Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ພຣະສັນຍາຂອງພຣະເຈົ້າ

    ແພດມີໂອກາດອັນລໍ້າຄ່າຢ່າງຫຼວງຫຼາຍໃນການຊັກນໍາຄົນໄຂ້ຂອງເຂົາໃຫ້ໄປຍັງ ພຣະສັນຍາຂອງພຣະວັດຈະນະຂອງພຣະເຈົ້າ ເຂົາຈະຕ້ອງນໍາສົມບັດໃໝ່ແລະສົມບັດ ເກົ່າອອກຈາກຄັງສົມບັດ ເປັນຄໍາເວົ້າທີ່ນັ້ນນິດ ທີ່ນີ້ນ້ອຍ ຊຶ່ຈະເລົ້າໂລມຈິດໃຈແລະເປັນ ຄໍາແນະນໍາສັ່ງສອນທີ່ພວກເຂົາໂຫຍຫາ ຂໍໃຫ້ແພດສ້າງຈິດໃຈຂອງເຂົາໃຫ້ເປັນເໝືອນຄັງ ສິນຄ້າທີ່ສະສົມຄວາມຄິດໃໝ່ໄວ້ໃຫ້ເຂົາສືກສາພຣະວັດຈະນະຂອງພຣະເຈົ້າດ້ວຍຄວາມ ຂະຫຍັນໝັ່ນພຽນ ເພື່ອທີ່ຈະໄດ້ຄຸ້ນເຄີຍກັບພຣະສັນຍາຕ່າງໆຂອງພຣະອົງ ໃຫ້ເຂົາຮຽນ ຮູ້ທີ່ຈະກ່າວທົບທວນຖ້ອຍຄໍາທີ່ປອບປະໂລມຈິດໃຈແບບດຽວກັນທີ່ພຣະຄຣິດຕັດໃນ ລະຫວ່າງທີ່ພຣະອົງຊົງປະຕິບັດຮັບໃຊ້ຢູ່ໃນໂລກ ໃນຂະນະທີ່ພຣະອົງຊົງກໍາລັງສອນບົດ ຮຽນ ແລະທໍາການຮັກສາພະຍາບານຄົນໄຂ້ ເຂົາຄວນຈະເວົ້າເຖິງພຣະລາຊະກິດຂອງ ພຣະຄຣິດໃນການຮັກສາຜູ້ປ່ວຍ ເວົ້າເຖິງຄວາມອ່ອນໂຍນແລະຄວາມຮັກຂອງພຣະອົງ ເຂົາບໍ່ຄວນລະເລີຍທີ່ຈະຊັກຈູງຈິດໃຈຂອງຄົນໄຂ້ໃຫ້ໄປຍັງພຣະຄຣິດໃນຖານະທີ່ພຣະ ອົງຊົງເປັນນາຍແພດໃຫຍ່ {MH 121.2}ມແ 101.1

    ລິດອໍານາດດຽວກັນກັບທີ່ພຣະຄຣິດໄດ້ຊົງໃຊ້ເມື່ອພຣະອົງຊົງດໍາເນີນຢູ່ທ່າມກາງ ມະນຸດກໍຄືພຣະວັດຈະນະຂອງພຣະອົງ ພຣະເຢຊູຊົງຮັກສາໂຣກແລະຂັບໄລ່ຜີອອກ ໂດຍພຣະວັດຈະນະນັ້ນ ຊົງຫ້າມຄື້ນລົມໃນທະເລໃຫ້ສະຫງົບ ແລະຊົງໂຜດໃຫ້ຄົນ ຕາຍກັບຟື້ນຄືນຂຶ້ນມາໃໝ່ ແລະປະຊາຊົນຕ່າງເປັນພະຍານວ່າພຣະວັດຈະນະຂອງພຣະ ອົງນັ້ນປະກອບດ້ວຍລິດອໍານາດເຊັ່ນດຽວກັນກັບທີ່ຕັດກັບບັນດາຜູ້ເຜີຍພຣະວັດຈະນະ ແລະອາຈານທັງຫຼາຍໃນສະໄໝພຣະຄໍາພີເດີມ ພຣະຄໍາພີທັງເຫຼັ້ມຄືພະຍານທີ່ສະແດງ ເຖິງພຣະຄຣິດ {MH 122.1}ມແ 101.2

    ເຮົາຈະຕ້ອງຍອມຮັບວ່າພຣະຄໍາພີເປັນພຣະວັດຈະນະຂອງພຣະເຈົ້າ ບໍ່ແມ່ນພຽງ ຄໍາທີ່ມີຂຽນໄວ້ເທົ່ານັ້ນ ແຕ່ເປັນພຣະວັດຈະນະທີ່ພຣະອົງຕັດບອກດ້ວຍ ເມື່ອຄົນທີ່ຕ້ອງ ປະສົບກັບຄວາມທຸກຍາກລໍາບາກໄດ້ເຂົ້າມາຫາພຣະຄຣິດພຣະອົງບໍ່ໄດ້ຊົງແນມເຫັນແຕ່ ພຽງຄົນທີ່ເຂົ້າມາຂໍຄວາມຊ່ວຍເຫຼືອເທົ່ານັ້ນ ແຕ່ຊົງແນມເຫັນບັນດາຄົນທັງຫຼາຍຈາກ ທຸກຍຸກທຸກສະໄໝທີ່ປະສົບກັບຄວາມທຸກຍາກລໍາບາກ ທີ່ໜ້າຈະເຂົ້າມາຫາພຣະອົງ ດ້ວຍຄວາມຕ້ອງການແລະດ້ວຍຄວາມເຊື່ອຢ່າງດຽວກັນ ເມື່ອພຣະອົງຕັດກັບຄົນງ່ອຍວ່າ “ ລູກເອີຍ ຈົ່ງຊື່ນໃຈເຖີດ ບາບຂອງເຈົ້າໄດ້ຮັບອະໄພແລ້ວເມື່ອພຣະອົງຕັດກັບຍິງ ທີ່ຄາເປີນາອຸມວ່າ “ລູກຍິງເອີຍທີ່ເຈົ້າຫາຍໂລກນັ້ນກໍເພາະເຈົ້າເຊື່ອ ຈົ່ງໄປເປັນສຸກເຖີດ ” ພຣະອົງໄດ້ບອກກັບຄົນອື່ນໆເຊັ່ນດຽວກັນທີ່ມີຄວາມທຸກຍາກແລະຕ້ອງແບກພາລະ ຂອງຄວາມຜິດບາບຊຶ່ງມາຂໍໃຫ້ພຣະອົງຊົງຊ່ວຍ ມັດທາຍ 9:2; ລູກາ 8:48 {MH 122.2}ມແ 101.3

    ພຣະສັນຍາທັງໝົດໃນພຣະວັດຈະນະຂອງພຣະເຈົ້າກໍເປັນເຊັ່ນດຽວກັນດ້ວຍ ພຣະສັນຍາເຫຼົ່ານີ້ ພຣະອົງຕັດກັບເຮົາແຕ່ລະຄົນໂດຍກົງປຽບເໝືອນວ່າເຮົາສາມາດຈະ ສະດັບຮັບຟັງພຣະສຸລະສຽງຂອງພຣະອົງໄດ້ ໃນພຣະສັນຍາເຫຼົ່ານີ້ແຫຼະທີ່ພຣະຄຣິດໄດ້ ຊົງສື່ກັບເຮົາເຖິງພຣະຄຸນແລະລິດອໍານາດຂອງພຣະອົງ ອັນເປັນເໝືອນໃບຈາກຕົ້ນໄມ້ທີ່ “ ຮັກສາບັນດາປະຊາຊາດໃຫ້ຫາຍໄດ້ ” ພຣະນິມິດ 22: 2 ເມື່ອເຮົາຍອມຮັບໃຫ້ເຂົ້າ ມາເປັນສ່ວນໜຶ່ງໃນຕົວເຮົາແລ້ວ ກໍຈະເຮັດໃຫ້ເຮົາມີອຸປະນິດໄສທີ່ເຂັ້ມແຂງ ຈະເປັນ ແຮງບັນດານໃຈ ແລະຊ່ວຍບໍາລຸງຫຼໍ່ລ້ຽງຊີວິດບໍ່ມີສິ່ງອື່ນໃດທີ່ຈະມີລິດອໍານາດໃນການ ຮັກສາໂຣກໄພໃຫ້ຫາຍໄດ້ ບໍ່ມີສິ່ງອື່ນໃດນອກເໜືອຈາກນີ້ອີກແລ້ວທີ່ຈະໃຫ້ກໍາລັງໃຈ ແລະຄວາມເຊື່ອຊຶ່ງຈະເສີມກໍາລັງທີ່ປະທານຊີວິດໃຫ້ແກ່ຮ່າງກາຍແລະຈິດໃຈ {MH 122.3}ມແ 102.1

    ສໍາລັບຄົນທີ່ຢືນຕົວສັ່ນດ້ວຍຄວາມຢ້ານກົວເທິງຂອບຫຼຸມຝັງສົບ ສໍາລັບຈິດວິນ ຍານທີ່ອິດເມື່ອຍລ້າລະອາໃຈດ້ວຍພາລະຂອງຄວາມທຸກຍາກແລະຄວາມຜິດບາບ ເມື່ອ ມີໂອກາດຂໍໃຫ້ແພດໄດ້ກ່າວຢໍ້າເຖິງພຣະວັດຈະນະຂອງພຣະຜູ້ຊ່ວຍໃຫ້ລອດ ເພາະພຣະ ວັດຈະນະທັງໝົດໃນພຣະຄໍາພີນັ້ນເປັນພຣະວັດຈະນະຂອງພຣະອົງ {MH 122.4}ມແ 102.2

    ຢ່າຢ້ານເລີນເພາະເຮົາໄດ້ໄຖ່ເຈົ້າແລ້ວ ເຮົາໄດ້ເອີ້ນເຈົ້າຕາມຊື່ ເຈົ້າເປັນຂອງເຮົາ ເມື່ອເຈົ້າລຸຍຂ້າມນໍ້າເຮົາຈະຢູ່ກັບເຈົ້າ ເມື່ອຂ້າມແມ່ນໍ້າ ນໍ້າຈະບໍ່ຖ້ວມເຈົ້າ ເມື່ອເຈົ້າລຸຍ ໄຟ ໄຟຈະບໍ່ໄໝ້ ແລະປິວໄຟຈະບໍ່ເຜົາຜານເຈົ້າ ເພາະເຮົາເປັນພຣະເຢໂຮວາ ພຣະເຈົ້າ ຂອງເຈົ້າ ອົງບໍລິສຸດແຫ່ງອິສະລະເອນຜູ້ຊ່ວຍໃຫ້ລອດຂອງເຈົ້າ....ເພາະວ່າເຈົ້າປະເສີດ ໃນສາຍຕາຂອງເຮົາ ແລະໄດ້ຮັບກຽດແລະເຮົາຮັກເຈົ້າ ” ” ເຮົາຄືພຣະອົງນັ້ນ ຜູ້ລົບລ້າງ ຄວາມທໍລະຍົດຂອງເຈົ້າດ້ວຍເຫັນແກ່ເຮົາເອງ ແລະເຮົາຈະບໍ່ຈົດຈໍາບັນດາບາບຂອງ ເຈົ້າໄວ້ ” ” ຢ່າຢ້ານເລີຍເພາະເຮົາຢູ່ກັບເຈົ້າ ເຮົາຈະນໍາເຜົ່າພັນຂອງເຈົ້າມາຈາກຕະເວັນອອກ ແລະເຮົາຈະຮວບຮວມເຈົ້າມາຈາກຕະເວັນຕົກ” ເອຊະຢາ 43:1-4, 25, 5 {MH 122.5}ມແ 102.3

    ບິດາສົງສານບຸດຂອງຕົນສັນໃດ ພຣະເຈົ້າຊົງສົງສານບັນດາຄົນທີ່ຢໍາເກງພຣະອົງ ສັນນັ້ນ ເພາະພຣະອົງຊົງຮູ້ໂຄງຮ່າງຂອງເຮົາ ພຣະອົງຊົງລະລຶກວ່າເຮົາເປັນແຕ່ຜົງທຸລີ” ເພງສັນລະເສີນ 103:13, 14 {MH 123.1}ມແ 103.1

    ພຽງແຕ່ຍອມຮັບຄວາມຜິດຂອງເຈົ້າ ວ່າເຈົ້າໄດ້ກະບົດຕໍ່ພຣະເຢໂຮວາພຣະ ເຈົ້າຂອງເຈົ້າ ຖ້າເຮົາສາລະພາບບາບຂອງເຮົາພຣະອົງຊົງສັດຊື່ແລະທ່ຽງທໍາ ກໍຈະຊົງໂຜດ ຍົກບາບຂອງເຮົາ ແລະຈະຊົງຊໍາລະເຮົາໃຫ້ພົ້ນຈາກການອະທໍາທັງສິ້ນ” ເຢເລມີຢາ 3:13; 1 ໂຢຮັນ 1:9 {MH 123.2}ມແ 103.2

    ເຮົາໄດ້ລົບລ້າງການທໍລະຍົດຂອງເຈົ້າຄືຂີ້ເຝື້ອ ແລະລົບລ້າງບາບຂອງເຈົ້າຄື ໝອກຈົ່ງກັບມາຫາເຮົາເພາະເຮົາໄດ້ໄຖ່ເຈົ້າແລ້ວ” ເອສະຢາ 44: 22 {MH 123.3}ມແ 103.3

    ມາເຖີດ ໃຫ້ເຮົາມາຕົກລົງກັນວ່າ ເຖິງບາບຂອງພວກເຈົ້າຈະເປັນສີແດງເຂັ້ມ ກໍ ຈະຂາວຢ່າງຫິມະ ເຖິງມັນຈະແດງຢ່າງຜ້າແດງ ກໍຈະກາຍເປັນສີຂາວຢ່າງຂົນແກະ ຖ້າ ເຈົ້າເຕັມໃຈແລະເຊື່ອຟັງ ເຈົ້າຈະໄດ້ກິນໝາກຜົນທີ່ດີທີ່ເກີດຂຶ້ນໃນແຜ່ນດິນ” ເອສະຢາ 1: 18-19 {MH 123.4}ມແ 103.4

    ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນ ເພາະສະນັ້ນເຮົາຈຶ່ງຊວນເຈົ້າມາດ້ວຍ ຄວາມເມດຕາ ເຮົາໄດ້ປິ່ນໜ້າຈາກເຈົ້າດ້ວຍຄວາມຢາກຮ້າຍເຫຼືອຫຼາຍ ແຕ່ກໍພຽງ ຊ່ວງໜຶ່ງເທົ່ານັ້ນ ແຕ່ດ້ວຍຄວາມຮັກນິລັນເຮົາຈະສໍາແດງຄວາມຮັກຕໍ່ເຈົ້າສືບໄປ” ເຢ ເລມີຢາ 31:3; ເອສະຢາ 54:8 {MH 123.5}ມແ 103.5

    ຢ່າໃຫ້ໃຈທ່ານທັງຫຼາຍວິຕົກເລີຍ ເຮົາມອບສັນຕິສຸກໄວ້ໃຫ້ແກ່ທ່ານທັງຫຼາຍ ສັນຕິສຸກຂອງເຮົາທີ່ມີໃຫ້ແກ່ທ່ານນັ້ນເຮົາໃຫ້ທ່ານບໍ່ຄືໂລກໃຫ້ ຢ່າໃຫ້ໃຈຂອງທ່ານວິ ຕົກແລະຢ່າຢ້ານເລີຍ” ໂຢຮັນ 14:1, 27 {MH 123.6}ມແ 103.6

    ແຕ່ລະຄົນໃນພວກເຂົານັ້ນ ຜູ້ໜຶ່ງຈະຄືບ່ອນກໍາບັງຈາກລົມ ເປັນທີ່ຫຼົບລີ້ໃຫ້ພົ້ນ ຈາກພາຍຸ ພວກເຂົາຈະເປັນເໝືອນສາຍນໍ້າທີ່ຫຼັ່ງໄຫຼຢູ່ຖິ່ນແຫ້ງແລ້ງກັນດານ ດັ່ງຮົ່ມເງົາ ຂອງໂງ່ນຫີນໃຫຍ່ໃນແຜ່ນດິນທີ່ແຫ້ງແລ້ງ” ເອສະຢາ 32:2 {MH 124.1}ມແ 103.7

    ຄົນຈົນແລະຄົນຂັດສົນສະແຫວງນໍ້າດື່ມແຕ່ບໍ່ມີ ລໍາຄໍຂອງເຂົາກໍແຫ້ງ ເພາະຄວາມຫິວກະຫາຍ ເຮົາຄືພຣະເຈົ້າຈະຕອບເຂົາເອງ ເຮົາຄືພຣະເຈົ້າແຫ່ງອິດສະລາເອນ ຈະບໍ່ປະຖິ້ມເຂົາຈັກເທື່ອ” ເອສະຢາ 41:17 {MH 124.2}ມແ 104.1

    ພຣະເຈົ້າຜູ້ຊົງສ້າງເຈົ້າມາ...ຕັດວ່າດັ່ງນີ້ ເຮົາຈະເທນໍ້າລົງເທິງແຜ່ນດິນທີ່ຫິວກະ ຫາຍແລະຈະໃຫ້ມີນໍ້າໄຫຼເທິງດິນທີ່ແຫ້ງແລ້ງ ເຮົາຈະເທລິກອໍານາດຂອງເຮົາເທິງລູກຫຼານ ຂອງເຈົ້າ ແລະເທພຣະພອນຂອງເຮົາເທິງເຊື້ອສາຍຂອງເຈົ້າ” ເອສະຢາ 44: 2,3 {MH124.3}ມແ 104.2

    ມວນມະນຸດທົ່ງແຜ່ນດິນໂລກເອີຍ ຈົ່ງຫັນມາຫາເຮົາແລະການຊ່ວຍເຫຼືອລອດ” ເອສະຢາ 45:22 {MH 124.4}ມແ 104.3

    ທ່ານໄດ້ແບກຄວາມເຈັບໄຂ້ຂອງເຮົາທັງຫຼາຍ ແລະຫອບເອົາພຣະຍາດໂລຄາ ຂອງເຮົາໄປ ” ” ແຕ່ທ່ານຖືກບາດເຈັບເພາະຄວາມທໍລະຍົດຂອງເຮົາທັງຫຼາຍທ່ານຖືກ ຂ້ຽນຕີໃຫ້ຝົກຊໍ້າຍ້ອນຄວາມຊົ່ວຮ້າຍຂອງເຮົາພວກເຮົາໄດ້ຮັບການປິ່ນປົວໃຫ້ໃຫ້ຫາຍ ດີຍ້ອນທ່ານຍອມຮັບໂທດກໍາທີ່ເຮົາສ້າງໄວ້” ມັດທາຍ 8:17; ເອຊະຢາ 53:5 {MH124.5}ມແ 104.4

    Larger font
    Smaller font
    Copy
    Print
    Contents