Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຜູ້ເຖົ້າ

    ຜູ້ເຖົ້າກໍຕ້ອງການອິດທິພົນທີ່ມີປະໂຫຍດຂອງຄອບຄົວດ້ວຍເຊັ່ນກັນ ໃນຄອບ ຄົວຂອງພີ່ນ້ອງຊາຍຍິງທີ່ມີຄວາມເຊື່ອໃນພຣະຄຣິດຍ່ອມຈະຊົດເຊີຍສິ່ງທີ່ຜູເຖົ້າໄດ້ສູນ ເສຍໄປໃນຄອບຄົວຂອງເຂົາເອງໄດ້ ຫາກເຮົາຈະສົ່ງເສີມໃຫ້ຄົນເຖົ້າໄດ້ມີສ່ວນຮ່ວມ ໃນຄວາມເປັນຢູ່ແລະກິດຈະການງານໃນຄອບຄົວແລ້ວ ກໍຈະຊ່ວຍໃຫ້ຄົນເຫຼົ່ານັ້ນຮູ້ສຶກ ວ່າເຂົາຍັງມີປະໂຫຍດຕໍ່ຜູ້ອື່ນໄດ້ ຈົ່ງເຮັດໃຫ້ຜູ້ເຖົ້າຮູ້ສຶກວ່າຄວາມຊ່ວຍເຫຼືອຂອງພວກ ເຂົເປັນສິ່ງທີ່ມີຄຸນຄ່າ ແລະຍັງມີບາງສິ່ງທີ່ພວກເຂົາສາມາດເຮັດເພື່ອປະຕິບັດຕໍ່ຜູ້ອື່ນໄດ້ ຊຶ່ງຈະເຮັດໃຫ້ຈິດໃຈຂອງພວກເຂົາມີຄວາມມ່ວນຊື່ນເບີກບານແລະເຮັດໃຫ້ຊີວິດຂອງ ພວກເຂົານັ້ນມີຄວາມໝາຍ {MH 204.1}ມແ 198.2

    ເທົ່າທີ່ເປັນໄປໄດ້ ຈົ່ງໃຫ້ຜູ້ເຖົ້າທີ່ຜົມຫງອກຂາວແລະຍ່າງກ້າວບໍ່ໝັ້ນຄົງເໝືອນ ໄມ້ໄກ້ຝັ່ງ ຍັງຄົງໄດ້ຢູ່ທ່າມກາງມິດສະຫາຍແລະຜູ້ທີ່ຮູ້ຈັກຄຸ້ນເຄີຍ ຈົ່ງໃຫ້ເຂົາໄດ້ເຂົ້ານະ ມັດສະການຮ່ວມກັນກັບຄົນທັງຫຼາຍທີ່ເຂົາຮັກແລະຮູ້ຈັກ ແລະໃຫ້ເຂົາໄດ້ຮັບການດູແລ ໃຈໃສ່ຈາກແຂນທີ່ເຕັມດ້ວຍຄວາມຮັກແລະອ່ອນໂຍນ {MH 204.2}ມແ 198.3

    ເມື່ອໃດທີ່ສາມາດເຮັດໄດ້ ຄວນເປັນສິດທິພິເສດຂອງສະມາຊິກທັງໝົດໃນທຸກ ຄອບຄົວເປັນຜູ້ດູແລຍາດຂອງຕົນເອງ ແຕ່ຖ້າບໍ່ສາມາດຈະເຮັດໄດ້ ວຽກນີ້ຈະຕົກເປັນ ຂອງຄຣິສຕະຈັກຊຶ່ງຕ້ອງຍອມຮັບວຽກນີ້ວ່າເປັນທັງສິດທິພິເສດແລະໜ້າທີ່ ຄົນທັງຫຼາຍ ທີ່ມີນໍ້າໃຈແບບພຣະຄຣິດມີໃຈເອື້ອເຟື້ອຕໍ່ຜູ້ອ່ອນກໍາລັງແລະຜູ້ເຖົ້າ {MH 204.3}ມແ 199.1

    ເມື່ອມີຜູ້ເຖົ້າທີ່ຂາດທີ່ເພິ່ງໄດ້ເຂົ້າມາຢູ່ໃນຄອບຄົວຂອງເຮົາ ຈະນັບໄດ້ວ່າເປັນໂອ ກາດອັນມີຄ່າທີ່ເຮົາຈະໄດ້ຮ່ວມມືກັບພຣະຄຣິດໃນການສະແດງຄວາມເມດຕາກະລຸນາ ແລະການພັດທະນາອຸປະນິດໄສຂອງເຮົາໃຫ້ເຂົ້າໄກ້ເຖິງຄວາມບໍລິບູນຂອງພຣະອົງ ການ ທີ່ຜູ້ເຖົ້າແລະຄົນໜຸ່ມສາວໄດ້ມີໂອກາດຄົບຫາສະມາຄົມກັນຍ່ອມຈະເປັນພຣະພອນ ຢ່າງແນ່ນອນ ຄົນໜຸ່ມສາວຈະນໍາແສງອາລຸນມາສູ່ຊີວິດຈິດໃຈຂອງຜູ້ເຖົ້າ ຜູ້ເຖົ້າທີ່ມີຊີ ວິດຢູ່ໃນສະພາບທີ່ອ່ອນແອແລະອິດເມື່ອຍຈະໄດ້ຮັບປະໂຫຍດຈາກການທີ່ໄດ້ຕິດຕໍ່ກັບ ຄົນໜຸ່ມສາວທີ່ເຕັມໄປດ້ວຍຄວາມຫວັງໃນຊີວິດ ແລະມີຄວາມກະຕືລືລົ້ນຂອງໄວເຍົາ ສ່ວນຄົນໜຸ່ມສາວກໍຈະໄດ້ຮັບຄວາມຊ່ວຍເຫຼືອຈາກສະຕິປັນຍາແລະປະສົບການຂອງຜູ້ ເຖົ້າ ເໜືອສິ່ງອື່ນໃດ ຄົນໜຸ່ມສາວເຫຼົ່ານີ້ຈະເປັນຕ້ອງຮຽນຮູ້ບົດຮຽນການປະຕິບັດຮັບ ໃຊ້ທີ່ບໍ່ມີຄວາມເຫັນແກ່ຕົງ ການໄດ້ເຂົ້າອາໄສຮ່ວມກັບຜູ້ທີ່ຕ້ອງການຄວາມເຫັນອົກ ເຫັນໃຈ ຄວາມອົດທົນແລະຄວາມຮັກທີ່ຍອມເສຍສະຫຼະຄວາມຕ້ອງການຂອງຕົນເອງນັ້ນ ຍ່ອມຈະຊ່ວຍໃຫ້ຄອບຄົວອີກຫຼວງຫຼາຍໄດ້ຮັບພຣະພອນອັນລໍ້າຄ່າ ສິ່ງນີ້ຈະເຕີມ ຄວາມອົບອຸ່ນແລະຊ່ວຍຂັດເກົາຊີວິດໃນຄອບຄົວ ແລະເຮັດໃຫ້ທັງຜູ້ເຖົ້າແລະຄົນໜຸ່ມ ສາວໄດ້ສະແດງອອກເຖິງພຣະຄຸນແບບດຽວກັບຂອງພຣະຄຣິດທີ່ປ່ຽນແປງພວກເຂົາ ໃຫ້ງົດງາມເໝືອນດັ່ງຄວາມງາມຂອງພຣະເຈົ້າແລະບໍລິບູນດ້ວຍຊັບສົມບັດແຫ່ງແຜ່ນ ດິນສະຫວັນທີ່ຄົງຢູ່ຊົ່ວນິລັນ {MH 204.4}ມແ 199.2

    Larger font
    Smaller font
    Copy
    Print
    Contents