Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຕ້ອງຍ້ອມເອົາຕົນໃຫ້ຂຶ້ນກັບພຣະເຈົ້າຢູ່ທຸກວັນເວລາ

    ພໍຕື່ນເຊົ້າຂຶ້ນມາກໍຄວນຈະຕ້ອງ ໄຫວ້ວອນອະທິຖານ ຂໍມອບກາຍຖະຫວາຍຕົນໃຫ້ແກ່ ອົງພຣະຜູ້ເປັນເຈົ້າອີກຄັ້ງໃໝ່, ທ່ານຈົ່ງຖືວ່ານີ້ເປັນງານເລີ່ມແລກປະຈຳວັນຂອງຕົນເອງ. ຢູ່ໃນຄຳ ໄຫວ້ພຣະອະທິຖານຂອງທ່ານນັ້ນກໍຄວນຈະມີເນື້ອໃນວ່າ: “ຂ້າ ແດ່ອົງພຣະຜູ້ເປັນເຈົ້າ, ໂຜດຈົ່ງໄດ້ຮັບເອົາຕົວຂ້ານ້ອຍນີ້ໃຫ້ໄປ ເປັນກັມມະສິດທັງໝົດຂອງພຣະອົງດ້ວຍເຖີດ. ຂ້ານ້ອຍຂໍຂາບທູນ ເອົາແຜນການທັງໝົດຂອງຂ້ານ້ອຍໃຫ້ຢູ່ໃຕ້ຝ່າພຣະບາດຂອງພຣະ ອົງ. ຂໍໃຫ້ພຣະອົງເຈົ້າຈົ່ງໂຜດກະຣຸນາໄດ້ນຳໃຊ້ຕົວຂ້ານ້ອຍເຂົ້າ ໃນພຣະກິຈການຂອງພຣະອົງໃນວັນນີ້ດ້ວຍເຖີດ. ຂໍໃຫ້ພຣະອົງເຈົ້າ ຈົ່ງໄດ້ເຂົ້າມາສະຖິດຢູ່ກັບຂ້ານ້ອຍແລະຈົ່ງບັນດານໃຫ້ການງານທັງໝົດຂອງຂ້ານ້ອຍໄດ້ຮັບຄວາມສຳເຣັດຢູ່ໃນພຣະອົງເຈົ້າ.” ນີ້ ຄືກິຈວັຕປະຈຳວັນທີ່ຄວນຈະຕ້ອງທຳ. ພໍຮຸ່ງເຊົ້າຂຶ້ນມາວັນໃດກໍ ຄວນຈະອຸທິດຕົນເອງໃຫ້ແກ່ພຣະຜູ້ເປັນເຈົ້າສຳລັບວັນນັ້ນ. ຈົ່ງຂາບ ທູນເອົາທຸກແຜນການແຕ່ລະວັນຂອງທ່ານນັ້ນໃຫ້ພຣະອົງໄດ້ຮັບ ຊາບນຳເພື່ອຈະໄດ້ຮູ້ວ່າວຽກອັນໃດການອັນໃດ ທີ່ຄວນຈະຕ້ອງທຳ ແລະສິ່ງໃດທີ່ຄວນຈະຕ້ອງໂຈ໊ະເອົາໄວ້ກ່ອນເພາະວ່າພຣະອົງຊົງເປັນຜູ້ຮູ້ແຈ້ງເຫັນຈິງ ແລະເປັນຜູ້ຊີ້ຊ່ອງປ່ອງທາງຕໍ່ສິ່ງທັງໝົດ ເຫລົ່ານັ້ນ. ການທຳແບບນີ້ທຸກມື້ທຸກວັນຢ່າງເມື່ອງນິດລຽນຕິດກໍຈະ ພາໃຫ້ທ່ານສາມາດມອບເອົາຊີວິດອິນຊີຂອງຕົນໃຫ້ເຂົ້າໄປຢູ່ໃນພຣະຫັດຂອງອົງພຣະຜູ້ເປັນເຈົ້າແລະຊີວິດຂອງທ່ານກໍຈະນັບມືນັບ ກ້າວໄປສູ່ຄວາມ ມີລັກສະນະຄ້າຍຄຽງກັນກັບແບບແຜນດຳຣົງຊີ ວິດຂອງອົງພຣະຄຣິສຕ໌ເຈົ້າ. SCL 136.1

    ການມີຊີວິດຢູ່ໃນອົງພຣະຄຣິສຕ໌ນັ້ນກໍຄືຊີວິດແຫ່ງຄວາມ ສະຫງົບ.ພວກເຮົາອາດຈະບໍ່ມີຄວາມຮູ້ສຶກແບບຕື່ນເຕັ້ນ,ແຕ່ພວກເຮົາຈະເກີດມີຄວາມເຊື່ອໝັ້ນແລະຄວາມສັນຕິສຸກທາງໃຈ. ຕໍ່ໄປ ນີ້ທ່ານຈະບໍ່ກາງຕໍ່ຕົນເອງອີກ ແລ້ວ ແຕ່ຈະໄວ້ວາງໃຈໃນອົງພຣະ ຄຣິສຕ໌ເຈົ້າ. ຄວາມອ່ອນແຮງຂອງທ່ານກໍຈະຖືກເຊີດຊູຂຶ້ນມາດ້ວຍ ຄວາມມີພະລັງວັງຊາອັນແຮງກ້າຂອງພຣະອົງ, ຄວາມສະຫລາດ ສ່ອງໃສຂອງພຣະອົງ ກໍຈະເຂົ້າມາແທນຄວາມຮູ້ເທົ່າບໍ່ເຖິງການ ຂອງທ່ານ, ຄວາມມີຣິດທານຸພາບຂອງພຣະອົງກໍຈະເຂົ້າມາທົດ ແທນຄວາມຜ່ອຍເບົາຂອງທ່ານ.ສະນັ້ນ,ທ່ານກໍບໍ່ໍ່ຄວນທີ່ຈະມອງ ເບິ່ງແຕ່ຫົວເຂົ່າຂອງຕົນເອງຕໍ່ໄປອີກແລ້ວ, ຈົ່ງຢ່າປະປ່ອຍໃຫ້ແນວ ຄິດຂອງທ່ານຕ້ອງມໍລະສຸມກຸ້ມກົ້ວຢູ່ນຳແຕ່ຕົວຂອງທ່ານນັ້ນເອງ, ແຕ່ຂໍໃຫ້ທ່ານຈົ່ງມອງໄປຍັງອົງພຣະຄຣິສຕ໌ເປັນຫລັກສຳຄັນ.ທ່ານຈົ່ງສຸມຈິດສຸມໃຈໃສ່ຄວາມຮັກຂອງພຣະອົງ, ຄວາມສວຍງາມ ວິລາວັນ, ຄວາມປະເສີດບໍຣິບູນແຫ່ງຄຸນລັກສະນະທາດແທ້ຂອງ ພຣະອົງ. ອົງພຣະຄຣິສຕ໌ແລະການຍອມເສັຍສະຫລະຕົນເອງຂອງ ພຣະອົງ, ອົງພຣະຄຣິສຕ໌ແລະຄວາມຖ່ອມຕົວຂອງພຣະອົງ, ອົງ ພຣະຄຣິສຕ໌ ແລະ ຄວາມບໍຣິສຸດຜຸດຜ່ອງຂອງພຣະອົງ, ອົງພຣະ ຄຣິສຕ໌ ແລະ ຄວາມຮັກທີ່ບໍ່ມີສິ່ງໃດຈະປຽບປານໄດ້ຂອງພຣະອົງ -ທັງໝົດນີ້ຄືຫົວຂໍ້ທີ່ມີຄຸນຄ່າສຳລັບການຄົ້ນຄິດສຶກສາຂອງພວກ ເຮົາ. ການທີ່ທ່ານຈະໄດ້ຮັບການດັດແປງກໍ່ສ້າງຕົນໃຫ້ກ້າວໄປ ສູ່ຄວາມມີລັກສະນະຄ້າຍຄຽງກັບພຣະອົງໄດ້ນັ້ນກໍເພາະວ່າທ່ານມີ ຄວາມຮັກຕໍ່ພຣະອົງ, ປະຕິບັດຕາມແບບຢ່າງຂອງພຣະອົງ ແລະ ທຳຕົນໃຫ້ຂຶ້ນກັບພຣະອົງຢ່າງເຕັມສ່ວນ.SCL 137.1