Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມເຫັນອົກເຫັນໃຈ

    ໃນການຮັບມືກັບໂລກທີ່ມີສາມເຫດມາຈາກຈິດໃຈນັ້ນ ສະຕິປັນຍາທີ່ຄົບຖ້ວນມີ ຄວາມຈໍາເປັນຫຼາຍ ຈິດໃຈທີ່ຊອກຊໍ້າ ໂສກເສົ້າແລະທໍ້ຖອຍຕ້ອງການການບໍາບັດແບບ ອ່ອນນຸ້ມ ຫຼາຍຄັ້ງທີ່ຄວາມຫຍຸ້ງຍາກເດືອດຮ້ອນໃນຄອບຄົວເປັນເໝືອນມະເຮັງທີ່ຄອຍ ຂະຫຍາຍຕົວກິນລຶກເຂົ້າໄປໃນຈິດໃຈແລະບັ່ນທອນກໍາລັງໃຈຂອງຊີວິດທີ່ລະນ້ອຍ ບາງ ຄັ້ງຄວາມໂສກເສົ້າເສຍໃຈຈາກການກະທໍາຄວາມຜິດບາບທີ່ຈອບທໍາຮ້າຍແລະສັ່ນຄອນ ຈິດໃຈ ຄວາມເຫັນອົກເຫັນໃຈດ້ວຍຄວາມອ່ອນໂຍນຈະເປັນຜົນປະໂຫຍດແກ່ຄົນ ໄຂ້ກຸ່ມນີ້ ຂໍ້ທໍາອິດ ແພດຄວນເອົາຊະນະຄວາມໄວ້ວາງໃຈຂອງພວກເຂົາເສຍກ່ອນ ຈາກ ນັ້ນຈຶ່ງຄອຍຊີ້ໃຫ້ພວກເຂົາເຫັນເຖິງພຣະເຈົ້າຜູ້ຊົງເປັນແພດຜູ້ປະເສີດ ຖ້າຄວາມເຊື່ອ ຂອງພວກເຂົາໄດ້ຮັບການນໍາພາໃຫ້ເຂົ້າເຖິງພຣະອົງຜູ້ຊົງເປັນແພດທີ່ແທ້ຈິງ ແລະພວກ ເຂົາມີຄວາມໝັ້ນໃຈວ່າພຣະອົງໄດ້ຊົງຮັບກໍລະນີຂອງພວກເຂົາໄວ້ໃນການດູແລຂອງ ພຣະອົງແລ້ວ ພວກເຂົາຈະຮູ້ສຶກໂລ່ງໃຈ ມີຈິດໃຈທີ່ສະບາຍຂຶ້ນແລະຫຼາຍຄັ້ງຄວາມແຂງ ແຮງຂອງຮ່າງກາຍກໍຈະຕາມມາ {HM 244.1}ມແ 244.2

    ຫຼາຍຄັ້ງຄວາມເຫັນອົກເຫັນໃຈແລະການຮູ້ຈັກກາລະເທສະກັບຊ່ວຍຄົນປ່ວຍ ໄດ້ດີຍິ່ງກວ່າການຮັກສາຢ່າງຊ່ຽວຊານທີ່ສຸດ ແຕ່ເຮັດດ້ວຍທ່າທີທີ່ເຢັນຊາແລະເສີຍເມີຍ ເມື່ອແພດມາທີ່ຂ້າງຕຽງຂອງຄົນໄຂ້ດ້ວຍອາການທີ່ເສີຍຊາ ບໍ່ເອົາໃຈໃສ່ແລະເບິ່ງຜູ້ປ່ວຍ ດ້ວຍຄວາມສົນໃຈພຽງເລັກນ້ອຍ ດ້ວຍຄໍາເວົ້າຫຼືການກະທໍາທີ່ສ້າງຄວາມຮູ້ສຶກວ່າ ກໍລະ ນີນີ້ບໍ່ມີຄ່າພໍທີ່ຈະໄດ້ຮັບການດູແລຫຼືໃສ່ໃຈ ຈາກນັ້ນກໍປ່ອຍໃຫ້ຜູ້ປ່ວຍນອນຄິດຄໍານຶງ ກັບຕົນເອງ ການເຮັດເຊັ່ນນີ້ເປັນໄພຕໍ່ຜູ້ປ່ວຍຄົນນັ້ນຢ່າງແນ່ນອນ ຄວາມສົງໄສແລະ ຄວາມທໍ້ຖອຍທີ່ເກີດຈາກການບໍ່ຮູ້ຮ້ອນຮູ້ໜາວຂອງແພດທັງຫຼາຍຄັ້ງສົ່ງຜົນກັບໄປທໍາລາຍ ຜົນຂອງການຮັກສາທີ່ຕົນເອງຈັດໃຫ້ຜູ້ປ່ວຍ {HM 244.2}ມແ 245.1

    ຖ້າແພດທັງຫຼາຍສາມາດເບິ່ງຕົນເອງຈາກຈຸດຢືນຂອງຜູ້ທີ່ມີໃຈຖ່ອມ ຫຼືຜູ້ທີ່ກໍາລັງ ໃຈຂອງເຂົາອ່ອນລ້າຈາກການເຈັບປ່ວຍແລະກໍາລັງຕ້ອງການໄດ້ຍິນຄໍາເວົ້າທີ່ເຫັນອົກ ເຫັນໃຈແລະໜຸນໃຈ ພວກເຂົາກໍຈະມີຈິດໃຈທີ່ພ້ອມຈະເຂົ້າເຖິງຄວາມຮູ້ສຶກຂອງຜູ້ ປ່ວຍໄດ້ດີຍິ່ງຂຶ້ນ ເມື່ອຄວາມຮັກແລະຄວາມເຫັນອົກເຫັນໃຈຕາມຢ່າງທີ່ພຣະຄຣິດຊົງ ສະແດງຕໍ່ຜູ້ປ່ວຍບວກເຂົ້າກັບຄວາມຮູ້ຂອງແພດ ເມື່ອນັ້ນການຢູ່ຕໍ່ໜ້າຜູ້ປ່ວຍຂອງເຂົາ ຈະກາຍເປັນພຣະພອນ {HM 245.1} ການຮັກສາຄົນໄຂ້ດ້ວຍຄວາມຈິງໃຈເຮັດໃຫ້ ຈິດໃຈຂອງຜູ້ປ່ວຍເກີດຄວາມໄວ້ເນື້ອເຊື່ອໃຈ ແລະເປັນສິ່ງສໍາຄັນໃນການຊ່ວຍໃຫ້ ຟື້ນຈາກໂລກ ມີແພດຫຼາຍຄົນຄິດວ່າການປົກປິດບໍ່ໃຫ້ຄົນໄຂ້ໄດ້ຮູ້ເຖິງລັກສະນະແລະ ສາເຫດຂອງໂລກທີ່ເຂົາປ່ວຍຢູ່ນັ້ນ ເປັນການກະທໍາທີ່ສະຫຼາດ ຫຼາຍຄົນຢ້ານວ່າການ ບອກຄວາມຈິງຈະເຮັດໃຫ້ຄົນໄຂ້ເກີດຄວາມຕື່ນຫຼືເກີດຄວາມທໍ້ຖອຍໃຈ ກັບຍື່ນຄວາມ ຫວັງລົມໆແລ້ງໆໃນການຟື້ນໂລກ ແລະແມ່ນແຕ່ກະທັ້ງປ່ອຍໃຫ້ຜູ້ປ່ວຍຕ້ອງເຈັບໜັກ ແລະເສຍຊີວິດໄປໂດຍທີ່ບໍ່ໄດ້ກ່າວເຕືອນເຖິງອັນຕະລາຍທີ່ຈະເກີດຂຶ້ນກັບເຂົາ ການ ເຮັດເຊັ່ນນີ້ຍ່ອມບໍ່ແມ່ນວິທີທີ່ສະຫຼາດການບອກເຖິງຄວາມຈິງທັງໝົດແກ່ຄົນໄຂ້ກໍອາດ ຈະບໍ່ເປັນການປອດໄພແລະດີທີ່ສຸດສະເໝີໄປ ເພາະອາດຈະເຮັດໃຫ້ຄົນໄຂ້ເກີດຄວາມ ຕົກໃຈຢ້ານຮ່ວມທັງອາດຈະໄປຂັດຂວາງຫຼືເຮັດໃຫ້ຜູ້ປ່ວຍຫາຍຈາກໂລກຊ້າລົງ ສໍາລັບ ຄົນປ່ວຍທີ່ມັກນຶກຄິດໄປເອງກໍບໍ່ຄວນທີ່ຈະບອກຄວາມຈິງທັງໝົດບາດດຽວ ຄົນພວກ ນີ້ຫຼາຍຄົນເປັນພວກທີ່ຂາດເຫດຜົນແລະການຄວບຄຸມຕົນເອງ ບາງຄົນກໍມີຄວາມຄິດ ຝັນແບບປະຫຼາດປະຫຼາດ ແລະຄິດອັນໃດຫຼາຍຢ່າງທີ່ບໍ່ຖືກຕ້ອງກ່ຽວກັບຕົນເອງແລະ ຜູ້ອື່ນ ສໍາລັບພວກເຂົາແລ້ວ ສິ່ງທີ່ຕົນເອງຄິດເຫຼົ່ານັ້ນເປັນຄວາມຈິງແລະຜູ້ທີ່ຄອຍຮັກສາ ພະຍາບານຜູ້ປ່ວຍປະເພດນີ້ຕ້ອງສະແດງອອກເຖິງຄວາມເມດຕາກະລຸນາຮ່ວມທັງມີ ຄວາມອົດທົນແລະມີຄວາມຮອບຄອບລະມັດລະວັງຢູ່ຕະຫຼອດເວລາ ຖ້າເຮົາບອກ ຄວາມຈິງກ່ຽວກັບຕົວເຂົາເອງໃຫ້ແກ່ຜູ້ປ່ວຍເຫຼົ່ານີ້ກໍອາດຈະເຮັດໃຫ້ຜູ້ປ່ວຍບາງຄົນ ເກີດຄວາມໃຈຮ້າຍບໍ່ພໍໃຈ ບາງຄົນກໍອາດຈະໝົດກໍາລັງໃຈ ພຣະຄຣິດໄດ້ບອກແກ່ ເຫຼົ່າສາວົກຂອງພຣະອົງວ່າ ເຮົາຍັງມີອີກຫຼາຍສິ່ງທີ່ຈະບອກແກ່ທ່ານທັງຫຼາຍ ແຕ່ດຽວ ນີ້ທ່ານຍັງຮັບໄວ້ບໍ່ໄດ້ ໂຢຮັນ 16:12 ແມ່ນວ່າເຮົາຈະບອກຄວາມຈິງທັງໝົດໄປໄດ້ໃນ ທຸກໂອກາດກໍຕາມ ແຕ່ເຮົາກໍບໍ່ມີຄວາມຈໍາເປັນທີ່ຈະຕ້ອງຫຼອກລວງຜູ້ປ່ວຍ ແພດແລະ ພະຍາບານຈະຕ້ອງບໍ່ເຮັດຜິດດ້ວຍການປິດບັງຄວາມຈິງໂດຍການຂີ້ຕົວະ ຜູ້ທີ່ປະພຶດ ເຊັ່ນນີ້ເຮັດໃຫ້ພຣະເຈົ້າບໍ່ອາດຊົງຮ່ວມມືກັບເຂົາໄດ້ ໂດຍການທໍາລາຍຄວາມເຊື່ອໝັ້ນ ໃນຕົວພວກເຂົາຂອງຜູ້ປ່ວຍໄປເຊັ່ນນີ້ ພວກເຂົາໄດ້ຖິ້ມ ການຮັກສາຂອງມະນຸດທີ່ເຫັນ ຜົນທີ່ສຸດໄປ {HM 245.2}ມແ 245.2