Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ” ຊົງບັນດານໃຫ້ຂ້າພຣະອົງສະອາດໄດ້ ”

    ໃນບັນດາໂລກໄພທັງຫຼາຍທີ່ຮູ້ກັນໃນທາງເຂດແດນຕາເວັນອອກ ໂລກຂີ້ ເຮື້ອນຈັດວ່າເປັນໂລກທີ່ໜ້າຢ້ານທີ່ສຸດເພາະເປັນໂລກທີ່ຮັກສາບໍ່ເຊົາແລະເປັນໂລກຕິດ ຕໍ່ທີ່ແຜ່ກະຈາຍໄດ້ຍ່າງໄວວາແລະງ່າຍດາຍ ລວມທັງສະພາບອັນໜ້າລ້າງກຽດຂອງຄົນ ທີ່ຕິດໂລກ ຈຶ່ງນຳມາຊຶ່ງຄວາມຢ້ານກົວ ແມ່ນແຕ່ກັບຜູ້ທີ່ກ້າຫານທີ່ສຸດ ໃນໝູ່ຊາວຢີວ ຖືກັນວ່າໂລກນີ້ເປັນການພິພາກສາລົງໂທດຢ່າງໜຶ່ງອັນເກີດຈາກຄວາມບາບ ສະນັ້ນ ຈຶ່ງຖືກເອີ້ນວ່າ ບາດແຜທີ່ພຣະອົງຊົງຕີ ເປັນພະລະກິດແຫ່ງນ້ຳມືພຣະເຈົ້າ ເນື່ອງຈາກ ພິດຂອງໂລກໄດ້ຝັງຮາກເລິກຮັກສາໃຫ້ຫາຍຂາດບໍ່ໄດ້ແລະນໍາໄປສູ່ຄວາມຕາຍ ໂລກຂີ້ ເຮື້ອນຈຶ່ງເປັນສັນຍາລັກຂອງຄວາມຜິດບາບ {MH 67.1}ມແ 45.3

    ຕາມກົດບັນຍັດພິທີກໍາຂອງຊາວຢີວໄດ້ຖືວ່າຄົນນີ້ເປັນໂລກຂີ້ເຮື້ອນເປັນຜູ້ທີ່ບໍ່ ສະອາດ ສິ່ງໃດກໍຕາມທີ່ເຂົາແຕະຕ້ອງຈະກາຍເປັນສິ່ງທີ່ບໍ່ສະອາດ ແມ່ນແຕ່ອາກາດທີ່ ເຂົາຫາຍໃຈອອກມາກໍເປັນມົນທິນເຂົາຈຶ່ງເປັນເໝືອນຄົນທີ່ຕາຍໄປແລ້ວເຂົາຖືກກີດ ກັນຈາກທີ່ພັກອາໄສຂອງມະນຸດ ຜູ້ທີ່ຖືກສົງໃສວ່າເປັນໂລກນີ້ຈະຕ້ອງໄປສະແດງຕົວຕໍ່ ປຸໂລຫິດ ຊຶ່ງຈະເປັນຜູ້ກວດສອບແລະເປັນຜູ້ຕັດສິນຊີ້ຂາດເຖິງໂລກທີ່ເຂົາເປັນຢູ່ ຖ້າເຂົາ ຖືກວິນິດໄສວ່າເປັນໂລກຂີ້ເຮື້ອນແທ້ເຂົາກໍຈະຕ້ອງຖືກແຍກອອກຈາກຄອບຄົວ ຖືກຕັດ ຂາດອອກຈາກຊົນຊັ້ນຄົນອິສະລາເອນ ແລະຖືກກຳນົດໃຫ້ພົວພັນກັບຄົນທີ່ເປັນໂລກ ຕິດຕໍ່ຂີ້ເຮືອນຄືກັນເທົ່ານັ້ນ ແມ່ນແຕ່ກະສັດແລະຜູ້ປົກຄອງກໍບໍ່ໄດ້ມີການຍົກເວັ້ນ ພຣະ ມະຫາກະສັດທີ່ເປັນໂລກຮ້າຍແຮງນີ້ ຈະຕ້ອງຍອມສະລະພຣະລາດຊະບັນລັງແລະຫຼີກ ໜີອອກໄປຈາກສັງຄົມ {MH 67.2}ມແ 46.1

    ຄົນທີ່ເປັນໂລກຂີ້ເຮື້ອນຈະຕ້ອງອອກໄປຈາກມິດສະຫາຍແລະຍາຕພີ່ນ້ອງຂອງ ເຂົາແລະຈະຕ້ອງທົນຮັບຄວາມສາບແຊ່ງໃນການທີ່ເຂົາປ່ວຍເປັນໂລກຮ້າຍແຮງນີ້ ເຂົາຕ້ອງ ຖືກບັງຄັບໃຫ້ຮ້ອງປະກາດເຖິງຄວາມວິບັດຂອງຕົນເອງ ຕ້ອງຈີກເສື້ອຜ້າຂອງຕົນແລະ ສົ່ງສຽງເຕືອນໃຫ້ທຸກຄົນຫຼີກໜີໄປໃຫ້ພົ້ນຈາກສີ່ງທີ່ເປິເປື້ອນສຽງທີ່ຮ້ອງວ່າ ບໍ່ສະອາດໆ ອັນໂຫຍຫວນອອກມາຈາກປາກຂອງຄົນທີ່ຖືກຂັບໄລ່ໜີແລະໂດດດ່ຽວອ້າງວ້າງ ເປັນສຽງທີ່ເຮັດໃຫ້ຜູ້ທີ່ໄດ້ຍິນ ຢ້ານກົວແລະຮູ້ສຶກລັງກຽດ {MH 67.3}ມແ 46.2

    ໃນແຄ້ວນແຖບພຣະເຢຊູປະຕິບັດພຣະລາຊະກິດຢູ່ນັ້ນ ມີຄົນທີ່ເຈັບປ່ວຍທໍລະ ມານດ້ວຍໂລກນີ້ຢ່າງຫຼວງຫຼາຍ ແລະເມື່ອຂ່າວຂອງພຣະລາຊະກິດຂອງພຣະອົງໄດ້ຮັບ ຮູ້ໄປເຖິງພວກເຂົາ ມີຢູ່ຄົນໜຶ່ງມີຄວາມເຊື່ອໄດ້ເກີດຂຶ້ນໃນຈິດໃຈ ຖ້າເຂົາເຂົ້າໄປເຝົ້າ ພຣະເຢຊູໄດ້ ເຂົາກໍອາດຈະຫາຍຈາກໂລກ ແຕ່ເຂົາຈະໄປຫາພຣະເຢຊູໄດ້ແນວໃດໃນ ເມື່ອເຂົາຖືກກຳນົດໃຫ້ຕ້ອງຫຼີກຕົນເອງຈາກຜູ້ອື່ນຕະຫຼອດການ ເຂົາຈະໄປສະແດງຕົນ ຕໍ່ເບື້ອງພຣະພັກຂອງແພດຜູ້ປະເສີດໄດ້ຈັ່ງໃດແລະພຣະຄຣິດຈະຊົງຮັກສາເຂົາຫຼືບໍ່ ພຣະ ອົງຈະຊົງເປັນ ຄືດັ່ງພວກຟາລີຊາຍແລະແມ່ນກະທັ້ງພວກແພດຄົນອື່ນໆ ທີ່ຄອຍສາບ ແຊ່ງເຂົາແລະເຕືອນເຂົາໃຫ້ໜີໄປຈາກທີ່ຢູ່ອາໄສຂອງມະນຸດ {NH 68.1}ມແ 46.3

    ເຂົາຄິດເຖິງເລື່ອງທັງໝົດຂອງພຣະເຢຊູທີ່ມີຄົນເຄີຍເລົ່າໃຫ້ຟັງວ່າ ຜູ້ທີ່ມາທູນຂໍ ໃຫ້ພຣະອົງຊ່ວຍເຫຼືອນັ້ນບໍ່ມີຜູ້ໃດທີ່ພຣະອົງຈະຊົງປະຕິເສດ ຊາຍຜູ້ໜ້າເວທະນາຄົນ ນີ້ໄດ້ຕັ້ງໃຈທີ່ຈະໄປຫາພຣະຜູ້ຊ່ວຍໃຫ້ລອດ ແມ່ນວ່າເຂົາຈະຖືກກີດກັນໃຫ້ຢູ່ແຕ່ໃນ ພາຍນອກເມືອງ ບາງທີເຂົາອາດໄດ້ເດີນໄປຕາມວິທີຂອງພຣະອົງຕາມເສັ້ນທາງໃນ ແຖບພູເຂົາຫຼືພົບພຣະອົງໃນຂະນະທີ່ພຣະອົງກຳລັງສັ່ງສອນຢູ່ນອກເມືອງກໍເປັນໄດ້ອຸ ປະສັກທີ່ເຂົາຕ້ອງປະເຊີນນັ້ນແມ່ນຍິ່ງໃຫຍ່ຫຼາຍ ແຕ່ນີ້ເປັນພຽງຄວາມຫວັງດຽວຂອງເຂົາ {MH 68.2}ມແ 47.1

    ຄົນທີ່ເປັນໂລກຂີ້ເຮືອນຍືນຢູ່ແຕ່ໄກ ເຂົາໄດ້ຍິນພຣະດຳລັດໄດ້ພຽງບໍ່ເຖິງຄຳຈາກ ພຣະໂອດຂອງພຣະຜູ້ຊ່ວຍໃຫ້ລອດເຂົາເບິ່ງເຫັນພຣະອົງຊົງວາງພຣະຫັດລົງເທິງຄົນ ປ່ວຍເຂົາເປັນຄົນງ່ອຍ ຄົນຕາບອດ ຄົນເປັນອຳມະພາດແລະຄົນທີ່ກຳລັງຈະຕາຍດ້ວຍ ໂລກຕ່າງໆໄດ້ລຸກຂຶ້ນດ້ວຍພະລະນາໄມທີ່ສົມບູນແຂງແຮງເປັນປົກກະຕິແລະໄດ້ຖະ ຫວາຍສັນລະເສີນພຣະເຈົ້າທີ່ພຣະອົງຊົງປົດປ່ອຍພວກເຂົາໃຫ້ພົ້ນຈາກໂລກໄພ ຄວາມ ເຊື່ອໃນຈິດໃຈຂອງເຂົາໄດ້ເຮັດໃຫ້ເກີດກຳລັງໃຈທີ່ເຂັ້ມແຂງເຂົາຈຶ່ງໄດ້ຄ່ອຍໆຫຍັບເຂົ້າ ໄປໄກ້ຝູງຊົນທີ່ກຳລັງຟັງຄຳສອນ ຂໍ້ບັງຄັບທີ່ຈະຕ້ອງປະຕິບັດຕາມຄວາມປອດໄພ ຂອງປະຊາຊົນແລະຄວາມຢ້ານກົວຂອງຄົນທັງຫຼາຍທີ່ມີຕໍ່ເຂົານັ້ນເຂົາໄດ້ລືມຈົນໝົດສິ້ນ ເຂົາຄິດເຖິງພຽງແຕ່ຄວາມຫວັງແຫ່ງພຣະພອນທີ່ຈະໄດ້ຮັບການຮັກສາໃຫ້ຫາຍຈາກ ໂລກເທົ່ານັ້ນ {MH 68.3}ມແ 47.2

    ພາບຂອງຕົວເຂົານັ້ນເປັນທີ່ໜ້າລັງກຽດເຫຼືອເກີນ ໂລກຮ້າຍໄດ້ທຳຮ້າຍຮ່າງກາຍ ໄປຈົນຢູ່ໃນສະພາບອັນໜ້າຢ້ານກົວແລະຮ່າງກາຍທີ່ກຳລັງເປື່ອຍເນົ່ານັ້ນ ຊ່າງເປັນໜ້າ ສົມເພດແມ່ນແຕ່ຈະຫຼຽວເບິ່ງ ເມື່ອຝູງຊົນໄດ້ເຫັນເຂົາກໍໄດ້ຖອຍໜີໄປດ້ວຍຄວາມ ຢ້ານກົວຈົນແທບຈະຢຽບກັນ ເພາະຢ້ານວ່າຈະໄປສຳຜັດຖືກຕົວເຂົາ ບາງຄົນໄດ້ພະຍາ ຍາມທີ່ຈະຫ້າມເຂົາບໍ່ໃຫ້ເຂົາໄປໄກ້ພຣະເຢຊູ ແຕ່ກໍບໍ່ອາດທີ່ຈະຫ້າມໄດ້ ເຂົາທັງເບິ່ງບໍ່ ເຫັນແລະບໍ່ໄດ້ຍິນພວກເຂົາເລີຍ ເຂົາເບິ່ງບໍ່ເຫັນສີໜ້າທີ່ສະແດງເຖິງຄວາມກຽດຊັງຂອງ ຄົນເຫຼົ່ານັ້ນ ເຂົາເຫັນແຕ່ພຽງພຣະບຸດຂອງພຣະເຈົ້າ ເຂົາໄດ້ຍິນແຕ່ພຽງພຣະສຸລະສຽງ ຂອງພຣະເຈົ້າທີ່ຊົງເອີ້ນຄົນທີ່ກຳລັງຈະຕາຍ ໃຫ້ກັບຟື້ນຄືນຊີວິດຂຶ້ນມາໃໝ່ໄດ້ອີກຄັ້ງໜຶ່ງ {MH 69.1}ມແ 47.3

    ເຂົາບຽດໄປທາງໜ້າເພື່ອເຂົ້າໄປໄປຫາພຣະເຢຊູແລະໝອບລົງແທບພຣະບາດຂອງ ພຣະອົງແລະຮ້ອງທູນວ່າ ພຣະອົງເຈົ້າຂ້າ ພຽງແຕ່ພຣະອົງຈະໂປດກໍຈະຊົງບັນດານໃຫ້ ຂ້າພຣະອົງສະອາດໄດ້ ລູກາ 5:12 (kJTV) {MH 69.2}ມແ 48.1

    ພຣະເຢຊູຕອບວ່າ ເຮົາພໍໃຈແລ້ວ ຈົ່ງສະອາດເຖີດ ແລະຊົງວາງພຣະຫັດເທິງຮ່າງກາຍຂອງເຂົາ ມັດທາຍ 8:3 (KJTV) {MH 69.3}ມແ 48.2

    ໃນທັນໃດນັ້ນກໍເກີດການປ່ຽນແປ່ງຂຶ້ນແກ່ຄົນໂລກຂີ້ເຮື້ອນ ໂລຫິດຂອງເຂົາກັບ ສະອາດບໍລິສຸດເສັ້ນປະສາດກັບມາຮູ້ສຶກໄດ້ອີກ ກ້າມເນື້ອກໍກັບມາແຂງແຮງ ຜິວໜັງທີ່ ເປັນວົງດ່າງມີສະເກັດສີຂາວ ທີ່ເບິ່ງຜິດທຳມະຊາດ ເປັນລັກສະນະສະເພາະຂອງຄົນທີ່ ເປັນໂລກຂີ້ເຮື້ອນນັ້ນໄດ້ເລືອນຈາງຫາຍໄປແລະເນື້ອໜັງຂອງເຂົາກໍເປັນລະອຽດອ່ອນຄື ດັ່ງຜິວຂອງເດັກນ້ອຍ {MH 69.4}ມແ 48.3

    ຖ້າພວກປຸໂລຫິດໄດ້ຮັບຮູ້ເຖິງຂໍ້ແທ້ຈິງກ່ຽວກັບການຮັກສາໂຣກຂີ້ເຮື້ອນແລ້ວ ຄວາມກຽດຊັງທີ່ພວກເຂົາມີຕໍ່ພຣະຄຣິດອາດເຮັດໃຫ້ພວກເຂົາໄດ້ຄຳຕັດສິນທີ່ບໍ່ຊື່ຕົງໄດ້ ພຣະເຢຊູຊົງປາຖະໜາທີ່ຈະໃຫ້ການຕັດສິນນັ້ນມີຄວາມຍຸຕິທຳ ພຣະອົງຈຶ່ງຊົງຮັບສັ່ງ ຊາຍຄົນນັ້ນຫ້າມບໍ່ໃຫ້ຜູ້ໃດວ່າເຂົາໄດ້ຮັບການຮັກສາຈົນຫາຍຈາກໂລກແລ້ວ ແຕ່ໃຫ້ໄປ ສະແດງໂຕທີ່ວິຫານພ້ອມກັບເຄື່ອງບູຊາຖະຫວາຍໂດຍບໍ່ຕ້ອງລໍຊ້າ ກ່ອນທີ່ຂ່າວລໍ່າລື ເຖິງການອັດສະຈັນຈະແຜ່ລາມອອກໄປ ເພາະກ່ອນທີ່ພວກປຸໂລຫິດຈະຮັບເຄື່ອງຖະ ຫວາຍບູຊານັ້ນ ເຂົາຕ້ອງກວດສອບເບິ່ງເສຍກ່ອນແລະໃຫ້ການຮັບຮອງວ່າຜູ້ທີ່ນຳຂອງ ມາຖະຫວາຍນັ້ນໄດ້ຫາຍຈາກໂລກຈາກສິ້ນເຊີງແລ້ວ {MH 69.5}ມແ 48.4

    ເມື່ອໄດ້ກວດສອບເບິ່ງແລ້ວ ປຸໂລຫິດຜູ້ໄດ້ຕັດສິນເນລະເທດທີ່ເປັນໂລກຂີ້ ເຮື້ອນນີ້ກໍໄດ້ຮັບຮອງວ່າເຂົາໄດ້ຫາຍຈາກໂລກແທ້ ຊາຍຜູ້ໄດ້ຮັບການຮັກສາຈົນຫາຍ ໂລກຂີ້ເຮື້ອນໄດ້ກັບໄປຍັງບ້ານແລະຢູ່ຮ່ວມກັບສັງຄົມຂອງເຂົາໄດ້ອີກເທື່ອໜຶ່ງເຂົາຮູ້ສຶກ ວ່າສຸຂະພາບສົມບູນແຂງແຮງເປັນຄວາມກະລຸນາຍິ່ງທີ່ເຂົາໄດ້ຮັບ ເຂົາມີຄວາມຊົມຊື່ນ ຍິນດີທີ່ໄດ້ກັບເປັນຊາຍໜຸ່ມທີ່ມີຮ່າງກາຍແຂງແຮງແລະໄດ້ກັບໄປຢູ່ຮ່ວມກັບຄອບຄົວ ຂອງເຂົາອີກ ເຂົາບໍ່ອາດຈະເກັບປິດບັງຄວາມຈິງທີ່ເຂົາໄດ້ຮັບການຮັກສາຈົນຫາຍໂລກ ຂີ້ເຮື້ອນໄດ້ອີກຕໍ່ໄປ ແມ່ນວ່າພຣະເຢຊູຈະຊົງເຕືອນພວກເຂົາແລ້ວກໍຕາມ ແລະເຂົາໄດ້ ທ່ຽວປະກາດເຖິງລິດອຳນາດຂອງພຣະອົງຜູ້ຊົງຮັກສາເຂົາໃຫ້ຫາຍຈາກໂລກຂີ້ເຮື້ອນ ດ້ວຍຄວາມຍິນດີ {MH 69.6}ມແ 48.5

    ໃນເວລາທີ່ຊາຍຄົນນີ້ມາຫາພຣະເຢຊູນັ້ນ ເຂົາມີໂລກຂີ້ເຮື້ອນເຕັມຕົວພິດອັນ ຕະລາຍໄດ້ແຜ່ລາມກະຈາຍໄປທົ່ວທັງຮ່າງກາຍຂອງເຂົາ ພວກສາວົກປ້ອງກັນບໍ່ໃຫ້ພຣະ ອົງແຕະຕ້ອງຖືກຕົວຂອງຄົນໂລກຂີ້ເຮື້ອນ ເພາະຜູ້ທີ່ແຕະຕ້ອງຄົນໂລກຂີ້ເຮື້ອນຈະກາຍ ເປັນຄົນທີ່ບໍ່ສະອາດໄປນຳ ແຕ່ເມື່ອພຣະອົງຊົງວາງພຣະຫັດລົງເທິງຄົນຂີ້ເຮື້ອນພຣະເຢຊູ ກໍບໍ່ໄດ້ຊົງເປັນມົນທິນ ແຕ່ໂລກຂີ້ເຮື້ອນກໍກັບຫາຍສະອາດໃນທັນໃດ ໂລກຂີ້ເຮື້ອນແຫ່ງ ຄວາມຜິດບາບທີ່ຢູ່ໃນຮ່າງກາຍມີພິດອັນຮ້າຍແຮງຈຶ່ງບໍ່ອາດຊຳລະລ້າງໃຫ້ສະອາດໄດ້ ໂດຍກໍາລັງຂອງມະນຸດ ຫົວກໍເຈັບ ຈິດໃຈກໍອ່ອນເພຍລົງ ຕັ້ງແຕ່ຕີນຈົນເຖິງຫົວບໍ່ມີ ຄວາມປົກກະຕິໃນນັ້ນເລີຍ ມີແຕ່ພົກຊ້ຳແລະດຳຂຽວແລະເປັນແຜເລືອດໄຫ ເອຊະຢາ 1: 5,6 ແຕ່ເມື່ອພຣະເຢຊູສະເດັດມາດຳລົງຢູ່ໃນສະພາບທຳມະຊາດຢ່າງມະນຸດທຳມະດາ ພຣະອົງກໍບໍ່ໄດ້ເປິເປື້ອນໂດຍມົນທິນ ການໄດ້ເຂົ້າມາຢູ່ຕໍ່ເບື້ອງພຣະຫັດຂອງພຣະອົງ ນັ້ນໄດ້ມີລິດອໍານາດຂອງການຢຽວຢາຮັກສາຄົນບາບໃຫ້ຫາຍໄດ້ ຜູ້ໃດທີ່ໄດ້ຊົບກາຍທີ່ ແທບພຣະບາດຂອງພຣະອົງແລະເວົ້າດ້ວຍຄວາມເຊື່ອວ່າ “ພຣະອົງເຈົ້າຂ້າພຽງແຕ່ພຣະ ອົງຈະໂປດກໍຈະຊົງບັນດານໃຫ້ຂ້າພຣະອົງຫາຍຈາກໂລກໄດ້” ຈະໄດ້ຍິນຄຳຕອບວ່າ “ເຮົາພໍໃຈແລ້ວທີ່ຈົ່ງຫາຍເທີດ” ມັດທາຍ 8:2,3 {MH 70.1}ມແ 49.1

    ໃນການຮັກສາໂຣກບາງລາຍ ພຣະອົງບໍ່ໄດ້ຊົງໂປດໃຫ້ຫາຍໄປຕາມພຣະພອນ ທີ່ຮ້ອງທູນຂໍໃນທັນທີ ແຕ່ໃນກໍລະນີໂລກຂີ້ເຮື້ອນນັ້ນ ພຣະອົງຊົງໂປດໃຫ້ເປັນໄປຕາມ ສິ່ງທີ່ທູນຂໍໃນທັນທີ ເມື່ອເຮົາອະທິຖານທູນຂໍພຣະພອນທາງຝ່າຍໂລກ ຄໍາຕອບອະທິ ຖານອາດຈະລ່າຊ້າ ຫຼືພຣະເຈົ້າອາດຈະປະທານສິ່ງອື່ນທີ່ເຮົາມີໄດ້ທູນຂໍໃຫ້ແກ່ເຮົາແທນ ແຕ່ຈະບໍ່ມີການເມີນເສີຍເມື່ອເຮົາໄດ້ທູນຂໍໃຫ້ພຣະອົງຊ່ວຍເຮົາໃຫ້ລອດຈາກຄວາມ ຜິດບາບ ເປັນນ້ຳພຣະໄທຂອງພຣະອົງທີ່ຊົງຊຳລະເຮົາຈາກຄວາມບາບ ເພື່ອຈະໄດ້ເຮັດ ໃຫ້ເຮົາເປັນບຸດຂອງພຣະອົງແລະເພື່ອຊ່ວຍໃຫ້ເຮົາດຳເນີນຊີວິດໃນທາງທີ່ບໍລິສຸດໄດ້ ພຣະອົງ “ຊົງສະລະພຣະອົງເອງເພາະບາບຂອງເຮົາທັງຫຼາຍເພື່ອຊ່ວຍໃຫ້ພົ້ນຈາກ ຍຸກປັດຈຸບັນອັນຊົ່ວຮ້າຍຕາມນ້ຳພຣະໄທພຣະບິດາເຈົ້າຂອງເຮົາ” ຄາລາເທຍ 1:4 “ແລະນີ້ຄືຄວາມໝັ້ນໃຈທີ່ເຮົາມີຕໍ່ພຣະອົງຄືຖ້າເຮົາທູນຂໍສິ່ງໃດໆທີ່ເປັນພຣະປະສົງຂອງ ພຣະອົງ ພຣະອົງກໍຊົງໂປດຟັງເຮົາ ເມື່ອເຮົາທູນຂໍສິ່ງໃດໆ ເຮົາກໍຮູ້ວ່າເຮົາຈະໄດ້ຮັບສິ່ງທີ່ເຮົາ ທູນຂໍນັ້ນຈາກພຣະອົງ” 1 ໂຢຮັນ 5: 14,15 {MH 70.2}ມແ 49.2

    ພຣະເຢຊູຊົງທອດພຣະເນດຜູ້ທີ່ຕົກຢູ່ໃນຄວາມທຸກລຳບາກແລະຈິດໃຈທີ່ ຕ້ອງແບກຮັບພາລະອັນໜັກຜູ້ທີ່ມີຄວາມຫວັງພັງທະລາຍຈົນໝົດສິ້ນ ແລະຜູ້ທີ່ສະ ແຫວງຫາຄວາມສຸກທາງໂລກພຽງແຕ່ຈະບັນເທົາຄວາມປາຖະໜາຂອງຈິດວິນຍານແລະ ພຣະອົງຊົງເຊື້ອເຊີນທຸກໆຄົນໃຫ້ເຂົ້າມາສະແຫວງຫາການພັກຜ່ອນໃນພຣະອົງ {MH 71.1}ມແ 50.1