Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ອິດທິພົນຂອງແບບຢ່າງ

    ແພດຜູ້ໃຫ້ການຮັກສາພະຍາບານທີ່ບ້ານຂອງຄົນໄຂ້ທັງຫຼາຍ ຄອຍເຝົ້າຢູ່ຂ້າງຕຽງ ຂອງຜູ້ປ່ວຍ ຊ່ວຍບັນເທົາຄວາມທຸກຍາກຂອງຜູ້ປ່ວຍ ນໍາພາຄົນເຫຼົ່ານີ້ໃຫ້ລອດພົ້ນຈາກ ຄວາມຕາຍແລະກ່າວໜູນໃຈໃຫ້ຄວາມຫວັງແກ່ຜູ້ທີ່ກໍາລັງຈະຕາຍ ເຂົາຍ່ອມຈະໄດ້ຮັບ ຄວາມໄວ້ເນື້ອເຊື່ອໃຈແລະຄວາມຮັກໄຄ່ຈາກຜູ້ທີ່ຢູ່ໃນຄອບຄົວຢ່າງທີ່ໜ້ອຍຄົນຈະໄດ້ຮັບ ແມ່ນແຕ່ຜູ້ສອນສາສະໜາທີ່ມີໜ້າທີ່ໃນການເຜີຍແຜ່ຂ່າວປະເສີດກໍຍັງບໍ່ມີໂອກາດ ອັນຍິ່ງໃຫຍ່ຫຼືມີອໍານາດຊັກຈູງຈິດໃຈໄດ້ຫຼາຍເຖິງພຽງນີ້ {HM 132.1}ມແ 113.2

    ແບບຢ່າງການດໍາເນີນຊີວິດຂອງແພດບໍ່ດ້ອຍໄປກວ່າຄໍາສອນຂອງເຂົາ ຄວນຈະ ມີອິດທິພົນສົ່ງເສີມໃນດ້ານທີ່ຖືກຕ້ອງ ການປະຕິຮູບຮຽກຮ້ອງຊາຍຍິງໃຫ້ມີແນວທາງ ການດໍາເນີນຊີວິດຂອງການບັງຄັບຕົນເອງຄໍາສັ່ງສອນຂອງເຮົາຈະມີນໍ້າໜັກຫຼາຍຂຶ້ນເມື່ອ ເຮົາໄດ້ປະຕິບັດຕາມຫຼັກການທີ່ເຮົາໄດ້ບອກສອນຢູ່ນັ້ນ ໂລກຕ້ອງການເຫັນແບບຢ່າງໃນ ພາກປະຕິບັດທີ່ສະແດງເຖິງພຣະຄຸນຂອງພຣະເຈົ້າວ່າສາມາດຊ່ວຍມະນຸດຟື້ນຟູອໍານາດ ທີ່ສູນເສຍໄປນັ້ນກັບຄືນມາ ອັນຈະຊ່ວຍໃຫ້ຜູ້ປ່ວຍສາມາດຄວບຄຸມຕົວເອງໄດ້ ບໍ່ມີສິ່ງ ໃດທີ່ໂລກຕ້ອງການຫຼາຍໄປກວ່າການເຂົາໃຈເຖິງລິດອໍານາດໃນການຊ່ວຍໃຫ້ລອດຂອງ ຂ່າວປະເສີດທີ່ສະແດງອອກມາໃນຊີວິດທີ່ເໝືອນພຣະຄຣິດ {HM 132.2}ມແ 114.1

    ແພດຕ້ອງຕິດຕໍ່ກ່ຽວຂ້ອງຢູ່ສະເໝີກັບຄົນທັງຫຼາຍທີ່ຕ້ອງການຊຶ່ງກໍາລັງແລະການ ໜູນໃຈຈາກແບບຢ່າງທີ່ຖືກຕ້ອງ ຫຼາຍຄົນມີຄວາມອ່ອນແອໃນອໍານາດຝ່າຍສິນທໍາ ຄົນ ເຫຼົ່ານີ້ຂາດຊຶ່ງການຄວບຄຸມຕົນເອງ ດັ່ງນັ້ນ ຈຶ່ງພ່າຍແພ້ຕໍ່ການທົດລອງໄດ້ຢ່າງງ່າຍດາຍ ແພດຊ່ວຍຈິດວິນຍານເຫຼົ່ານີ້ໄດ້ກໍຕໍ່ເມື່ອຕົວເຂົາໄດ້ສະແດງອອກໃຫ້ເຫັນໃນຊີວິດຂອງ ເຂົາເອງເຖິງຄວາມເຂັ້ມແຂງຂອງຫຼັກການທີ່ມີໄຊຊະນະເໜືອອຸປະນິໄສອັນຊົ່ວຮ້າຍ ແລະລາຄະຕັນຫາອັນເສື່ອມຊາມ ເຂົາຈະຕ້ອງສະແດງໃຫ້ເຫັນເຖິງລິດອໍານາດຂອງພຣະ ເຈົ້າທີ່ຊົງປະກອບກິດຢູ່ພາຍໃນຊີວິດຂອງເຂົາ ຫາກເຂົາຫຼົ້ມເຫຼວໃນສິ່ງເຫຼົ່ານີ້ ບໍ່ວ່າຄໍາເວົ້າ ຂອງເຂົາຈະມີກໍາລັງອໍານາດຫຼືສາມາດໂນ້ມນ້າວຈິດໃຈໄດ້ຫຼາຍພຽງໃດ ອິດທິພົນຂອງ ເຂົາມີແຕ່ຈະສົ່ງເສີມຢູ່ຝ່າຍຄວາມຊົ່ວຮ້າຍເທົ່ານັ້ນ {HM 133.1}ມແ 114.2

    ຫຼາຍຄົນມີສິນທໍາຈະລິຍະທໍາເສື່ອມຊາມອັນເກີດຈາກນິໄສທີ່ຜິດໆຂອງຕົວເອງ ມາຮັບຄໍາແນະນໍາແລະການຮັກສາພະຍາບານຈາກແພດ ຄົນເຫຼົ່ານີ້ຕ່າງຊອກຊໍ້າອ່ອນ ແອແລະບາດເຈັດຄິດດີເຖິງຄວາມໂງ່ງາວຂອງຕົນເອງແລະການໄຮ້ຊຶ່ງກໍາລັງທີ່ຈະເອົາຊະ ນະເໜືອຄວາມຊົ່ວຮ້າຍໄດ້ ບຸກຄົນເຊັ່ນນີ້ບໍ່ຄວນຕົກຢູ່ໃນສະພາບແວດລ້ອມຢ່າງຕໍ່ ເນື່ອງທີ່ຈະຄອຍສົ່ງເສີມໃຫ້ເຂົາເກີດຄວາມນຶກຄິດແລະຄວາມຮູ້ສຶກທີ່ເຮັດໃຫ້ພວກເຂົາ ເປັນແບບໃນສິ່ງທີ່ພວກເຂົາເປັນ ພວກເຂົາຈໍາເປັນຕ້ອງຢູ່ໃນບັນຍາກາດທີ່ບໍລິສຸດ ໃນ ຄວາມຄິດອັນສູງສົ່ງແລະດີງາມຊ່າງເປັນສິ່ງທີ່ຊົ່ວຮ້າຍຫຼາຍພຽງໃດເມື່ອແພດຜູ້ທີ່ຄວນຈະ ສະແດງອອກເຖິງແບບຢ່າງທີ່ຖືກຕ້ອງແກ່ຄົນເຫຼົ່ານີ້ ກັບຕົກເປັນທາດຂອງນິໄສທີ່ຊົ່ວ ຮ້າຍເສຍເອງ ອິດທິພົນຂອງແພດເຫຼົ່ານີ້ຈຶ່ງນໍາໄປສູ່ການທົດລອງແລະສົ່ງເສີມນິໄສຜິດໆ ໃຫ້ຮຸນແຮງຍິ່ງຂຶ້ນ {HM 133.2}ມແ 114.3