Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 43 ປະສົບການທີ່ສູງສົ່ງຍິ່ງຂຶ້ນ

    ເຮົາຕ່າງຕ້ອງການສະແດງເຖິງແບບຢ່າງທີ່ໃໝ່ຂອງພຣະຄຣິດ ທີ່ສອດຄ່ອງກັບ ຄຳສອນຂອງພຣະອົງໃນປະສົບການທຸກວັນ ແລ້ວສິ່ງທີ່ສູງສົ່ງແລະບໍລິສຸດກໍຢູ່ບໍ່ໄກ ພຣະ ເຈົ້າຊົງປະສົງໃຫ້ເຮົາມີຄວາມກ້າວໜ້າຕະຫຼອດເວລາໃນຄວາມຮູ້ ແລະຄຸນງາມຄວາມດີ ພຣະບັນຍັດຂອງພຣະອົງສະທ້ອນເຖິງພຣະສຸລະສຽງຂອງພຣະອົງທີາຕັດເຊີນຊວນວ່າ “ຈົ່ງກ້າວຂຶ້ນມາໃຫ້ສູງຂຶ້ນ ຈົ່ງເປັນຜູ້ບໍລິສຸດ ແລະຊອບທຳຂຶ້ນຢູ່ສະເໝີ” ທຸກໆມື້ເຮົາ ກ້າວເຂົ້າໃກ້ສູ່ຄວາມໄພບູນແຫ່ງພຣະລັກສະນະນິໄສຂອງພຣະຄຣິດໄດ້ {MH 503.1}ມແ 530.1

    ຄົນທີ່ມີສ່ວນຮ່ວມໃນງານຮັບໃຊ້ຂອງພຣະຄຣິດ ທັງຫຼາຍຈຳເປັນຕ້ອງມີປະສົບ ການທີ່ສູງສົ່ງເລິກເຊິ່ງແລະກວ້າງໄກຫຼາຍກວ່າຄົນສ່ວນໃຫຍ່ຈະຄາດຄິດວ່າ ຄວນຈະ ມີຫຼາຍຄົນທີ່ເປັນສະມາຊິກແຫ່ງຄອບຄົວໃຫຍ່ຂອງພຣະເຈົ້າ ເກືອບຈະບໍ່ໄດ້ເຂົ້າໃຈເຖິງ ຄວາມໝາຍຂອງການເບິ່ງແຍງເຖິງພຣະສິຣິຂອງພຣະອົງແລະຕົວເຮົາປ່ຽນໄປເປັນລໍາ ດັບຂຶ້ນໄປ ຫຼາຍຄົນເຂົ້າໃຈເຖິງຄວາມໄພບູນຂອງພຣະຄຣະດຢ່າງເລື່ອນລາງ ແລະຈິດ ໃຈຂອງເຂົາທັງຫຼາຍໃຈກໍເຕັມໄປດ້ວຍຄວາມຊື່ນຊົມຍິນດີ ກະຕືລືລົ້ນທີ່ຈະເຂົ້າໃຈເຖິງ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ໃຫ້ເຕັມປ່ຽມແລະເລິກເຊິ່ງຍິ່ງຂຶ້ນ ຂໍໃຫ້ຄົນເຫຼົ່າ ນີ້ຖະນຸຖະໜອມທຸກຄວາມປາຖະໜາທີ່ຕ້ອງການໄຝ່ຫາເພາະເຈົ້າ ຂອງຈິດວິນຍານ ຂອງຕົນ ພຣະວິນຍານບໍລິສຸດຈະຊົງເຮັດຢ່າງເກີດຜົນກັບຜູ້ທີ່ມີຄວາມເຕັມໃຈຮ່ວມມື ຈະຊົງຜັດສີອຸປະນິໄສໃຫ້ແກ່ຜູ້ທີ່ຍິນຍອມໃຫ້ຜັດສີແລະປັ້ນແຕ່ງຈິດໃຈຂອງຜູ້ທີ່ປາຖະ ໜາໃຫ້ປັ້ນແຕ່ງ ຈົ່ງຝຶກຝົນອົບຮົມຕົວທ່ານກ່ຽວກັບການເຂົ້າສະໜິດກັບພຣະເຈົ້າໂດຍ ຜ່ານທາງຄວາມຄິດຝ່າຍວິນຍານ ທ່ານໄດ້ເຫັນແຕ່ພຽງແສງອາລຸນແຫ່ງພຣະສິລິຂອງ ພຣະອົງເທົ່ານັ້ນ ເມື່ອທ່ານຕິດຕາມເພື່ອຮູ້ຈັກກັບອົງພຣະຜູ້ເປັນເຈົ້າຕໍ່ໄປທ່ານຈະຮູ້ວ່າ “ວິຖີຂອງຄົນຊອບທໍາເດີນໄປນັ້ນ ເປັນຄືແສງອາລຸນຊຶ່ງສາຍແສງສຸກໃສຍິ່ງຂຶ້ນຈົນກວ່າ ກາງເວັນຈະມາຮອດ” ສຸພາສິດ 4:18 {MH 503.2}ມແ 530.2

    ພຣະຄຣິດຕັດວ່າ “ນີ້ແມ່ນສິ່ງທີ່ເຮົາໄດ້ບອກແກ່ທ່ານທັງຫຼາຍແລ້ວ ເພື່ອໃຫ້ ຄວາມຍິນດີຂອງເຮົາດໍາລົງຢູ່ໃນທ່ານແລະໃຫ້ຄວາມຍິນດີຂອງທ່ານເຕັມປ່ຽມ” ໂຢຮັນ 15:11 {MH 504.1}ມແ 531.1

    ພຣະຄຣິດທອດພຣະເນດ ເຖິງຜົນແຫ່ງພຣະລາຊະກິດຂອງພຣະອົງ ຢູ່ຕໍ່ເບື້ອງ ພຣະພັກຂອງພຣະອົງຕະຫຼອດເວລາ ຊີວິດຂອງພຣະອົງໃນໂລກນີ້ຊຶ່ງເຕັມໄປດ້ວຍ ຄວາມຍາກລໍາບາກ ແລະການເສຍສະລະ ແຕ່ຊົງໄດ້ຮັບການໜູນໃຈໂດຍຄວາມຄິດທີ່ ວ່າພຣະອົງບໍ່ໄດ້ທົນທຸກທໍລະມານຢ່າງໄຮ້ປະໂຫຍດ ການຍອມສະລະພຣະຊົນຊີບເພື່ອ ຊີວິດຂອງມະນຸດທັງຫຼາຍ ພຣະອົງຊົງປາຖະນາຄວາມບໍລິສຸດຊອບທໍາຕາມພຣະສາ ຍາຂອງພຣະເຈົ້າກັບຄືນສູ່ມະນຸດ ພຣະອົງຊົງຍົກເຮົາຂຶ້ນຈາກຝຸ່ນຜົງຂອງດິນ ປັ້ນແຕ່ງ ອຸປະນິໄສຂອງເຮົາໃໝ່ໃຫ້ຄືກັບພຣະລັກສະນະຂອງພຣະອົງເອງ ແລະເຮັດໃຫ້ງົດງາມ ດ້ວຍພຣະສິຣິຂອງພຣະອົງ {MH 504.2}ມແ 531.2

    ເຖິງແມ່ນວ່າພຣະຄຣິດ ຈະຊົງເບິ່ງເຫັນວ່າຈິດວິນຍານຈະຕ້ອງໄດ້ຮັບຄວາມທຸກ ທໍລະມານປານໃດ ພຣະອົງກໍຍັງຊົງຊື່ນຊົມຍິນດີ ພຣະອົງຊົງທອດພຣະເນດເຖິງດິນ ແດນແຫ່ງນິລັນດອນ ແລະຄວາມຜາສຸກຂອງຄົນທັງຫຼາຍທີ່ໄດ້ຮັບການອະໄພບາບແລະ ໄດ້ຮັບຊີວິດນິລັນ ຈາກການທີ່ຊົງຍອມຖ່ອມພຣະອົງລົງຈົນເຖິງຄວາມມໍລະນາ ພຣະ ອົງຊົງຍອມບາດເຈັບເພາະຄວາມທໍລະຍົດຂອງເຮົາ ຊົງຍອມຟົກຊໍ້າເພາະບາບຜິດຂອງ ເຮົາ ການຕິສອນອັນເຮັດໃຫ້ເຮົາທັງຫຼາຍສົມບູນນັ້ນ ຕົກແກ່ທ່ານທີ່ທ່ານຕ້ອງຟົກຊໍ້ານັ້ນ ກໍໃຫ້ເຮົາຫາຍດີ ພຣະອົງຊົງໄດ້ຍິນຜູ້ທີ່ພຣະອົງຊົງໄຖ່ໃຫ້ລອດຮ້ອງບົດເພັງຂອງໂມເສດ ແລະຂອງພຣະເມດໂປດົກ ແມ່ນວ່າພຣະອົງຈະຕ້ອງຊົງຫຼັ່ງພຣະໂລຫິດຂອງພຣະອົງ ເພື່ອມະນຸດທັງຫຼາຍເສຍກ່ອນ ແມ່ນວ່າຄວາມຜິດບາບຂອງໂລກທັງໂລກຕ້ອງທັບຖົມ ຢູ່ເທິງຈິດວິນຍານອັນບຊລິສຸດຂອງພຣະອົງ ແມ່ນວ່າເງົາມືດແຫ່ງຄວາມທຸກຍາກອັນເຫຼືອ ທີ່ຈະພັນລະນາທອດລົງເໜືອພຣະອົງກໍຕາມ ແຕ່ເຖິງຢ່າງນັ້ນເພື່ອຄວາມຊື່ນຊົມຍິນດີທີ່ ປະກົດຕໍ່ເບື້ອງໜ້າຂອງພຣະອົງພຣະອົງຊົງເລືອກທີ່ຈະທຸກທໍລະມານເທິງກາງແຂນ ແລະຊົງຖືກດູໝິ່ນຢຽດຢາມດ້ວຍຄວາມອັບປະຍົດອົດສູ {MH 504.3}ມແ 531.3

    ຜູ້ຕິດຕາມຂອງພຣະອົງທຸກຄົນ ຕ່າງມີສ່ວນຮ່ວມໃນຄວາມຊື່ນຊົມຍິນດີນີ້ ບໍ່ວ່າ ໃນພາຍໜ້າເຮົາຈະຍິ່ງໃຫຍ່ ແລະສະຫງ່າງາມຫຼາຍພຽງໃດ ເຮົາຕ້ອງບໍ່ເກັບບຳເນັດລາງ ວັນຂອງເຮົາໄວ້ຈົນເຖິງເວລາສຸດທ້າຍຂອງການຊ່ວຍກູ້ ແມ່ນວ່າໃນເວລານີ້ ໂດຍຄວາມ ເຊື່ອເຮົາເຂົ້າມີສ່ວນຮ່ວມໃນຄວາມຊື່ນຊົມຍິນດີຂອງພຣະຜູ້ຊ່ວຍໃຫ້ລອດໄດ້ເຊັ່ນດຽວ ກັບໂມເສດ ເຮົາຈຳເປັນຈະຕ້ອງມີຄວາມອົດທົນວ່າເຮົາໄດ້ເບິ່ງເຫັນພຣະອົງຜູ້ທີ່ບໍ່ປະກົດ ແກ່ຕາ {MH 504.4}ມແ 532.1

    ບັດນີ້ຄຣິສຕະຈັກຈະຕ້ອງກຽມພ້ອມໃນການຕໍ່ສູ້ ໃນເວລານີ້ເຮົາກຳລັງປະເຊີນ ໜ້າຢູ່ກັບໂລກທີາຕົກຢູ່ໃນຄວາມມືດມົນ ທົ່ວທັງໂລກຕ່າງພາກັນກາບໄຫວ້ຮູບເຄົາລົບ {MH 504.5}ມແ 532.2