Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 23 ອາຫານແລະສຸຂະພາບ

    ຮ່າງກາຍຂອງເຮົາເຕີບໃຫຍ່ຂຶ້ນຈາກອາຫານທີ່ເຮົາກິນເຂົ້າໄປ ເນື້ອເຍື່ອຂອງຮ່າງ ກາຍມີການເສື່ອມສະຫຼາຍຢູ່ຕະຫຼອດເວລາ ການເຄື່ອນໄຫວຂອງອະໄວຍະວະທຸກສ່ວນ ຈະເຮັດໃຫ້ເກີດການຊໍາລຸດຫຼຸ້ຍຫຼໍ ແລະສ່ວນທີ່ຊໍາລຸດນີ້ຮັບການສ້ອມແຊມກັບຄືນສູ່ ສະພາບປົກກະຕິຈາກອາຫານທີ່ເຮົາກິນ ອະໄວຍະວະແຕ່ລະສ່ວນຂອງຮ່າງກາຍຕ່າງຕ້ອງ ການສານອາຫານໃນສ່ວນຂອງຕົນ ສະໝອງຕ້ອງຮັບສານອາຫານໃນສ່ວນຂອງມັນ ທັງ ກະດູກ ກ້າມເນື້ອ ແລະປະສາດກໍຕ້ອງການສ່ວນຂອງພວກມັນ ການປ່ຽນແປງອາຫານ ໃຫ້ກາຍເປັນເລືອດແລະໃຊ້ເລືອດນີ້ໄປເສີມສ້າງສ່ວນຕ່າງໆຂອງຮ່າງກາຍຖືວ່າເປັນກໍາ ມະວິທີທີ່ໜ້າອັດສະຈັນຍິ່ງ ແຕ່ກໍາມະວິທີນີ້ດໍາເນີນການຢູ່ຢ່າງຕໍ່ເນື່ອງ ເພື່ອຈັດຫາຄວາມ ແຂງແຮງແລະຄວາມມີຊີວິດຊີວາມາຫຼໍ່ລ້ຽງປະສາດທຸກເສັ້ນ ກ້າມເນື້ອທຸກມັດແລະເນື້ອ ເຍື້ອທຸກສ່ວນຂອງຮ່າງກາຍ {MH 295.1}ມແ 300.1