ບົດທີ 39 ຄວາມຮູ້ທີ່ໄດ້ຈາກ ພຣະວະຈະນະຂອງພຣະເຈົ້າ
ພຣະຄຳພີທັງຫົວ ເປັນການສຳແດງເຖິງພຣະສິລິຂອງພຣະເຈົ້າທີ່ປະກົດຢູ່ໃນ ພຣະຄຣິດ ເມື່ອເຮົາຍອມຮັບຮັບເຊື່ອແລະປະຕິບັດຕາໃພຣະຄຳພີຈະເປັນອຸປະກອນສຳ ຄັນໃນການປ່ຽນແປງອຸປະນິໃສພຣະຄຳພີ ເປັນແຮງບັນດານໃຈທີ່ຍິ່ງໃຫຍ່ແລະເປັນພະລັງ ຢັບຢັ້ງທີ່ເລັ່ງໃຫ້ກຳລັງກາຍກຳລັງສະຕິປັນຍາຕະຫຼອດຈົນອຳນາດໃນຝ່າຍຈິດວິນຍານ ແລະນຳທາງຊີວິດໄປຕາມເສັ້ນທາງອັນຊອບທຳ {MH 458.1}ມແ 478.1
ສາເຫດທີ່ຄົນໜຸ່ມສາວ ແລະແມ່ນແຕ່ຜູ້ໃຫຍ່ທີ່ແກ່ໃນໄວຍະວຸດຖືກຊັກຈູງໃຫ້ ຕົກຢູ່ໃນການທົດລອງແລະຄວາມຜິດບາບໄດ້ຢ່າງງ່າຍດາຍ ກໍເພາະຄົນເຫຼົ່ານີ້ບໍ່ໄດ້ສຶກ ສາພຣະວັດຈະນະຂອງພຣະເຈົ້າ ແລະບໍ່ໄດ້ໄຄ່ຄວນເຖິງຖ້ອຍຄຳເຫຼົ່ານັ້ນເທົ່າທີ່ຄວນ ການທີ່ຈິດໃຈຂາດຄວາມໜັກແໜ້ນແລະໝັ້ນຄົງ ຊຶ່ງສະທ້ອນໃຫ້ເຫັນຊີວິດແລະອຸ ປະນິໃສນັ້ນ ເປັນຜົນຈາກການເພິກເສີຍແລະລະເລີຍຕໍ່ຄຳສອນອັນບໍລິສຸດທີ່ມີຢູ່ໃນພຣະວັດ ຈະນະຂອງພຣະເຈົ້າ ຄົນເຫຼົ່ານີ້ບໍ່ມີຄວາມພະຍາຍາມຢ່າງຈິງຈັງທີ່ຈະບັງຄັບສະຕິໄປສູ່ ສິ່ງທີ່ດົນໃຈໃຫ້ເກີດຄວາມຄິດທີ່ບໍລິສຸດແລະຊອບທຳອີກທັງຫັນເຫສະຕິອອກໄປ ຈາກຄວາມຄິດທີ່ບໍ່ບໍລິສຸດແລະບໍ່ເປັນຄວາມຈິງ ມີໜ້ອຍຄົນທີ່ເລືອກສິ່ງທີ່ດີງາມກວ່າ ທີ່ນັ່ງລົງແທບພຣະບາດຂອງພຣະເຢຊູເຊັ່ນດຽວກັບນາງມາຣີຍ໌ເພື່ອຮຽນຮູ້ຈາກພຣະອາ ຈານຜູ້ຊົງເປັນພຣະເຈົ້າມີນ້ອຍຄົນທີ່ພາຍໃນຈິດໃຈຂອງເຂົາທັງຫຼາຍຊາບຊຶ້ງໃນພຣະ ວັດຈະນະຂອງພຣະອົງແລະນຳມາປະຕິບັດໃນຊີວິດ {MH 458.2}ມແ 478.2
ເມື່ອເຮົາຍອມຮັບຄວາມຈິງທີ່ມີຢູ່ໃນພຣະຄຳພີ ຄວາມຈິງນັ້ນຈະຊ່ວຍຍົກຊູຈິດ ໃຈແລະຈິດວິນຍານຂອງເຮົາໃຫ້ສູງຂຶ້ນ ຫາກເຮົາຊື່ນຊົມຄຸນຄ່າພຣະວັດຈະນະ ຂອງພຣະເຈົ້າຢ່າງທີ່ສົມຄວນຈະໄດ້ຮັບແລ້ວທັງຄົນໜຸ່ມສາວແລະຜູ້ຊະລາກໍຈະເປັນຜູ້ ມີພູມທຳໃນຈິດໃຈແລະຈັກມີຄວາມເຂັ້ມແຂງໃນຫຼັກຄຳສອນພ້ອມທີ່ຈະເຮັດໃຫ້ເຂົາ ທັງຫຼາຍສາມາດຕໍ່ຕ້ານຕໍ່ການທົດລອງໄດ້ {MH 459.1}ມແ 479.1
ຈົ່ງໃຫ້ມະນຸດສັ່ງສອນແລະຂຽນເຖິງສິ່ງຕ່າງໆອັນລໍ້າຄ່າທີ່ມີຢູ່ໃນພຣະຄຳພີສັກສິດ ຈົ່ງທຸ້ມເທຄວາມຄິດຄວາມສະຫຼາດໃນການຮຽນຮູ້ຄວາມກະຕືລືລົ້ນໃນການໃຊ້ ສະໝອງເພື່ອສຶກສາຮຳ່ຮຽນເຖິງນໍ້າພຣະໄທຂອງພຣະເຈົ້າ ຈົ່ງຢ່າສຶກສາຫຼັກປັດຊະຍາທີ່ ເປັນພຽງຄວາມຄິດເຫັນຂອງມະນຸດແຕ່ຈົ່ງສຶກສາຮຳ່ຮຽນໃນຫຼັກຄຳສອນຂອງພຣະອົງຜູ້ ຊົງເປັນຄວາມຈິງບໍ່ທີວັນນະກຳໃດມີຄຸນຄ່າທຽບຄຽງໄດ້ກັບພຣະຄຳພີ {MH 459.2}ມແ 479.2
ຈິດໃຈທີ່ຝັກໃຝ່ຕໍ່ທາງໂລກບໍ່ອາດພົບຄວາມສຸກຈາກການໄຕ່ຕອງ ພຣະວັດ ຈະນະຂອງພຣະເຈົ້າແຕ່ສຳຫຼັບຈິດໃຈທີ່ຖືກສ້າງຂຶ້ນໃໝ່ໂດຍພຣະວິນຍານບໍລິສຸດນັ້ນ ຈະ ພົບຄວາມງົດງາມຂອງພຣະເຈົ້າເຈີດຈ້າແຈ່ມຈະຫຼັດສ່ອງອອກມາຈາກໜ້າໜັງສືອັນ ສັກສິດນີ້ສິ່ງທີ່ເປັນແຜ່ນດິນຮົກຮ້າງກັນດານສຳລັບຈິດໃຈທີ່ຝັກໃຝ່ໃນທາງໂລກຈະກັບ ກາຍເປັນແຜ່ນດິນແຫ່ງທານນໍ້າຫຼໍ່ລ້ຽງຊີວິດສຳລັບຈິດໃຈທີ່ເປັນຝ່າຍຈິດວິນຍານ {MH 460.1}ມແ 479.3
ຄວາມຮູ້ກ່ຽວກັບພຣະເຈົ້າທີ່ປະກົດຢູ່ໃນພຣະວັດຈະນະຂອງພຣະອົງເປັນ ຄວາມຮູ້ທີ່ເຮົາຕ້ອງຖ່າຍທອດໃຫ້ແກ່ລູກໆຂອງເຮົາ ເມື່ອເລີ່ມຮູ້ຈັກເຫດແລະຜົນລູກໆ ຄວນໄດ້ຮັບການແນະນຳໃຫ້ຄຸ້ນເຄີຍກັບພຣະນາມແລະຊີວິດຂອງພຣະເຢຊູ ບົດ ຮຽນທຳອິດທີ່ເຮົາຄວນສອນໃຫ້ແກ່ລູກໆຄືພຣະດຈົ້າຊົງເປັນພຣະບິດາຂອງເຂົາທັງຫຼາຍ ການຝຶກອົບຮົມໃນລຳດັບທຳອິດຂອງລູກໆຄວນເປັນເລື່ອງຂອງການເຊື່ອຟັງພຣະເຈົ້າ ດ້ວຍຄວາມຮັກເຮົາຄວນອ່ານພຣະວັດຈະນະຂອງພຣະເຈົ້າໃຫ້ລູກໆຟັງດ້ວຍຄວາມ ເຄົາລົບຢຳເກງໃນພຣະອົງແລະມີຄວາມສຸພາບອ່ອນໂຍນ ແລະເຮົາຄວນເລືອກເອົາຂໍ້ ຄວາມທີ່ເໝາະສົມກັບຄວາມເຂົ້າໃຈຂອງລູກໆ ໂດຍດັດແປງເພື່ອກະຕຸ້ນຄວາມສົນໃຈ ມາອ່ານຊໍ້າຫຼາຍໆຄັ້ງເພື່ອໃຫ້ເຂົາທັງຫຼາຍຟັງເໜືອສິ່ງອື່ນໃດໃຫ້ລູກໆຮຽນຮູ້ຄວາມຮັກ ຂອງພຣະອົງທີ່ເຊີນສຳແດງໃຫຫ້ປະກົດໃນພຣະຄຣິດ ແລະບົດຮຽນອັນຍິ່ງໃຫຍ່ຂອງຄົນ ຮັກນັ້ນ {MH 460.3}ມແ 479.4
ຈົ່ງໃຫ້ຄົນໜຸ່ມສາວຍຶດຖືພຣະວັດຈະນະຂອງພຣະເຈົ້າ ເປັນອາຫານບຳລຸງລ້ຽງ ຈິດໃຈແລະຈິດວິນຍານໃຫ້ກາງແຂນຂອງພຣະຄຣິດເປັນສາດແຫ່ງການສຶກສາທັງປວງ ແລະເປັນສູນກາງຂອງການສອນຕະຫຼອດທັງການສຶກສາຮຳ່ຮຽນ ທີ່ມີຢູ່ທັງໝົດແລະ ນຳມາໃຊ້ເປັນປະສົບການໃນການດຳເນີນຊີວິດປະຈຳວັນ ເພື່ອພຣະຜູ້ຊ່ວຍໃຫ້ລອດຈະ ຊົງເປັນມິດສະຫາຍຂອງຄົນໜຸ່ມສາວໃນທຸກໆວັນ ຄວາມຄິດທັງປວງກໍຈະຢູ່ພາຍໃຕ້ ການເຊື່ອຟັງຂອງພຣະຄຣິດເພື່ອທີາເຂົາທັງຫຼາຍຈະສາມາດກ່າວສິ່ງດຽວກັນກັບອັກຄະສາ ວົກເປົາໂລວ່າ {MH 460.4}ມແ 480.1
“ຂ້າພຣະເຈົ້າບໍ່ຂໍອວດອັນໃດນອກຈາກເລື່ອງກາງແຂນຂອງພຣະເຢຊູຄຣິດ ອົງ ພຣະຜູ້ເປັນເຈົ້າຂອງເຮົາຊຶ່ງໂດຍກາງແຂນນັ້ນໂລກໄດ້ຕາຍຈາກຂ້າພຣະເຈົ້າແລະຂ້າພະ ເຈົ້າກໍໄດ້ຕາຍຈາກໂລກ” ກາລາເທຍ 6:14 (THSV) {MH 460.5}ມແ 480.2
ດ້ວຍປະການສະນີ້ໂດຍຄວາມເຊື່ອ ໜຸ່ມສາວທັງຫຼາຍຈື່ງຮູ້ຈັກພຣະເຈົ້າໂດຍ ຄວາມຮູ້ທີ່ເກີດຈາກປະສົບການເຂົາທັງຫຼາຍໄດ້ພິສູດດ້ວຍຕົນເອງເຖິງຄວາມເປັນຈິງ ທີ່ມີຢູ່ໃນພຣະວັດຈະນາຂອງພຣະອົງ ແລະຄວາມຈິງໃນພຣະສັນຍາຂອງພຣະເຈົ້າ ເຂົາທັງຫຼາຍໄດ້ປະສົບແລະໄດ້ປະຈັກໃນພຣະຄຸນຄວາມດີຂອງອົງພຣະຜູ້ເປັນເຈົ້າ {MH 461.1}ມແ 480.3
ໂຢຮັນສາວົກທີ່ພຣະອົງຊົງຮັກໄດ້ຮຽນຮູ້ຈາກເຫດການຕ່າງໆ ທີ່ເຂົາປະສົບມາ ດ້ວຍຕົນເອງເຂົາຂຶ່ງເປຫນພະຍານໄດ້ວ່າ {MH 461.2}ມແ 480.4
“ຊຶ່ງໄດ້ຊົງເປັນຢູ່ຕັ້ງແຕ່ເລີ່ມຕົ້ນ ຊຶ່ງເຮົາທັງຫຼາຍໄດ້ຍິນ ຊຶ່ງເຮົາໄດ້ເຫັນກັບຕາ ຊຶ່ງ ເຮົາໄດ້ພິນິດພິຈາລະນາເບິ່ງແລະຈັບຕ້ອງດ້ວຍມືຂອງເຮົາ ກ່ຽວກັບພຣະວາທະແຫ່ງຊີວິດ (ແລະຊີວິດນັ້ນໄດ້ປະກົດແລະເຮົາໄດ້ເຫັນເປັນພະຍານແລະປະກາດຊີວິດນິລັນນັ້ນ ແກ່ທ່ານທັງຫຼາຍຊີວິດນັ້ນໄດ້ດຳລົງຢູ່ກັບພະບິດາແລະປະກົດແກ່ເຮົາທັງຫຼາຍ) ຊຶ່ງ ເຮົາໄດ້ເຫັນແລະກໍໄດ້ຍິນນັ້ນເຮົາກໍໄດ້ປະກາດແກ່ທ່ານທັງຫຼາຍ ເພື່ອທ່ານທັງຫຼາຍຈະໄດ້ ຮ່ວມສາມັກຄີທຳກັບເຮົາແທ້ຈິງເຮົາທັງຫຼາຍກໍຮ່ວມສາມັກຄີທຳກັບພຣະບິດາແລະກັບ ພຣະເຢຊູຄຣິດພຣະບຸດຂອງພຣະອົງ” 13 ໂຢຮັນ 1: 1-3 {MH 461.3}ມແ 480.5
ດ້ວຍເຫດນີ້ທຸກຄົນທີ່ໄດ້ “ຮັບຄຳພະຍານຂອງພຣະອົງກໍປະທັບຕາລົງວ່າພຣະ ເຈົ້າຊົງສັດຈິງ” ໂຢຮັນ 3: 33 ໂດຍອາໃສສິ່ງທີ່ປະສົບມາດ້ວຍຕົນເອງເຂົາຈຶ່ງສາມາດ ເປັນພະຍານໃນສິ່ງທີ່ເຂົາເອງໄດ້ເຫັນ ໄດ້ຍິນແລະໄດ້ສຳຜັດເຖິງທຸກອຳນາດຂອງພຣະ ຄຣິດເຂົາຈຶ່ງສາມາດເປັນພະຍານໄດ້ວ່າ {MH 461.4}ມແ 481.1
ຂ້າພຣະເຈົ້າຕ້ອງການຄວາມຊ່ວຍເຫຼືອ ແລະຂ້າພຣະເຈົ້າກໍໄດ້ຮັບຄວາມຊ່ວຍ ເຫຼືອໃນພຣະເຢຊູ ຄວາມຂາດແຄນໃນທຸກສິ່ງທຸກຢ່າງນັ້ນພຣະອົງກໍໄດ້ຊົງອຸປະຖຳຄໍ້າຊູ ຂ້າພະເຈົ້າຈິດວິນຍານທີ່ຫິວກະຫາຍຂອງຂ້າພະເຈົ້າ ກໍໄດ້ຮັບຄວາມອີ່ມໃຈເພາະພຣະ ຄຳພີໄດ້ສຳແດງພຣະຄຣິດໃຫ້ປະກົດແກ່ຂ້າພຣະເຈົ້າ ກໍໄດ້ຮັບຄວາມອື່ນໃຈເພາະພຣະ ທຳໄດ້ສະແດງພຣະຄິດໃຫ້ປະກົດແກ່ຂ້າພຣະເຈົ້າ ຂ້າພະເຈົ້າເຊື່ອໃນພຣະທຳເພາະຂ້າ ພະເຈົ້າໄດ້ຄົ້ນພົບແລ້ວວ່ານັ້ນເປັນພຣະສຸລະສຽງຂອງພຣະເຈົ້າທີ່ເຊື່ອໃນພຣະຄໍາພີ ເພາະຂ້າພະເຈົ້າໄດ້ຄົ້ນພົບແລ້ວວ່າ ນັ້ນເປັນພຣະສຸລະສຽງຊອງພຣະເຈົ້າທີ່ໄດ້ບອກແກ່ ຈິດວິນຍານຂອງຂ້າພຣະເຈົ້າ {MH 461.5}ມແ 481.2
ຜູ້ທີ່ໄດ້ຮຽນຮູ້ກ່ຽວກັບພຣະເຈົ້າ ແລະພຣະວັດຈະນະຂອງພຣະອົງ ໂດຍປະສົບ ການຂອງຕົນເອງຍ່ອມພ້ອມຈະສຶກສາເຖິງຄວາມຮູ້ທີ່ກ່ຽວເນື່ອງກັບທຳມະຊາດ ພຣະ ວັດຈະນະໄດ້ຂຽນເຖິງພຣະຄຣິດໄວ້ວ່າ “ພຣະອົງຊົງເປັນແຫຼ່ງຊີວິດ ແລະຊີວິດນັ້ນເປັນ ຄວາມສະຫວ່າງຂອງມະນຸດ” ໂຢຮັນ 1:4 ກ່ອນທີ່ຄວາມຜິດບາບຈະເຂົ້າມາໃນໂລກ ອາດັມແລະເອວາຕ່າງຢູ່ພາຍໃຕ້ຫ້ອມລ້ອມຂອງແສງສະຫວ່າງ ທີ່ສຸກໃສງົດງາມອັນເປັນ ພຣະສິລິຂອງພຣະເຈົ້າແສງສະຫວ່າງ ນີ້ສ່ອງຕ້ອງທຸກສິ່ງທີ່ເຂົາທັງສອງເຂົ້າໄປໃກ້ແລະ ເຮັດໃຫ້ສິ່ງເຫຼົ່ານັ້ນພອຍສະຫວ່າງໄປດ້ວຍ ບໍ່ມີສິ່ງໃດມາປິດບັງເຂົາທັງສອງບໍ່ໃຫ້ເຫັນ ເຖິງພຣະສະລັກນິໃສຫຼືພຣະຫັດຖະກິດຂອງພຣະເຈົ້າ ແຕ່ເມື່ອອາດາມແລະເອວາ ຍອມພ່າຍແພ້ຕໍ່ມາຜູ້ລໍ້ລວງແສງສະຫວ່າງນີ້ຈຶ່ງໄດ້ອັນຕະທານໄປຈາກພວກເຂົາການທີ່ ເຂົາທັງສອງສູນເສຍອາພອນແຫ່ງຄວາມບໍລິສຸດຊອບທຳນີ້ໄປ ເຂົາທັງສອງຈຶ່ງສູນເສຍ ແສງສະຫວ່າງທີ່ໃຫ້ຄວາມສະຫວ່າງແກ່ສິ່ງຕ່າງໆໃນທຳມະຊາດໄປດ້ວຍ ເຂົາທັງສອງບໍ່ ອາດເຂົ້າໃຈຂອງຄວາມໝາຍຂອງສິ່ງຕ່າງໆທີ່ຢູ່ໃນທຳມະຊາດໄດ້ຢ່າງຖືກຕ້ອງອີກຕໍ່ໄປ ບໍ່ອາດເບິ່ງເຫັນເຖິງພຣະລັກສະນະຂອງພຣະເຈົ້າ ໃນພຣະຫັດຖະກິດຂອງພຣະອົງດັ່ງ ນັ້ນທຸກມື້ນີ້ມພນຸດຈຶ່ງບໍ່ສາມາດເຂົ້າໃຈເຖິງບົດຮຽນທີ່ມີຢູ່ໃນທຳມະຊາດຢ່າງຖືກຕ້ອງ ໄດ້ດ້ວຍໂຕຂອງເຂົາເອງ ຖ້າບໍ່ມີພຣະປັນຍາຂອງພຣະເຈົ້າຜູ້ຊີ້ທາງໃຫ້ມະນຸດກໍຫຼົງ ຍົກຍ້ອງທຳມະຊາດແລະກົດແຫ່ງທຳມະຊາດຢູ່ເໜືອພຣະດຈົ້າຜູ້ຊົງສັນສ້າງທຳມະຊາດ ເພາະເຫດນີ້ຄວາມຄິດຂອງມະນຸດ ທີ່ກ່ຽວກັບວິທະຍາສາດຈຶ່ງຂັດແຍງກັບຄຳສອນ ຂອງພຣະວັດຈະນະຂອງພຣະເຈົ້າຢູ່ເລື້ອຍໆ ແຕ່ສຳລັບຄົນທັງຫຼາຍທີ່ໄດ້ຮັບແສງສະ ຫວ່າງແຫ່ງຊີວິດຂອງພຣະຄຣິດ ພຣະສິຣິຂອງພຣະເຈົ້າ ກໍຈະກັບມາປະກົດໃນທຳມະ ຊາດອີກຄັ້ງໃນແສງສະຫວ່າງທີ່ສ່ອງສາຍມາຈາກກາງແຂນເຮົາຈຶ່ງເຂົ້າໃຈຄວາມໝາຍໃນ ຄຳສອນທີ່ປະກົດຢູ່ໃນທຳມະຊາດໄດ້ຢ່າງຖືກຕ້ອງ {MH 461.6}ມແ 481.3
ຜູ້ທີ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະພຣະວັດຈະນະຂອງພຣະອົງ ໂດຍປະ ສົບການຂອງຕົນເອງຈະມີຄວາມເຊື່ອຢ່າງໝັ້ນຄົງໃນໜັງສືພຣະຄຣິສຕະທຳຄຳພີອັນສັກ ສິດທີ່ມາຈາກພຣະເຈົ້າ ເຂົາໄດ້ພິສູດແລ້ວວ່າພຣະວັດຈະນະຂອງພຣະເຈົ້ານັ້ນ ເປັນ ຄວາມຈິງແລະເຂົາຮູ້ດີວ່າຄວາມຈິງຈະບໍ່ມີວັນຂັດແຍ້ງກັບຕົນເອງ ເຂົາຈະບໍ່ພິສູດຄວາມ ຈິງແລະເຂົາຮູ້ດີວ່າຄວາມຈິງຈະບໍ່ມີວັນຂັດແຍ່ງກັບຕົນເອງ ເຂົາຈະບໍ່ພິສູດຄວາມຈິງ ຂອງພຣະທຳຄຳພີກັບຄວາມຄິດເຫັນໃນເຊີງວິທະຍາສາດຂອງມະນຸດ ແຕ່ເຂົາຈະນຳ ຄວາມຄິດເຫຼົ່ານີ້ໄປພິສູດກັບກົດເກນທີ່ບໍ່ມີວັນຜິດພາດ ເຂົາຮູ້ດີວ່າວິທະຍາສາດທີ່ແທ້ ຈິງນັ້ນຈະບໍ່ມີສິ່ງໃດຂັດແຍ້ງກັບຄຳສອນທີ່ມີຢູ່ໃນພຣະວັດຈະນະ ເພາະຜູ້ທີ່ບັນດານສິ່ງ ທັງສອງໃຫ້ເກີດຂຶ້ນນັ້ນເປັນບຸກຄົນຄົນດຽວກັນຄວາມເຂົ້າໃຈທີ່ຖືກຕ້ອງຂອງເລື່ອງທັງ ສອງນີ້ຈຶ່ງຕ້ອງມີຄວາມສອດຄ້ອງຕ້ອງກັນເປັນໜຶ່ງດຽວສິ່ງໃດກໍຕາມທີ່ເອີ້ນວ່າເປັນວິຊາ ຄວາມຮູ້ໃນວິທະຍາສາດທີ່ຂັດແຍ້ງກັບຄຳພະຍານທີ່ມີຢູ່ໃນພຣະວັດຈະນະຂອງ ພຣະເຈົ້າລ້ວນເປັນແຕ່ພຽງຄວາມຄາດເດົາຂຶງມະນຸດເທົ່ານັ້ນ {MH 462.1}ມແ 482.1
ສຳລັບຜູ້ທີ່ສຶກສາຮຳ່ຮຽນທາງດ້ານນີ້ ການຄົ້ນຄວ້າທາງວິທະຍາສາດຈະເປີດ ຄວາມຄິດແລະຂໍ້ມູນທີ່ກວ້າງໄກຍິ່ງຂຶ້ນຂະນະທີ່ເຂົາໄຄ່ຄວນເຖິງສິ່ງຕ່າງໆໃນທຳມະຊາດ ເຂົາກໍຈະຮຽນຮູ້ແລະເຂົ້າໃຈເຖິງຄວາມຈິງໃໝ່ໆ ສິ່ງທີ່ປະກົດຢູ່ໃນທຳມະຊາດ ແລະພຣະທຳຄຳພີທີ່ມີພຣະວັດຈະນະຂອງພຣະເຈົ້າຂຽນໄວ້ ຈະສ່ອງສະຫວ່າງໃຫ້ແກ່ ກັນແລະກັນທັງສອງສິ່ງຈະຊ່ວຍເຂົາໃຫ້ມີຄວາມຮູ້ທີ່ກ່ຽວກັບພຣະເຈົ້າໄດ້ຢ່າງເລິກເຊິ່ງ ຫຼາຍຍິ່ງຂຶ້ນ ໂດຍສອນເຂົາໃຫ້ຮຽນຮູ້ເຖິງພຣະລັກສະນະຂອງພຣະອົງ ແລະພຣະບັນ ຍັດທີ່ພຣະອົງຊົງໃຊ້ໃນພຣະຫັດຖະກິດທີ່ພຣະອົງຊົງກະທຳ {MH 462.2}ມແ 482.2
ປະສົບການຂອງຜູ້ປະພັນໜັງສືສັນລະເສີນ ຈະເປັນປະສົບການທີ່ທຸກ ຄົນຈະໄດ້ຮັບໂດຍການຍອມຮັບໃນພຣະວັດຈະນະຂອງພຣະເຈົ້າ ຜ່ານທາງທຳມະຊາດ ແລະຈາກສິ່ງທີ່ພຣະອົງຊົງສຳແດງຜູ້ປະພັນໜັງສືສັນລະເສີນກ່າວວ່າມແ 483.1
“ພຣະອົງຊົງກະທພໃຫ້ຂ້າພຣະອົງຍິນດີ
ດ້ວຍພຣະລາຊະກິດຂອງພຣະອົງ
ຂ້າພຣະອົງຮ້ອງເພງດ້ວຍຄວາມຊື່ນບານ
ເນື່ອງໃນພະລາຊະກິດຂອງພຣະອົງ”
“ຄວາມເມດຕາຂອງພຣະອົງຢູ່ໃນຟ້າສະຫວັນ
ຄວາມສັດຊື່ຂອງພຣະອົງໄປເຖິງເມກ
ຄວາມຊອບທຳຂອງຂອງພຣະອົງເໝືອນພູເຂົາທັງຫຼາຍຂອງພຣະເຈົ້າ
ຄຳພິພາກສາຂອງພຣະອົງເໝືອນທີ່ເລິກຍິ່ງ...
“ຂ້າແຕ່ພຣະເຈົ້າຄວາມຮັກຂອງພຣະອົງປະເສີດສັກເທົ່າໃດ”
“ລູກຫຼານຂອງມະນຸດເຂົ້າລີ້ໄພຢູ່ໃຕ້ຮົ່ມປີກຂອງພຣະອົງ..
“ພຣະອົງປະທານໃຫ້ເຂົາດື່ມຈາກ
ແມ່ນໍ້າແຫ່ງຄວາມສຸກກະເສມຂອງພຣະອົງ
ເພາະທານນໍ້າພຸແຫ່ງຊີສິດຢູ່ກັບພຣະອົງ
ເຮົາເຫັນຄວາມສະຫວ່າງໂດຍຄວາມສະຫວ່າງຂອງພຣະອົງ”
“ບັນດາຜູ້ທີ່ດີຮອບຄອບໃນທາງຂອງເຂົາກໍເປັນສຸກ
ຄືຜູ້ທີ່ດຳເນີນຕາມພຣະທຳຂອງພຣະເຈົ້າ
ຜູ້ທີ່ຮັກສາພຣະບັນດາພຣະໂອວາດຂອງພຣະອົງກໍເປັນສຸກ
ຄືຜູ້ທີ່ສະແຫວງຫາພຣະອົງດ້ວຍສຸດໃຈ
“ໜຸ່ມໆຈະຮັກສາທາງຂອງຕົນໃຫ້ບໍລິສຸດໄດ້ຢ່າງໃດ ໂດຍລະແວດລະວັງຕາມພຣະວັດຈະນະຂອງພຣະອົງ”
“ຂ້າພຣະອົງໄດ້ເລືອກທາງຄວາມສັດຊື່ຂ້າພຣະອົງ
ຕັ້ງກົດໝາຍຂອງພຣະອົງໄວ້ທາງໜ້າຂ້າພຣະອົງ”
“ຂ້າພຣະອົງໄດ້ສະສົມພຣະດຳລັດຂອງພຣະອົງ
ໄວ້ໃນໃຈຂອງຂ້າພຣະອົງ
ເພື່ອຂ້າພຣະອົງຈະບໍ່ເຮັດບາບຕໍ່ພຣະອົງ”
“ແລະຂ້າພຣະອົງຈະເດີນຢ່າງເສລີ
ເພາະຂ້າພຣະອົງໄດ້ສະແຫວງຂໍ້ບັງຄັບຂອງພຣະອົງ”
“ຂໍເບີກຕາຂ້າພຣະອົງເພື່ອຂ້າພຣະອົງຈະເຫັນ
ສິ່ງມະຫັດສະຈັນຈາກພຣະທຳຂອງພຣະອົງ”
“ບັນດາພະໂອວາຂອງພຣະອົງເປັນຄວາມປິຕິຍິນດີ
ຂ້າພຣະອົງເປັນທີ່ປຶກສາຂອງຂ້າພຣະອົງ”
“ຂໍເບີກຕາຂ້າພຣະອົງເພື່ອຂ້າພຣະອົງຈະເຫັນ
ສິ່ງມະຫັດສະຈັນຈາກພຣະທໍາຂອງພຣະອົງ”
“ບັນດາພຣະໂອວາດຂອງພຣະອົງເປັນຄວາມປິຕິຍິນດີ
ຂອງຂ້າພຣະອົງເປັນທີ່ປຶກສາຂອງຂ້າພຣະອົງ”
“ສຳລັບຂ້າພຣະອົງ ພຣະທຳແຫ່ງພຣະໂອດຂອງພຣະອົງ
ກໍດີກວ່າທອງຄຳແລະເງິນພັນໆແທ່ງ”
“ແໝຂ້າພຣະອົງຮັກພຣະທຳຂອງພຣະອົງຈິງໆ
ເປັນຄຳພາວະນາຂອງຂ້າພຣະອົງວັນຍັນຄຳ່”
“ບັນດາພຣະໂອວາດຂອງພຣະອົງປະຫຼາດໜັກ
ເພາະສະນັ້ນຈິດໃຈຂອງຂ້າພຣະອົງຈຶ່ງຮັກສາໄວ້”
“ກົດເກນຂອງພຣະອົງໄດ້ເປັນບົດເພງຂອງຂ້າພຣະອົງ
ໃນເຮືອນທີ່ຂ້າພຣະອົງອາໃສຢູ່ນັ້ນ”
“ພຣະດຳລັດຂອງພຣະອົງນັ້ນບໍລິສຸດ
ເພາະສະນັ້ນຜູ້ຮັບໃຊ້ຂອງພຣະອົງຮັກພຣະດຳລັດນັ້ນ” “ສາລະສຳຄັນແຫ່ງພຣະວັດຈະນະຂອງພຣະອົງຄືຄວາມຈິງ
ແລະກົດໝາຍອັນຊອບທຳຂອງພຣະອົງທຸກຂໍ້ດຳລົງຢູ່ເປັນນິດ”
“ຂໍຊົງໂປດໃຫ້ຂ້າພຣະອົງມີຊີວິດຢູ່
ເພື່ອຂ້າພຣະອົງຈະສັນລະເສີນພຣະອົງ
ແລະໃຫ້ກົດໝສຍຂອງພຣະອົງຊ່ວຍຂ້າພຣະອົງ”
“ບຸກຄົນເຫຼົ່ານັ້ນທີ່ຮັກພຣະທຳຂອງພຣະອົງມີສັນຕິພາບໃຫຍ່ຍິ່ງ
ບໍ່ມີສິ່ງໃດຈະເຮັດໃຫ້ເຂົາສະດຸດໄດ້”
“ຂ້າພຣະອົງຫວັງໃນຄວາມລອດຂອງພຣະອົງ
ແລະຂ້າພຣະອົງເຮັດຕາມພຣະບັນຍັດຂອງພຣະອົງ
ຈິດໃຈຂອງຂ້າພຣະອົງປະຕິບັດຕາມບັນດາພຣະໂອວາດຂອງພຣະອົງ
ຂ້າພຣະອົງຮັກໂອວາດນັ້ນຫຼວງຫຼາຍ”
“ການຄຼີ່ຄາຍພຣະວັດຈະນະຂອງພຣະອົງໃຫ້ຄວາມວະຫວ່າງ
ທັງໃຫ້ຄວາມເຂົ້າໃຈແກ່ຄວາມຮູ້ນ້ອຍ
ພຣະບັນຍັດຂອງພຣະອົງເຮັດໄດ້
ຂ້າພຣະອົງສະຫຼາດກວ່າສັດຕູຂອງຂ້າພຣະອົງ
ເພາະພຣະບັນຍັດນັ້ນຢູ່ກັບຂ້າພຣະອົງສະເໝີ
ຂ້າພຣະອົງມີຄວາມເຂົ້າໃຈຫຼາຍກວ່າບັນດາຄູຂອງຂ້າພຣະອົງ
ເພາະບັນດາພຣະໂອວາດຂອງພຣະອົງເປັນຄໍາພາວັນນາຂອງຂ້າພຣະອົງ
ຂ້າພຣະອົງເຂົ້າໃຈຫຼາຍກວ່າຄົນສູງອາຍຸ
ເພາະຂ້າພຣະອົງຮັກສາຂໍ້ບັງຄັບຂອງພຣະອົງ
ຂ້າພຣະອົງໄດ້ເຂົ້າໃຈໂດຍຂໍ້ບັງຄັບຂອງພຣະອົງ
ເພາະສະນັ້ນຂ້າພຣະອົງກຽດຊັງວິຖີເທັດທຸກຢ່າງ”
ບັນດາພຣະໂອວາດຂອງພຣະອົງຂ້າພຣະອົງຮັບໄວ້ເປັນມໍລະດົກເປັນນິດ
ພຣະເຈົ້າຂ້າເປັນຄວາມຊື່ນບານໃຂແກ່ຂ້າພຣະອົງ”ມແ 483.2
ເພງສັນລະເສີນ: 92:4; 36:5-7; 36:7-9; 119:1,2,9,30;119:11,45,18, 24,72,97,129,54,140,160,175,165-167,130,98-100,104,111 {MH 462.3}