Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 32 ບຸດ

    ບໍ່ພຽງສະເພາະການປະຕິບັດຕົວຂອງມານດາເທົ່ານັ້ນ ແຕ່ວິທີການອົບຮົມສັ່ງ ສອນບຸດຍັງຖືກລວມໄວ້ໃນຄາໍແນະນໍາຂອງທູດສະຫວັນທີ່ໄດ້ມອບໃຫ້ແກ່ບິດາມານດາ ຊາວຮິບຮູອີກດ້ວຍ ການຖືກໍາເນີດມາດ້ວຍລັກສະນະອັນດີຍັງບໍ່ພຽງພໍສໍາຫຼັບແຊມສັນ ຜູ້ຈະປົດປ່ອຍຊົນຊາດອິສະລະເອນ ແຕ່ຫຼັງຈາກນັ້ນ ເຂົາຍັງຕ້ອງໄດ້ຮັບການອົບຮົມສັ່ງ ສອນຢ່າງເອົາໃຈໃສ່ອີກດ້ວຍ ຕັ້ງແຕ່ຍັງເປັນເດັກນ້ອຍ ເຂົາໄດ້ຮັບການອົບຮົມບົ່ມນິໃສ ຢ່າງເຄັ່ງຄັດໃຫ້ຮູ້ຈັກຕົນເອງນໍາ {MH 379.1}ມແ 383.1

    ທູດສະຫວັນຍັງໃຫ້ຄໍາແນະນໍາໃນລັກສະນະດຽວກັນແກ່ບິດາຂອງໂຢຮັນຜູ້ໃຫ້ ຮັບປັບຕິສະມາ ກ່ອນທີ່ໂຢຮັນຈະຖືກກໍາເນີດນັ້ນ ທູດສະຫວັນໄດ້ປະກົດແກ່ບິດາ ຂອງໂຢຮັນແລະໄດ້ກ່າວວ່າ {MH 379.2}ມແ 383.2

    ..“ທ່ານຈະມີຄວາມຊື່ນຊົມແລະຍິນດີ ແລະຄົນເປັນຈໍານວນມາກຈະປື້ມປິຕິທີ່ບຸດນັ້ນບັງ ເກີດມາ ເພາະວ່າເຂົາຈະເປັນຜູ້ໃຫຍ່ຈໍາເພາະພຣະເຈົ້າ ເຂົ້າຈະບໍ່ກິນນໍ້າອະງຸ່ນໝັກແລະ ເຫຼົ້າເລີຍ ແລະ ຈະປະກອບໄປດ້ວຍພຣະວິນຍານບໍລິສຸດຕັ້ງແຕ່ຄັນມານດາ” ລູກາ 1:14,15 {MH 379.3}ມແ 383.3

    ພຣະຜູ້ຊ່ວຍໃຫ້ລອດຕັດວ່າ ໃນບັນດາຜູ້ຊອບທໍາທີ່ມີຊື່ຢູ່ໃນແຜ່ນດິນສະຫວັນ ບໍ່ມີຜູ້ໃດຍິ່ງໃຫຍ່ໄປກວ່າໂຢຮັນຜູ້ໄດ້ຮັບບັບຕິສະມາ ວຽກງານທີ່ພຣະເຈົ້າຊົງມອບ ໝາຍໃຫ້ເຂົາເຮັດນັ້ນບໍ່ພຽງແຕ່ຕ້ອງໃຊ້ກໍາລັງກາຍແລະຄວາມອົດທົນເທົ່ານັ້ນ ແຕ່ຍັງ ຕ້ອງໃຊ້ຄວາມຄິດສະຕິປັນຍາທີ່ສຽບແຫຼມແລະຈິດວິນຍານທີ່ບໍລິສຸດຜ່ອງແພ້ວ ການ ອົບຮົມສັ່ງສອນທີ່ຖືກຕ້ອງໃນດ້ານຂອງຮ່າງກາຍເພື່ອໃຫ້ໂຢຮັນໄດ້ຕຽມໂຕພ້ອມສໍາ ຫຼັບງານນີ້ ຈຶ່ງເປັນສິ່ງທີ່ມີຄວາມສໍາຄັນຫຼາຍ ພຣະເຈົ້າຈຶ່ງສົ່ງທູດສະຫວັນທີ່ມີຕໍາແໜ່ງ ສູງສຸດໃຫ້ມາຊີ້ແຈງແກ່ຄາລີຍາຜູ້ເປັນບິດາໃຫ້ຮູ້ເຖິງວິທີການອົບຮົມລ້ຽງດູບຸດນັ້ນ {MH 379.4}ມແ 384.1

    ຄໍາແນະນໍາທີ່ພຣະເຈົ້າປະທານກ່ຽວກັບລູກຫຼານຊາວຮິບຣູນັ້ນມີຄວາມສໍາຄັນຫຼາຍ ສິ່ງທີ່ໄດ້ຮຽນຮູ້ແລະນິໃສທີ່ກໍຮ່າງສ້າງຂຶ້ນໃນຊ່ວງໄວເດັກນ້ອຍທີ່ມີຜົນຕໍ່ການຫຼໍ່ ຫຼອມອຸປະນິໃສແລະມີຜົນຕໍ່ທິດທາງຂອງຊີວິດທີ່ເຂົາຈະດໍາເນີນໄປໄດ້ຫຼາຍກວ່າການ ອົບຮົມສັ່ງສອນທັງປວງທີ່ໄດ້ຮັບໃນພາຍຫຼັງ {MH 380.2}ມແ 384.2

    ບິດາມານດາຈໍາເປັນຕ້ອງໃສ່ໃຈໃນເລື່ອງນີ້ໃຫ້ຫຼາຍ ພວກເຂົາຄວນຈະເຂົ້າໃຈ ເຖິງຫຼັກການພື້ນຖານຂອງການອົບຮົມລ້ຽງດູບຸດ ບິດາມານດາຄວນສາມາດອົບຮົມລ້ຽງ ດູບຸດໃຫ້ຈະເລີນເຕີບໂຕໃນດ້ານຮ່າງກາຍ ສະຕິປັນຍາແລະສິລະທໍາຈັນຍາອັນດີ ບິດາ ມານດາຄວນສຶກສາຮໍ່າຮຽນກ່ຽວກັບກົດແຫ່ງທໍາມະຊາດ ຄວນມີຄວາມຄຸ້ນເຄີຍກັບອະ ໄວຍະວະຕ່າງໆລວມທັງຄວາມກ່ຽວຂ້ອງແລະການເພິ່ງພາກັນ ໃນການເຮັດວຽກຄວນ ຮຽນຮູ້ເຖິງຄວາມສໍາພັນລະຫວ່າງກັນຂອງຮ່າງກາຍແລະຈິດໃຈ ແລະຮຽນຮູ້ເຖິງພາວະ ທີ່ຈໍາເປັນຕໍ່ການເຮັດວຽກທີ່ມີປະສິດທິພາບຂອງຮ່າງກາຍແລະຈິດໃຈການຮັບພາລະ ໜ້າທີ່ການເປັນບິດາມານດາໂດຍບໍ່ໄດ້ຕຽມຕົວຖືວ່າເປັນຄວາມຜິດບາບ {MH 380.3}ມແ 384.3

    ການຄໍານຶງເຖິງສາເຫດເບື້ອງຫຼັງຂອງຄວາມຕາຍທີ່ໄດ້ຮັບການສົນໃຈນ້ອຍເກີນໄປ ໂລກໄພໄຂ້ເຈັບແລະສະພາບທີ່ເສື່ອມຊາມທີ່ປະກົດຢູ່ທຸກມື້ນີ້ ແມ່ນແຕ່ໃນອາຣະ ຍະປະເທດທີ່ຈະເລີນຮຸ່ງເຮືອງ ມະນຸດຊາດກໍາລັງເສື່ອມຖອຍລົງ ມະນຸດຫຼາຍກວ່າໜຶ່ງ ໃນສາມຕາຍຕັ້ງແຕ່ຍັງເປັນເດັກອ່ອນນ້ອຍ**ອັດຕາການຕາຍຂອງເດັກອ່ອນນ້ອຍເປັນສະຖິຕິທີ່ຖືກຕ້ອງຊຶ່ງເກີດຂຶ້ນໃນຊ່ວງປີ ຄສ 1950 ທີ່ໜັງສືເຫຼັ້ມນີ້ຖືກຂຽນຂຶ້ນ ຢ່າງໃດກໍຕາມ ດ້ວຍການແພດສະໃໝໃໝ່ ແລະ ການເບິ່ງແຍງບຸດຢ່າງຖືກຕ້ອງເໝາະສົມໄດ້ເຮັດໃຫ້ອັດຕາການຕາຍນີ້ລົດລົງຫຼາຍໃນປະ ຈຸບັນ: ຜູ້ຈັດພິມສ່ວນຜູ້ທີ່ເຕີບໂຕຂຶ້ນຈົນເປັນຜູ້ໃຫຍ່ ສ່ວນຫຼາຍມັກຈະປ່ວຍເປັນໂລກໃດໂລກໜຶ່ງແລະມີໜ້ອຍຄົນທີ່ຈະມີຊີວິດຢູ່ຈົນເຖິງອາ ຍຸໄຂທີ່ແທ້ຈິງຂອງມະນຸດ {MH 380.4}ມແ 384.4

    ຄວາມຊົ່ວຮ້າຍສ່ວນໃຫຍ່ທີ່ຈະນໍາຄວາມທຸກລໍາບາກແລະຄວາມພິນາດມາສູ່ມະ ນຸດນັ້ນສາມາດປ້ອງກັນໄດ້ ແລະບິດາມານດາມີໜ້າທີ່ສໍາຄັນທີ່ຕ້ອງຮັບມືກັບຄວາມຊົ່ວ ຮ້າຍເຫຼົ່ານີ້ ມັນບໍ່ແມ່ນປະກົດການລຶກລັບທີ່ກໍາຈັດເດັກນ້ອຍເຫຼົ່ານີ້ໄປ ພຣະເຈົ້າບໍ່ປະ ສົງຄວາມຕາຍຂອງເດັກເຫຼົ່ານີ້ ພຣະອົງປະທານບຸດເຫຼົ່ານີ້ໃຫ້ບິດາມານດາອົບຮົມລ້ຽງດູ ເພື່ອໃຫ້ບຸດທັງຫຼາຍໄດ້ເຮັດຕົນເປັນປະໂຫຍດທັງໃນໂລກນີ້ ແລະໃນແຜ່ນດິນສະຫວັນ ໃນພາຍພາກໜ້າ ຖ້າບິດາມານດາປະຕິບັດຕາມແບບແຜນທີ່ພຣະເຈົ້າຊົງວາງໄວ້ ບຸດກໍ ຈະຖືກໍາເນີດມາດ້ວຍລັກສະນະອັນດີ ຈາກນັ້ນບິດາມານດາກໍຕ້ອງເຮັດໜ້າທີ່ຂອງຕົນ ໃຫ້ຖືກຕ້ອງເໝາະສົມໂດຍພະຍາຍາມຫາຫົນທາງແກ້ໄຂລັກສະນະທີ່ບໍ່ດີທີ່ຕິດໂຕບຸດມາ ຫາກເຮັດໄດ້ເຊັ່ນນີ້ ຄວາມປ່ຽນແປງໄປສູ່ສະພາບທີ່ດີຂຶ້ນປານໃດທີ່ຊາວໂລກຈະເບິ່ງເຫັນ {MH 380.5}ມແ 385.1