Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຮັກທີ່ບໍ່ມີສິ່ງໃດຈະປຽບປານໄດ້

    ຄວາມຮັກຂອງອົງພຣະຜູ້ເປັນເຈົ້າ ຄືດັ່ງທີ່ໄດ້ກ່າວມານັ້ນ ກໍຈະຫາສິ່ງໃດມາສົມທຽບປຽບປານບໍ່ໄດ້ອີກແລ້ວ. ນີ້ເປັນຄຳໝັ້ນ ສັນຍາອັນປະເສີດເລີດລ້ຳພຽງໃດທີ່ຕົນຈະໄດ້ຖືກຂະໜານນາມ ວ່າເປັນ “ລູກຫລານຂອງພຣະມະຫາກະສັຕແຫ່ງເມືອງສະຫວັນ ຊັ້ນຟ້າ” ນີ້ຄືເນື້ອຫາສາຣະສຳລັບການຄົ້ນຄິດພິຈາລະນາໃຫ້ຖີ່ ຖ້ວນ! ນີ້ຄືຄວາມຮັກອັນາສິ່ງປຽບປານບໍ່ໄດ້ຂອງອົງພຣະຜູ້ເປັນ ເຈົ້າທີ່ມີຕໍ່ໂລກທະນຸດເຊິ່ງໄດ້ພາກັນຫັນຫລັງໃສ່ພຣະອົງຢູ່ເວລານີ້! ຄວາມຄິດພິຈາລະນາມາແບບນີ້ຈະຊ່ວຍໃຫ້ຊີວິດຈິດໃຈຂອງ ຄົນເຮົາ ໄດ້ຫັນເຂົ້າໄປຢູ່ໃຕ້ຣິດທານຸພາບຂອງອົງພຣະຜູ້ເປັນເຈົ້າ ແລະ ຈະ ເກີດມີຄວາມເຊື່ອຟັງຕໍ່ພຣະອົງ. ຍິ່ງພວກເຮົາພາກັນສຶກສາຮຽນ ຮູ້ເຖິງ ຄຸນສົມບັດທາດແທ້ຂອງພຣະເຈົ້າໂດຍຜ່ານແສງສະຫວ່າງ ຂອງພຣະມະຫາວິຣະກັມແຫ່ງໄມ້ກາງແຂນນັ້ນເທົ່າໃດ ກໍຍິ່ງທຳ ໃຫ້ພວກເຮົາເກີດມີຄວາມເຂົ້າໃຈໄດ້ເຖິງຄວາມຮັກ, ຄວາມເມດ ຕາ,ແລະ ຄວາມໃຫ້ອະພັຍມຮາປະສານໄປກັບການພິພາກສາ ແລະ ຄວາມຖືກຕ້ອງເປັນທັມ ແລະນັ້ນຍິ່ງທຳໃຫ້ພວກເຮົາເຫັນໄດ້ຢ່າງ ແຈ່ມແຈ້ງເຖິງຫລັກຖານພະຍານ ອັນຖ້ວມລົ້ນແຫ່ງຄວາມຮັກທີ່ອະ ມະຕະ ແລະ ຄວາມເມດຕາສົງສານຂອງພຣະອົງທີ່ມາກເໜືອຍິ່ງ ໄປກວ່າຄວາມເອັນດູສົງສານຂອງມານດາຜູ້ໜຶ່ງທີ່ມີຕໍ່ລູກຜູ້ຫລົງ ຜິດຂອງຕົນອັ້ໜໍນອີກເສັຍດ້ວຍ./.SCL 17.1