Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການດູແລເບິ່ງແຍງເດັກນ້ອຍເກີດໃໝ່

    ເດັກທີ່ມີຊີວິດຄວາມເປັນຢູ່ທີ່ສະຫງົບແລະລຽບງ່າຍຫຼາຍເທົ່າໃດກໍຈະເປັນການ ສົ່ງເສີມໃຫ້ພວກເຂົາມີພັດທະນາການໃນດ້ານຮ່າງກາຍແລະສະຕິປັນຍາຫຼາຍຂຶ້ນເທົ່ານັ້ນ ຕະຫຼອດເວລາມານດາຄວນພະຍາຍາມເຮັດຈິດໃຈໃຫ້ສະຫງົບ ສຸຂຸມເຍືອກເຢັນແລະມີ ສະຕິໝັ້ນຄົງຢູ່ສະເໝີ ເດັກນ້ອຍສ່ວນຫຼາຍໄວຕໍ່ຄວາມຕື່ນເຕັ້ນ ແລະຕົກໃຈໄດ້ງ່າຍ ແຕ່ ກິລິຍາທີ່ສຸພາບອ່ອນໂຍນແລະອາລົມທີ່ສະຫງົບເຍືອກເຢັນຂອງມານດາຈະຊ່ວຍລະງັບ ຄວາມຕົກໃຈຊຶ່ງຈະເປັນປະໂຫຍດຕໍ່ເດັກຫຼາຍເກີນທີ່ຈະກ່າວໄດ້ {MH 381.1}ມແ 385.2

    ເດັກອ່ອນນ້ອຍຕ້ອງການຄວາມອົບອຸ່ນ ແຕ່ບາງຄົນມັກຈະເຂົ້າໃຈຜິດຢ່າງມະ ຫັນໂດຍການເອົາເດັກໄປໄວ້ໃນຫ້ອງທີ່ຮ້ອນເກີນໄປແລະຂາດອາກາດບໍລິສຸດການໃຊ້ ຜ້າຄຸມໃບໜ້າຂອງເດັກນ້ອຍໃນຂະນະທີ່ຫຼັບນັ້ນເປັນອັນຕະລາຍຢ່າງຍິ່ງເພາະເຮັດໃຫ້ ຫາຍໃຈບໍ່ສະດວກ {MH 381.2}ມແ 386.1

    ເຮົາຕ້ອງຄອຍລະວັງບໍ່ໃຫ້ເດັກນ້ອຍໄດ້ຮັບຜົນກະທົບທຸກຮູບແບບທີ່ຈະບັນ ທອນຫຼືໃຫ້ໂທດຕໍ່ຮ່າງກາຍ ເຮົາຕ້ອງຄອຍເບິ່ງແຍງເອົາໃຈໃສ່ຢ່າງລະມັດລະວັງເພື່ອໃຫ້ ທຸກສິ່ງທີ່ຢູ່ຮອບຕົວເດັກມີຄວາມສະອາດແລະສົດຊື່ນ ໃນຂະນະດຽວກັນບິດາມານດາ ຈໍາເປັນຕ້ອງປ້ອງກັນເດັກຈາກການປ່ຽນແປງຂອງອຸນຫະພູມຢ່າງກະທັນຫັນຫຼືແຕກຕ່າງ ກັນຫຼາຍແລະຄອຍເບິ່ງແຍງໃຫ້ເດັກຫາຍໃຈຕໍ່ອາກາດບໍລິສຸດແລະສົດຊື່ນທັງໃນເວລາ ຫຼັບຫຼືຕື່ນໃນເວລາກາງເວັນຫຼືກາງຄືນ {MH 381.3}ມແ 386.2

    ໃນການຈັດຕຽມເສື້ອຜ້າສໍາຫຼັບເດັກອ່ອນນັ້ນ ເສື້ອຜ້າຊະນິດທີ່ສວມໃສ່ໄດ້ສະ ບາຍແລະຖືກລັກສະນະມີຄວາມເໝາະສົມຫຼາຍກວ່າຄວາມທັນສະໃໝຫຼືເພື່ອຮຽກຮ້ອງ ຄໍາຊົມ ມານດາບໍ່ຄວນໃຊ້ເວລາໄປກັບການຫຍິບປັກຖັກຮ້ອຍຫຼືເຕີມແຕ່ງສີສັນໃຫ້ເສື້ອ ຜ້າໂຕນ້ອຍເພື່ອຄວາມສວຍງາມ ຫັກໂຫມຕົນເອງດ້ວຍແຮງງານທີ່ບໍ່ຈໍາເປັນເຖິງຄວາມ ສ່ຽງຕໍ່ສຸກຂະພາບທັງຂອງມານດາແລະຂອງບຸດ ມານດາບໍ່ຄວນໃຊ້ສາຍຕາຍແລະປະສາດ ຫຼາຍເກີນໄປກັບການນັ່ງກົ້ມໜ້າກົ້ມຕາຫຍິບເສື້ອຜ້າແທນທີ່ຈະໃຊ້ເວລາໃນການພັກ ຜ່ອນແລະການອອກກໍາລັງກາຍທີ່ເພີດເພີນ ມານດາຄວນເອົາໃຈໃສ່ເຖິງພາລະໜ້າທີ່ໆ ຕ້ອງຖະໜອມກໍາລັງແຮງໄວ້ໃຊ້ສໍາຫຼັບລ້ຽງດູບຸດຕໍ່ໄປ {MH 381.4}ມແ 386.3

    ຖ້າເສື້ອຜ້າຂອງເດັກອ່ອນມີທັງຄວາມອົບອຸ່ນ ການປົກປ້ອງຮ່າງກາຍແລະ ຄວາມ ສະບາຍ ເດັກຈະບໍ່ມີອາການຫງຸດຫງິດຫຼືຮ້ອງກວນໂຍເຍ ບຸດຈະມີສຸຂະພາບທີ່ດີຂຶ້ນ ແລະຜູ້ເປັນມານດາຈະບໍ່ຮູ້ສຶກວ່າການຄອຍເບິ່ງແຍງເອົາໃຈໃສ່ບຸດນັ້ນເປັນພາລະໜ້າທີ່ ຕ້ອງໃຊ້ກໍາລັງເຫື່ອແຮງແລະເວລາຍາວນານເກີນໄປ {MH 382.1}ມແ 386.4

    ເສື້ອຜ້າທີ່ມີຂອບຍາງຮັດແໜ້ນຫຼືເສື້ອຜ້າທີ່ມີແອວຄັບຂັດຂວາງການເຮັດວຽກ ຂອງຫົວໃຈແລະປອດ ສົມຄວນຈະຫຼີກລ້ຽງ ບໍ່ວ່າຈະເປັນເວລາໃດກໍຕາມ ເສື້ອຜ້າທີ່ ສວມໃສ່ຕ້ອງບໍ່ສ້າງຄວາມອຶດອັດດ້ວຍການບີບຮັດອະໄວຍະວະໃດໆ ຫຼືຈໍາກັດການ ເຄື່ອນໄຫວ ເສື້ອຜ້າສໍາຫຼັບເດັກທຸກຄົນຄວນມີຄວາມຫຼົມພໍໃຫ້ຫາຍໃຈໄດ້ຢ່າງສະດວກ ແລະເຕັມທີ່ ແລະຕ້ອງອອກແບບໃຫ້ໄຫຼ່ເປັນສ່ວນທີ່ຮັບນໍ້າໜັກຂອງເສື້ອຜ້າ {MH 382.2}ມແ 386.5

    ໃນບາງປະເທດຍັງມີທໍານຽມປະຕິບັດທີ່ນິຍົມແຕ່ງກາຍເດັກໂດຍປ່ອຍໃຫ້ບ່າ ແລະແຂນຂາຂອງເດັກເປົ່າ ທໍານຽມນີ້ຖືວ່າເປັນວິທີການປະຕິບັດທີ່ຜິດ ແຂນຂາເປັນ ອະໄວຍະວະທີ່ຢູ່ຫ່າງຈາກຫົວໃຈຊຶ່ງເປັນຈຸດສູນກາງຂອງລະບົບໄຫຼວຽນເລືອດຈຶ່ງຕ້ອງ ການປົກປ້ອງຫຼາຍກວ່າອະໄວຍະວະສ່ວນອື່ນໆຂອງຮ່າງກາຍ ເສັ້ນເລືອດແດງທີ່ລໍາລຽງ ເລືອດໄປຍັງອະໄວຍະວະປາຍບໍລິເວນແຂນຂາມີຂະໜາດໃຫຍ່ເພື່ອເກັບເລືອດໃນປະລິ ມານທີ່ພຽງພໍໃນການຫຼໍ່ລ້ຽງຮ່າງກາຍໃຫ້ມີຄວາມອົບອຸ່ນແລະໄດ້ຮັບການອາຫານ ແຕ່ ເມື່ອແຂນຂາບໍ່ມີສິ່ງໃດຄອຍປົກປ້ອງຫຼືປົກຄຸມ ເສັ້ນເລືອດແດງ ແລະເສັ້ນເລືອດດໍາຈະ ເກີດການຫົດໂຕ ອະໄວຍະວະທີ່ໄວຕໍ່ການສໍາຜັດຈຶ່ງເຢັນ ແລະຊາແລະໄປຂັດຂວາງການ ໄຫຼວຽນຂອງເລືອດ {MH 382.3}ມແ 387.1

    ໃນເດັກທີ່ກໍາລັງຈະເລີນເຕີບໂຕທຸກສ່ວນຂອງຮ່າງກາຍຕ້ອງການປັດໃຈທຸກດ້ານ ເພື່ອການເສີມສ້າງໂຄງຮ່າງທີ່ສົມບູນແບບ ຖ້າແຂນຂາບໍ່ມີເສື້ອຜ້າປົກຄຸມຢ່າງພຽງພໍ ເດັກ ອ່ອນ ໂດຍສະເພາະເດັກຜູ້ຍິງຈະອອກໄປຫຼິ້ນນອກບ້ານບໍ່ໄດ້ ນອກຈາກວ່າອາກາດຈະ ອົບອຸ່ນ ດັ່ງນັ້ນ ເດັກເຫຼົ່ານີ້ຈຶ່ງຖືກກັກຕົວໄວ້ໃນບ້ານ ເພາະຢ້ານຈະຖືກອາກາດເຢັນ ແຕ່ ຖ້າເດັກນ້ອຍສວມໃສ່ເສື້ອຜ້າໃຫ້ເໝາະສົມ ກໍຈະເປັນປະໂຫຍດເພາະສາມາດໄປອອກ ກໍາລັງກາຍຢ່າງເຕັມທີ່ໄດ້ໃນກາງແຈ້ງ ບໍ່ວ່າຈະເປັນລະດູຮ້ອນຫຼືລະດູໜາວກໍຕາມ {MH 382.4}ມແ 387.2

    ມານດາທີ່ປາຖະໜາຈະໃຫ້ບຸດຊາຍຍິງມີຮ່າງກາຍທີ່ແຂງແຮງຄວນແຕ່ງກາຍໃຫ້ ບຸດທິດາຂອງຕົນຢ່າງຖືກຕ້ອງແລະສະໜັບສະໜູນໃຫ້ທຸກຄົນອອກໄປຫຼິ້ນກາງແຈ້ງ ເລື້ອຍໃນເວລາທີ່ອາດກາດເໝາະສົມ ການຈະສະຫຼັດໃຫ້ຫຼຸດພົ້ນຈາກທໍານຽມປະຕິບັດ ຍ່ອມຕ້ອງອາໃສຄວາມພຽນພະຍາຍາມ ການແຕ່ງກາຍແລະການອົບຮົມສັ່ງສອນລູກໆ ກ່ຽວກັບສຸຂະພາບ ແຕ່ຜົນທີ່ໄດ້ຮັບນັ້ນຈະຕອບແທນຄວາມພະຍາຍາມທີ່ໄດ້ທຸ້ມເທໄປ ຢ່າງຄຸ້ມຄ່າ {MH 382.5}ມແ 387.3

    Larger font
    Smaller font
    Copy
    Print
    Contents