Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຮູ້ທີ່ເຮັດໃຫ້ເຮົາໄດ້ຮັບການປ່ຽນແປງໃໝ່

    ຄວາມຮູ້ໃນເລື່ອງຂອງພຣະເຈົ້າ ທີ່ຊົງສໍາແດງໃຫ້ປະກົດໃນພຣະຄຣິດນັ້ນເປັນ ຄວາມຮູ້ທີ່ຄົນທັງຫຼາຍທີ່ໄດ້ຮັບຄວາມລອດຈະຕ້ອງຮຽນຮູ້ເປັນຄວາມຮູ້ທີ່ເຮັດໃຫ້ເຮົາ ສາມາດປ່ຽນແປງ ອຸປະນິໄສເມື່ອໄດ້ຮັບຄວາມຮູ້ນີ້ແລ້ວຈິດວິນຍານຂອງເຮົາຈະຖືກສ້າງ ຂຶ້ນໃໝ່ ຕາມແບບ ພຣະສາຍຂອງພຣະເຈົ້າເປັນຄວາມຮູ້ທີ່ຊ່ວຍປະທານກໍາລັງຝ່າຍຈິດ ວິນຍານຂອງພຣະເຈົ້າໃຫ້ແກ່ຊີວິດ {MH 425.2}ມແ 436.1

    “ແຕ່ເຮົາທັງຫຼາຍບໍ່ມີຜ້າຄຸມໜ້າແລ້ວ ຈຶ່ງຫຼຽວເບິ່ງພຣະສະຣິຂອງພຣະຜູ້ເປັນເຈົ້າ ແລະຕົວເຮົາກໍປ່ຽນໄປເປັນເໝືອນພຣະສາຍຂອງອົງພຣະຜູ້ເປັນເຈົ້າຄືມີສັກສີເປັນລໍາ ດັບຂຶ້ນໄປ” 2 ໂຄຣິນໂທ 3:18 {MH 425.3}ມແ 436.2

    ພຣະຜູ້ຊ່ວຍໃຫ້ລອດຕັດເຖິງຊີວິດຂອງພຣະອົງເອງວ່າ “ເຮົາປະພຶດຕາມພະ ບັນຍັດຂອງພຣະບິດາ” ໂຢຮັນ 15:10 “ພຣະບິດາບໍ່ໄດ້ຊົງລະທິ້ງເຮົາໄວ້ຕາມລໍາພັງ ເພາະວ່າເຮົາເຮັດທໍາຕາມຊອບພຣະໄທພຣະອົງສະເໝີ” ໂຢຮັນ 8:29 ພຣະເຢຊູຊົງ ມີສະພາບທໍາມະຊາດຢ່າງມະນຸດແລະຊົງມີພຣະລັກສະນະແນວໃດ ພຣະເຈົ້າກໍຊົງມຸ່ງ ໝາຍທີ່ຈະໃຫ້ຜູ້ຕິດຕາມຂອງພຣະອົງມີອຸປະນິໃສເຊັ່ນນັ້ນດ້ວຍ ໂດຍອາໃສພຣະກໍາ ລັງ ຂອງພຣະອົງເຮົາຈະຕ້ອງດໍາເນີນຊີວິດໃນທາງທີ່ບໍລິສຸດແລະມີຄຸນນະທໍາອັນສູງສົ່ງເຊັ່ນ ດຽວກັບພຣະຜູ້ຊ່ວຍໃຫ້ລອດ {MH 426.1}ມແ 436.3

    ເປົາໂລກ່າວໄວ້ວ່າ “ເພາະເຫດນີ້ຂ້າພຣະເຈົ້າຈຶ່ງຄຸກເຂົ່າຕໍ່ພຣະບິດາ ຂໍໃຫ້ພຣະ ອົງຊົງໂປດປະທານກໍາລັງເຫື່ອແຮງຝ່າຍຈິດໃຈແກ່ທ່ານໂດຍເດດພຣະວິຫານຂອງພຣະ ອົງຕາມຄວາມ ໄພບູນແຫ່ງພຣະສິຣິຂອງພຣະອົງເພື່ອພຣະຄຣິດຈະສະຖິດໃນໃຈຂອງ ທ່ານທາງຄວາມເຊື່ອ ເພື່ອວ່າເມື່ອທ່ານໄດ້ວາງຮາາກລົງໝັ້ນຄົງໃນຄວາມຮັກແລ້ວ ທ່ານ ກໍຈະໄດ້ມີຄວາມສາມາດຢັ່ງຮູ້ພ້ອມກັບທໍາມິກະຊົນທັງໝົດເຖິງຄວາມກວ້າງຄວາມຍາວ ຄວາມສູງ ຄວາມເລິກຄື ໃຫ້ຊາບຊຶ້ງໃນຄວາມຮັກຂອງພຣະຄຣິດຊຶ່ງເກີນຄວາມຮູ້ເພື່ອ ທ່ານຈະໄດ້ຮັບຄວາມໄພບູນຂອງພຣະເຈົ້າຢ່າງເຕັມປ່ຽມ” ເອເຟໂຊ 3: 14-19 {MH 426.2}ມແ 436.4

    “ເຮົາໄດ້ຍິນເຮົາກໍບໍ່ໄດ້ຢຸດໃນການທີ່ຈະອະທິຖານ ຂໍເພື່ອທ່ານໃຫ້ທ່ານພຽບ ພ້ອມດ້ວຍຄວາມຮູ້ເຖິງພຣະໄທຂອງພຣະອົງໃນສັບພະປັນຍາ ແລະໃນຄວາມເຂົ້າໃຈ ແລະຝ່າຍວິນຍານ ເພື່ອທີ່ທ່ານຈະໄດ້ປະພຶດຢ່າງທີ່ສົມຄວນຕໍ່ອົງພຣະເຈົ້າແລະທຳຕົນໃຫ້ ເປັນທີ່ຊອບພຣະໄທຂອງພຣະອົງ ເຮັດຕົນໃຫ້ເປັນທີ່ພຣະໄທຂອງພຣະອົງໃຫ້ເກີດຜົນ ໃນການດີທຸກຢ່າງແລະຈຳເລີນຂຶ້ນໃນຄວາມຮູ້ເຖິງພຣະເຈົ້າ ຂໍໃຫ້ທ່ານມີກຳລັງຫຼາຍຂຶ້ນ ທຸກຢ່າງ ໂດຍລິດເດດແຫ່ງພຣະສິຣິຂອງພຣະອົງ ຂໍໃຫ້ທ່ານມີຄວາມທໍລະຫົດທີ່ສຸດ ແລະຄວາມອົດທົນໄວ້ດົນດ້ວຍຄວາມຍິນດີ” ໂຄໂລຊາຍ 1: 9-11 {MH 426.3}ມແ 436.5

    ນີ້ເປັນຄວາມຮູ້ທີ່ພຣະເຈົ້າຊົງເຊື້ອເຊີນໃຫ້ເຮົາຮັບເອົາໄວ້ແລະນອກເໜືອຈາກ ຄວາມຮູ້ນີ້ ແລ້ວສິ່ງອື່ນໆກໍໄຮ້ຄ່າແລະເປັນອະນິດຈັງ {MH 426.4}ມແ 437.1

    *****