ການຍອມຮັບສາລະພາບເຊິ່ງເປັນທີ່ຍອມຮັບເອົາໄດ້
ອົງພຣະຜູ້ເປັນເຈົ້າບໍ່ຊົງຍິນດີທີ່ ຈະຮັບເອົາການຍອມຮັບ ສາລະພາບເຊິ່ງປາສຈາກການກັບໃຈ ແລະ ການກໍ່ສ້າງຕົນໃໝ່ ດ້ວຍຄວາມຈິງໃຈ. ຈະຕ້ອງມີການປ່ຽນແປງຢ່າງເດັດດ່ຽວເກີດ ຂຶ້ນຢູ່ໃນຊີວິດຂອງຄົນ. ທຸກສິ່ງຢ່າງທີ່ ຈະທຳໃຫ້ອົງພຣະຜູ້ເປັນເຈົ້າ ຕ້ອງເກີດ ມີຄວາມເສັຍພຣະທັຍຍ້ອນນັ້ນກໍຈະຕ້ອງຖືກລົບລ້າງໄປ. ນັ້ນເອງຄືໝາກຜົນທີ່ຈະໄດ້ມາຈາກການສະແດງຄວາມເສັຍໃຈ ຢ່າງແທ້ຈິງ ຕໍ່ຄວາມບາບຂອງຕົນ. ສິ່ງໃດທີ່ຕົກເປັນພູດຂອງພວກ ຕົນທີ່ຈະຕ້ອງເປັນຝ່າຍທຳເອົາເອງນັ້ນກໍໄດ້ຖືກສະເໜີເອົາໄວ້ ຢ່າງຊັດເຈນດັ່ງນີ້: “ທ່ານຈົ່ງລ້າງສ່ວຍຕົນເອງເສັຍເຖີດ, ຈົ່ງ ທຳໃຫ້ຕົວຂອງທ່ານສະອາດ, ຈົ່ງປະຖິ້ມຄວາມຊົ່ວຮ້າຍ ໃນ ການກະທຳຂອງພວກທ່ານໃຫ້ ຫາຍອອກໄປຈາກສາຍພຣະ ເນຕຂອງເຮົາພຣະອົງ, ຈົ່ງຢຸດເຊົາກະທຳຄວາມຊົ່ວຮ້າຍ, ຈົ່ງຮຽນທຳຄວາມດີ, ຈົ່ງຊອກຫາຄວາມຢຸຕິທັມ, ຈົ່ງຊ່ວຍ ເຫລືອຜູ້ທີ່ຖືກກົດຂີ່ຂົ່ມເຫັງ, ຈົ່ງຄຸ້ມຄອງເດັກກ່ຳພ້າແລະຈົ່ງ ໃຫ້ການປົກປ້ອງແກ່ຍິງແມ່ໝ້າຍ” (ເອຊາຢາ 1:16,17). “ຖ້າ ຄົນຮ້າຍຫາກເອົາຂອງຈຳນຳສົ່ງຄືນໃຫ້, ເອົາສິ່ງຂອງທີ່ເຂົາ ໄດ້ຂະໂມຍໄປມາສົ່ງຄືນໃຫ້, ແລ້ວຫັນມາເດີນຕາມກົດໝາຍ ແຫ່ງຊີວິດ, ບໍ່ກະທຳຄວາມຊົ່ວຮ້າຍຢ່າງໃດ, ເຂົາກໍຈະບໍ່ຕາຍ ແລະຈະມີຊີວິດຢ່າງແນ່ ນອນ” (ເອເຊກຽນ[Ezekiel] 33:15). ເມື່ອອາຈານໂປນ (Paul)ຜູ້ເປັນໜຶ່ງໃນອັຄສາວົກຂອງ ອົງພຣະເຢຊູເຈົ້າໄດ້ກ່າວເຖິງເຣື່ອງການກັບກາຍກັບໃຈໃໝ່ນັ້ນ ທ່ານກໍ ໄດ້ມີຄຳກ່າວເອົາໄວ້ວ່າ: “ພວກທ່ານໄດ້ເສົ້າໂສກ ເສັຍໃຈຕໍ່ພຣະເຈົ້າ, ດູເຖີດ ວ່າມີຄວາມບຸກບືນຢ່າງໃດເກີດ ຂຶ້ນກັບພວກທ່ານ, ມີການປ່ຽນແປງຢ່າງໃດ, ມີຄວາມໂມ ໂຫຢ່າງໃດຕໍ່ຜູ້ກະທຳຜິດ, ມີຄວາມຢ້ານກົວຢ່າງໃດ, ມີຄວາມ ປາຖນາອັນແຮງກ້າຢ່າງໃດ, ມີຄວາມຫຶງຫວງຢ່າງໃດ, ມີ ການແກ້ແຄ້ນຢ່າງໃດ ແລະທຸກຢ່າງໃນການເຫລົ່ານັ້ນພວກ ທ່ານກໍໄດ້ສະແດງຕົນ ອອກວ່າເປັນຄົນຜູ້ບໍຣິສຸດ” (ໂກຣິນ ທຽນ7:11).SCL 69.1