Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບໍ່ແມ່ນການຍອມຮັບຮູ້ແບບທຳມະດາແຕ່ພຽງພາຍນອກ ເທົ່ານັ້ນ

    ແຕ່ຢ່າຈົ່ງລືມ ໄປເລີຍວ່າການຍອມເຊື່ອຟັງປະຕິບັດຕາມ ໃນທີ່ນີ້ກໍບໍ່ແມ່ນການຍອມຮັບຮູ້ແບບລອຍໄປຕາມໂດຍທາງຮູບ ນອກແບບງ່າຍໆ, ເພາະນີ້ແມ່ນການຮັບໃຊ້ທີ່ອອກມາຈາກຄວາມ ຮັກ. ກົດໝາຍພຣະບັນຍັຕຂອງພຣະເຈົ້າແມ່ນສິ່ງທີ່ສະແດງອອກ ໃຫ້ເຫັນເຖິງທາດແທ້ອັນບໍ່ປ່ຽນແປງຂອງພຣະອົງ, ນັ້ນແມ່ນການ ສະທ້ອນອອກໃຫ້ເຫັນເຖິງຫລັກການອັນຍິ່ງໃຫຍ່ແຫ່ງຄວາມຮັກ ຂອງ ອົງພຣະຜູ້ເປັນເຈົ້າເຊິ່ງເປັນຫີນສີລາແຫ່ງການປົກຄອງຂອງ ພຣະອົງທີ່ມີຕໍ່ທັງເມືອງຟ້າແລະເມືອງດິນ. ຖ້າວ່າຫົວໃຈຂອງພວກ ເຮົາຫາກໄດ້ຮັບການດັດແປງກໍ່ສ້າງຄືນໃໝ່ໃຫ້ມີລັກສະນະຄ້າຍດັ່ງ ພຣະເຈົ້າ,ຖ້າວ່າຄວາມຮັກຂອງພຣະເຈົ້າຫາກເຂົ້າມາສະຖິດຢູ່ໃນ ຫົວໃຈຂອງພວກເຮົາແລ້ວ, ທ່ານຄິດບໍ່ວ່າພວກເຮົາຈະບໍ່ມີຄວາມ ຈຳເປັນໃດເລີຍ ຈະຍອມປະຕິບັດຕາມກົດໝາຍພຣະບັນຍັຕຂອງ ພຣະເຈົ້າເຂົ້າຢູ່ໃນຊີວິດປະຈຳວັນຂອງຕົນ? ເມື່ອໃດທີ່ຫລັກການ ແຫ່ງຄວາມຮັກຂອງພຣະເຈົ້າຫາກໄດ້ເຂົ້າມາຄຸ້ມຄອງບັນຊາຢູ່ໃນ ຈິດໃຈຂອງຄົນ, ເມື່ອໃດທີ່ຄົນເຮົາຫາກໄດ້ຮັບການຝຶກຝົນກໍ່ສ້າງ ຕົນຄືນໃໝ່ໃຫ້ເປັນໄປຕາມແບບຢ່າງຂອງພຣະເຈົ້າຜູ້ທີ່ຊົງໄດ້ເນຣະ ມິຕສ້າງຕົນມານັ້ນແລ້ວກໍສະແດງວ່າເວລານັ້ນ ພຣະສັນຍາໃໝ່ ຂອງອົງພຣະຜູ້ເປັນເຈົ້າກໍໄດ້ ຮັບການປະຕິບັດໃຫ້ບັງເກີດຜົນເປັນ ຈິງຂຶ້ນມາແລ້ວ: “ເຮົາພຣະອົງຈະເອົາກົດໝາຍພຣະບັນ ຍັຕຂອງເຮົານັ້ນມາຍັດເຂົ້າໃສ່ໃນຫົວໃຈຂອງພວກເຂົາ ແລະ ເຮົາກໍຈະຈົດຂຽນເອົາກົດໝາຍເຫລົ່ານັ້ນເຂົ້າໃສ່ໃນ ຄວາມຄິດຈິນຕະນາການຂອງພວກເຂົາ.” (ໜັງສື ຮີບຣູ 10:16). ດັ່ງນັ້ນ, ຖ້າວ່າກົດໝາຍຂອງພຣະເຈົ້າຫາກຖືກຈົດກ່າຍ ເຂົ້າໃສ່ໃນຫົວໃຈຂອງຄົນແລ້ວ ແລະ ເມື່ອນັ້ນຫລືທີ່ຊີວິດຂອງເຂົາ ຈະບໍ່ໄດ້ຮັບການປ່ຽນແປງ? ການເຊື່ອຟັງປະຕິບັດຕາມກໍຄືການ ຮັບໃຊ້ແລະຄືຄວາມຈົງຮັກພັກດີດ້ວຍຄວາມຮັກເຊິ່ງເປັນສັນຍາລັກ ອັນແທ້ຈິງຂອງການເຂົ້າມາເປັນສາວົກ (ລູກສິດ) ຂອງອົງພຣະເຢ ຊູເຈົ້າ. ຕໍ່ໄປນີ້ຄືຂໍ້ຄວາມທີ່ໄດ້ຖືກບັນທຶກເອົາໄວ້ຢູ່ໃນໜັງສືພຣະຄຳ ພີ: “ນີ້ຄືຄວາມຮັກຂອງອົງພຣະຜູ້ເປັນເຈົ້າ ທີ່ພວກເຮົາ ປະຕິບັດຕາມກົດພຣະບັນຍັຕຂອງພຣະອົງ.” “ຜູ້ໃດເວົ້າ ວ່າຂ້ອຍກໍຮູ້ຈັກພຣະອົງແຕ່ຊ້ຳພັດບໍ່ປະຕິບັດຕາມກົດ ພຣະບັນຍັຕ ຂອງພຣະອົງນັ້ນເຂົາກໍເປັນພຽງແຕ່ຄົນຂີ້ ຕົ໋ວະ ແລະຄວາມຈິງກໍບໍ່ມີຢູ່ໃນຕົວຂອງເຂົາເລີຍ.” (1ໂຢ ຫັນ 5:3, 2:4). ອັນທີ່ເອີ້ນກັນວ່າເປັນຄວາມເຊື່ອນັ້ນກໍບໍ່ໄດ້ສະ ເໜີໃຫ້ຄົນເຮົາມີຄວາມເປັນເສຣີພາບອອກໄປຈາກການຍອມເຊື່ອ ຟັງປະຕິບັດຕາມນັ້ນໄດ້, ນີ້ແມ່ນຄວາມເຊື່ອແລະກໍແມ່ນຄວາມເຊື່ອ ພຽງເທົ່ານັ້ນທີ່ຈະຊ່ວຍທຳໃຫ້ພວກເຮົາໄດ້ເຂົ້າໄປມີສ່ວນຮ່ວມຢູ່ໃນ ພຣະເດດພຣະຄຸນຂອງອົງພຣະຄຣິສຕ໌ ອັນຈະຊ່ວຍໃຫ້ພວກເຮົາ ໄດ້ເກີດມີພະລັງຄວາມສາມາດທີ່ຈະທຳຕົນໃຫ້ກາຍເປັນຄົນຜູ້ທີ່ເຊື່ອ ຟັງປະຕິບັດຕາມອົງພຣະຜູ້ເປັນເຈົ້ານັ້ນໄດ້.SCL 114.1