Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການຄົ້ນຄວ້າເພື່ອໃຫ້ຮູ້ເຖິງຄວາມລຶກລັບຂອງພຣະເຈົ້າ

    “ສິ່ງລີ້ລັບທັງປວງເປັນຂອງພຣະຍາເວພຣະເຈົ້າຂອງເຮົາທັງຫຼາຍ ແລະສິ່ງທີ່ຊົງສຳ ແດງນັ້ນເປັນຂອງເຮົາທັງຫຼາຍແລະຂອງລູກຫຼານຂອງເຮົາເປັນນິດ ເພື່ອເຮົາຈະເຮັດຕາມ ຖ້ອຍຄຳທັງໝົດຂອງທຳມະບັນຍັດນີ້” ສະເຫຼີຍທຳມະບັນຍັດ 29:29 (THSV) ພຣະວັດຈະນະຂອງພຣະເຈົ້າທີ່ຊົງສຳແດງພຣະອົງໃຫ້ປະກົດນັ້ນມີໄວ້ເພື່ອໃຫ້ເຮົາຮຽນຮູ້ ຊຶ່ງເປັນສິ່ງທີ່ເຮົາຈະສາມາດສະແຫວງຫາເພື່ອຄວາມເຂົ້າໃຈແຕ່ສິ່ງທີ່ນອກເໜືອໄປ ຈາກນີ້ເຮົາຕ້ອງບໍ່ຖືສິດທິເຂົ້າໄປລ່ວງລໍ້າຜູ້ທີ່ມີປັນຍາລໍ້າເລີດທີ່ສຸດແມ່ນແຕ່ຕ້ອງໃຊ້ ຄວາມພະຍາຍາມຈົນເມື່ອຍລ້າ ກໍບໍ່ອາດທີ່ຈະຢັ່ງຮູ້ເຖິງສະພາບຂອງພຣະເຈົ້າໄດ້ຢ່າງ ໝົດສິ້ນ ແລະພະຍາຍາມກໍບໍ່ເກີດຜົນປີສະໜານີ້ບໍ່ແມ່ນມີໄວ້ໃຫ້ມະນຸດຫາຄຳຕອບບໍ່ ມີສະໝອງຂອງມະນຸດຄົນໃດຈະເຂົ້າເຖິງພຣະເຈົ້າໄດ້ ໃນທຸກປະການເປັນການເປົ່າປະ ໂຫຍດທີ່ມະນຸດຈະວຸ້ນວາຍຢູ່ກັບການຄາດເດົາເຖິງລັກສະນະຂອງພຣະເຈົ້າການນິ້ງງຽບ ໂດຍເກັບຄວາມລຶກລັບຂອງພຣະເຈົ້າໄວ້ໃນຈິດໃຈຂອງເຮົາແທນຍ່ອມອະທິບາຍເຖິງ ພຣະອົງໄດ້ເໝາະສົມກວ່າພຣະເຈົ້າ ຜູ້ຊົງສັບພັນຍູຊົງຢູ່ເໜືອຄຳອະພິປາຍໃດໆ {MH 429.1}ມແ 441.2

    ແມ່ນແຕ່ເຫຼົ່າທູດສະຫວັນກໍຍັງບໍ່ໄດ້ຮັບອະນຸຍາດໃຫ້ມີສ່ວນຮ່ວມໃນການປຶກ ສາຫາລືລະຫວ່າງພຣະບິດາແລະພຣະບຸດ ເມື່ອຄັ້ງທີ່ພຣະອົງຊົງກຳນົດແຜນການແຫ່ງ ການຊ່ວຍໃຫ້ລອດ ດັ່ງນັ້ນ ມະນຸດຈຶ່ງບໍ່ຄວນເຂົ້າໃຈ ບໍ່ຄວນເຂົ້າໄປລ່ວງລໍ້າໃນສິ່ງທີ່ ເປັນຄວາມລັບຂອງອົງຜູ້ສູງສຸດເຮົາຍັງມີຄວາມບໍ່ເຂົ້າໃຈອີກຫຼາຍຢ່າງໃນເລື່ອງທີ່ກ່ຽວ ກັບພຣະເຈົ້າຄືດັ່ງເດັກນ້ອຍໆໄດ້ທີ່ຍັງບໍ່ຮູ້ປະສີປະສາໃນສິ່ງໃດ ແຕ່ເຮົາຈະຮັກແລະເຊື່ອ ຟັງພຣະອົງເໝືອນດັ່ງເບັ່ນເດັກນ້ອຍໄດ້ ແທນທີ່ເຮົາຈະພະຍາຍາມຄາດເດົາເຖິງລັກສະ ນະຫຼືພຣະລາຊະອຳນາດຂອງພຣະອົງເຮົາຄວນເຊື່ອຟັງພຣະວັດຈະນະທີ່ພຣະອົງໄດ້ຕັດໄວ້ວ່າມແ 442.1

    “ທ່ານຈະຢັ່ງຮູ້ສະພາບຂອງພຣະເຈົ້າໄດ້ບໍ່
    ທ່ານຢັ່ງຮູ້ອົງຜູ້ຊົງມະຫິທິລິດໄດ້ໝົດບໍ່
    ນັ້ນສູງກວ່າຟ້າສະຫວັນທ່ານຈະເຮັດອັນໃດໄດ້
    ເລິກກວ່າແດນຄົນຕາຍທ່ານຈະຮູ້ອັນໃດໄດ້
    ວັດຖຸກໍຍາວກວ່າໂລກແລະກວ້າງກວ່າທະເລ”
    “ແຕ່ຈະພົບພຣະປັນຍາຢູ່ບ່ອນໃດ
    ແລະທີ່ຂອງຄວາມເຂົ້າໃຈຢູ່ບ່ອນໃດ
    ມະນຸດບໍ່ຮູ້ຈັກຄ່າຂອງພຣະປັນຍາ
    ແລະໃນແຜ່ນດິນຂອງຄົນເປັນກໍຫາບໍ່ພົບ
    ບາດານບອກວ່າທີ່ຂ້າບໍ່ມີ
    ແລະທະເລກ່າວວ່າບໍ່ຢູ່ກັບຂ້າ
    ຈະເອົາທອງຄຳຊື້ກໍບໍ່ໄດ້
    ແລະຈະຊັ່ງເງິນໃຫ້ຕາມລາຄາກໍບໍ່ໄດ້
    ຈະຕີລາຄາເປັນທອງຄຳໂອຟີກໍບໍ່ໄດ້
    ຫຼືເປັນໂກແມນຫຼືແກ້ວໄພທູນປະເສີດກໍບໍ່ໄດ້ ຈະທຽບເທົ່າທອງຄຳແລະແກ້ວກໍບໍ່ໄດ້
    ຫຼືຈະແລກກັບເຄື່ອງທອງຄຳນົບພະຄຸນກໍບໍ່ໄດ້
    ຢ່າເອີ່ຍເຖິງປະກາລັງແລະແກ້ວຜະລຶກໄວ້
    ຄຳຂອງພຣະປັນຍາສູງກວ່າມຸກດາ
    ບຸສະລະຄຳນໍ້າອ່ອນແຫ່ງເອທິໂອເປຍ
    ກໍປຽບກັບພຣະປັນຍາບໍ່ໄດ້
    ຫຼືຈະຕີລາຄາເປັນທອງຄໍາບໍລິສຸດກໍບໍ່ໄດ້
    ດັ່ງນັ້ນ ພຣະປັນຍາມາຈາກໃສລະ
    ແລະທີ່ຂອງຄວາມເຂົ້າໃຈຢູ່ບ່ອນໃດ
    ແດນພິນາດແລະມັດຈຸລາດກ່າວວ່າ
    ເຮົາໄດ້ຍິນສຽງລືເລື່ອງພຣະປັນຍາກັບຫູຂອງເຮົາ
    ພຣະເຈົ້າຊົງຊາບທາງໄປຫາພຣະປັນຍານັ້ນ
    ແລະພຣະອົງຊົງຊາບທີ່ຢູ່ຂອງພຣະປັນຍາດ້ວຍ”
    “ເພາະພຣະອົງທອດພຣະເນດໄປເຖິງທີ່ສຸດປາຍແຜ່ນດິນໂລກ
    ແລະຊົງເຫັນທຸກສິ່ງທີ່ໃຕ້ຟ້າສະຫວັນ
    ເມື່ອພຣະອົງຊົງສ້າງກົດໃຫ້ຝົນ
    ແລະສ້າງທາງໄວ້ໃຫ້ແສງແມບເຫຼື້ອມຂອງຟ້າຜ່າ
    ແລ້ວພຣະອົງທອດພຣະເນດພຣະປັນຍາ
    ແລະຊົງຊັນນະສູດ ຊົງສະຖາປະນາໄວ້ແລະຊົງວິໃຈ
    ແລະພຣະອົງຊົງຕັດກັຍມະນຸດວ່າ ເບິ່ງເຖີດຄວາມຢຳເກງຂອງພຣະເຈົ້ານັ້ນແຫຼະຄື
    ພຣະປັນຍາແລະທີ່ຈະຫັນຈາກຄວາມຊົ່ວກໍຄືຄວາມເຂົ້າໃຈ
    ນັ້ນແຫຼະຄືພຣະປັນຍາແລະທີ່ຈະເຫັນຈາກຄວາມຊົ່ວຄືຄວາມເຂົ້າໃຈ”
    ມແ 442.2

    ໂຢບ 11 :7-9; 28: 12-28 {MH 429.2}

    ແມ່ນວ່າເຮົາຈະຄົ້ນຫາໃນທຸກຊອກ ທຸກມຸມຂອງແຜ່ນດິນໂລກຫຼືພະຍາຍາມຢ່າງ ບໍ່ໄດ້ຜົນທີ່ຈະລ່ວງລໍ້າເຂົ້າໄປຍັງຄວາມລຶກລັບຂອງພຣະເຈົ້າເຮົາກໍບໍ່ອາດທີ່ຈະພົບສະ ຕິປັນຍາເຮົາ ຈະພົບສະຕິປັນຍາໄດ້ ກໍຕໍ່ເມື່ອເຮົາຖ່ອມໃຈຍອມຮັບໃນສິ່ງທີ່ພຣະເຈົ້າຊົງ ໂປດສຳແດງໃຫ້ປາຖະໜາແກ່ເຮົາຕາມທີ່ພຣະອົງຊົງພໍພຣະໄທແລະດຳເນີນຊີວິດດ້ວຍ ການປະຕິບັດຕາມນໍ້າພຣະໄທຂອງພຣະອົງເທົ່ານັ້ນ {MH 431.1}ມແ 443.1

    ມະນຸດຜູ້ສະຕິປັນຍາອັນລໍ້າເລີດທີ່ສຸດ ກໍຍັງບໍ່ສາມາດເຂົ້າໃຈເຖິງຄວາມລຶກລັບ ທີ່ພຣະເຢໂຮວາຊົງສຳແດງໃຫ້ປະກົດໃນທຳມະຊາດ ພຣະຄຳພີອັນເປັນໜັງສືທີ່ໄດ້ຮັບ ການດົນໃຈຈາກພຣະເຈົ້າ ໄດ້ຖາມເຖິງຄຳຖາມຫຼາກຫຼາຍທີ່ຜູ້ຄົນແກ່ຮຽນທີ່ມີສະຕິປັນ ຍາຫຼາຍທີ່ສູດກໍບໍ່ອາດທີ່ຈະຕອບໄດ້ຄຳຖາມເຫຼົ່ານີ້ບໍ່ແມ່ນຖາມເພື່ອທີ່ຈະໃຫ້ເຮົາຕອບ ແຕ່ເພື່ອໃຫ້ເຮົາສົນໃຈຕໍ່ຄວາມລຶກລັບທີ່ຍິ່ງໃຫຍ່ຂອງພຣະເຈົ້າແບະເພື່ອທີ່ຈະສອນ ໃຫ້ເຮົາຮູ້ວ່າສະຕິປັນຍາຂອງເຮົານັ້ນມີຂອບເຂດທີ່ຈຳກັດພຽງໃດແມ່ນແຕ່ສິ່ງອ້ອມຂ້າງ ໃນຊີວິດປະຈຳວັນຂອງເຮົາກໍມີຢູ່ຫຼາຍສິ່ງຫຼາຍຢ່າງທີ່ມະນຸດຜູ້ມີຂີດຈຳກັດບໍ່ອາດທີ່ຈະ ເຂົ້າໃຈໄດ້ {MH 431.2}ມແ 444.1

    ຜູ້ທີ່ມີຄວາມສົງໄສບໍ່ເຊື່ອໃນພຣະເຈົ້າ ເພາະວ່າເຂົາເຫຼົ່ານັ້ນບໍ່ອາດເຂົ້າໃຈເຖິງ ອະນຸພາບທີ່ບໍ່ຈຳກັດຂອງພຣະເຈົ້າທີ່ພຣະອົງຊົງສຳແດງໂດຍພຣະອົງເອງແຕ່ມະນຸດ ຕ້ອງຍອມຮັບໃນພຣະເຈົ້າຈາກສິ່ງທີ່ພຣະອົງບໍ່ໄດ້ຊົງສຳແດງເທົ່າໆກັບສິ່ງທີ່ພຣະອົງໄດ້ ຊົງເປີດເຜີຍໃຫ້ແກ່ຄວາມເຂົ້າໃຈອັນມີຂີດຈຳກັດຂອງເຮົາ ທັງໃນການຊົງສຳແດງພຣະ ອົງເອງແລະໃນສິ່ງຕ່າງໆຕາມທຳມະຊາດພຣະເຈົ້າປະທານຄວາມລຶກລັບເກີດຂຶ້ນເພື່ອ ກຳຈັດຄວາມເຊື່ອຂອງເຮົາຊຶ່ງຈະຕ້ອງເປັນເຊັ່ນນີ້ເຮົາອາດຈະຄ້ອງຄົ້ນຄວ້າສະແຫວງ ຫາຢູ່ເລື້ອຍໄປຕັ້ງຄຳຖາມຕໍ່ໄປແລະຮຽນຮູ້ຢູ່ສະເໝີໄປແລະຢ່າງໃດກໍຕາມ ສິ່ງເຫຼົ່ານີ້ ຍ່ອມບໍ່ມີວັນສິ້ນສຸດມແ 444.2

    “ຜູ້ໃດໄດ້ເຄີຍຕວງນໍ້າທັງສິ້ນດ້ວຍອຸ້ງມືຂອງຕົນ
    ແລະວັດແທກທ້ອງຟ້າສະຫວັນດ້ວຍຄືບດຽວ
    ບັນຈຸຝຸ່ນຜົງຄີຂອງແຜ່ນດິນໂລກໄວ້ໃນຖັງດຽວ
    ແລະຊັ່ງພູເຂົາໃນຕາຊັ່ງ
    ແລະຊັ່ງເນີນພູດ້ວຍຕາຊູ
    ຜູ້ໃດໄດ້ໃຫ້ກຳນົດແກ່ພຣະວິນຍານຂອງພຣະເຈົ້າ
    ຫຼືເປັນສິ່ງທີ່ປຶກສາຂອງພຣະອົງໃຫ້ຄຳແນະນຳແກ່ພຣະອົງ.
    ດູເຖີດບັນດາປະຊາຊາດກໍເໝືອນນໍ້າຢົດໜຶ່ງຈາກຖັງແລະນັບວ່າເໝືອນຝຸ່ນຜົງ ເທິງຕາຊັ່ງ
    ເບິ່ງເຖີດພຣະອົງຊົງຍົກເກາະທັງຫຼາຍຂຶ້ນມາເໝືອນຝຸ່ນຜົງຄີ
    ເລບານນອນບໍ່ພໍເປັນຟືນ
    ແລະສັດຂອງປ່ານັ້ນກໍບໍ່ພໍເປັນເຄື່ອງເຜົາບູຊາ
    ຕໍ່ພຣະອົງບັນດາປະຊາຊາດທັງໝົດກໍຄືບໍ່ມີອັນໃດເລີຍ
    ພຣະອົງຊົງນັບວ່າເຂົານ້ອຍຍິ່ງກວ່າຄຸນແລະນະພາ” “ທ່ານຈະປຽບພຣະເຈົ້າ
    ເໝືອນຜູ້ໃດຫຼືປຽບພຣະອົງຄ້າຍກັບອັນໃດ
    ທ່ານທັງຫຼາຍບໍ່ເຄີຍຮູ້ບໍ່
    ທ່ານບໍ່ເຄີຍໄດ້ຍິນບໍ່
    ບໍ່ມີຜູ້ໃດບອກທ່ານຕັ້ງແຕ່ທຳອິດແລ້ວບໍ່
    ທ່ານບໍ່ເຂົ້າໃຈຮາກຖານຂອງແຜ່ນດິນໂລກບໍ່
    ຄືພຣະອົງຜູ້ປະທັບເໜືອປະລິມົນທົນຂອງແຜ່ນດິນໂລກ
    ແລະຊາວແຜ່ນດິນໂລກກໍຄືດັ່ງຕັກກະແຕນໂມ
    ຜູ້ຊົງຂຶງຟ້າສະຫວັນຄືຂຶງຜ້າມ່ານ
    ແລະກາງອອກຄືເຕັນທີ່ອາໃສ
    ເຈົ້າຈະປຽບເຮົາກັບຜູ້ໃດລະ
    ອົງບໍລິສຸດຕັດວ່າ
    ຈົ່ງແຫງນໜ້າຂຶ້ນເບິ່ງວ່າ
    ຜູ້ໃດສ້າງສິ່ງເຫຼົ່ານີ້
    ພຣະອົງຜູ້ຊົງນຳບໍລິວານອອກມາຕາມຈຳນວນ
    ເອີ້ນຊື່ມັນທັງໝົດ
    ໂດຍອະນຸພາບອັນຍິ່ງໃຫຍ່ຂອງພຣະອົງ
    ແລະເພາະພຣະອົງຊົງລິດເຂັ້ມແຂງ
    ຈຶ່ງບໍ່ຂາດໄປຈັກດວງດຽວ
    “ໂອ ໂອ ຢາໂຄບເອີຍເປັນຫຍັງເຈົ້າຈຶ່ງວ່າ
    ໂອອິດສະລາເອນເອີຍເປັນຫຍັງຈຶ່ງເວົ້າວ່າ ທາງຂອງຂ້າພະເຈົ້າປິດບັງໄວ້ຈາກພຣະເຈົ້າ
    ແລະຄວາມຍຸຕິທຳອັນຄວນຕົກແກ່ຂ້າພະເຈົ້ານັ້ນ
    ກໍຜ່ານພຣະເຈົ້າຂອງຂ້າພະເຈົ້າໄປເສຍ
    ທ່ານບໍ່ເຄີຍຮູ້ບໍ່
    ທ່ານບໍ່ເຄີຍໄດ້ຍິນບໍ່
    ພຣະເຈົ້າຊົງເປັນພຣະເຈົ້າເນື່ອງນິດ
    ຄືພຣະຜູ້ສ້າງທີ່ສຸດປາຍແຜ່ນດິນໂລກ
    ພຣະອົງບໍ່ໄດ້ຊົງອ່ອນເປ້ຍຫຼືອິດເໜື່ອຍ
    ຄວາມເຂົ້າພຣະໄທຂອງພຣະອົງກໍເຫຼືອທີ່ຈະຢັ່ງຮູ້ໄດ້”
    ມແ 444.3

    ເອຊາຍາ 40:12-28 {MH 431.3}

    ຈາກສິ່ງທີ່ພຣະວິນຍານບໍລິສຸດປະທານແກ່ບັນດາຜູ້ເຜີຍພຣະວັດຈະນາຂໍ ໃຫ້ ເຮົາຮຽນຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າຂອງເຮົາ ຜູ້ເຜີຍພຣະວັດຈະນະເອຊາຢາ ຂຽນໄວ້ວ່າ {MH 432.1}ມແ 446.1

    “ໃນປີທີ່ກະສັດອຸດຊີຢາສິ້ນພະຊົນ ຂ້າພຣະເຈົ້າເຫັນອົງພຣະຜູ້ເປັນເຈົ້າປະທັບນະ ພຣະທີ່ນັ່ງສູງແລະເທີດທູນຂຶ້ນ ແລະຊາຍສະຫຼອງພຣະອົງຂອງພຣະອົງເຕັມພຣະວິຫານ ເໜືອພຣະອົງມີເສລາຟີມຢືນຢູ່ແຕ່ລະຕົນມີປີກຫົກປີກໃຊ້ສອງປີກບັງໜ້າ ແລະສອງປີກ ຄຸມຕີນ ແລະດ້ວຍສອງປີກບິນໄປຕ່າງກໍຮ້ອງຕໍ່ກັນແລະກັນວ່າບໍລິສຸດບໍລິສຸດບໍລິສຸດ ແລະພຣະເຈົ້າຈອມໂຍທາແຜ່ນດິນ ໂລກທັງສິ້ນເຕັມດ້ວຍພຣະສິຣິຂອງພຣະອົງ ແລະຮາກ ຖານທໍລະນີ ປະຕູທັງຫຼາຍກໍສັ່ນສະເທືອນດ້ວຍສຽງຂອງຜູ້ຮ້ອງແລະພຣະນິເວດ ກໍມີ ຄວັນເຕັມໄປໝົດ {MH 432.2}ມແ 446.2

    “ແລະຂ້າພະເຈົ້າວ່າ ວິບັດແກ່ຂ້າພະເຈົ້າ ເພາະຂ້າພະເຈົ້າວິນາດແລ້ວ ເພາະຂ້າ ພະເຈົ້າເປັນຄົນຮີມຝີປາກບໍ່ສະອາດແລະຂ້າພະເຈົ້າ ຢູ່ໃນໝູ່ຊົນຊາດທີ່ຮີມບໍ່ປາກບໍ່ສະ ອາດເພາະໃນສາຍຕາຂອງຂ້າພະເຈົ້າໄດ້ເຫັນກະສັດ ຄືພຣະເຈົ້າຈອມໂຍທາ {MH 433.1}ມແ 446.3

    “ແລ້ວຕົນໜຶ່ງໃນເສລາຟີມບິນມາຫາຂ້າພະເຈົ້າ ໃນເມື່ອມືມີຖ່ານໄຟຊຶ່ງເຂົາເອົາ ຄີມຄີບມາຈາກແທ່ນບູຊາແລະເຂົາຖືກຕ້ອງປາກຂອງຂ້າພະເຈົ້າເວົ້າວ່າ ເບິ່ງເຖີດ ສິ່ງນີ້ ໄດ້ຖືກຕ້ອງຮີມສີປາກຂອງເຈົ້າແລ້ວ ກຳຊົ່ວຂອງເຈົ້າກໍຖືກຍົກເສຍແລະເຈົ້າກໍໄດ້ຮັບການ ລົບມຸນທິນບາບ” ເອຊາຢາ 6:17ມແ 446.4

    “ຂ້າແຕ່ພຣະເຈົ້າຈະມີຜູ້ໃດເໝືອນພຣະອົງບໍ່
    ພຣະອົງຊົງເປັນໃຫຍ່
    ແລະພຣະນາມຂອງພຣະອົງມີລິດຫຼາຍ
    ຂ້າແຕ່ພະລາຊາແຫ່ງບັນດາປະຊາຊາດຜູ້ໃດຈະບໍ່ຢຳເກງພຣະອົງ”
    “ຂ້າແຕ່ພຣະເຈົ້າພຣະອົງໄດ້ຊົງກວດສອບຂ້າພຣະອົງ
    ແລະຊົງຮູ້ຈັກຂ້າພຣະອົງເມື່ອຂ້າພຣະອົງນັ່ງລົງແລະລຸກຂຶ້ນ
    ພຣະອົງຊົງຮູ້ພຣະອົງຊົງຮູ້ປະຈັກໃນຄວາມຄິດ
    ຂອງຂ້າພຣະອົງໄດ້ແຕ່ໄກພຣະອົງຊົງຄົ້ນຫາວິຖີຂອງ
    ຂ້າພຣະອົງແລະການນອນຂອງຂ້າພຣະອົງ
    ແລະຊົງຄຸ້ນເຄີຍກັບທາງທັງສິ້ນຂອງຂ້າພຣະອົງຂ້າແຕ່ພຣະອົງ
    ແມ່ນແຕ່ທີ່ລິ້ນຂອງຊົງຂ້າພຣະອົງຈະກ່າວພຣະອົງກໍຊົງຮູ້
    ຄວາມເສຍໝົດແລ້ວພຣະອົງຊົງອ້ອມລ້ອມຂ້າພຣະອົງໄວ້
    ຢູ່ທັງຂ້າງຫຼັງແລະຂ້າງໜ້າແລະຊົງວາງພຣະຫັດເທິງຂ້າງພຣະອົງ
    ສູງຫຼາຍຂ້າພຣະອົງເອື້ອມບໍ່ເຖິງ”
    ມແ 447.1

    ເຍເຣມີຢາ 10:6,7 ເພງສັນລະເສີນ 139:1-9 {MH 433.2}

    “ອົງພຣະຜູ້ເປັນເຈົ້າຂອງເຮົາໃຫຍ່ຍິ່ງແລະຊົງລິດທານຸພາບອຸດົມ ຄວາມເຂົ້າໃຈຂອງອຸດົມນັ້ນວັດແທກບໍ່ໄດ້” ສັນລະເສີນ 147:5 {MH 433.3}ມແ 447.2

    “ເພາະວ່າທາງຂອງຄົນກໍຢູ່ໃນສາຍພຣະເນດພຣະເຈົ້າແລະພຣະອົງ ຊົງເຝົ້າເບິ່ງວິ ຖີທັງສິ້ນຂອງເຂົາ” ສຸພາສິດ 5:11 {MH 433.4}ມແ 447.3

    “ພຣະອົງຊົງເຜີຍສິ່ງທີ່ເລິກເຊິ່ງແລະລີ້ລັບພຣະອົງຊົງຮູ້ສິ່ງທີ່ຢູ່ໃນ ຄວາມມືດແລະ ຄວາມສະຫວ່າງກໍຢູ່ກັບພຣະອົງ” ດານຽນ 2:22 {MH 433.5}ມແ 447.4

    “ອົງພຣະຜູ້ເປັນເຈົ້າຊົງແຈ້ງເຫດການເຫຼົ່ານີ້ໃຫ້ໄດ້ຮູ້ແຕ່ໂບຮານນະການ ໄດ້ບອກ ໄວ້ແລ້ວວ່າ” “ເພາະວ່າໃຜລະຮູ້ພຣະໄທຂອງພຣະເຈົ້າຫຼືໃຜ ແນ່ເປັນທີ່ປຶກສາຂອງ ພຣະອົງຫຼືໃຜແດ່ທີ່ຖະຫວາຍສິ່ງໜຶ່ງສິ່ງໃດແກ່ພຣະອົງ ທີ່ພຣະອົງຈະຕ້ອງປະທານຕອບ ແທນໃຫ້ແກ່ເຂົາເພາະສິ່ງສາລະພັດມາຈາກພຣະອົງ ໂດຍພຣະອົງແລະເພື່ອພຣະອົງຂໍ ພຣະສິຣິ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາເມນ” ກິດຈະການ 15:18; ໂຣມ 11:34-36 {MH 433.6}ມແ 447.5

    “ພຣະກຽດຕິແລະພຣະສິຣິຈົ່ງມີແດ່ພຣະມະຫາກະສັດຜູ້ຊົງພຣະຈະເລີນຢູ່ນິລັນ ຜູ້ຊົງເປັນອຳມະຕະ ຊຶ່ງບໍ່ໄດ້ປາກົດພຣະອົງຜູ້ຊົງເປັນພຣະເຈົ້າແຕ່ອົງດຽວສືບໆໄປ ເປັນນິດອາເມນ ພຣະອົງຜູ້ດຽວຊົງອຳມະຕະແລະສະຖິດໃນຄວາມສະຫວ່າງຊຶ່ງບໍ່ມີ ຄົນໃດຈະເຂົ້າໄປເຖິງຜູ້ຊຶ່ງມະນຸດບໍ່ເຄີຍເຫັນແລະຈະເຫັນບໍ່ໄດ້ ພຣະກຽດແລະລິດທານຸ ພາບອັນຖາວອນຈົ່ງມີແດ່ພຣະອົງນັ້ນ 1 ຕິໂມທຽວ 1:17; 6:16ມແ 448.1

    “ຄວາມໂອ່ອາຕະການຂອງພຣະອົງຈະບໍ່ເຮັດໃຫ້ທ່ານຢ້ານກົວ
    ແລະຄວາມຢ້ານກົວຕໍ່ພຣະອົງຈະບໍ່ຕົກເໜືອທ່ານ
    “ພຣະເຈົ້າບໍ່ໄດ້ສະຖິດຢູ່ນະ ທີ່ສູງໃນຟ້າສະຫວັນຊັ້ນບໍເບິ່ງດາວທີ່ສູງທີ່ສຸດເຖີດ
    ມັນສູງແທ້ໆ
    “ກອງທັບຂອງພຣະອົງມີຈຳນວນບໍ່ຄວາມສະຫວ່າງຂອງພຣະອົງບໍ່ໄດ້ສ່ອງມາ
    ເໜືອຜູ້ໃດແດ່”
    “ພຣະອົງຊົງກະທຳການໃຫຍ່ຊຶ່ງເຮົາເຂົ້າໃຈບໍ່ໄດ້
    ເພາະພຣະອົງບອກກັບຫິມະວ່າຊົງຕົກລົງແຜ່ນດິນເຖີດ
    ແລະໃນທຳນອງດຽວກັນກໍບອກກັບຝົນ ແລະ ກັບຫ່າຝົນອັນໜັກຂອງພຣະອົງ
    ພຣະອົງຊົງມັດມືຂອງມະນຸດທຸກຄົນ
    ເພື່ອທຸກຄົນພຣະອົງຊົງສ້າງຈະຮູ້ໄດ້...
    ພຣະອົງຊົງກະຈາຍເມກແຫ່ງຟ້າແລບອອກໄປ
    ມັນຫັນໄປ ໄປຕາມການນຳຂອງພຣະອົງ
    ເພື່ອໃຫ້ສຳເລັດກິດທັງສິ້ນຊຶ່ງພຣະອົງບັນຊາມັນ
    ທີ່ເໜືອຜິວພິພົບທີ່ມະນຸດອາໄສຢູ່ໄດ້
    ບໍ່ວ່າເປັນເພື່ອການຕິສອນຫຼືເພື່ອແຜ່ນດິນຂອງພຣະອົງ
    ຫຼືແຫ່ງຄວາມຮັກໝັ້ນຄົງພຣະອົງຊົງເຮັດໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນ”
    “ຂໍຟັງຂໍ້ນີ້... ຈົ່ງຢຸດນິ້ງພິຈາລະນາເບິ່ງການເຮັດການອັດສະຈັນຂອງພຣະເຈົ້າ
    ທ່ານຮູ້ບໍ່ວ່າພຣະເຈົ້າຊົງກຳຊັບມັນຢ່າງໃດ
    ແລະເຮັດໃຫ້ຟ້າແລບແຫ່ງເມກຂອງພຣະອົງມີແສງ
    ທ່ານຮູ້ເຖິງການຊົງຕົວຂອງເມກບໍ່
    ເປັນພຣະລາຊະກິດອັນປະຫຼາດຂອງພຣະອົງຜູ້ສົມບູນໃນຄວາມຮູ້
    ທ່ານແຜ່ຟ້າອອກໄປຢ່າງພຣະອົງໄດ້ບໍ່
    ໃຫ້ແຂງຢ່າງຄັນສ່ອງຫຼອມ
    ຈົ່ງສອນເຮົາມາວ່າເຮົາຄວນຈະທູນພຣະອົງຢ່າງໃດ
    ເພາະຄວາມມືດເຮົາຈຶ່ງຮ່າງສຳນວນຂອງເຮົາບໍ່ໄດ້
    ຝ່າຍມະນຸດຈະເບິ່ງແສງສະຫວ່າງບໍ່ໄດ້ເມື່ອມັນສຸກໃສຢູ່ໃນທ້ອງຟ້າ
    “ເມື່ອລົມຜ່ານໄປກວາດໃຫ້ກະຈ່າງ
    ແສງທອງສ່ອງມາຈາກທິດເໜືອ
    ພຣະເຈົ້າຊົງສະຫຼອງພຣະອົງດ້ວຍຄວາມໂອ່ອ່າຕະການຢ່າງໜ້າເກງກົວ
    ພຣະອົງຜູ້ຊົງມະຫິດທິຣິດນັ້ນເຮົາຈະຄົ້ນພົບພຣະອົງບໍ່ໄດ້
    ພຣະອົງຍິ່ງໃຫຍ່ໃນເລື່ອງລິດທານຸພາບ
    ຄວາມຍຸຕິທຳແລະຄວາມຊອບທຳອັນຫຼາຍຍິ່ງ
    ເພາະສະນັ້ນມະນຸດຈຶ່ງຢຳ່ເກງພຣະອົງ”
    “ບໍ່ມີພຣະໃດເປັນເໝືອນພຣະເຈົ້າຂອງເຮົາຜູ້ປະທັບເທິງທີ່ສູງ
    ຜູ້ທອດພະເນດລົງມາທີ່ຕຳ່ເໜືອຟ້າສະຫວັນແລະແຜ່ນດິນໂລກ
    ພຣະມັກຄາຂອງພຣະອົງຢູ່ໃນລົມບ້າໝູແລະພາຍຸ
    ແລະເມກເປັນຝຸ່ນຜົງຄີແຫ່ງພຣະບາດຂອງພຣະອົງ
    “ພຣະເຈົ້ານັ້ນຍິ່ງໃຫຍ່ແລະສົມຄວນຈະສັນລະເສີນຢ່າງຍິ່ງ
    ມແ 448.2

    ຄວາມໃຫຍ່ຍິ່ງຂອງພຣະອົງນັ້ນເຫຼືອຈະຢັ່ງຮູ້

    ຄົນຊົ່ວອາຍຸໜຶ່ງຈະສັນລະເສີນພຣະລາຊະກິດຂອງພຣະອົງໃຫ້ຄົນອີກຊົ່ວອາຍຸ ໜຶ່ງຟັງ ແລະປະກາດກິຈະການອັນຊົງອະນຸພາບຂອງພຣະອົງ ຂ້າພຣະອົງຈະພາວະນາ ເຖິງສະຫງ່າລາສີອັນຮຸ່ງແຈ້ງແຫ່ງຄວາມສູງສົ່ງຂອງພຣະອົງ ແລະເຖິງພຣະລາຊະກິດອັດ ສະຈັນຂອງພຣະອົງ ມະນຸດຈະກ່າວເຖິງອານຸພາບແຫ່ງກິດຈະການອັນໜ້າເກງຂາມ ຂອງ ພຣະອົງ ແລະຂ້າພຣະອົງຈະເລົ່າເຖີງຄວາມຍິ່ງໃຫຍ່ຂອງພຣະອົງ ເຂົາທັງຫຼາຍຈະໂຄສະ ນາຂ່າວເລຶ່ອງລືເຖິງຄຸນຄວາມດີ ອັນອຸດົມຂອງພຣະອົງອອກມາ ແລະຈະຮ້ອງເພງເຖິງ ຄວາມຊອບທຳຂອງພຣະອົງ...”ມແ 449.1

    “ຂ້າແຕ່ພຣະເຈົ້າພຣະລາຊະກິດທັງສິ້ນຂອງພຣະອົງ
    ຈະຖະຫວາຍໂມທະນາຂອບຄຸນພຣະອົງ
    ແລະທຳມິກຊົນທັງສິ້ນຂອງພຣະອົງຈະຖະຫວາຍສາທຸການແດ່ພຣະອົງ ເຂົາທັງ
    ຫຼາຍຈະເວົ້າເຖິງພຣະສິລິແຫ່ງລາຊະອານາຈັກຂອງພຣະອົງ
    ແລະເລົ່າເຖິງລິດທານຸພາບຂອງພຣະອົງ
    ແລະສະຫງ່າລາສີອັນຮຸ່ງແຈ້ງແຫ່ງລາຊະອານາຈັກຂອງພຣະອົງ
    ແຈ້ງແກ່ບັນດາບຸດຂອງມະນຸດ
    ລາຊະອານາຈັກຂອງພຣະອົງເປັນລາຊະອານາຈັກນິລັນ
    ແລະແຜ່ນດິນຂອງພຣະອົງດຳລົງຢູ່ຕະຫຼອດທຸກຊົ່ວຊາດພັນ...
    ປາກຂອງຂ້າພຣະເຈົ້າຈະກ່າວສັນລະເສີນພຣະເຈົ້າ
    ແລະໃຫ້ບັນດາເນື້ອໜັງທັງສິ້ນຖະຫວາຍສາທຸການ ແດ່ພຣະນາມບໍລິສຸດຂອງ
    ພຣະອົງເປັນນິດນິລັນ”
    ມແ 450.1

    ໂຢບ 13:11;22:12;25:3;37:5-24; ເພງສັນລະເສີນ 113:5,6; ນາຮູມ 1:3 ເພງສັນລະເສີນ 145:3-21

    ເມື່ອເຮົາຮຽນຮູ້ເຖິງພຣະເຈົ້າຫຼາຍຍິ່ງຂຶ້ນແລະຮຽນຮູ້ເຖິງສະພາບຂອງ ເຮົາເອງ ໃນສາຍພຣະເນດຂອງພຣະອົງເຮົາກໍຈະມີຄວາມຢຳເກງແລະຫວາດຫວັ່ນ ເມື່ອເຮົາຢູ່ຕໍ່ ເບື້ອງພຣະພັກຂອງພຣະອົງ ຂໍໃຫ້ມະນຸດໃນຍຸກນີ້ເຂົ້າໃຈເຖິງຄຳເຕືອນສະຕິຈາກເຄາະ ກຳທີ່ເກີດຂຶ້ນກັບຄົນທັງຫຼາຍໃນຍຸກສະໄໝກ່ອນທີ່ບັງອາດເຂົ້າໄປກ້າວກ່າຍຕໍ່ສິ່ງທີ່ພຣະ ເຈົ້າຊົງບັນຊາວ່າ ເປັນສິ່ງສັກສິດເມຶ່ອຊົງອິສະລາເອນບັງອາດໄປເປີດຫີບພັນທະສັນຍາ ໃນຂະນະທີ່ນຳກຳມາຈາກແຜ່ນດິນຂອງຊາວຟິລິສະເຕຍຄວາມທ້າທາຍຢ່າງບໍ່ເຄົາລົບຢໍາ ເກງນີ້ໄດ້ຮັບການລົງໂທດຢ່າງທີ່ເຫັນ {MH 435.1}ມແ 450.2

    ອີກຄັ້ງໜຶ່ງ ໃຫ້ເຮົາພິຈາລະນາການຊົງລົງອາຍາແກ່ອຸດຊາຫ໌ໃນລັດສະໄໝ ຂອງ ກະສັດດາວິດ ຫີບພັນທະສັນຍາຖືກນຳກັບໄປຍັງກຸງເຢລູຊາເລັມ ອຸດຊາຫ໌ຢຽດມືຂອງ ຕົນອອກໄປຂະຫຍັບຫີບພັນທະສັນຍາໃຫ້ເຂົ້າທີ່ເພາະການຂາດຄວາມຢຳເກງໄປແຕະ ຕ້ອງຫີບພັນທະສັນຍາອັນເປັນສັນຍາລັກເຖິງການສະຖິດຂອງພຣະເຈົ້າເຂົາຈຶ່ງເສຍຊີວິດ ທີ່ນັ້ນທັນທີ {MH 436.1}ມແ 450.3

    ເມື່ອໂມເສດ ເຫັນພຸ່ມໄມ້ທີ່ລຸກສະຫວ່າງຢູ່ແຕ່ບໍ່ເຫັນແປວໄຟ ໂດຍທີ່ເຂົາບໍ່ຮູ້ວ່າ ພຣະເຈົ້າສະຖິດຢູ່ທີ່ນັ້ນເຂົາໄດ້ເດີນເຂົ້າໄປເບິ່ງສິ່ງທີ່ແປກປະຫຼາດນີ້ ພຣະເຈົ້າຈຶ່ງຕັດກັບ ເຂົາວ່າ {MH 436.2}ມແ 451.1

    “ຢ່າເຂົ້າມາໃກ້ທີ່ນີ້ຖອດເກີບຂອງເຈົ້າອອກເສຍເພາະວ່າບ່ອນທີ່ເຈົ້າຢືນຢູ່ນີ້ ເປັນທີ່ສັກສິດ... ໂມເສດອັດໜ້າເສຍເພາະຢ້ານບໍ່ກ້າເບິ່ງພຣະເຈົ້າ” 3:5,6 {MH 436.3}ມແ 451.2

    “ຢາໂຄບອອກຈາກເມືອງເບເອີເຊບາຍ່າງໄປຍັງເມືອງອາຣານ ເຂົາມາເຖິງຢູ່ທີ່ແຫ່ງ ໜຶ່ງແລະພັກຢູ່ທີ່ນັ້ນ ໃນຄືນນັ້ນເພາະດວງອາທິດຕົກແລ້ວເຂົາເອົາຫີນກ້ອນໜຶ່ງມາໝູນ ຫົວແລ້ວນັ່ງລົງບ່ອນນັ້ນ” {MH 436.4}ມແ 451.3

    “ເຂົາຝັນວ່າມີບັນໄດອັນໜຶ່ງຕັ້ງຂຶ້ນເທິງແຜ່ນດິນໂລກ ຍອດເທິງຟ້າສະຫວັນ ທູດ ທັງຫຼາຍຂອງຂ້າພຣະເຈົ້າກຳລັງຂຶ້ນລົງຢູ່ເທິງນັ້ນ ພຣະເຈົ້າປະທັບຢືນຢູ່ເໜືອບັນໄດແລະຕັດ ວ່າ” {MH 436.5}ມແ 451.4

    “ເຮົາຄືເຢໂຮວາພຣະເຈົ້າຂອງອັບລາຮຳບິດາຂອງເຈົ້າແລະພຣະເຈົ້າຂອງອິສະອັດ ແຜ່ນດິນຊຶ່ງເຈົ້ານອນຢູ່ນັ້ນເຮົາຈະເຫັນແກ່ເຈົ້າແລະເຊື້ອສາຍຂອງເຈົ້າ ເຮົາຢູ່ກັບເຈົ້າ ແລະຈະພິທັກຮັກສາເຈົ້າທຸກແຫ່ງຫົນທີ່ເຈົ້າໄປ ແລະຈະນຳເຈົ້າກັບມາຍັງດິນແດນນີ້ ເພາະເຮົາຈະຍັງບໍ່ທອດຖີ້ມເຈົ້າ ຈົນກວ່າເຮົາຈະໄດ້ເຮັດສິ່ງທີ່ເຮົາເວົ້າກັບເຈົ້າໄວ້ນັ້ນແລ້ວ” {MH 436.6}ມແ 451.5

    “ຢາໂຄບຕື່ນຂຶ້ນແລະເວົ້າວ່າ ພຣະເຈົ້າສະຖິດນະທີ່ນີ້ແນ່ນອນແຕ່ຂ້າຫາກບໍ່ຮູ້ເຂົາ ຢ້ານແລະເວົ້າວ່າສະຖານທີ່ນີ້ສັກສິດຫຼາຍສະຖານທີ່ນີ່ບໍ່ແມ່ນບ່ອນອື່ນໄກ ເປັນທີ່ປະ ທັບຂອງພຣະເຈົ້າແລະປະຕູຟ້າສະຫວັນ” ປະຖົມມະການ 28:10-17 {MH 436.7}ມແ 451.6

    ໃນສະຖານບໍລິສຸດຂອງພັບພາໃນຖິ່ນທຸລະກັນດານ ແລະໃນສະຖານບໍລິສຸດ ຂອງພຣະວິຫານອັນເປັນສັນຍາລັກເທິງໂລກ ຂອງພຣະວິຫານຂອງພຣະເຈົ້າເທິງສວງ ສະຫວັນມີຫ້ອງສັກສິດສຳລັບການປະທັບຂອງພຣະອົງ ຜ້າມ່ານກັ້ງທີ່ຕຳ່ທໍດ້ວຍຮູບ ພາບຂອງເຄຣູບທີ່ກັ້ນທາງເຂົ້ານັ້ນບໍ່ສົມຄວນຖືກເປີດ ໂດຍມືຂອງຜູ້ໃດຍົກເວັ້ນພຽງຜູ້ ດຽວການເປີດຜ້າມ່ານແລ້ວລ່ວງລໍ້າເຂົ້າໄປຍັງຫ້ອງອະພິສູດທິສະຖານອັນສັກສິກ ແລະ ເລິກລັບນັ້ນຍ່ອມໝາຍເຖິງຄວາມຕາຍ ເພາະເໜືອພຣະທີ່ນັ່ງກະລຸນາ ພຣະສິຣິຂອງອົງ ບໍລິສຸດທີ່ສຸດສະຖິດຢູ່ອັນເປັນພຣະສິຣິທີ່ບໍ່ມີມະນຸດຄົນໃດເບິ່ງເຫັນແລ້ວຍັງຄົງມີຊີວິດ ຢູ່ໃນມື້ທີ່ຖືກກຳນົດໄວ້ ເພື່ອການປະຕິບັດໃນຫ້ອງອະພິສຸດທິສະຖານຂອງຮອບປີໜຶ່ງໆ ມະຫາປຸໂລຫິດຈະເຂົ້າໄປຢູ່ຕໍ່ເບື້ອງພຣະພັກຂອງພຣະເຈົ້າດ້ວຍອາການຕົວສັ່ນຢຳເກງ ໃນຂະນະທີ່ຄວນຂອງເຄື່ອງຫອມລອຍຂຶ້ນບົດບັງພຣະສິຣິອັນເຈີດຈ້າຈາກສາຍຕາຂອງ ເຂົາຕະຫຼອດຊົ່ວລາຍວິຫານທຸກໆສຽງຕ່າງນິ້ງງຽບບໍ່ມີປຸໂລຫິດຄົນໃດປະຕິບັດຢູ່ທີ່ ແທ່ນເຜົາບູຊາເຫຼົ່າຄົນທັງຫຼາຍ ທີ່ມາຮ່ວມນະມັດສະການຕ່າງກົ້ມກາບລົງດ້ວຍຄວາມ ຢຳ່ເກງຢ່າງນິ້ງສະຫງົບ ແລະທູນອ້ອນວອນຂໍໃຫ້ພຣະເຈົ້າຊົງມີພຣະເມດຕາຕໍ່ເຂົາທັງຫຼາຍ {MH 437.1}ມແ 451.7

    “ເຫດການເຫຼົ່ານີ້ໄດ້ບັງເກີດແກ່ເຂົາ ເພື່ອເປັນຕົວຢ່າງແລະໄດ້ບັນທຶກໄວ້ເພື່ອ ເຕືອນສະຕິເຮົາທັງຫຼາຍ ຊຶ່ງກຳລັງປະສົບວາລະສຸດທ້າຍແຫ່ງບັນດາຍຸກເກົ່າ” 1 ໂຄຣິນ ໂທ 10:11ມແ 452.1

    “ແຕ່ພຣະເຈົ້າສະຖິດໃນພຣະວິຫານບໍລິສຸດຂອງພຣະອົງ
    ຈົ່ງໃຫ້ທົ່ວທັງພິພົບຢູ່ສະຫງົບຕໍ່ພຣະພັກພຣະອົງເຖີດ”
    “ພຣະເຈົ້າຊົງຄອບຄອງໃຫ້ຊົນຊາດທັງຫຼາຍຕົວສັ່ນ
    ພຣະອົງປະທັບເໜືອເຄຣູບໃຫ່ແຜ່ນດິນໂລກຫວັ່ນໄຫວ
    ພຣະເຈົ້າໃຫຍ່ຍິ່ງຢູ່ໃນສີໂຢນ
    ພຣະອົງສູງເດັ່ນຢູ່ເໜືອປະຊາຊາດທັງປວງ
    ໃຫ້ເຂົາສັນລະເສີນພຣະນາມອັນຍິ່ງໃຫຍ່ແລະໜ້າເກງກົວຂອງພຣະອົງ
    ພຣະອົງສັກສິດ”
    ພຣະທີ່ນັ່ງຂອງພຣະເຈົ້າຢູ່ເທິງຟ້າສະຫວັນ
    ພຣະເນດຂອງພຣະອົງເບິ່ງແລະທົດສອບລູກຫຼານຂອງມະນຸດ
    “ຈາກທີ່ສູງອັນບໍລິສຸດຂອງພຣະອົງ ພຣະອົງທອດພະເນດລົງມາ” “ຈາກບ່ອນທີ່ພຣະອົງປະທັບ ພຣະອົງທອດພະເນດ
    ເໜືອຊາວແຜ່ນດິນໂລກທັງສິ້ນ
    ຄືພຣະອົງຜູ້ຊົງປະດິດຈິດໃຈຂອງເຂົາທັງຫຼາຍທຸກຄົນ
    ແລະຊົງພິຈາລະນາກິດຈະການຂອງເຂົາທັງຫຼາຍທັງສິ້ນ”
    “ໃຫ້ແຜ່ນດິນໂລກທັງສິ້ນຢຳເກງພຣະເຈົ້າ
    ໃຫ້ບັນດາຊາວພິພົບທັງປວງຢືນຕະລຶງພຶງເພີດຕໍ່ພຣະອົງ”
    ມແ 452.2

    ຮາບາກູ 2:20; ເພງສັນລະເສີນ 99:1-3;1:4;102:19;33:14,15,8 {MH 438.1}

    ດ້ວຍການສືບຊອກຄົ້ນຫາ ມະນຸດພົບພຣະເຈົ້າບໍ່ໄດ້ຂໍຢ່າງໃຫ້ມີຜູ້ໃດພະຍາຍາມ ໃຊ້ມືທີ່ອາດເອື້ອມເປີດຜ່າມ່ານທີ່ປິດບັງພຣະສິຣິຂອງພຣະອົງ “ຂໍ້ຕັດສິນຂອງພຣະ ອົງນັ້ນເຫຼືອຢັ່ງຮູ້ໄດ້ແລະທາງຂອງພຣະອົງກໍເຫຼືອທີ່ຈະສືບເສາະຫາໄດ້” ໂຣມ 11:33 ການທີ່ພຣະເຈົ້າຊົງສະຫງວນລິດທານຸພາບຂອງພຣະອົງໄວ້ເປັນສິ່ງທີ່ພິສູດໃຫ້ເຫັນເຖິງ ພຣະເມດຕາຄຸນຂອງພຣະອົງເພາະການເປີດຜ້າມ່ານທີ່ເຊື່ອງຊ້ອນພຣະສິຣິຂອງພຣະເຈົ້າ ຄືຄວາມຕາຍທີ່ບໍ່ມີສະຕິປັນຍາຂອງມະນຸດສາມາດຢັ່ງຮູ້ເຖິງຄວາມເລິກລັບຂອງສະຖານ ທີ່ປະທັບແລະພຣະລາຊະກິດຂອງພຣະຜູ້ຊົງມະຫິທະຣິດໄດ້ຜູ້ທີ່ພຣະອົງຊົງເຫັນດີທີ່ຈະ ເປີດເຜີຍໃຫ້ຮູ້ເທົ່ານັ້ນຈຶ່ງຈະເຂົ້າໃຈເຖິງພຣະອົງເມື່ອໃຊ້ເຫດແລະຜົນໄຄ່ຄວນເບິ່ງແລ້ວ ມະນຸດກໍຈະຕ້ອງຍອມຮັບໃນອຳນາດທີ່ເໜືອກວ່າໂຕເຂົາເອງຈິດໃຈແລະສະຕິປັນຍາ ຕ້ອງນ້ອມນະມັດສະການຜູ້ຊົງເປັນພຣະເຈົ້າຍິ່ງໃຫຍ່ {MH 438.2}ມແ 453.1

    *****