Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ແຫຼ່ງທີ່ມາຂອງການຮັກສາ

    ໃນການອັດສະຈັນທີ່ພຣະຜູ້ຊ່ວຍໃຫ້ລອດຊົງກະທໍານັ້ນ ເປີດເຜີຍໃຫ້ເຫັນເຖິງ ລິດອໍານາດຂອງພຣະອົງທີ່ຊົງປະຕິບັດຢູ່ສະເໝີເພື່ອປະໂຫຍດຂອງມະນຸດໃນການທີ່ຊົງ ຊ່ວຍເຫຼືອແລະຮັກສາເຂົາໃຫ້ຫາຍຈາກໂລກ ໂດຍອາໃສວິທີການຂອງທໍາມະຊາດ ພຣະ ເຈົ້າຊົງດໍາເນີນງານຢູ່ໃນທຸກມື້ທຸກວັນ ໃນທຸກໆຊົ່ວໂມງແລະທຸກສ້ຽວເວລານາທີເພື່ອ ຊ່ວຍໃຫ້ເຮົາມີຊີວິດຢູ່ ເພື່ອເສີມສ້າງກໍາລັງແລະຟື້ນຟູສຸຂະພາບຂອງເຮົາ ເມື່ອສ່ວນໜຶ່ງ ສ່ວນໃດຂອງຮ່າງກາຍໄດ້ຮັບບາດເຈັບ ຂະບວນການຮັກສາຈະເກີດຂຶ້ນທັນທີ ວິທີການ ຕາມທໍາມະຊາດຈະເລີ່ມການບໍາບັດຮັກສາໃຫ້ກັບເປັນປົກກະຕິ ແຕ່ອໍານາດໃນການບໍາ ບັດຮັກສາໂດຍວິທີການເຫຼົ່ານີ້ນັ້ນເປັນລິດອໍານາດຂອງພຣະເຈົ້າ ລິດອໍານາດທັງໝົດທີ່ ໃຊ້ລ້ວນມາຈາກພຣະອົງ ເມື່ອຜູ້ໃດຜູ້ໜຶ່ງໄດ້ຫາຍຈາກໂລກນັ້ນກໍເປັນເພາະພຣະເຈົ້າຊົງ ເປັນຜູ້ຟື້ນຟູເຂົາ {MH 112.1}ມແ 90.1

    ຄວາມເຈັບປ່ວຍ ຄວາມທຸກທໍລະມານແລະຄວາມຕາຍເປັນກິດຈະການຂອງ ອໍາ ນາດທີ່ເປັນປໍລະປັກກັບພຣະເຈົ້າ ຊາຕານເປັນຜູ້ທໍາລາຍແລະພຣະເຈົ້າຊົງເປັນຜູ້ຟື້ນຟູ {MH 113.1}ມແ 90.2

    ພຣະດໍາລັດທີ່ພຣະເຈົ້າຊົງຕັດກັບຊົນຊາດອິດສະລະເອນນັ້ນຍັງຄົງເປັນຄວາມຈິງ ໃນວັນນີ້ ສໍາລັບຜູ້ທີ່ໄດ້ຟື້ນຄືນສູ່ສຸຂະພາບທາງຮ່າງກາຍຫຼືສຸຂະພາບທາງຈິດວິນຍານວ່າ ເຮົາຄືພຣະເຈົ້າແພດຂອງເຈົ້າ ” ອົບພະຍົບ 15:26 {MH 113.2}ມແ 90.3

    ພຣະປະສົງຂອງພຣະເຈົ້າທີ່ມີຕໍ່ບັນດາມະນຸດທຸກຄົນນັ້ນສະແດງອອກໄວ້ໃນ ຖ້ອຍຄໍາທີ່ວ່າ “ທ່ານທີ່ຮັກຂ້າພະເຈົ້າອະທິຖານຂໍໃຫ້ທ່ານມີພະລະນາໄມທີ່ສົມບູນແລະ ຈະເລີນສຸກທຸກປະການ ຢ່າງຈິດວິນຍານຂອງທ່ານຈໍາເລີນຢູ່ນັ້ນ” 3 ໂຢຮັນ 2 {MH 113.3}ມແ 91.1

    ພຣະອົງຊົງເປັນຜູ້ທີ່ “ຊົງອະໄພຄວາມບາບຜິດທັງສິ້ນຂອງທ່ານຜູ້ຊົງຮັກສາໂຣກ ທັງສິ້ນຂອງທ່ານ ຜູ້ຊົງໄຖ່ຊີວິດຂອງທ່ານມາຈາກປາກແດນຜູ້ຕາຍ ຜູ້ຊົງສວມຄວາມຮັກ ໝັ້ນຄົງແລະພຣະກະລຸນາໃຫ້ທ່ານ” ເພງສັນລະເສີນ 103:3,4 {MH 113.4}ມແ 91.2

    ເມື່ອພຣະຄຣິດຊົງຮັກສາໂຣກ ພຣະອົງຊົງຕັກເຕືອນຫຼາຍຄົນທີ່ເຈັບປ່ວຍທໍລະ ມານວ່າ “ຢ່າເຮັດບາບອີກ ຖ້າບໍ່ດັ່ງນັ້ນ ເຫດຮ້າຍກວ່ານັ້ນຈະເກີດຂຶ້ນກັບເຈົ້າອີກ ” ໂຢຮັນ 5:14 ດ້ວຍປະການນີ້ແຫຼະ ພຣະອົງໄດ້ສັ່ງສອນວ່າເຂົາເອງໄດ້ເປັນຜູ້ທີ່ນໍາໂລກໄພ ມາສູ່ຕົນເອງ ດ້ວຍປະການນີ້ແຫຼະ ພຣະອົງໄດ້ສັ່ງສອນວ່າເຂົາເອງໄດ້ເປັນຜູ້ທີ່ນໍາໂລກໄພ ມາສູ່ຕົນເອງ ດ້ວຍການລ່ວງລະເມີດພຣະບັນຍັດຂອງພຣະເຈົ້າ ແລະສຸຂະພາບທີ່ດີຈະ ຖະໜອມຮັກສາໄວ້ໄດ້ໂດຍການເຊື່ອຟັງເທົ່ານັ້ນ {MH 113.5}ມແ 91.3

    ແພດຄວນສອນຄົນໄຂ້ຂອງເຂົາວ່າ ເຂົາຈະຕ້ອງຮ່ວມມືກັບພຣະເຈົ້າໃນການຟື້ນ ຟູສຸຂະພາບ ແພດຈະຕ້ອງຄິດໃສ່ໃຈໃຫ້ຫຼາຍຂຶ້ນຢູ່ສະເໝີ ເຖິງຄວາມຈິງທີ່ວ່າໂລກໄພ ໄຂ້ເຈັບເປັນຜົນອັນສືບເນື່ອງມາຈາກຄວາມຜິດບາບ ເຂົາຮູ້ດີວ່າກົດທໍາມະຊາດເປັນສິ່ງ ທີ່ແນ່ນອນເຊັ່ນດຽວກັນກັບຄໍາສັ່ງສອນຂອງພຣະບັນຍັດສິບປະການຊຶ່ງເປັນຂອງພຣະເຈົ້າ ແລະດ້ວຍການເຊື່ອຟັງຕໍ່ພຣະບັນຍັດເທົ່ານັ້ນຈຶ່ງເຮັດໃຫ້ຮ່າງກາຍກັບມາມີສຸຂະພາບ ທີ່ສົມບູນຫຼືຖະໜອມຮັກສາສຸຂະພາບໄວ້ໄດ້ ເຂົາເຫັນຜູ້ທີ່ປະສົບຄວາມທຸກທໍລະມານ ມາຫຼາຍ ເປັນຜົນມາຈາກການກະທໍາສິ່ງທີ່ເປັນອັນຕະລາຍຕໍ່ຮ່າງກາຍ ຊຶ່ງຄົນເຫຼົ່ານີ້ຈະ ກັບມາມີສຸຂະພາບທີ່ສົມບູນໄດ້ອີກຄັ້ງ ກໍຕໍ່ເມື່ອເຂົາທັງຫຼາຍໄດ້ປະຕິບັດໃນສິ່ງທີ່ສາມາດ ນໍາໄປສູ່ການຟື້ນຟູສຸຂະພາບຂອງຕົນເອງ ເຂົາຈໍາເປັນຕ້ອງໄດ້ຮັບການສັ່ງສອນວ່າ ການ ເຮັດທຸກໆຢ່າງທີ່ທໍາລາຍກໍາລັງຂອງຮ່າງກາຍ ຈິດໃຈຫຼືຈິດວິນຍານນັ້ນຖືວ່າເປັນຄວາມ ຜິດບາບ ແລະສຸຂະພາບຮ່າງກາຍທີ່ແຂງແຮງໄດ້ກໍໂດຍອາໄສການເຊື່ອຟັງແລະປະຕິບັດ ບົດບັນຍັດທີ່ພຣະເຈົ້າຊົງຈັດຕັ້ງໄວ້ເພື່ອປະໂຫຍດແກ່ມວນມະນຸດຊາດ {MH 113.6}ມແ 91.4

    ເມື່ອແພດເຫັນຜູ້ປ່ວຍທົນທຸກທໍລະມານເພາະໂລກໄພໄຂ້ເຈັບອັນເກີດມາຈາກ ການກິນແລະການດື່ມທີ່ບໍ່ເໝາະສົມຫຼືມີນິໄສທີ່ຜິດໆຢ່າງອື່ນ ແຕ່ປານນັ້ນກໍຍັງເພີນເສີຍ ບໍ່ບອກໃຫ້ເຂົາໄດ້ຮູ້ເຖິງສິ່ງນີ້ ນັ້ນກໍເທົ່າກັບວ່າແພດກໍາລັງເຮັດອັນຕະລາຍຕໍ່ເພື່ອມະ ນຸດດ້ວຍກັນ ພວກຂີ້ເຫຼົ້າເມົາຢາ ພວກໂລກຈິດແລະຄົນທີ່ໃຊ້ຊີວິດຈົມຢູ່ກັບເລື່ອງທີ່ໄຮ້ ສິນທໍາ ຄົນເຫຼົ່ານັ້ນໜ້າຈະດົນໃຈໃຫ້ແພດໄດ້ບອກກ່າວແກ່ເຂົາທັງຫຼາຍຢ່າງຈະແຈ້ງໄປວ່າ ຄວາມທຸກທໍລະມານທີ່ເກີດຂຶ້ນນັ້ນເປັນຜົນມາຈາກຄວາມຜິດບາບ ຄົນທັງຫຼາຍທີ່ເຂົ້າໃຈ ເຖິງຫຼັກການໃນການດໍາເນີນຊີວິດຄວນຈະມີຄວາມພະຍາຍາມຢ່າງຈິງຈັງທີ່ຈະຕໍ່ສູ້ກັບສາ ເຫດຂອງໂລກໄພ ໃນເມື່ອເຫັນຄວາມເຈັບປ່ວຍແລະໄດ້ລົງມືແສນລໍາບາກຊ່ວຍເຫຼືອ ເພື່ອບັນເທົາຄວາມທຸກຍາກຂອງຜູ້ປ່ວຍຢ່າງຕໍ່ເນື່ອງມາແລ້ວ ເຂົາຈະຍັງໄດ້ຮັບການຍົກ ຍ້ອງວ່າມີໃຈເມດຕາປານີອີກບໍ່ ຫາກເຂົາຍັງບໍ່ຍອມສັ່ງສອນໃຫ້ຜູ້ປ່ວຍຮູ້ຈັກຢຶດຄວາມ ພໍຄວນຢ່າງເຄັ່ງຄັດເຊິ່ງເປັນວິທີຮັກສາໂຣກໄພຂອງຜູ້ປ່ວຍເຫຼົ່ານັ້ນເອງໃຫ້ຫາຍໄດ້ {MH 114.1}ມແ 91.5

    ຂໍໃຫ້ເຮົາເຂົ້າໃຈຢ່າງຈະແຈ້ງວ່າການປະຕິບັດຕາມພຣະບັນຍັດຂອງພຣະເຈົ້ານັ້ນ ເປັນຫົນທາງທີ່ນໍາໄປສູ່ຊີວິດ ພຣະເຈົ້າຊົງເປັນຜູ້ຕັ້ງກົດທໍາມະຊາດຂຶ້ນ ແຕ່ກົດຂອງພຣະ ອົງບໍ່ໄດ້ບີບບັງຄັບໃຫ້ເຮົາຈະຕ້ອງປະຕິບັດຕາມຢ່າງໄຮ້ເຫດຜົນ ທຸກໆຄໍາວ່າ ຢ່າ ບໍ່ວ່າ ຈະເປັນບົດບັນຍັດທີ່ກ່ຽວກັບດ້ານຮ່າງກາຍຫຼືດ້ານສິນລະທໍາລ້ວນແຕ່ບົ່ງບອກເຖິງພຣະສັນ ຍາ ຫາກວ່າເຮົາປະຕິບັດຕາມ ພຣະພອນກໍຈະຕິດຕາມເຮົາໄປໃນທຸກບາດກ້າວຂອງເຮົາ ພຣະເຈົ້າບໍ່ໄດ້ຊົງບັງຄັບເຮົາຕ້ອງເຮັດໃນສິ່ງທີ່ຖືກແຕ່ພຣະອົງຊົງເລືອກທີ່ຈະຊ່ວຍເຮົາ ໃຫ້ລອດພົ້ນຈາກຄວາມຊົ່ວຮ້າຍແລະນໍາພາເຮົາໄປໃນທາງທີ່ດີງາມ {MH 114.2}ມແ 92.1

    ຂໍໃຫ້ເຮົາພິຈາລະນາໃສ່ໃຈເຖິງບົດບັນຍັດຕ່າງໆ ທີ່ນໍາມາສັ່ງສອນແກ່ຊົນຊາດອິ ສະລະເອນ ພຣະເຈົ້າຊົງປະທານຄໍາແນະນໍາສັ່ງສອນທີ່ແນ່ນອນໃຫ້ແກ່ພວກເຂົາກ່ຽວກັບ ກິດຈະວັດໃນການດໍາເນີນຊີວິດ ພຣະອົງໄດ້ຊົງສໍາແດງໃຫ້ພວກເຂົາໄດ້ຮູ້ເຖິງບົດບັນຍັດ ທີ່ກ່ຽວຂ້ອງກັບຄວາມຜາສຸກທັງຕໍ່ຮ່າງກາຍແລະຕໍ່ຈິດວິນຍານ ແລະດ້ວຍເງື່ອນໄຂຂອງ ການເຊື່ອຟັງພຣະອົງຍ່ອມຈະຊົງຮັບຮອງແກ່ພວກເຂົາວ່າ ” ແລະພຣະເຈົ້າຈະຊົງຍົກ ຄວາມເຈັບໄຂ້ໄປເສຍຈາກພວກທ່ານ ” ພຣະບັນຍັດ 7:15 ” ຈົ່ງໃສ່ໃຈໃນຖ້ອຍຄໍາຊຶ່ງ ຂ້າພຣະເຈົ້າກ່າວແກ່ທ່ານໃນວັນນີ້ ” “ ເພາະວ່າຄໍາເຫຼົ່ານັ້ນເປັນຊີວິດແກ່ຄົນທັງປວງທີ່ ພົບເຫັນ ແລະເປັນສຸຂະພາບແກ່ທຸກສ່ວນໃນຝ່າຍເນື້ອໜັງຂອງເຂົາ ” ພຣະບັນຍັດ 32:46 ສຸພາສິດ 4:22 (ຕົ້ນສະບັບແປ) {MH 114.3}ມແ 92.2

    ພຣະເຈົ້າຊົງປາຖະໜາໃຫ້ເຮົາກ້າວໄປເຖິງມາດຕະຖານແຫ່ງຄວາມບໍລິສຸດດີເລີດ ຊຶ່ງເຮົາຈະເຮັດໄດ້ໂດຍອາໄສຂອງປະທານຈາກພຣະຄຣິດພຣະອົງຊົງເອີ້ນເຮົາໃຫ້ຕັດສິນ ໃຈເລືອກໃນດ້ານທີ່ຖືກຕ້ອງ ໃຫ້ເຮົາມີຄວາມສໍາພັນກັບຊາວສະຫວັນແລະຮັບຫຼັກການ ທີ່ຈະຊ່ວຍໃຫ້ເຮົາໄດ້ກັບຄືນສູ່ຄວາມບໍລິສຸດຊອບທໍາຕາມພຣະສາຍຂອງພຣະເຈົ້າ ໃນ ພຣະວັດຈະນະຂອງພຣະອົງທີ່ບັນທຶກໄວ້ໃນພຣະຄໍາພີແລະໃນໜັງສືເຫຼັ້ມໃຫຍ່ຂອງທໍາ ມະຊາດ ພຣະອົງໄດ້ຊົງເປີດເຜີຍເຖິງຫຼັກການແຫ່ງການດໍາລົງຊີວິດ ເປັນໜ້າທີ່ຂອງເຮົາ ທີ່ຈະໄດ້ຮັບຄວາມຮູ້ໃນຫຼັກການເຫຼົ່ານີ້ແລະຮ່ວມມືກັບພຣະອົງໂດຍການເຊື່ອຟັງ ໃນ ການຟື້ນຟູສຸຂະພາບຂອງທັງທາງຮ່າງກາຍແລະຈິດວິນຍານ {MH 114.4}ມແ 93.1

    ມວນມະນຸດຈໍາເປັນຕ້ອງຮຽນຮູ້ວ່າພຣະພອນແຫ່ງການເຊື່ອຟັງທີ່ຄົບຖ້ວນບໍລິ ບູນເປັນຂອງພວກເຂົາໄດ້ ໂດຍການທີ່ພວກເຂົາຍອມຮັບໃນພຣະຄຸນຂອງພຣະຄຣິດ ເທົ່ານັ້ນ ພຣະຄຸນຂອງພຣະຄຣິດນີ້ແຫຼະທີ່ປະທານກາໍລັງໃຫ້ມະນຸດປະຕິບັດຕາມພຣະ ບັນຍັດຂອງພຣະເຈົ້າໄດ້ ພຣະຄຸນນີ້ແຫຼະທີ່ເຮັດໃຫ້ເຂົາສະລັດຕົນເອງໃຫ້ຫຼຸດພົ້ນຈາກ ພັນທະການຂອງນິໄສອັນຊົ່ວຮ້າຍໄດ້ ສິ່ງນີ້ຈຶ່ງເປັນລິດອໍານາດດຽວເທົ່ານັ້ນທີ່ສາມາດ ເຮັດແລະຄອຍປະຄອງໃຫ້ເຂົາຍ່າງໄປໃນຫົນທາງແຫ່ງຄວາມຊອບທໍາໄດ້ຢ່າງໝັ້ນຄົງ {MH 115.1}ມແ 93.2

    ເມື່ອມະນຸດຍອມຮັບໃນຄວາມບໍລິສຸດແລະລິດອໍານາດຂອງຂ່າວປະເສີດ ເຂົາກໍ ຈະໄດ້ຮັບການຮັກສາໂຣກໄພອັນມີສາເຫດມາຈາກຄວາມຜິດບາບ ດວງອາທິດແຫ່ງ ຄວາມຊອບທໍາຈະຂຶ້ນຈາກຂອບຟ້າຊຶ່ງມີ “ປີກຮັກສາໂຣກໄພໄດ້” ມາລາໂກ 4: 2 ສິ່ງ ຕ່າງໆທີ່ໂລກນີ້ໃຫ້ແກ່ເຮົາຍອມບໍ່ອາດທີ່ຈະຢຽວຢາຮັກສາຄວາມທໍ້ແທ້ສິ້ນຫວັງຫຼືມອບ ສັນຕິສຸກໃຫ້ແກ່ຈິດໃຈ ຫຼືຊ່ວຍປົດປ່ອຍຄວາມວິຕົກກັງວົນໃຈຫຼືກໍາຈັດໂລກໄພໄຂ້ເຈັບ ໃຫ້ໝົດໄປໄດ້ຊື່ສຽງອັດສະຣິຍະພາບແລະຕະລັນຄວາມສາມາດລ້ວນແລ້ວແຕ່ໄຮ້ອໍາ ນາດທີ່ຈະເຮັດໃຫ້ຈິດໃຈທີ່ເສົ້າໝອງໄດ້ກັບມາມີຄວາມເບີກບານຫຼືຟື້ນຟູຊີວິດທີ່ສູນເປົ່າ ຊີວິດຂອງພຣະເຈົ້າທີ່ຊົງສະຖິດຢູ່ໃນຈິດວິນຍານຂອງເຮົາເປັນຄວາມຫວັງດຽວຂອງມະນຸດ {MH 115.2}ມແ 93.3

    ຄວາມຮັກຂອງພຣະຄຣິດທີ່ແຜ່ລາມໄປໃນທຸກໆສ່ວນຂອງຕົວເຮົາເປັນລິດອໍາ ນາດທີ່ເສີມກໍາລັງອະໄວຍະວະທີ່ສໍາຄັນທຸກສ່ວນບໍ່ວ່າຈະເປັນສະໝອງຫົວໃຈແລະເສັ້ນ ປະສາດສໍາຜັດໄດ້ເຖິງການຢຽວຢາຮັກສາ ໂດຍອາໄສຄວາມຮັກຂອງພຣະຄຣິດ ຮ່າງ ກາຍຈະໄດ້ຮັບການກະຕຸ້ນໃຫ້ສາມາດປະຕິບັດງານໄດ້ດ້ວຍພາລະກໍາລັງໃນລະດັບສູງສຸດ ຄວາມຮັກນັ້ນຈະຊ່ວຍປົດປ່ອຍຈິດວິນຍານໃຫ້ຫຼຸດພົ້ນຈາກຄວາມຜິດບາບແລະ ຄວາມທຸກໂລກ ພົ້ນຈາກຄວາມກຸ້ມໃຈແລະວິຕົກກັງວົນທີ່ຄອຍບັ່ນທອນກໍາລັງກາຍກໍາ ລັງໃຈຂອງມະນຸດ ຄວາມຮັກຂອງພຣະຄຣິດຈະມາພ້ອມກັບສັນຕິສຸກແລະຄວາມສະ ຫງົບຂອງຈິດໃຈ ຄວາມຮັກຈະປູກຝັງຄວາມຊື່ນຊົມຍິນດີລົງໄປໃນຈິດວິນຍານຊຶ່ງຈະບໍ່ ມີສິ່ງໃດໃນໂລກມາທໍາລາຍລົງໄດ້ເປັນຄວາມຊື່ນຊົມຍິນດີໃນພຣະວິນຍານບໍລິສຸດທີ່ປະ ທານສຸຂະພາບອັນສຸກສົມບູນແລະບໍາລຸງຫຼໍ່ລ້ຽງຊີບ {MH 115.3}ມແ 93.4

    ພຣະດໍາລັດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາທີ່ວ່າ “ຈົ່ງມາຫາເຮົາແລະເຮົາຈະ ໃຫ້ທ່ານທັງຫຼາຍຫາຍເມື່ອຍເປັນສຸກ” ມັດທາຍ 11:28 ເປັນສູດຢາຂະໜານເອກທີ່ຈະ ຮັກສາຄວາມເຈັບປ່ວຍຂອງຮ່າງກາຍ ຈິດໃຈແລະຈິດວິນຍານ ເຖິງແມ່ນວ່າມະນຸດຈະ ເປັນຜູ້ນໍາຄວາມທຸກຍາກລໍາບາກມາໃສ່ຕົວເພາະການກະທໍາຜິດຂອງເຂົາເອງ ພຣະອົງກໍ ຍັງຊົງເປັນຫ່ວງເຂົາທັງຫຼາຍດ້ວຍຄວາມເມດຕາສົງສານ ໃນພຣະອົງຄົນເຫຼົ່ານີ້ຈະໄດ້ຮັບ ການຊ່ວຍເຫຼືອ ພຣະອົງຈະຊົງເຮັດການໃຫຍ່ໃຫ້ກັບຜູ້ທີ່ໄວ້ວາງໃຈໃນພຣະອົງ {MH 115.4}ມແ 94.1

    ແມ່ນວ່າຕະຫຼອດທຸກຍຸກທຸກສະໄໝ ຄວາມບາບຈະໄດ້ສະຫຼັກໂສ້ຜູກມັດມະນຸດ ຊາດດ້ວຍກໍາລັງອໍານາດທີ່ທະວີຂຶ້ນ ແມ່ນວ່າຊາຕານຈະສາດເງົາມືດອອກມາປິດບັງພຣະ ວັດຈະນະຂອງພຣະເຈົ້າໄວ້ໂດຍການເວົ້າຄວາມເທັດ (ບໍ່ຈິງ) ແລະອຸບາຍເລ້ຫຼ່ຽມຂອງ ມັນໃນການຕີຄວາມໝາຍ ແລະ ເຮັດໃຫ້ມະນຸດເກີດຄວາມສົງໄສໃນພຣະຄຸນຄວາມດີ ຂອງພຣະອົງ ແຕ່ເຖິງຢ່າງນັ້ນ ພຣະຄຸນແລະຄວາມຮັກຂອງພຣະບິດາກໍຍັງຄົງເປັນດັ່ງທາ ລາທິບ(ສາຍນໍ້າ)ທີ່ຫຼັ່ງໄຫຼມາສູ່ພື້ນພິພົບໂດຍບໍ່ຂາດສາຍ ຫາກມະນຸດຈະເປີດປ່ອງຢ້ຽມ ແຫ່ງຈິດວິນຍານຂຶ້ນສູ່ສະຫວັນດ້ວຍຄວາມຊາບຊຶ້ງໃນຂອງປະທານທີ່ໄດ້ຮັບພຣະລາຊະ ທານມາຈາກພຣະເຈົ້າແລ້ວ ກະແສທານຂອງລິດອໍານາດໃນການຮັກສາກໍຈະຫຼັ່ງໄຫຼເພີ່ມ ພູນມາສູ່ມວນມະນຸດ {MH 116.1}ມແ 94.2

    ແພດຜູ້ປາຖະໜາຈະເປັນຜູ້ຮ່ວມງານກັບພຣະຄຣິດທີ່ພຣະອົງຊົງພໍພຣະໄທນັ້ນ ຈະພະຍາຍາມປັບປຸງໂຕເອງໃຫ້ເປັນຜູ້ທີ່ມີສະມັດຕະພາບໃນການງານທຸກໆດ້ານຂອງຕົນ ເຂົາຈະສຶກສາດ້ວຍຄວາມຂະຫຍັນໝັ່ນພຽນເພື່ອທີ່ຈະໄດ້ມີຄຸນສົມບັດອັນເໝາະສົມ ກັບຄວາມຮັບຜິດຊອບໃນອາຊີບຂອງເຂົາ ແລະຈະພະຍາຍາມກ້າວຂຶ້ນສູ່ມາດຕະຖານ ທີ່ສູງຂຶ້ນຢູ່ເລື້ອຍໆ ສະແຫວງຫາເພື່ອເພີ່ມພູນຄວາມຮູ້ໃຫ້ຫຼາຍຂຶ້ນ ໃຫ້ມີທັກສະຄວາມ ຊໍານານທີ່ດີຍິ່ງຂຶ້ນແລະມີຄວາມເຂົ້າໃຈທີ່ເລິກເຊິ່ງຍິ່ງກວ່າເກົ່າ ແພດທຸກຄົນຄວນໃສ່ໃຈ ສະເໝີວ່າ ຜູ້ທີ່ເຮັດວຽກໂດຍການຂາດທັກສະຄວາມສາມາດແລະໄຮ້ຊຶ່ງປະສິດທິພາບ ໃນການເຮັດວຽກຈະບໍ່ພຽງແຕ່ເປັນອັນຕະລາຍຕໍ່ຜູ້ປ່ວຍເທົ່ານັ້ນ ແຕ່ຍັງເປັນການປະຕິ ບັດຕໍ່ແພດຜູ້ຮ່ວມອາຊີບຢ່າງບໍ່ຢຸດຕິທໍາແພດທີ່ພໍໃຈກັບມາດຕະຖານຂອງທັກສະຄວາມ ສາມາດແລະຄວາມຮູ້ໃນລະດັບຕໍ່າ ບໍ່ພຽງແຕ່ຈະດູຖູກອາຊີບແພດເທົ່ານັ້ນ ແຕ່ຍັງບໍ່ໄດ້ ຖະຫວາຍກຽດແດ່ພຣະຄຣິດໃນຖານະທີ່ພຣະອົງຊົງດໍາລົງເປັນນາຍແພດໃຫຍ່ອີກ ດ້ວຍ {MH 116.2}ມແ 94.3

    ຜູ້ທີ່ຮູ້ວ່າຕົນເອງນັ້ນມີຄຸນສົມບັດບໍ່ເໝາະສົມທີ່ຈະເຮັດວຽກດ້ານການແພດ ກໍ ຄວນຈະເລືອກວຽກໃນສາຂາອາຊີບອື່ນ ສ່ວນຜູ້ທີ່ມີຄວາມເໝາະສົມໃນການທີ່ຈະຄອຍ ເອົາໃຈໃສ່ດູແລຜູ້ປ່ວຍ ແຕ່ມີຂີດຈໍາກັດໃນດ້ານການສຶກສາແລະຄຸນສົມບັດໃນດ້ານການ ແພດກໍຄວນທີ່ຈະເລືອກເຮັດວຽກໃນສ່ວນອື່ນໆທີ່ຮອງລົງມາໂດຍການປະຕິບັດຮັບໃຊ້ ຢ່າງຊື່ສັດໃນຖານະຂອງພະຍາບານ ໂດຍການຮັບໃຊ້ດ້ວຍຄວາມພາກພຽນພາຍໃຕ້ການ ດູແລຈາກແພດທີ່ມີຄວາມຊໍານານ ຕະຫຼອດເວລາພວກເຂົາຍ່ອມຈະໄດ້ຮຽນຮູ້ຫຼາຍຍິ່ງ ຂຶ້ນແລະໂດຍການປັບປຸງແລະພັດທະນາໃນທຸກໆໂອກາດຫຼືຊ່ອງທາງທີ່ຈະໄດ້ຮັບຄວາມ ຮູ້ໃຫ້ຫຼາຍຂຶ້ນທີ່ສຸດແລ້ວພວກເຂົາກໍຈະມີຄຸນນະສົມບັດທີ່ເໝາະສົມຢ່າງຄົບຖ້ວນໃນງານ ຂອງແພດໄດ້ ຈົ່ງໃຫ້ແພດຜູ້ມີອາວຸໂສນ້ອຍກວ່າ ເຮັດວຽກຮ່ວມກັບພຣະຄຣິດ (ພຣະ ອົງຊົງເປັນແພດໃຫຍ່)...........ຢ່າໄດ້ຮັບແຕ່ພຣະຄຸນຂອງພຣະເຈົ້າເທົ່ານັ້ນ.......ເຮົາ ບໍ່ໄດ້ໃຫ້ຜູ້ໃດມີເຫດສະດຸດໃນສິ່ງໜຶ່ງສິ່ງໃດເລີຍ ເພື່ອບໍ່ໃຫ້ການທີ່ເຮົາຮັບໃຊ້ປະຕິບັດ (ຜູ້ປ່ວຍ) ນັ້ນເປັນທີ່ເຂົາຈະຕິຕຽນໄດ້ ແຕ່ເຮົາຜູ້ເປັນຄົນຮັບໃຊ້ຂອງພຣະເຈົ້າ ໄດ້ກະທໍາ ຕົວໃຫ້ເປັນທີ່ຊອບໃນການທັງປວງ 2 ໂກລິນໂທ 6:1-4 {MH 116.3}ມແ 95.1

    ພຣະເຈົ້າຊົງປະສົງທີ່ຈະໃຫ້ເຮົາໄດ້ກ້າວຂຶ້ນສູ່ມາດຕະຖານທີ່ສູງສົ່ງຍິ່ງຂຶ້ນ ແພດຜູ້ ເຮັດວຽກພັນທະກິດໃນດ້ານການແພດຢ່າງແທ້ຈິງ ຍ່ອມທີ່ຈະພັດທະນາຕົນເອງເພື່ອທີ່ ຈະໄດ້ເປັນແພດທີ່ມີຄວາມຊ່ຽວຊານຫຼາຍຂຶ້ນ ແພດຄຣິດສຕຽນທີ່ມີຄວາມສາມາດພິ ເສດແລະມີຄວາມເປັນເລີດໃນວິຊາຊີບ ຄວນຈະໄດ້ຮັບການຄັດເລືອກແລະສົ່ງເສີມໃຫ້ ໄດ້ມີສ່ວນຮ່ວມໃນງານຮັບໃຊ້ພຣະເຈົ້າໃນຕໍາແໜ່ງທີ່ຈະໃຫ້ການສຶກສາແລະຝຶກຝົນ ອົບຮົມຄົນອື່ນໆໃຫ້ມາເປັນຜູ້ເຜີຍແຜ່ສາສະໜາດ້ານການແພດໄດ້ {MH 117.1}ມແ 95.2

    ແພດຄວນຈະຮັບເອົາແສງສະຫວ່າງຈາກພຣະວັດຈະນະຂອງພຣະເຈົ້າໄວ້ໃນຈິດ ວິນຍານຂອງເຂົາ ເຂົາຄວນຈະເຕີບໃຫຍ່ຂຶ້ນໃນພຣະຄຸນຂອງພຣະເຈົ້າຢູ່ສະເໝີ ສໍາລັບ ເຂົາແລ້ວສາສະໜາຈະບໍ່ໄດ້ເປັນແຕ່ພຽງສິ່ງທີ່ຊ່ວຍສົ່ງເສີມເຂົາໃຫ້ມີອິດທິພົນທ່າມກາງຄົນອື່ນໆທີ່ເຂົາຄົບຫາສະມາຄົມນໍາ ແຕ່ຈະຕ້ອງເປັນອິດທິພົນທີ່ເໜືອຜູ້ອື່ນ ເຂົາຈະຕ້ອງ ປະຕິບັດໜ້າທີ່ໂດຍເປົ້າໝາຍທີ່ບໍລິສຸດ ແລະສູງສົ່ງອັນເປັນເປົ້າໝາຍທີ່ມີພະລັງອໍານາດ ເພາະໄດ້ຮັບຈາກພຣະອົງຜູ້ຊົງປະທານຊີວິດຂອງພຣະອົງເພື່ອໃຫ້ເຮົາມີອໍານາດທີ່ຈະເອົາ ຊະນະເໜືອຄວາມຊົ່ວຮ້າຍໄດ້ {MH 117.2}ມແ 96.1

    ຫາກແພດພະຍາຍາມປະຕິບັດວຽກໃຫ້ບັງເກີດຜົນດ້ວຍຄວາມຊື່ສັດແລະຄວາມ ຂະຫຍັນໝັ່ນພຽນໃນຕໍາແໜ່ງໜ້າທີ່ຂອງເຂົາ ຖ້າເຂົາຍອມມອບຖະຫວາຍຕົນເອງເພື່ອ ທີ່ຈະປະຕິບັດຮັບໃຊ້ພຣະຄຣິດແລະໃຊ້ເວລາໃນການພິຈາລະນາຈິດໃຈຂອງຕົນເອງ ເຂົາກໍຈະເຂົ້າໃຈຮູ້ຊຶ້ງເຖິງຄວາມລໍ້າເລິກຂອງການຊົງເອີ້ນໃນວຽກອັນສັກສິດຂອງເຂົາ ເຂົາຈະຝຶກຝົນແລະອົບຮົມຕົນເອງຈົນທຸກຄົນທີ່ຢູ່ໂດຍຮອບອິດທິພົນຂອງເຂົາຈະເຫັນ ເຖິງຄວາມເປັນເລີດຂອງການສຶກສາແລະສະຕິປັນຍາທີ່ໄດ້ຮັບຈາກການໄດ້ຕິດຕໍ່ສໍາພັນ ກັບພຣະເຈົ້າຜູ້ຊົງປະກອບດ້ວຍພຣະປັນຍາແລະລິດອໍານາດ {MH 117.3}ມແ 96.2

    ບໍ່ມີວຽກງານໃດທີ່ຈໍາເປັນຕ້ອງມີສໍາພັນທະພາບໃກ້ຊິດສະນິດສະໜົມກັບພຣະ ເຈົ້າຫຼາຍຍິ່ງໄປກວ່າວຽກງານຂອງຜູ້ທີ່ເປັນແພດຜູ້ທີ່ຈະປະຕິບັດວຽກງານໃນໜ້າທີ່ແພດ ໄດ້ຢ່າງຖືກຕ້ອງ ຈໍາເປັນຕ້ອງດໍາເນີນຊີວິດຕາມແບບຢ່າງຂອງຄຣິດສະຕຽນໃນທຸກໆມື້ ແລະທຸກໆຊົ່ວໂມງ ຊີວິດຂອງຜູ້ປ່ວຍຢູ່ໃນມືຂອງແພດ ການກວດວິນິດໄສໂລກໂດຍ ຄວາມປະໝາດຫຼືຂາດຄວາມເອົາໃຈໃສ່ພຽງຄັ້ງດຽວຫຼືການສັ່ງຈ່າຍຢາຜິດພຽງຄັ້ງດຽວ ໃນຜູ້ປ່ວຍທີ່ມີອາການໜັກ ຫຼືມືທີ່ເຮັດການຜ່າຕັດໂດຍຂາດຄວາມຊໍານານພຽງຄັ້ງດຽວ ແມ່ນວ່າຈະເປັນພຽງເລັກນ້ອຍເທົ່າປາຍເສັ້ນຜົມ ຊີວິດໜຶ່ງກໍອາດຈະຖືກສັງເວີຍ ໄປແລະ ຈິດວິນຍານກໍຈະໄປສູ່ນິລັນການ ມັນຊ່າງເປັນໜ້າສະຫຼົດໃຈພຽງໃດເມື່ອນຶກເຖິງເຫດ ການເຫຼົ່ານີ້ ຈຶ່ງເປັນເລື່ອງທີ່ມີຄວາມສໍາຄັນຫຼາຍ ຊຶ່ງແພດຈະຕ້ອງຢູ່ພາຍໃຕ້ການຄວບ ຄຸມຈາກນາຍແພດຜູ້ປະເສີດ {MH 117.4}ມແ 96.3

    ພຣະຜູ້ຊ່ວຍໃຫ້ລອດຊົງເຕັມພຣະໄທທີ່ຈະຊ່ວຍຄົນທັງຫຼາຍຊຶ່ງທູນຂໍຕໍ່ພຣະອົງ ໃຫ້ປະທານສະຕິປັນຍາແລະຄວາມຄິດອັນປອດໂປ່ງແຈ່ມໃສໃຫ້ແກ່ຕົນເອງ ແລະຜູ້ໃດ ແດ່ທີ່ຈະຕ້ອງການສະຕິປັນຍາແລະຄວາມຄິດອັນປອດໂປ່ງແຈ່ມໃສຫຼາຍໄປກວ່າແພດ ຊຶ່ງການຕັດສິນໃຈຫຼວງຫຼາຍຕ່າງຝາກການເພິ່ງພາໄວ້ ຂໍໃຫ້ແພດຜູ້ທີ່ກໍາລັງພະຍາຍາມທີ່ ຈະຊ່ວຍຊີວິດຄົນປ່ວຍໃຫ້ຍືດຍາວອອກໄປ ຈົ່ງເບິ່ງໄປຍັງພຣະຄຣິດດ້ວຍຄວາມເຊື່ອ ເພື່ອພຣະອົງຈະໄດ້ຊົງນໍາເຂົາໃນກິດຈະການທຸກໆສິ່ງ ພຣະຜູ້ຊ່ວຍໃຫ້ລອດຈະຊົງປະ ທານໄຫວພິບແລະຄວາມຊໍານານໃນການຮັບມືກັບກໍລະນີການຮັກສາທີ່ມີຄວາມສະລັບ ສັບຊ້ອນ {MH 117.5}ມແ 97.1

    ພຣະເຈົ້າຊົງປະທານໂອກາດອັນປະເສີດໃຫ້ແກ່ຜູ້ທີ່ຕ້ອງຄອຍດູແລຄົນເຈັບປ່ວຍ ໃນທຸກສິ່ງທີ່ຕ້ອງເຮັດເພື່ອຟື້ນຟູຄົນເຈັບປ່ວຍໃຫ້ຫາຍເປັນປົກກະຕິນັ້ນ ຜູ້ດູແລເລົ່ານັ້ນ ຄວນຈະຊີ້ແຈ້ງໃຫ້ຜູ້ປ່ວຍເຂົ້າໃຈວ່າແພດກໍາລັງຊ່ວຍເຫຼືອເຂົາທັງຫຼາຍໃຫ້ຮ່ວມມືກັບ ພຣະເຈົ້າໃນການຕໍ່ສູ້ກັບໂລກຮ້າຍ ຈົ່ງຊັກນໍາໃຫ້ຜູ້ປ່ວຍເຫຼົ່ານັ້ນໃຫ້ຮູ້ສຶກວ່າໃນທຸກໆວິ ທີຂອງການຮັກສາທີ່ສອດຄ່ອງຕາມບົດບັນຍັດຂອງພຣະເຈົ້າ ເຂົາທັງຫຼາຍຍ່ອມຫວັງໄດ້ ວ່າລິດອໍານາດຂອງພຣະເຈົ້າຈະຊົງຊ່ວຍເຫຼືອເຂົາທັງຫຼາຍໄດ້ {MH 118.1}ມແ 97.2

    ຄົນເຈັບປ່ວຍແລະຄົນທີ່ຕ້ອງທົນທຸກທໍລະມານຈະມີຄວາມເຊື່ອເພີ່ມຫຼາຍຂຶ້ນ ໃນແພດຜູ້ມີຄວາມຮັກແລະມີຄວາມຢໍາເກງໃນພຣະເຈົ້າ ພວກເຂົາຈະໄວ້ວາງໃຈໃນຄໍາ ເວົ້າຂອງແພດ ພວກເຂົາຈະຮູ້ສຶກເຖິງຄວາມປອດໄພເມື່ອເຂົາໄດ້ຢູ່ຕໍ່ໜ້າແລະໄດ້ຮັບ ການຮັກສາຈາກແພດນັ້ນ {MH 118.2}ມແ 97.3

    ການໄດ້ມີປະສົບການໃນພຣະເຢຊູ ອົງພຣະຜູ້ເປັນເຈົ້ານັ້ນ ຖືວ່າເປັນສິດທິພິເສດ ສໍາລັບແພດຄຣິດສະຕຽນທີ່ສາມາດຈະອີະທິຖານທູນເຊີນພຣະອົງໃຫ້ສະເດັດມາສະ ຖິດຢູ່ໃນຫ້ອງຂອງຄົນປ່ວຍ ກ່ອນທີ່ຈະທໍາການລົງມືຜ່າຕັດທີ່ຂ້ອນຂ້າງວິກິດ ຂໍໃຫ້ແພດ ໄດ້ທູນຂໍຄວາມຊ່ວຍເຫຼືອຈາກແພດຜູ້ປະເສີດເສຍກ່ອນ ຂໍໃຫ້ແພດໄດ້ໃຫ້ຄວາມໝັ້ນ ໃຈແກ່ຜູ້ປ່ວຍວ່າພຣະເຈົ້າຊ່ວຍໃຫ້ເຂົາຜ່ານພົ້ນວິກິດການນີ້ໄປໄດ້ຢ່າງປອດໄພຊຶ່ງໃນເວ ລາທີ່ມີຄວາມທຸກຍາກແຕ່ລະຄັ້ງ ພຣະອົງຈະຊົງເປັນທີ່ລີ້ໄພທີ່ໄວ້ໃຈໄດ້ສໍາລັບຜູ້ທີ່ວາງ ໃຈໃນພຣະອົງ ແພດທີ່ບໍ່ສາມາດເຮັດຢ່າງນີ້ໄດ້ນັ້ນເຮັດໃຫ້ຄົນໄຂ້ຫຼາຍລາຍຕ້ອງເສຍຊີ ວິດໄປແທນທີ່ຈະຊ່ວຍຊີວິດໃຫ້ລອດໄດ້ ຫາກເຂົາຈະໄດ້ກ່າວຖ້ອຍຄໍາທີ່ໜູນຈິດໃຈ ຂອງຜູ້ປ່ວຍໃຫ້ເກີດຄວາມເຊື່ອໃນພຣະຜູ້ຊ່ວຍໃຫ້ລອດ ຜູ້ຊົງປະກອບດ້ວຍພຣະເນດຕາ ແລະຊົງຮູ້ສຶກເຖິງຄວາມທຸກທໍລະມານຂອງຄົນເຈັບປ່ວຍ ແລະຊົງທູນຂໍອະທິຖານ ໃນສິ່ງທີ່ຈິດວິນຍານຕ້ອງການຕໍ່ພຣະອົງ ມີຫຼາຍຄັ້ງທີ່ວິກິດນັ້ນຈະຜ່ານໄປໄດ້ຢ່າງປອດໄພ MH {118.3}ມແ 97.4

    ພຣະອົງຊົງເປັນຜູ້ດຽວເທົ່ານັ້ນທີ່ສາມາດອ່ານຈິດໃຈຂອງມະນຸດ ຊົງຮູ້ດີວ່າຜູ້ ປ່ວຍຫຼາຍຄົນທີ່ຍອມເຮັດການຜ່າຕັດພາຍໃຕ້ມືຂອງສັນຍະແພດນັ້ນເຕັມໄປດ້ວຍ ຄວາມຢ້ານກົວຕົວສັ່ນຫຼາຍພຽງໃດ ພວກເຂົາຄິດໄຕ່ຕອງເຖິງໄພອັນຕະລາຍຂອງຕົນເອງ ເຖິງແມ່ນວ່າພວກເຂົາຈະມີຄວາມໄວ້ວາງໃຈໃນຝີມືຂອງແພດຫຼາຍພຽງໃດ ແຕ່ພວກ ເຂົາກໍຮູ້ວ່າອາດຈະມີຂໍ້ຜິດພາດເກີດຂຶ້ນໄດ້ ແຕ່ເມື່ອເຂົາເຫັນແພດໄດ້ກົ້ມຫົວລົງອະທິ ຖານຂໍຄວາມຊ່ວຍເຫຼືອຈາກພຣະເຈົ້າ ຈຶ່ງເປັນສິ່ງທີ່ຊ່ວຍໜູນໃຈໃຫ້ເຂົາໄດ້ເກີດຄວາມ ໝັ້ນໃຈ ຄວາມສໍານຶກໃນພຣະມະຫາກະລຸນາທິຄຸນແລະຄວາມໄວ້ວາງໃຈໄດ້ເປີດຈິດ ໃຈຂອງຜູ້ປ່ວຍໃຫ້ຍອມຮັບໃນລິດອໍານາດໃນການຮັກສາຂອງພຣະເຈົ້າ ພະລະກໍາລັງ ທົ່ວທັງຕົວຂອງເຂົາຈຶ່ງໄດ້ຮັບການເສີມ ແລະຄວາມມີຊີວິດຊີວາຈຶ່ງນໍາໄປສູ່ໄຊຊະນະ {MH 118.4}ມແ 98.1

    ສໍາລັບແພດແລ້ວ ການຊົງສະຖິດຢູ່ນໍາຂອງພຣະຜູ້ຊ່ວຍໃຫ້ລອດຍ່ອມຖືເປັນສິ່ງ ທີ່ສໍາຄັນທີ່ເຮັດໃຫ້ເຂົາມີກໍາລັງທີ່ເຂັ້ມແຂງຂຶ້ນ ຫຼາຍຄັ້ງທີ່ຄວາມຮັບຜິດຊອບແລະສິ່ງ ທີ່ອາດຈະເກີດຂຶ້ນໄດ້ໃນໜ້າທີ່ການງານຂອງເຂົາໄດ້ນໍາເອົາຄວາມຢ້ານມາສູ່ຈິດໃຈຄວາມ ກັງວົນເຖິງຄວາມບໍ່ແນ່ນອນແລະຄວາມຢ້ານກົວອາດຈະເຮັດໃຫ້ມືຂອງເຂົາພາດໄດ້ ແຕ່ເມື່ອໄດ້ຮັບຄວາມໝັ້ນໃຈວ່າພຣະເຈົ້າຜູ້ຊົງເປັນຜູ້ປຶກສາຊົງສະຖິດຢູ່ຄຽງຂ້າງເຂົາເພື່ອ ທີ່ຈະຄອຍຍຊີ້ນໍາແລະຊົງຄໍ້າຈຸນເຮັດໃຫ້ເຂົາເກີດຄວາມສະຫງົບ ແລະເຂັ້ມແຂງຂຶ້ນໃນ ຈິດໃຈ ການສໍາຜັດຂອງພຣະຄຣິດເທິງມືຂອງແພດຍ່ອມນໍາມາຊຶ່ງກໍາລັງວັງຊາ ຄວາມສະ ຫງົບຜ່ອນຄາຍ ຄວາມໝັ້ນໃຈແລະນໍາພະລັງຄວາມສາມາດມາສູ່ແພດ {MH 119.1}ມແ 98.2

    ເມື່ອຄົນໄຂ້ໄດ້ຜ່ານວິກິດດ້ວຍຄວາມປອດໄພແລະເຫັນວ່າທຸກຢ່າງໄດ້ປະສົບຜົນ ຂໍໃຫ້ແພດໄດ້ໃຊ້ເວລາສັກໜ່ອຍໜຶ່ງເພື່ອອະທິຖານຮ່ວມກັບຄົນໄຂ້ ຈົ່ງກ່າວຂອບພຣະ ຄຸນພຣະເຈົ້າທີ່ໄດ້ຊົງຮັກສາຊີວິດໄວ້ ເມື່ອຄົນໄຂ້ໄດ້ກ່າວຂອບໃຈແພດຈົ່ງນໍາຄໍາສັນລະ ເສີນແລະຄໍາໂມທະນາພຣະຄຸນໄປຍັງພຣະເຈົ້າ ໃຫ້ແພດບອກຄົນໄຂ້ວ່າການທີ່ເຂົາລອດ ຊີວິດເພາະເຂົາໄດ້ຮັບການຄຸ້ມຄອງດູແລຈາກພຣະເຈົ້າຜູ້ຊົງເປັນແພດຂອງເຂົາ {MH 119.2}ມແ 98.3

    ແພດທີ່ປະຕິບັດໄດ້ຢ່າງນີ້ ຍ່ອມນໍາຄົນໄຂ້ຂອງເຂົາໄປຍັງພຣະອົງຜູ້ຊົງເປັນທີ່ເພິ່ງ ຂອງຊີວິດ ພຣະອົງຊົງສາມາດຊ່ວຍມະນຸດທຸກໆຄົນທີ່ມາຫາພຣະອົງໃຫ້ລອດໄດ້ຈົນເຖິງ ທີ່ສຸດ {MH 119.3}ມແ 99.1

    ຜູ້ທີ່ເຮັດວຽກດ້ານການແພດຄວນຈະມີຄວາມປາຖະໜາອັນເລິກເຊິ່ງຕໍ່ຈິດວິນ ຍານຂອງຄົນທັງຫຼາຍ ພຣະເຈົ້າຊົງມອບຄວາມໄວ້ວາງໃຈອັນສູງສຸດເທົ່າທີ່ພຣະອົງຊົງ ເຄີຍມອບໃຫ້ກັບມະນຸດແກ່ແພດຊຶ່ງທຽບເທົ່າກັບທີ່ຊົງມອບໃຫ້ກັບອາຈານສອນສາສະ ໜາຜູ້ປະກາດຂ່າວປະເສີດ ບໍ່ວ່າເຂົາຈະຄໍານຶງເຖິງຫຼືບໍ່ກໍຕາມ ແພດທຸກຄົນຕ່າງໄດ້ຮັບ ມອບໝາຍໃຫ້ເຮັດການຮັກສາຈິດວິນຍານດ້ວຍ {MH 119.4}ມແ 99.2

    ໃນວຽກງານຂອງແພດຊຶ່ງຕ້ອງກ່ຽວຂ້ອງກັບໂລກໄພໄຂ້ເຈັບແລະຄວາມຕາຍ ຫຼາຍຄັ້ງແພດກັບເບິ່ງບໍ່ເຫັນເຖິງຄວາມເປັນຈິງທີ່ສໍາຄັນຂອງຊີວິດໃນອານາຄົດ ດ້ວຍ ຄວາມພະຍາຍາມທີ່ຈິງຈັງຂອງເຂົາທີ່ຈະບໍາບັດຮັກສາໄພອັນຕະລາຍທາງຮ່າງກາຍເຮັດ ໃຫ້ພວກເຂົາລືມເຖິງໄພອັນຕະລາຍທາງຈິດວິນຍານ ຄົນໄຂ້ທີ່ເຂົາກໍາລັງໃຫ້ການຮັກ ສາຢູ່ນັ້ນອາດຈະຕ້ອງສູນເສຍຊີວິດ ໂອກາດສຸດທ້າຍກໍາລັງຈະຫຼຸດມືໄປ ຈິດວິນຍານດວງ ນີ້ແຫຼະທີ່ແພດຈະຕ້ອງພົບກັນອີກຄັ້ງທີ່ບັນລັງແຫ່ງການພິພາກສາຂອງພຣະຄຣິດ {MH 119.5}ມແ 99.3

    ເຮົາມັກຈະສູນເສຍພຣະພອນອັນປະເສີດທີ່ສຸດໄປຈາກການທີ່ເຮົາລະເລີຍທີ່ຈະ ປະກາດພຣະຄໍາຂອງພຣະເຈົ້າໃນເວລາທີ່ເຮົາຄວນຈະເຮັດ ຫາກເຮົາບໍ່ໄດ້ເຝົ້າລະວັງທີ່ຈະ ຍາດສວຍໂອກາດທີ່ດີນັ້ນເອົາໄວ້ໂອກາດນັ້ນກໍອາດຈະຫຼຸດລອຍໄປທີ່ຂ້າງຕຽງຂອງຄົນ ປ່ວຍ ເຮົາບໍ່ຄວນຈະເວົ້າເຖິງຫຼັກຄວາມເຊື່ອໃນສາສະໜາຫຼືສິ່ງທີ່ຈະກໍໃຫ້ເກີດການໂຕ້ ແຍ້ງກັນ ເຮົາຄວນຈະຊີ້ໃຫ້ຜູ້ທີ່ເຈັບປ່ວຍທໍລະມານນັ້ນໄດ້ຫັນໄປຫາພຣະອົງຜູ້ຊົງເຕັມ ພຣະໄທທີ່ຈະຊ່ວຍທຸກຄົນທີ່ມາຫາພຣະອົງດ້ວຍຄວາມເຊື່ອໃຫ້ໄດ້ຮັບຄວາມລອດ ຈົ່ງ ພະຍາຍາມຊ່ວຍເຫຼືອຈິດວິນຍານຜູ້ທີ່ກໍາລັງຢູ່ລະຫວ່າງຊີວິດກັບຄວາມຕາຍດ້ວຍຄວາມ ຈິດໃຈແລະອ່ອນໂຍນ {MH 120.1}ມແ 99.4

    ແພດທີ່ຮູ້ວ່າພຣະຄຣິດຊົງເປັນພຣະຜູ້ຊ່ວຍໃຫ້ລອດສ່ວນຕົວຂອງເຂົາ ເພາະຕົວ ເຂົາເອງກໍໄດ້ຖືກນໍາໄປຍັງພຣະອົງຜູ້ຊົງເປັນທີ່ລີ້ໄພ ເຂົາຍ່ອມຈະຮູ້ເຖິງວິທີທີ່ຈະປະຕິບັດ ຕໍ່ຈິດວິນຍານທີ່ເປັນທຸກ ສໍານຶກໃນຄວາມຜິດແລະເຈັບປ່ວຍດ້ວຍຄວາມຜິດບາບຊຶ່ງ ໄດ້ຫັນໄປຫາເຂົາ ເພື່ອຂໍຄວາມຊ່ວຍເຫຼືອ ເຂົາສາມາດທີ່ຈະຕອບຄໍາຖາມທີ່ວ່າ ເຮົາຕ້ອງ ເຮັດແນວໃດແດ່ຈຶ່ງຈະລອດ ເຂົາສາມາດຈະເລົ່າເລື່ອງຄວາມຮັກຂອງພຣະຜູ້ໄຖ່ໄດ້ ເຂົາ ສາມາດຈະເວົ້າໄດ້ເຖິງປະສົບການເຖິງລິດອໍານາດທີ່ສາມາດຊ່ວຍໃຫ້ກັບໃຈໃໝ່ ແລະ ເຮັດໃຫ້ມີຄວາມເຊື່ອ ໂດຍຄວາມເວົ້າທີ່ລຽບງ່າຍແລະຈິງໃຈ ເຂົາສາມາດທູນຂໍຕໍ່ພຣະ ເຈົ້າເຖິງຄວາມທີ່ຕ້ອງການຂອງຈິດວິນຍານດ້ວຍການອະທິຖານແລະສາມາດທີ່ຈະໜູນ ຈິດໃຈຂອງຄົນເຈັບປ່ວຍໃຫ້ທູນຂໍແລະຮັບເອົາຊຶ່ງພຣະກະລຸນາຂອງພຣະຜູ້ຊ່ວຍໃຫ້ ລອດຜູ້ຊົງມີພຣະໄທເມດຕາສົງສານ ເມື່ອແພດໃຫ້ການບໍາບັດຮັກສາເຊັ່ນນີ້ທີ່ຂ້າງຕຽງ ຂອງຄົນໄຂ້ແລະພະຍາຍາມກ່າວຖ້ອຍຄໍາທີ່ເອື້ອອາທອນແລະປອບປະໂລມຈິດໃຈ ອົງ ພຣະຜູ້ເປັນເຈົ້າຈະຊົງກະທໍາການຮ່ວມກັບເຂົາແລະໂດຍອາໄສເຂົາ ເມື່ອຈິດໃຈຂອງຄົນ ທີ່ເຈັບປ່ວຍທໍລະມານໄດ້ຮັບການຊັກນໍາໄປຍັງພຣະຜູ້ຊ່ວຍໃຫ້ລອດ ສັນຕິສຸກຂອວ ພຣະຄຣິດກໍຈະໄດ້ຮັບການເຕີມເຕັມໄວ້ໃນຈິດໃຈແລະສຸຂະພາບຈິດວິນຍານທີ່ໄດ້ ຟື້ນຄືນກັບມານີ້ເອງທີ່ພຣະເຈົ້າຈະໃຊ້ເປັນພຣະຫັດຂອງພຣະອົງເພື່ອຊ່ວຍໃຫ້ທາງກາຍ ຂອງຄົນປ່ວຍໄດ້ຟື້ນຄືນກັບມາ {MH 120.2}ມແ 100.1

    ໃນການດູແລຮັກສາຄົນເຈັບປ່ວຍນັ້ນ ແພດມັກຈະມີໂອກາດທີ່ຈະຊ່ວຍເຫຼືອ ມິດສະຫາຍຂອງຄົນປ່ວຍນໍາ ໃນຂະນະທີ່ພວກເຂົາເຝົ້າຢູ່ທີ່ຂ້າງຕຽງຜູ້ປ່ວຍນັ້ນ ຈິດໃຈ ຂອງພວກເຂົາຈະອ່ອນລົງ ເພາະພວກເຂົາຮູ້ສຶກໝົດຫວັງທີ່ຈະຊ່ວຍລະງັບຄວາມເຈັບ ປວດຂອງຜູ້ປ່ວຍໄດ້ຫຼາຍຄັ້ງທີ່ຄົນເຫຼົ່ານີ້ ມັກຈະລະບາຍຄວາມໂສກເສົ້າທີ່ຕົນເອງພະ ຍາຍາມປິດບັງຈາກຄົນອື່ນໃຫ້ແພດຮູ້ ສະນັ້ນ ຈຶ່ງເປັນໂອກາດຂອງແພດທີ່ຈະຊີ້ໃຫ້ຜູ້ທີ່ ມີຄວາມທຸກໂສກເຫຼົ່ານີ້ໄດ້ເຫັນເຖິງພຣະອົງ ຜູ້ຊົງເຊີນຄົນທັງຫຼາຍທີ່ເມື່ອຍອ່ອນແຮງ ແລະແບກພາລະໜັກໃຫ້ມາຫາພຣະອົງ ຫຼາຍຄັ້ງ ທີ່ແພດສາມາດທີ່ຈະອະທິຖານເພື່ອ ພວກເຂົາແລະອະທິຖານຮ່ວມກັບພວກເຂົາໄດ້ ໂດຍການທູນສະເໝີຄວາມຕ້ອງການ ຂອງເຂົາໄປຍັງແພດຜູ້ຊົງຮັກສາໂຣກທັງປວງແລະພຣະຜູ້ຊົງເລົ້າໂລມຈິດໃຈໃຫ້ຫາຍ ເສົ້າໄດ້ {MH 121.1}ມແ 100.2