ ພວກ ເຮົາທັງຫລາຍໃຫ້ໄດ້ຮັບຄວາມລອດພົ້ນ.SCL 12.1
ພຣະເຢຊູເຈົ້າຊົງໄດ້ຕັດເອົາໄວ້ວ່າ “ເພາະສະນັ້ນ ພຣະ ບິດາຂອງເຮົາພຣະອົງກໍຮັກເຮົາ ເພາະວ່າ ເຮົາອຸທິດຊີ ວິດ ຂອງເຮົາ ເພື່ອຈະຮັບເອົາຊີວິດນັ້ນຄືນມາອີກຄັ້ງໃໝ່” (ໂຢຫັນ 10:17). ນີ້ກໍໝາຍຄວາມວ່າ “ພຣະບິດາເຈົ້າຂອງ ເຮົາພຣະອົງຊົງຮັກພວກທ່ານທ່ຽງແທ້ ແລະພຣະອົງກໍຊົງ ຮັກເຮົາຍິ່ງໜັກເພາະເຮົາພຣະອົງໄດ້ອຸທິດຊີວິດຂອງຕົນ ເພື່ອໂຜດເອົາພວກທ່ານທັງຫລາຍໃຫ້ລອດ. ການທີ່ເຮົາ ພຣະອົງໄດ້ກາຍເປັນຕົວແທນ ແລະຕົວປະກັນຂອງພວກ ທ່ານດ້ວຍການມອບກາຍຖວາຍຊີວິດຂອງເຮົາເອງ, ດ້ວຍ ການຮັບເອົາຄວາມຮັບຜິດຊອບ ແລະຄວາມຜິດຂອງພວກ ທ່ານຕາງພວກທ່ານທັງຫລາຍນັ້ນເອງເຮົາກໍຈິ່ງມີຄຸນຄ່າມາກຕໍ່ອົງພຣະບິດາເຈົ້າ,ຍ້ອນການເສັຍສະຫລະ ຂອງເຮົາພຣະອົງນັ້ນເອງ ພຣະຜູ້ເປັນເຈົ້າຈິ່ງຊົງຊອບທັມ ແລະ ຈິ່ງຊົງເປັນຜູ້ປົກປ້ອງໃຫ້ແກ່ຜູ້ທີ່ເຊື່ອໃນພຣະເຢຊູ ເຈົ້າ”SCL 13.1