Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຫວັງແລະກໍາລັງໃຈ

    ເຮົາເຮັດອັນໃດບໍ່ໄດ້ຫາກເຮົາຂາດກໍາລັງໃຈແລະຄວາມພາກພຽນພະຍາຍາມ ຈົ່ງ ກ່າວຖ້ອຍຄໍາແຫ່ງຄວາມຫວັງແລະທີ່ເສີມສ້າງກໍາລັງໃຈໃຫ້ແກ່ຄົນຍາກຈົນແລະຜູ້ທີ່ທໍ້ ຖອຍສິ້ນຫວັງ ຫາກມີຄວາມຈໍາເປັນຕ້ອງພິສູດໃຫ້ເຫັນວ່າທ່ານມີຄວາມໃສ່ໃຈໃນຕົວ ເຂົາໂດຍການຍື່ນຄວາມຊ່ວຍເຫຼືອໃນເວລາທີ່ພວກເຂົາຕ້ອງປະສົບກັບຄວາມອັບຈົນຄົນ ທັງຫຼາຍທີ່ຢູ່ໃນຖານະທີ່ໄດ້ປຽບກວ່າຫຼາຍຄວນຈື່ຈໍາໄວ້ວ່າແມ່ນແຕ່ຕົວພວກເຂົາເອງ ກໍຍັງເຮັດສິ່ງທີ່ຜິດພາດຢູ່ຫຼາຍ ແລະຕົວຂອງພວກເຂົາກໍຮູ້ສຶກເຈັບປວດເມື່ອຂໍ້ຜິດພາດ ຂອງພວກເຂົາຖືກເປີດເຜີຍ ແລະມີການເວົ້າຕໍ່ໜ້າເຖິງການປະພຶດທີ່ເໝາະສົມທີ່ພວກ ເຂົາຄວນຈະມີຈົ່ງຈື່ໄວ້ວ່າຄວາມເມດຕາກະລຸນາຈະບັນລຸຜົນທີ່ຕັ້ງໃຈໄວ້ຫຼາຍກວ່າຄໍາຕໍາ ນິຕິຕຽນ ເມື່ອທ່ານພະຍາຍາມທີ່ຈະສອນຄົນອື່ນໆຢູ່ນັ້ນ ຈົ່ງສະແດງໃຫ້ເຂົາເຫັນວ່າ ທ່ານປາຖະໜາທີ່ຈະຊ່ວຍໃຫ້ເຂົາໄດ້ກ້າວຂຶ້ນໄປສູ່ມາດຖານອັນສູງສຸດແລະທ່ານພ້ອມ ທີ່ຈະໃຫ້ຄວາມຊ່ວຍເຫຼືອແກ່ພວກເຂົາ ຫາກມີບາງຈຸດທີ່ເຮັດໃຫ້ພວກເຂົາພາດເປົ້າໄປ ກໍຢ່າຟ້າວຕໍານິພວກເຂົາ {MH 196.3}ມແ 188.2

    ຄວາມລຽບງ່າຍ ການຮູ້ຈັກຢັບຢັ້ງໃຈຕົນເອງແລະຄວາມມັດທະຍັດ ລ້ວນເປັນ ບົດຮຽນທີ່ມີຄວາມສໍາຄັນຫຼາຍຍິ່ງທີ່ຄົນຍາກຈົນຕ້ອງຮຽນຮູ້ ແຕ່ພວກເຂົາມັກຈະຮູ້ສຶກ ວ່າເຮັດໄດ້ຍາກແລະບໍ່ເປັນທີ່ຍອມຮັບ ແບບຢ່າງແລະວິນຍານທາງໂລກຄອຍກະຕຸ້ນ ແລະປູກຝັງຄວາມອວດອົ່ງຄວາມມັກໃນການເຍີ້ຍິ່ງການປ່ອຍຕົວຕາມໃຈຕົນເອງຄວາມ ມະລຸ້ມມະລ້ວຍແລະຄວາມຂີ້ຄ້ານຢູ່ຕະຫຼອດເວລາ ຄວາມຊົ່ວຮ້າຍເຫຼົ່ານີ້ໄດ້ເຮັດໃຫ້ຄົນ ຫຼວງຫຼາຍຕ້ອງກາຍເປັນຄົນຍາກຈົນແລະຂັດຂວາງຜູ້ຄົນອີກຈໍານວນຫຼາຍບໍ່ໃຫ້ອອກ ຈາກຄວາມເສື່ອມຊາມແລະຄວາມໂຫດຮ້າຍ ຄຣິດສະຕຽນທັງຫຼາຍຄົນຈະສະໜັບສະ ໜູນໝູ່ຄົນຍາກຈົນຕໍ່ຕ້ານອິດທິພົນເຫຼົ່ານີ້ {MH 196.4}ມແ 188.3

    ພຣະເຢຊູສະເດັດມາໂລກນີ້ໃນສະພາບທີ່ຕໍ່າຕ້ອຍ ພຣະອົງຊົງຖືກໍາເນີດໃນຕະ ກຸນຂອງສາມັນຊົນ ຜູ້ຊົງເດຊານຸພາບແຫ່ງສະຫວັນ ກະສັດຜູ້ຊົງສະຫງ່າລາສີ ແລະພຣະຜູ້ ຊົງບັງຄັບບັນຊາຂອງເຫຼົ່າທູດສະຫວັນທັງປວງ ພຣະອົງຊົງຖ່ອມພຣະອົງສະເດັດມາຖືກໍາ ເນີດໃນສະພາບຢ່າງມະນຸດ ແລະພຣະອົງຊົງເລືອກຊີວິດທີ່ຍາກຈົນແລະຖ່ອມຕົວ ພຣະ ອົງຊົງບໍ່ມີໂອກາດເຊັ່ນດຽວກັບຄົນຍາກຈົນທັງຫຼາຍທີ່ບໍ່ມີ ຊົງຕ້ອງກາກກໍາທໍາງານໜັກ ຊົງຕ້ອງພົບກັບຄວາມລໍາບາກແລະຄວາມຂັດສົນອັນເປັນສິ່ງທີ່ພຣະອົງຕ້ອງປະສົບຢູ່ທຸກ ມື້ທຸກວັນ ພຣະອົງບອກວ່າ “ໝາຈິ້ງຈອກຍັງມີຜົ້ງແລະນົກໃນອາກາດກໍຍັງມີຮັງ ແຕ່ ບຸດມະນຸດບໍ່ມີບ່ອນທີ່ຈະສຸບຫົວນອນ” ລູກາ 9:58 {MH 197.1}ມແ 189.1

    ພຣະເຢຊູບໍ່ໄດ້ຊົງສະແຫວງຫາຄໍາຍົກຍ້ອງຊົມເຊີຍຫຼືຄໍາສັນລະເສີນເຍີນຍໍຈາກ ມະນຸດ ພຣະອົງບໍ່ໄດ້ຊົງບັງຄັບບັນຊາທະຫານໃດໆ ພຣະອົງບໍ່ໄດ້ປົກຄອງລາຊະອານາ ຈັກໃດໃນໂລກ ພຣະອົງບໍ່ໄດ້ຊົງປະຈົບປະແຈງສະແຫວງຫາຄວາມຊອບຈາກຜູ້ມີກຽດ ແລະຮັ່ງມີໃນໂລກ ພຣະອົງບໍ່ໄດ້ຊົງຮຽນຮ້ອງສິດທິເພື່ອດໍາລົງຕໍາແໜ່ງຢູ່ໃນພວກຜູ້ນໍາ ຂອງປະເທດ ພຣະອົງຊົງປະທັບຢູ່ທ່າມກາງຝູງຊົນທີ່ຕໍ່າຕ້ອຍ ພຣະອົງບໍ່ໄດ້ໃຫ້ຄວາມ ສໍາຄັນຕໍ່ຄວາມໂດດເດັ່ນຈອມປອມຂອງສັງຄົມ ການຖືກໍາເນີດໃນຕະກຸນສູງ ຄວາມຮັ່ງ ມີ ລະດັບການສຶກສາຫຼືຍົດຕໍາແໜ່ງ ລ້ວນເປັນສິ່ງທີ່ພຣະອົງຊົງບໍ່ໄດ້ໃສ່ພຣະໄທ {MH 197.2}ມແ 189.2

    ພຣະອົງຊົງເປັນພຣະໂອດແຫ່ງສະຫວັນ ແຕ່ເຖິງຢ່າງນັ້ນພຣະອົງກໍບໍ່ໄດ້ຊົງ ເລືອກສາວົກຂອງພຣະອົງຈາກນັກກົດໝາຍຜູ້ຮອບຮູ້ ພວກຜູ້ປົກຄອງພວກທໍາມາຈານ ຫຼືຟາລີຊາຍ ພຣະອົງສະເດັດຜ່ານຄົນເຫຼົ່ານີ້ໄປ ເພາະພວກເຂົາຕ່າງມີຄວາມເຍີ້ຍິ່ງໃນ ຄວາມຮູ້ແລະຕໍາແໜ່ງຂອງຕົນເອງ ພວກເຂົາຢຶດຕິດກັບທໍານຽມປະເພນີແລະຄວາມເຊື່ອ ທີ່ງົມງວາຍ ພຣະອົງຜູ້ຊົງສາມາດອ່ານຈິດໃຈຂອງມະນຸດທັງຫຼາຍໄດ້ນັ້ນ ຊົງເລືອກຊາວ ປະມົງຜູ້ຖ່ອມຕົນຊຶ່ງເຕັມໃຈທີ່ຈະໄດ້ຮັບການສັ່ງສອນ ພຣະອົງຊົງສະເຫວີຍພຣະກາ ຍະຫານຮ່ວມກັບຄົນເກັບພາສີແລະຄົນບາບແລະຊົງຢູ່ກັບຄົນສາມັນຊົນ ບໍ່ແມ່ນເພື່ອຈະ ເປັນຄົນຕໍ່າຊ້າຫຼືຝັກໄຝ່ໃນທາງໂລກຄືຢ່າງຄົນເຫຼົ່ານັ້ນ ແຕ່ເພື່ອທີ່ພຣະອົງຈະໄດ້ວາງ ແບບຢ່າງແລະຄໍາສັ່ງສອນໃຫ້ພວກເຂົາໄດ້ປະຕິບັດຕາມທາງອັນຊອບທໍາ ແລະເພື່ອທີ່ຈະ ຍົກຊູພວກເຂົາໃຫ້ພົ້ນຈາກຄວາມເສື່ອມຊາມແລະຈິດໃຈທີ່ຝັກໄຝ່ໃນທາງໂລກ {MH 197.3}ມແ 189.3

    ພຣະເຢຊູຊົງພະຍາຍາມແກ້ໄຂມາດຕະຖານທີ່ຜິດໆຂອງໂລກທີ່ໃຊ້ໃນການຕັດສິນ ຄຸນຄ່າຂອງມະນຸດ ພຣະອົງຊົງປະທັບຢູ່ຂ້າງຄົນຍາກຈົນ ເພື່ອທີ່ພຣະອົງຈະໄດ້ຊົງຍົກ ຖານະຂອງພວກເຂົາໃຫ້ພົ້ນຈາກຄວາມຍາກຈົນຂັດສົນອັນເປັນຄວາມອັບປະຫຍົດທີ່ ໂລກໄດ້ຕີຕາໄວ້ ພຣະອົງຊົງກໍາຈັດຄໍາດູໝິ່ນຢຽບຫຍາບໂດຍພຣະພອນທີ່ຊົງປະທານ ແກ່ພວກຄົນຍາກຈົນ ໃຫ້ເປັນຜູ້ຮ່ວມຮັບມໍລະດົກໃນລາຊະອານາຈັກຂອງພຣະເຈົ້າ ພຣະອົງຊົງຊີ້ໃຫ້ເຮົາເຫັນເຖິງສະຖານທີ່ໆພຣະອົງຊົງສະເດັດຜ່ານໄປວ່າ “ຖ້າຜູ້ໃດຢາກ ຕາມເຮົາມາໃຫ້ຜູ້ນັ້ນຕ້ອງເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບບທຸກມື້ແລະ ຕາມເຮົາມາ” ລູກາ 9:23 {MH 197.4}ມແ 190.1

    ຜູ້ປະຕິບັດງານທີ່ເປັນຄຣິດສະຕຽນຕ້ອງອອກໄປພົບຜູ້ຄົນຕາມທີ່ຢູ່ຂອງພວກເຂົາ ແລະອົບຮົມສັ່ງສອນພວກເຂົາບໍ່ໃຫ້ເປັນຄົນໂອ້ອວດ ແຕ່ຮູ້ຈັກການພັດທະນາເສີມ ສ້າງອຸປະນິດໄສ ຈົ່ງສອນພວກເຂົາໃຫ້ຮູ້ວ່າພຣະຄຣິດຊົງປະຕິບັດພັນທະກິດແລະເອົາ ຊະນະຕົວເອງໄດ້ຢ່າງໃດ ຈົ່ງຊ່ວຍພວກເຂົາໃຫ້ຮຽນຮູ້ຈາກພຣະອົງເຖິງບົດຮຽນແຫ່ງ ການປະຕິເສດຄວາມຕ້ອງການຂອງຕົນເອງແລະການເສຍສະຫຼະ ຈົ່ງສອນເຂົາໃຫ້ລະ ມັດລະວັງການປ່ອຍຕົວປະພຶດຕາມຄ່ານິຍົມທາງໂລກ ຊີວິດນັ້ນມີຄ່າແລະເຕັມໄປດ້ວຍ ຄວາມຮັບຜິດຊອບທີ່ຈິງຈັງ ແລະມີຄຸນຄ່າຫຼາຍເກີນກວ່າທີ່ຈະໃຊ້ໃຫ້ໝົດໄປໂດຍການ ສະໜອງແຕ່ຄວາມເພິ່ງພໍໃຈຂອງຕົນເອງ {MH 198.1}ມແ 190.2