Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ່ 36 ໄພອັນຕະລາຍຂອງຄວາມຮູ້ໃນ ເຊິງທິດສະດີແບບວິທະຍາສາດ

    ຄວາມເລວທີ່ຊົ່ວຮ້າຍທີ່ສຸດຢ່າງໜຶ່ງທີ່ມາກັບການສະແຫວງຫາຄວາມຮູ້ ດ້ວຍ ການສຶບສວນຊອກຫາຄຳຕອບ ໂດຍທາງວິທະຍາສາດກໍຄືອາລົມໂນ້ມອ່ຽງຕ້ອງການ ຍົກຍ້ອງເຫດຜົນຕາມວິໃສຂອງມະນຸດທີ່ໃຫ້ຄຸນຄ່າເກີນຄວາມຈິງແລະຂອບເຂດຂອງ ຄວາມຮູ້ທີ່ຖືກຕ້ອງນັກວິທະຍາສາດຫຼາກຫຼາຍ ພະຍາຍາມວິນິດໃສເລື່ອງຂອງພຣະຜູ້ ສ້າງແລະພຣະຫັດຖະກິດຂອງພຣະອົງ ດ້ວຍຄວາມຮູ້ສຶກດ້ານວິທະຍາສາດທີ່ຂາດຕົກ ບົກພ່ອງຂອງຕົນເຂົາທັງຫຼາຍພະຍາຍາມຕັດສິນ ແລະກຳນົດສະພາບພຣະລັກສະນະ ແລະພຣະລາຊະອຳນາດຂອງພຣະເຈົ້າ ໂດຍໝົກໝົ້ນຢູ່ກັບທິດສະດີຕ່າງໆທີ່ຄາດເດົາກັນ ເອງກ່ຽວກັບຜູ້ຊົງລິດທານຸພາບນິດນິລັນດອນ ຄົນເຫຼົ່ານັ້ນທີ່ມີສ່ວນຮ່ວມໃນເລື່ອງນີ້ຕ່າງ ກຳລັງລ່ວງລໍ້າເຂົ້າໄປສູ່ເຂດແດນທີ່ບໍ່ໄດ້ຮັບອະນຸຍາດ ການວິໃຈຄົ້ນຄວ້າຂອງຄົນເຫຼົ່າ ນັ້ນກໍຈະບໍ່ກໍເກີດຜົນທີ່ມີຄຸນຄ່າແລະຄວາມໝາຍປະການໃດ ແຕ່ຈະເປັນຜົນເຮັດໃຫ້ຈິດ ວິນຍານຕົກຢູ່ໃນອັນຕະລາຍຫາຍະນະ {MH 427.1}ມແ 438.1

    ບິດາມານດາຄູ່ທຳອິດຂອງເຮົາຖືກຊັກຈູງໃຫ້ເຮັດຄວາມຜິດບາບ ໂດຍປ່ອຍໂຕ ໃຫ້ກັບຄວາມຢາກຈະຮູ້ໃນສິ່ງທີ່ພຣະເຈົ້າຊົງປິດບັງໄວ້ ໃນການຊຶກສະແຫວງຫາ ຄວາມຮູ້ນີ້ພວກເຂົາຕ້ອງສູນເສຍທຸກສິ່ງທີ່ມີຄ່າໃນຊີວິດໄປ ຫາກອາດັມແລະເອວາບໍ່ ໄປແຕະຕ້ອງຕົ້ນໄມ້ທີ່ຕັດຫ້າມໄວ້ ພຣະເຈົ້າຄົງຈະຖ່າຍທອດຄວາມຮູ້ໃຫ້ກັບເຂົາທັງ ສອງຄວາມຮູ້ທີ່ບໍ່ຜູກມັດດ້ວຍໂທດຂອງຄວາມຜິດບາບ ຄວາມຮູ້ທີ່ນຳຄວາມສຸກກະ ເສມສຳລານມາສູ່ພວກເຂົາໄປຕະຫຼອດຊົ່ວນິລັນດອນ ສິ່ງທັງໝົດທີ່ເຂົາທັງສອງໄດ້ມາ ຈາກການຟັງຄຳຂອງຜູ້ທົດລອງກໍຄືຄວາມຜິດບາບ ແລະຜົນລັບຕ່າງໆທີ່ຕາມມາເພາະ ເຫດທີ່ເຂົາທັງສອງບໍ່ເຊື່ອຟັງ ມະນຸດຈຶ່ງຖືກຕັດຂາດຈາກພຣະເຈົ້າແລະແຜ່ນດິນໄດ້ຖືກ ແຍກອອກຈາກສະຫວັນ {MH 427.2}ມແ 438.2

    ບົດຮຽນນີ້ມີດ້ວຍສຳລັບເຮົາເຊັ່ນກັນທຸກວັນນີ້ ຊາຕານກຳລັງລໍ້ລວງມະນຸດ ໃຫ້ຫຼົງເຮັດຜິດດ້ວຍວິທີການເຊັ່ນດຽວກັບທີ່ລໍ້ລວງບິດາມານດາ ຄູ່ທຳອິດຂອງເຮົາມາ ແລ້ວມັນກຳລັງກ່ອມຫູຊາວໂລກດ້ວຍນິທານສອນເດັກທີ່ຊວນຟັງດ້ວຍທຸກອຸບາຍແຜນ ການທີ່ສັ່ງການໄດ້ມັນລວງມະນຸດໃຫ້ສົງໄສໃນເລື່ອງທີ່ກ່ຽວກັບພຣະເຈົ້າທັງນີ້ເພື່ອຂັດ ຂວາງບໍ່ໃຫ້ມະນຸດໄດ້ຮັບຄວາມຮູ້ຂອງພຣະເຈົ້າຊຶ່ງນຳໄປສູ່ຄວາມລອດ {MH 428.1}ມແ 439.1