Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ” ທ່ານທັງຫຼາຍໄດ້ຮັບມາລ້າໆ(ຟຣີ)ໆ ກໍຈົ່ງໃຫ້ລ້າໆ(ຟຣີ) ”

    ຄໍາເຊີນຂອງຂ່າວປະເສີດຈະຕ້ອງບໍ່ຖືກກໍາຈັດຫຼືປະກາດໃຫ້ສະເພາະບຸກຄົນທີ່ ໄດ້ຮັບການເລືອກສັນພຽງບໍ່ພໍເທົ່າໃດຄົນ ທີ່ເຮົາຄິດວ່າຈະເຮັດໃຫ້ເຮົາໄດ້ຮັບກຽດຕິຍົດ ຊື່ສຽງ ຫາກພວກເຮົາໄດ້ຍອມຮັບເອົາພຣະກິດຕິຄຸນປະເສີດນັ້ນໄວ້ ຂ່າວປະເສີດຈະຕ້ອງ ປະກາດແກ່ມະນຸດທຸກຜູ້ທຸກຄົນ ເມື່ອພຣະເຈົ້າຊົງອວຍພອນແກ່ເຫຼົ່າບຸດຂອງພຣະອົງ ພຣະອົງບໍ່ໄດ້ຊົງເຫັນແກ່ເຂົາເທົ່ານັ້ນ ແຕ່ເພື່ອຊົງເຫັນແກ່ມະນຸດທົ່ວໂລກ ເມື່ອພຣະອົງ ຊົງໂປດປະທານຂອງປະທານຕ່າງໆໃຫ້ແກ່ເຮົາ ເຮົາຈະຕ້ອງເຮັດໃຫ້ຂອງປະທານນັ້ນ ເພີ່ມພູນຫຼາຍຂຶ້ນດ້ວຍການທີ່ຈະໄດ້ຈ່າຍແຈກຢາຍແບ່ງປັນອອກໄປ {MH 102.1}ມແ 79.1

    ທັນທີທີ່ຍິງຊາວສະມາເລຍທີ່ໄດ້ສົນທະນາກັບພຣະເຢຊູທີ່ຂ້າງບໍ່ນໍ້າສ້າງຂອງຢາ ໂຄບໄດ້ຮູ້ວ່າພຣະອົງຊົງເປັນພຣະຜູ້ຊ່ວຍໃຫ້ລອດ ນາງກໍໄດ້ພາຄົນອື່ນໆມາຫາພຣະອົງ ນາງໄດ້ພິສູດໃຫ້ເຫັນວ່ານາງເປັນຄົນທີ່ເຜີຍແຜ່ສາສະໜາທີ່ເຮັດວຽກໄດ້ບັງເກີດຜົນຫຼາຍ ກວ່າສາວົກຂອງພຣະອົງເອງ ພວກສາວົກແນມບໍ່ເຫັນສິ່ງໃດວ່າຈະເປັນເຄື່ອງບົ່ງບອກ ວ່າປະເທດສະມາເລຍເປັນທ້ອງທົ່ງນາທີ່ຍັງມີຄວາມຫວັງວ່າຈະເກັບກ່ຽວຈິດວິນຍານ ອັນໃດໄດ້ຄວາມຄິດຂອງພວກເຂົາເນັ້ນໄປຍັງວຽກງານທີ່ຍິ່ງໃຫຍ່ທີ່ຈະຕ້ອງເຮັດໃນອາ ນາຄົດ ເຫຼົ່າສາວົກຕ່າງກໍແນມບໍ່ເຫັນວ່າຮອບໆຕົວ ກໍຍັງມີເຂົ້າທີ່ຈະຕ້ອງເກັບກ່ຽວ ແຕ່ ຍ້ອນຜູ້ຍິງທີ່ເຫຼົ່າສາວົກຢຽດຢາມນີ້ແຫຼະ ຄົນທັງເມືອງຈຶ່ງໄດ້ຮັບການຊັກນໍາໃຫ້ມາຟັງ ພຣະເຢຊູ ນາງໄດ້ນໍາແສງສະຫວ່າງໄປສູ່ພີ່ນ້ອງຊາດດຽວກັນກັບນາງໃນທັນທີ {MH 102.2}ມແ 79.2

    ຍິງຄົນນີ້ເປັນແບບຢ່າງທີ່ສະແດງໃຫ້ເຫັນເຖິງວິທີປະຕິບັດງານຂອງຜູ້ທີ່ມີຄວາມ ເຊື່ອທີ່ແທ້ຈິງໃນພຣະຄຣິດ ສາວົກທີ່ຊື່ສັດທຸກໆຄົນໄດ້ບັງເກີດໃໝ່ໃນລາຊະອານາຈັກ ຂອງພຣະເຈົ້່າໃນຖານະຜູ້ເຜີຍແຜ່ສາສະໜາທັນທີທີ່ເຂົາໄດ້ມາຮູ້ຈັກກັບພຣະຜູ້ຊ່ວຍ ໃຫ້ລອດແລ້ວ ເຂົາກໍປາຖະໜາຢາກໃຫ້ຜູ້ອື່ນໄດ້ມາຮູ້ຈັກກັບພຣະອົງນໍາຄວາມຈິງທີ່ຈະ ຊ່ວຍໃຫ້ລອດແລະຊໍາລະຈິດໃຈໃຫ້ບໍລິສຸດໄດ້ນັ້ນ ບໍ່ອາດຈະເກັບໄວ້ໃນໃຈຂອງເຂົາແຕ່ ພຽງຜູ້ດຽວໄດ້ ຜູ້ທີ່ດື່ມນໍ້າແຫ່ງຊີວິດຈະກັບກາຍເປັນນໍ້າພຸແຫ່ງຊີວິດ ຜູ້ຮັບຈະກັບກາຍ ເປັນຜູ້ໃຫ້ພຣະຄຸນຂອງພຣະຄຣິດໃນຈິດວິນຍານຈະເປັນເໝືອນບໍ່ນໍ້າພຸກາງທະເລຊາຍ ທີ່ພຸ່ງຂຶ້ນມາເພື່ອເຮັດໃຫ້ທຸກຄົນໄດ້ດື່ມນັ້ນຊຸ່ມຊື່ນຈິດໃຈ ແລະເຮັດໃຫ້ຜູ້ທີ່ຈວນຈະ ເຖິງກັບຄວາມພິນາດເກີດຄວາມກະຫາຍທີ່ຈະດື່ມນໍ້າແຫ່ງຊີວິດ ດ້ວຍການປະຕິບັດເຊັ່ນ ນີ້ເຮົາກໍຈະໄດ້ຮັບ ພຣະ ພອນຢ່າງຫຼວງຫຼາຍຍິ່ງກວ່າການເຮັດເພື່ອຜົນປະໂຫຍດຂອງເຮົາ ເອງແຕ່ພຽງຝ່າຍດຽວ ການງານໃນການປະກາດເຖິງຂ່າວດີ ແຫ່ງຄວາມລອດຈະນໍາ ເຮົາໃຫ້ເຂົ້າມາໃກ້ຊິດພຣະຜູ້ຊ່ວຍໃຫ້ລອດໄດ້ {MH 103.1}ມແ 80.1

    ພຣະເຢໂຮວາກ່າວເຖິງຜູ້ທີ່ໄດ້ຮັບພຣະຄຸນຂອງພຣະອົງວ່າ “ ເຮົາຈະເຮັດໃຫ້ເຂົາ ກັບສະຖານທີ່ຮອບໆເນີນພູຂອງເຮົາເປັນແຫຼ່ງພຣະພອນ” ເຮົາຈະສົ່ງຝົນມາໃຫ້ຕາມລະ ດູການ ເປັນຮ່າຝົນແຫ່ງພຣະພອນ ເອສະກຽນ 34:26 {MH 103.2}ມແ 80.2

    ໃນວັນສຸດທ້າຍຂອງງານເທດສະການເຊິ່ງເປັນວັນໃຫຍ່ນັ້ນ ພຣະເຢຊູຊົງຢືນ ແລະປະກາດວ່າ ຖ້າຜູ້ໃດກະຫາຍຜູ້ນັ້ນຈົ່ງມາຫາເຮົາແລະດື່ມ ຜູ້ທີ່ວາງໃຈໃນເຮົາຕາມທີ່ ມີຄໍາຂຽນໄວ້ແລ້ວວ່າ ແມ່ນໍ້າທີ່ມີແຫ່ງຊີວິດຈະໄຫຼອອກມາຈາກຮ່າງກາຍພາຍໃນຜູ້ນັ້ນ ໂຢຮັນ 7:37, 38 {MH 103.3}ມແ 80.3

    ຄົນທັງຫຼາຍທີ່ໄດ້ຮັບພຣະຄຸນແລ້ວນັ້ນ ຈະຕ້ອງແບ່ງປັນພຣະຄຸນຕໍ່ໃຫ້ແກ່ຜູ້ອື່ນ ຈາກທົ່ວທຸກສາລະທິກຕ່າງມີສຽງທີ່ຮຽກເອີ້ນເພື່ອຂໍຄວາມຊ່ວຍເຫຼືອ ພຣະເຈົ້າຊົງເອີ້ນ ມະນຸດທັງຫຼາຍໃຫ້ມາປະຕິບັດຮັບໃຊ້ຕໍ່ເພື່ອນມະນຸດດ້ວຍກັນດ້ວຍຄວາມຍິນດີເຮົາທັງ ຫຼາຍຈະຕ້ອງເຮັດພາລະກິດຂອງພຣະເຈົ້າເພື່ອທີ່ຈະໄດ້ຮັບມຸງກຸດແຫ່ງຊີວິນິລັນເປັນ ໄຊຊະນະ ເຮົາຈະຕ້ອງຕໍ່ສູ້ເພື່ອທີ່ຈະໄດ້ຮັບລາຊະອານາຈັກແຫ່ງແຜ່ນດິນສະຫວັນເປັນ ມໍລະດົກ ໂລກທີ່ກໍາລັງກ້າງເຂົ້າໄປຫາຄວາມພິນາດເພາະປາສະຈາກຄວາມຮູ້ຈັກຕ້ອງ ໄດ້ຮັບແສງສະຫວ່າງ {MH 103.4}ມແ 81.1

    ທ່ານທັງຫຼາຍວ່າ ອີກສີ່ເດືອນຈະເຖິງລະດູເກັບກ່ຽວເຂົ້າບໍ່ແມ່ນບໍ່ ເຮົາບອກທ່ານ ທັງຫຼາຍວ່າ ເງີຍໜ້າຂຶ້ນເບິ່ງນາເຖີດ ເຫັນບໍ່ ທົ່ງນາເຫຼືອງອະລ່າມ ເຖິງເວລາເກັບກ່ຽວແລ້ວ ຄົນກ່ຽວກໍກໍາລັງໄດ້ຮັບຄ່າຈ້າງ ແລະກໍາລັງສະສົມພືດຜົນໄວ້ສໍາລັບຊີວິດນິລັນ ເພື່ອທັງ ຄົນຫວ່ານແລະຄົນເກັບກ່ຽວຈະຊື່ນຊົມຍິນດີນໍາກັນ” ໂຢຮັນ 4:35, 36 {MH 103.5}ມແ 81.2

    ເປັນເວລາສາມປີທີ່ເຫຼົ່າສາວົກໄດ້ມີພຣະເຢຊູຊົງເປັນແບບຢ່າງອັນປະເສີດສໍາລັບ ເຂົາທັງຫຼາຍ ຫຼາຍມື້ຫຼາຍວັນທີ່ເຂົາທັງຫຼາຍຮ່ວມດໍາເນີນແລະສົນທະນາກັບພຣະອົງຟັງ ຖ້ອຍຄໍາຂອງພຣະອົງທີ່ຕັດປອບໂຍນແກ່ຄົນທີ່ເມື່ອຍລ້າອ່ອນໃຈແລະຄົນທີ່ຕ້ອງແບກ ພາລະອັນໜັກ ແລະຍັງເຫັນການສໍາແດງເຖິງລິດອໍານາດຂອງພຣະອົງເພື່ອເຫັນແກ່ຄົນ ທີ່ເຈັບປ່ວຍ ແລະຜູ້ທີ່ຕ້ອງທົນທຸກທໍລະມານ ເມື່ອເຖິງເວລາທີ່ພຣະອົງຈະຕ້ອງຈາກໄປ ພຣະອົງຊົງປະທານພຣະຄຸນແລະລິດອໍານາດໃຫ້ແກ່ເຂົາທັງຫຼາຍເພື່ອທີ່ຈະໄດ້ດໍາເນີນ ພຣະລາຊະກິດຂອງພຣະອົງຕໍ່ໄປໃນພຣະນາມຂອງພຣະອົງ ເຫຼົ່າສາວົກຈະຕ້ອງສ່ອງ ແສງສະຫວ່າງຂອງຂ່າວປະເສີດແຫ່ງຄວາມຮັກແລະການຢຽວຢາຮັກສາໃຫ້ແຜ່ກະ ຈາຍອອກໄປແລະພຣະຜູ້ຊ່ວຍໃຫ້ລອດສັນຍາວ່າພຣະອົງຈະຊົງສະຖິດຢູ່ກັບພວກເຂົາ ສະເໝີໄປ ໂດຍທາງພຣະວິນຍານບໍລິສຸດ ພຣະອົງຈະຊົງສະຖິດຢູ່ນໍາພວກເຂົາທັງຫຼາຍ ໄດ້ໃກ້ຊິດຂຶ້ນຍິ່ງກວ່າເມື່ອຄາວທີ່ພຣະອົງຍັງຊົງດໍາເນີນຢູ່ທ່າມກາງມະນຸດທີ່ສາມາດເບິ່ງ ເຫັນພຣະອົງໄດ້ {MH 104.1}ມແ 81.3

    ວຽກງານທີ່ເຫຼົ່າສາວົກເຮັດນັ້ນ ເຮົາກໍຈະຕ້ອງເຮັດນໍາດ້ວຍ ຄຣິດສຕຽນທຸກຄົນ ຈະຕ້ອງເປັນຜູ້ເຜີຍແຜ່ສາສະໜາ ເຮົາຈະຕ້ອງປະຕິບັດຮັບໃຊ້ດ້ວຍຄວາມເຫັນອົກເຫັນ ໃຈແລະເມດຕາສົງສານແກ່ບັນດາຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະພະຍາຍາມຊ່ວຍ ປົດປ່ອຍຄວາມທຸກຂອງມະນຸດຊາດທີ່ໄດ້ຮັບຄວາມທຸກຍາກລໍາບາກດ້ວຍຄວາມຕັ້ງໃຈ ໂດຍບໍ່ເຫັນແກ່ຕົນເອງ {MH 104.2}ມແ 81.4

    ທຸກຄົນຈະຫາວຽກເຮັດໄດ້ ຢ່າໃຫ້ມີຜູ້ໃດຮູ້ສຶກວ່າບໍ່ມີບ່ອນຈະເຮັດວຽກໃຫ້ກັບ ພຣະຄຣິດໄດ້ ພຣະຜູ້ຊ່ວຍໃຫ້ລອດໄດ້ຮ່ວມທຸກຮ່ວມສຸກກັບເຫຼົ່າບຸດຂອງມະນຸດທັງຫຼາຍ ເພື່ອຈະໃຫ້ເຮົາໄດ້ເປັນສະມາຊິກໃນຄອບຄົວແຫ່ງສະຫວັນ ພຣະອົງສະເດັດມາ ເພື່ອເປັນສະມາຊິກໃນຄອບຄົວແຫ່ງແຜ່ນດິນໂລກ ພຣະອົງຊົງເປັນບຸດມະນຸດດ້ວຍເຫດ ນີ້ພຣະອົງຈຶ່ງຊົງເປັນພີ່ນ້ອງຂອງບຸດຊາຍຍິງທຸກຄົນຂອງອາດາມ ສາວົກຜູ້ຕິດຕາມພຣະ ອົງຈະຕ້ອງບໍ່ຮູ້ສຶກວ່າຕົນເອງນັ້ນບໍ່ມີຄວາມກ່ຽວຂ້ອງໃດໆກັບໂລກອ້ອມຮອບທີ່ກໍາລັງ ຈະເຖິງຄາວພັງພິນາດ ພວກເຂົາເປັນສ່ວນໜຶ່ງຂອງສາຍໃຍທີ່ຈ່ອງດຶງເອົາບັນດາມະນຸດ ຊາດເຂົ້າໄວ້ນໍາກັນ ແລະຊາວສະຫວັນຖືວ່າເຂົາເປັນພີ່ນ້ອງຂອງເຫຼົ່າຄົນບາບອີກ ເປັນພີ່ ນ້ອງຮ່ວມກັບບັນດາຄົນໃຈບຸນອີກດ້ວຍ {MH 104.3}ມແ 82.1

    ມີມະນຸດນັບເປັນລ້ານໆຄົນທີ່ຕົກຢູ່ໃນສະພາບຂອງຄວາມເຈັບປ່ວຍ ຄວາມຢ້ານ ກົວແລະຄວາມຜິດບາຍແລະຍັງບໍ່ເຄີຍໄດ້ຍິນເຖິງຄວາມຮັກຂອງພຣະຄຣິດທີ່ມີຕໍ່ເຂົາຖ້າ ຫາກເຮົາຈະປ່ຽນສະພາບລະຫວ່າງເຮົາກັບເຂົາໄດ້ ເຮົາປາຖະໜາທີ່ຈະໃຫ້ເຂົາເຮັດອັນ ໃດເພື່ອເຮົາແດ່ສິ່ງທັງໝົດນີ້ເຮົາຈະຕ້ອງເຮັດເພື່ອພວກເຂົາເທົ່າທີ່ເຮົາຈະສາມາດເຮັດໄດ້ ແນວທາງໃດການດໍາເນີນຊີວິດທີ່ພຣະຄຣິດໄດ້ຊົງກໍານົດໄວ້ວ່າເຮົາຈະຍັງຄົງຕັ້ງໝັ້ນຢູ່ຫຼື ວ່າຈະຕ້ອງພິນາດໄປໃນການພິພາກສາຄື “ຈົ່ງປະຕິບັດຕໍ່ຜູ້ອື່ນ ຢ່າງທີ່ທ່ານປາຖະໜາ ໃຫ້ເຂົາປະຕິບັດຕໍ່ທ່ານ” ມັດທາຍ 7:12 {MH 104.4}ມແ 82.2

    ເມື່ອເຮົາໄດ້ຮັບພຣະລາຊະທານບັນດາສິ່ງທີ່ເປັນປະໂຫຍດຫຼາຍຍິ່ງກວ່າຜູ້ອື່ນນັ້ນ ບໍ່ວ່າຈະເປັນການສຶກສາ ການຂັດເກົາອຸປະນິດໄສອັນດີງາມ ການອົບຮົມຕາມແບບຢ່າງ ຂອງຄຣິດສຕຽນ ແລະປະສົບການກ່ຽວກັບສາສະໜາເທົ່າກັບວ່າເຮົາໄດ້ເປັນໜີ້ຂອງຜູ້ທີ່ ໄດ້ຮັບສິດທິພິເສດນ້ອຍກວ່າເຮົາ ແລະເທົ່າທີ່ເຮົາຈະສາມາດເຮັດໄດ້ ເຮົາຈະຕ້ອງຊ່ວຍ ເຫຼືອຄົນເຫຼົ່ານັ້ນ ຫາກເຮົາມີກໍາລັງທີ່ເຂັ້ມແຂງເຮົາຈະຕ້ອງຊ່ວຍພະຍຸງມືຂອງຜູ້ທີ່ອ່ອນ ແອກວ່າເຮົາ {MH 105.1}ມແ 82.3

    ທູດສະຫວັນທີ່ມີລັດສະໝີຮຸ່ງເຮືອງຊຶ່ງໄດ້ເຫັນພຣະພັກພຣະບິດາເທິງສະຫວັນຢູ່ ເປັນນິດຕ່າງມີຄວາມປິຕິຍິນດີໃນການຮັບໃຊ້ຊ່ວຍເຫຼືອເຫຼົ່າບຸດຂອງພຣະອົງທູດສະຫວັນ ຈະຢູ່ໃນທີ່ໆຄົນເຫຼົ່ານີ້ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດຢູ່ກັບຄົນທີ່ກໍາລັງປະເຊີນ ກັບສົງຄາມອັນໜັກໜ່ວງທີ່ສຸດຂອງສົງຄາມການຕໍ່ສູ້ກັບຕົນເອງ ແລະຢູ່ກັບຜູ້ທີ່ຕົກຢູ່ໃນ ສະພາບແວດລ້ອມທີ່ເຮັດໃຫ້ເຂົາທໍ້ຖອຍສຸດ ຈິດວິນຍານທີ່ອ່ອນກໍາລັງແລະເປັນທຸກ ຫວັ່ນໄຫວຂອງຜູ້ທີ່ມີອຸປະນິໄສຫຼາຍຢ່າງອັນໜ້າລັງກຽດ ເປັນພວກທີ່ເຫຼົ່າທູດສະຫວັນ ຄອຍດູແລຫ່ວງໃຍເປັນພິເສດ ສິ່ງທີ່ຄົນມີຈິດໃຈທີ່ເຫັນແກ່ຕົວເບິ່ງວ່າວຽກງານຂອງ ການປະຕິບັດຮັບໃຊ້ຕໍ່ຜູ້ອື່ນນັ້ນຕໍ່າຕ້ອຍ ການໃຫ້ຄວາມຊ່ວຍເຫຼືອແກ່ຄົນທີ່ໜ້າເວທະ ນາແລະມີຄຸນລັກສະນະທຸກດ້ານທີ່ດ້ອຍກວ່າຄົນອື່ນນັ້ນເປັນວຽກຂອງເຫຼົ່າທູດສະຫວັນ ທີ່ບໍລິສຸດປາສະຈາກຄວາມຜິດບາດທີ່ມາຈາກບັນລັງເບື້ອງເທິງ {MH 105.2}ມແ 82.4

    ພຣະເຢຊູບໍ່ໄດ້ຖືວ່າສະຫວັນເປັນສະຖານທີ່ອັນໜ້າເພິ່ງປາຖະໜາໃນຂະນະທີ່ ເຮົາຕົກຢູ່ໃນຄວາມພິນາດ ພຣະອົງສະເດັດຈາກລາຊະບັນລັງໃນສະຫວັນມາບັງເກີດເປັນ ມະນຸດແລະມີຊີວິດທີ່ຖືກຕໍານິຕິຕຽນແລະຖືກດູໝິ່ນຢຽດຫຍາມ ແລະຊົງຕ້ອງສິ້ນພຣະ ຊົນດ້ວຍຄວາມອັບປະຍົດອົດສູ ພຣະອົງຜູ້ຊົງຮັ່ງມີບໍລິບູນດ້ວຍລາຊະສົມບັດໃນສະ ຫວັນອັນປະເມີນຄ່າບໍ່ໄດ້ ກັບກາຍມາເປັນພຽງຄົນທີ່ຍາກຈົນຂັດສົນ ເພາະໂດຍຄວາມ ຍາກຈົນຂອງພຣະອົງນັ້ນເຮົາທັງຫຼາຍຈະໄດ້ຮັ່ງມີ ເຮົາທັງຫຼາຍຈຶ່ງຕ້ອງດໍາເນີນຕາມຮອຍ ພຣະບາດທີ່ພຣະອົງຊົງດໍາເນີນຜ່ານໄປກ່ອນໜ້ານັ້ນ {MH 105.3}ມແ 83.1

    ນັບຈາກນີ້ໄປ ຜູ້ທີ່ໄດ້ມາເປັນບຸດຂອງພຣະເຈົ້າ ຈະຕ້ອງໝັ້ນໃຈວ່າຕົວເອງໄດ້ເປັນ ສ່ວນໜຶ່ງຂອງບ້ວງໂສ້ທີ່ຢ່ອນລົງມາຈາກສະຫວັນເພື່ອຊ່ວຍບັນດາມະນຸດໃຫ້ໄດ້ຮັບ ຄວາມລອດ ເຂົາຈະມີສ່ວນຮ່ວມກັບພຣະຄຣິດໃນແຜນການແຫ່ງພຣະກາລຸນາທິຄຸນ ຂອງພຣະອົງ ແລະອອກໄປພ້ອມກັບພຣະອົງເພື່ອທີ່ຈະສະແຫວງຫາແລະຊ່ວຍເຫຼືອຄົນ ທີ່ຫຼົງຫາຍໃຫ້ໄດ້ຮັບຄວາມລອດ {MH 105.4}ມແ 83.2

    ມີຄົນຫຼວງຫຼາຍຮູ້ສຶກວ່າເປັນສິດທິພິເສດຍິ່ງໃຫຍ່ທີ່ໄດ້ມີໂອກາດໄປທ່ອງທ່ຽວ ຕາມສະຖານທີ່ຕ່າງໆທີ່ພຣະຄຣິດຊົງເຄີຍດໍາລົງພຣະຊົນຢູ່ໃນໂລກ ໄດ້ຍ່າງໄປຕາມຫົນ ທາງທີ່ພຣະອົງຊົງເຄີຍດໍາເນີນຜ່ານໄປ ໄດ້ແນມໄປຍັງແຄມທະເລສາບທີ່ພຣະອົງຊົງຊື່ນ ຊອບທີ່ຈະໃຊ້ເປັນສະຖານທີ່ໃນການເທສະນາສັ່ງສອນ ແລະເບິ່ງໄປຍັງເນີນພູແລະ ຮ່ອມພູທີ່ພຣະອົງຊົງເຄີຍທອດສາຍພຣະເນດຢູ່ສະເໝີ ແຕ່ເຮົາບໍ່ຈໍາເປັນຕ້ອງໄປເມືອງ ນາຊາເຣັດ ໄປຍັງເມືອງຄາເປີນາອຸມ ຫຼືໝູ່ບ້ານເບທານີ ເພື່ອທີ່ຈະໄດ້ເດີນຕາມຮອຍພຣະ ບາດຂອງພຣະເຢຊູ ແຕ່ເຮົາຈະໄດ້ພົບເຫັນຮອຍພຣະບາດຂອງພຣະອົງຢູ່ທີ່ຂ້າງຕຽງຄົນ ປ່ວຍໃນກະຕູບຂອງຄົນຍາກຈົນ ຕາມຮ່ອມຕອກຊອກຊອຍທີ່ແອອັດໄປດ້ວຍຜູ້ຄົນໃນ ເມືອງໃຫຍ່ແລະໃນທຸກຫົນແຫ່ງທີ່ມີຈິດໃຈຂອງບັນດາຜູ້ທີ່ຕ້ອງການຄໍາປອບໂລມເພື່ອ ໜູນໃຈ {MH 105.5}ມແ 83.3

    ເຮົາຈະຕ້ອງລ້ຽງດູຜູ້ທີ່ຫິວກະຫາຍ ຫົ່ມກາຍຂອງຜູ້ທີ່ເປົ່າເປືອຍແລະເລົ້າໂລມຈິດ ໃຈຂອງຄົນທີ່ປະສົບກັບຄວາມທຸກຍາກແລະເຈັບປ່ວຍທໍລະມານເຮົາຈະຕ້ອງຊ່ວບເຫຼືອ ຄົນທີ່ມີຈິດໃຈທໍ້ຖອຍແລະຊ່ວຍຜູ້ໄຮ້ຊຶ່ງຄວາມຫວັງໃຫ້ເກີດແຮງບັນດານໃຈຂຶ້ນມາ ໃໝ່ອີກຄັ້ງ {MH 106.1}ມແ 84.1

    ຄວາມຮັກຂອງພຣະຄຣິດທີ່ເຮົາໄດ້ສະແດງໃຫ້ເຫັນໂດຍການປະຕິບັດຮັບໃຊ້ ຢ່າງບໍ່ເຫັນແກ່ຕົວນັ້ນຈະຍັງມີຜົນໃນການປັບປຸງແກ້ໄຂຜູ້ທີ່ກະທໍາຊົ່ວໄດ້ດີກວ່າດາບລົງ ໂທດຫຼືສານຍຸດຕິທໍາ ສິ່ງເຫຼົ່ານີ້ອາດມີຄວາມຈໍາເປັນເພື່ອເຮັດໃຫ້ຜູ້ທີ່ຝ່າຝືນກົດໝາຍ ເກີດຄວາມຢ້ານກົວ ແຕ່ຜູ້ເຜີຍແຜ່ສາສະໜາທີ່ປ່ຽມດ້ວຍຄວາມຮັກຍ່ອມຈະສາມາດ ເຮັດໄດ້ຫຼາຍຍິ່ງກວ່າ ຫຼາຍຄັ້ງທີ່ຈິດໃຈອັນກະດ້າງອັນເກີດຈາກການທີ່ຖືກຕໍານິຕິຕຽນ ມັກຈະອ່ອນລົງເມື່ອໄດ້ຮັບຄວາມຮັກຂອງພຣະຄຣິດ {MH 106.2}ມແ 84.2

    ຜູ້ເຜີຍແຜ່ສາສະໜາບໍ່ພຽງແຕ່ຈະສາມາດຮັກສາຄວາມເຈັບປ່ວຍດ້ານຮ່າງກາຍ ໄດ້ເທົ່ານັ້ນ ແຕ່ເຂົາຍັງນໍາຄົນບາບໃຫ້ໄປຫາແພດຜູ້ປະເສີດໄດ້ ພຣະອົງຜູ້ຊົງສາມາດຊໍາ ລະຈິດວິນຍານໃຫ້ສະອາດຈາກຄວາມຜິດບາບອັນຮ້າຍແຮງເໝືອນດັ່ງໂລກເຮື້ອນ ໂດຍ ອາໄສຜູ້ຮັບໃຊ້ຂອງພຣະອົງ ພຣະເຈົ້າຊົງມີຄວາມມຸ້ງໝາຍທີ່ຈະໃຫ້ຄົນເຈັບປ່ວຍ ຄົນທີ່ ເຄາະຮ້າຍແລະຄົນທີ່ຖືກຜີເຂົ້າສິງໃຫ້ໄດ້ຍິນພຣະສຸລະສຽງຂອງພຣະອົງ ໂດຍອາໄສມະ ນຸດຊຶ່ງເປັນຜູ້ແທນຂອງພຣະອົງ ພຣະອົງຊົງປາຖະໜາທີ່ຈະໄດ້ເປັນຜູ້ທີ່ຄອຍປອບປະ ໂລມອົບອຸ່ນຈິດໃຈຢ່າງທີ່ໂລກບໍ່ເຄີຍຮູ້ຈັກມາກ່ອນ {MH 106.3}ມແ 84.3

    ພຣະຜູ້ຊ່ວຍໃຫ້ລອດຊົງຍອມສະລະພຣະຊົນຊີບອັນປະເສີດຂອງພຣະອົງເພື່ອ ຈະໄດ້ຕັ້ງຄຣິດສຕະຈັກຂຶ້ນມາທີ່ມີຄວາມສາມາດປົນນິບັດຮັບໃຊ້ຊ່ວຍເຫຼືອຜູ້ທີ່ມີ ຄວາມທຸກທໍລະມານ ຄົນທີ່ເສົ້າໂສກແລະຄົນທີ່ປະສົບກັບການທົດລອງ ໃນໝູ່ຜູ້ເຊື່ອ ອາດເປັນຄົນທີ່ຍາກຈົນ ຂາດການສຶກສາແລະບໍ່ເປັນທີ່ຮູ້ຈັກ ແຕ່ເຖິງຢ່າງນັ້ນ ໃນພຣະ ຄຣິດ ເຂົາທັງຫຼາຍກໍຍັງສາມາດທີ່ຈະເຮັດກິດຈະການຂອງພຣະອົງໄດ້ພາຍໃນບ້ານ ໃນ ວົງສັງຄົມແລະແມ່ນແຕ່ໃນ ເຂດແຄວ້ນທີ່ຢູ່ຫ່າງໄກ ຊຶ່ງຜົນນັ້ນຈະໄດ້ຂະຫຍາຍແຜ່ ລາມກວ້າງໄກອອກໄປຈົນບໍ່ມີທີ່ສິ້ນສຸດ {MH 106.4}ມແ 84.4

    ສໍາລັບສາວົກຜູ້ຕິດຕາມພຣະຄຣິດໃນທຸກວັນນີ້ ພຣະອົງໄດ້ຕັດເຖິງຖ້ອຍຄໍາທີ່ບໍ່ ໄດ້ໜ້ອຍໄປກວ່າເມື່ອຕອນທີ່ຕັດໄວ້ກັບເຫຼົ່າສາວົກພວກທໍາອິດວ່າ {MH 106.5}ມແ 85.1

    ລິດທານຸພາບທັ້ງສິ້ນໃນສະຫວັນກໍດີ ໃນແຜ່ນດິນໂລກກໍດີ ຊົງມອບໄວ້ແກ່ເຮົາ ແລ້ວ ເຫດສະນັ້ນເຈົ້າທັງຫຼາຍຈົ່ງອອກໄປສັ່ງສອນຄົນທຸກໆຊົນຊາດ ” “ເຈົ້າທັງຫຼາຍຈົ່ງ ອອກໄປທົ່ວໂລກປະກາດຂ່າວປະເສີດແກ່ມະນຸດທຸກຄົນ” ມັດທາຍ 28:18,19 ມາ ລະໂກ 16:15 {MH 106.6}ມແ 85.2

    ແລະພຣະສັນຍາທີ່ວ່າພຣະອົງຈະຊົງສະຖິດຢູ່ນໍານັ້ນກໍເປັນຂອງເຮົາເຊັ່ນກັນ “ນີ້ ແຫຼະເຮົາຈະຢູ່ນໍາພວກເຈົ້າທັງຫຼາຍສະເໝີໄປຈົນກວ່າຈະສິ້ນຍຸກ” ມັດທາຍ 28:20 {MH 107.1}ມແ 85.3

    ທຸກມື້ນີ້ ບໍ່ມີຝູງຊົນທີ່ຢາກຮູ້ຢາກເຫັນທີ່ພາກັນໄປຊຸມນຸມກັນໃນສະຖານທີ່ເປົ່າ ປ່ຽວຫ່າງໄກຈາກຜູ້ຄົນເພື່ອທີ່ຈະໄດ້ເຫັນແລະໄດ້ສະດັບຮັບຟັງພຣະຄຣິດບໍ່ມີພຣະສຸລະ ສຽງຂອງພຣະອົງໃຫ້ໄດ້ຍິນຕາມຖະໜົນອັນຈໍແຈອີກ ບໍ່ມີສຽງຮ້ອງຈາກແຄມທາງວ່າ “ພຣະເຢຊູຊາວນາຊາເຣັດສະເດັດໄປ” ລູກາ 18:37 ແຕ່ເຖິງຢ່າງນັ້ນຖ້ອຍຄໍານີ້ກໍຍັງ ຄົງເປັນຄວາມຈິງຢູ່ໃນວັນນີ້ ພຣະຄຣິດຊົງດໍາເນີນໄປຕາມຖະໜົນຫົນທາງຂອງເຮົາເຖິງ ແມ່ນວ່າເຮົາຈະເບິ່ງບໍ່ເຫັນພຣະອົງກໍຕາມ ພຣະອົງສະເດັດມາບ້ານຂອງພວກເຮົາພ້ອມ ພຣະກິດຕິຄຸນແຫ່ງພຣະເມດຕາ ພຣະອົງຊົງລໍຄອຍເພື່ອຈະໄດ້ຮ່ວມມືກັບຄົນທັງຫຼາຍ ທີ່ພະຍາຍາມປົນນິບັດຊ່ວຍເຫຼືອຜູ້ອື່ນໃນພຣະນາມຂອງພຣະອົງ ພຣະອົງຊົງປະທັບຢູ່ ທ່າມກາງເຮົາທັງຫຼາຍ ເພື່ອທີ່ຈະໄດ້ຮັກສາຢຽວຢາໂລກໄພແລະອວຍພຣະພອນໃຫ້ແກ່ ເຮົາຫາກເຮົາຈະຍອມຮັບພຣະອົງ {MH 107.2}ມແ 85.4

    ພຣະເຈົ້່າບອກດັ່ງນີ້ວ່າ ໃນເວລາໂປດປານເຮົາຕອບເຈົ້າແລ້ວ ໃນວັນແຫ່ງຄວາມ ລອດເຮົາໄດ້ຊ່ວຍເຈົ້າ ເຮົາໄດ້ດູແລເຈົ້າ ແລະມອບໃຫ້ເຈົ້າ ເປັນຕົວພັນທະສັນຍາຂອງ ມະນຸດຊາດ ເພື່ອສະຖາປະນາແຜ່ນດິນ ເພື່ອຈະໄດ້ຮັບບ່ອນຫວ່າງເປົ່ານັ້ນເປັນມໍລະດົກ ພ້ອມກ່າວແກ່ຜູ້ທີ່ຖືກຈອງຈໍາວ່າ ອອກມາເຖີດ ຕໍ່ບັນດາຜູ້ທີ່ຢູ່ໃນຄວາມມືດວ່າຈົ່ງປະ ກົດຕົວມແ 85.5

    “ເປັນຕາຮັກແທ້ທີ່ເຫັນຜູ້ປະກາດຂ່າວຂ້າມພູເຂົາມາ
    ໂດຍນໍາຂ່າວປະເສີດຄືຂ່າວແຫ່ງສັນຕິສຸກມາໃຫ້
    ເຂົາປະກາດເລື່ອງໄຊຊະນະທີ່ພູເຂົາຊີໂຍນວ່າ
    ພຣະເຈົ້າຂອງເຈົ້າເປັນເຈົ້າມະຫາຊີວິດ” ເອຊາຢາ
    ມແ 86.1

    52: 7

    “ເຈົ້າຄືບ່ອນທີ່ຖືກຖິ້ມປະໃຫ້ຮ້າງແຫ່ງເຢລູຊາເຣັມເອີຍຈົ່ງເປັ່ງສຽງຮ້ອງເພງດ້ວຍ
    ກັນເພາະພຣະເຈົ້າໄດ້ຊົງເລົ້າໂລມຊົນຊາດຂອງພຣະອົງ.....
    ພຣະເຈົ້າຊົງເປືອຍພຣະກາຍອັນບໍລິສຸດຂອງພຣະອົງ
    ຕໍ່ໜ້າຕໍ່ຕາປະຊາຊາດທັງປວງ
    ແລະທີ່ສຸດປາຍແຜ່ນດິນໂລກທັງສິ້ນ
    ຈະເຫັນຄວາມລອດຂອງພຣະເຈົ້າຂອງເຮົາ”
    ມແ 86.2

    ເອຊາຢາ 49:9, 10 {MH 107.3}