Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຄວາມຈໍາເປັນຂອງການສຶກສາກ່ຽວກັບຫຼັກການໃນດ້ານສຸຂະພາບ

    ບໍ່ມີເວລາໃດທີ່ການສຶກສາກ່ຽວກັບຫຼັກການໃນດ້ານສຸຂະພາບມີຄວາມຈໍາເປັນ ເທົ່າກັບໃນເວລານີ້ ແມ່ນວ່າຈະມີຄວາມຈະເລີນກ້າວໜ້າຢ່າງອັດສະຈັນໃນສາດຫຼາຍໆ ຂະແໜງທີ່ຊ່ວຍອໍານວຍຄວາມສະດວກແລະໃຫ້ຄວາມສຸກສະບາຍແກ່ຊີວິດ ແມ່ນແຕ່ ໃນເລື່ອງສຸຂະອານະໄມແລະການຮັກ ສາໂລກໄພໄຂ້ເຈັບກໍຕາມ ແຕ່ຄວາມແຂງ ແຮງຂອງຮ່າງກາຍແລະກໍາລັງຄວາມອົດທົນຂອງມະນຸດກັບເສື່ອມຖອຍລົງຈົນໜ້າວິຕົກ ສິ່ງນີ້ໄດ້ຮຽກຮ້ອງຄວາມສົນໃຈຈາກທຸກຄົນທີ່ມີຈິດໃຈທີ່ເປັນຫ່ວງເປັນໃຍໃນຄວາມຜາ ສຸກຂອງເພື່ອນມະນຸດດ້ວຍກັນ {HM 125.2}ມແ 105.2

    ອາລິຍາທໍາຈອມປອມຂອງເຮົາກໍາລັງສະໜັບສະໜູນໃຫ້ຄວາມຊົ່ວຮ້າຍທໍາລາຍ ກົດເກນຫຼັກໆໄປ ທໍານຽມປະຕິບັດແລະຍຸກສະໄໝນິຍົມກໍາລັງຂັດແຍ່ງກັບທໍາມະຊາດ ການປະຕິບັດໃນສິ່ງທີ່ຕ້ອງຫ້າມແລະການຫຼົງລະເລີງປ່ອຍຕົວໄປຕາມໃຈຕົນເອງກໍາລັງ ບັນທອນທັງກໍາລັງກາຍແລະຄວາມຄິດ ແລະນໍາພາລະອັນໜັກໜ່ວງເກີນກໍາລັງທີ່ມວນ ມະນຸດຊາດຈະຮັບມືໄດ້ ເຮົາຈຶ່ງພົບເຫັນການຂາດຊຶ່ງການຍັບຍັ້ງຊັ່ງໃຈແລະອາຊະຍາກໍາ ໂລກໄພໄຂ້ເຈັບແລະຄວາມທຸກເວດທະນາປາກົດໃນທົ່ວທຸກຫົນແຫ່ງ {HM 125.3}ມແ 106.1

    ຫຼາຍຄົນລ່ວງລະເມີດກົດຂອງສຸຂະພາບໂດຍການຮູ້ເທົ່າບໍ່ເຖິງການແລະຄົນເຫຼົ່າ ນີ້ຈໍາຕ້ອງໄດ້ຮັບຄໍາແນະນໍາສັ່ງສອນ ແຕ່ຄົນຈໍານວນຫຼາຍຮູ້ດີແຕ່ບໍ່ຍອມປະຕິບັດຕາມ ເຂົາທັງຫຼາຍຈຶ່ງຈໍາເປັນຕ້ອງໄດ້ຮັບການເນັ້ນຢໍ້າເຖິງຄວາມສໍາຄັນຂອງການນໍາຄວາມຮູ້ມາ ໃຊ້ເພື່ອເປັນແນວທາງໃນການດໍາເນີນຊີວິດ ແພດມີໂອກາດຫຼາຍທີ່ຈະໃຫ້ທັງຄວາມຮູ້ ຂອງຫຼັກການກ່ຽວກັບສຸຂະພາບແລະຍັງສາມາດສາທິດເຖິງຄວາມສໍາຄັນຂອງການນໍາ ຄວາມຮູ້ນັ້ນໄປປະຕິບັດ ດ້ວຍການແນະນໍາສັ່ງສອນທີ່ຖືກຕ້ອງ ເຂົາສາມາດແກ້ໄຂສິ່ງຊົ່ວ ຮ້າຍຊຶ່ງກໍາລັງສ້າງຄວາມຫາຍະນະທີ່ບໍ່ອາດພັນລະນາໄດ້ {HM 126.1}ມແ 106.2

    ວິທີການປະຕິບັດຢ່າງໜຶ່ງຊຶ່ງກໍາລັງກໍ່ໃຫ້ເກີດໂລກໄພໄຂ້ເຈັບຢ່າງຫຼວງຫຼາຍແລະ ຄວາມຊົ່ວຮ້າຍທີ່ຮຸນແຮງຍິ່ງຂຶ້ນ ຄືການໃຊ້ຢາອັນຕະລາຍກັນຢ່າງເສລີ ເມື່ອເກີດຄວາມ ເຈັບປ່ວຍຂຶ້ນຄົນຈໍານວນຫຼວງຫຼາຍມັກບໍ່ພະຍາຍາມທີ່ຈະຄົ້ນຫາສະເຫດທີ່ຕ້ອງເຮັດໃຫ້ ເຈັບປ່ວຍ ຄວາມກັງວົນທີ່ສໍາຄັນທີ່ສຸດຂອງຄົນເຫຼົ່ານີ້ກໍຄື ເຂົາທັງຫຼາຍຕ້ອງການຂະຈັດ ຄວາມເຈັບປວດແລະຄວາມບໍ່ສະບາຍໃຫ້ພົ້ນອອກໄປຈາກຕົວເຂົາ ດັ່ງນັ້ນຈຶ່ງຫັນໄປໃຊ້ ຢາທີ່ສາມາດຊື້ຫາໄດ້ໂດຍທີ່ບໍ່ຕ້ອງໃຊ້ໃບສັ່ງຈາກແພດ ໂດຍຄົນເຫຼົ່ານີ້ແທບບໍ່ຮູ້ຄຸນສົມ ບັດທີ່ແທ້ຈິງຂອງຢາເຫຼົ່ານັ້ນເລີຍ ຫຼືບໍ່ກໍຂໍໃຫ້ແພດຂະຈັດຜົນອັນເກີດຈາກການເຮັດຜິດ ຂອງຕົນເອງແຕ່ຄົນເຫຼົ່ານີ້ບໍ່ເຄີຍຄິດທີ່ຈະປ່ຽນແປງນິໄສທີ່ທໍາລາຍສຸຂະພາບຂອງຕົນເອງ ເລີຍ ຖ້າບໍ່ເຫັນຜົນໃນແບບທັນທີທັນໃດ ຄົນເຫຼົ່ານີ້ກໍຈະລອງໃຊ້ຢາຕົວອື່ນໆຕໍ່ໄປ ເລື້ອຍໆ ໂດຍເຫດນີ້ຄວາມຊົ່ວຮ້າຍຈຶ່ງຍັງດໍາເນີນຢູ່ຕໍ່ໄປ {HM 126.2}ມແ 106.3

    ປະຊາຊົນຈໍາເປັນຕ້ອງໄດ້ຮັບການແນະນໍາວ່າຢາບໍ່ໄດ້ຮັກສາໂຣກ ແມ່ນຢູ່ໃນບາງ ຄັ້ງຢາຊ່ວຍບັນເທົາອາການທີ່ເປັນຢູ່ໃນປັດຈຸບັນແລະເບິ່ງຄືວ່າຜູ້ປ່ວຍຫາຍກັບມາເປັນ ປົກກະຕິອັນເປັນຜົນມາຈາກຢາທີ່ໃຊ້ນັ້ນ ທັ້ງນີ້ເປັນເພາະວ່າທໍາມະຊາດມີກໍາລັງພຽງພໍ ທີ່ຈະຂັບໄລ່ພິດຮ້າຍອອກໄປຈາກຮ່າງກາຍແລະແກ້ໄຂສະພາບທີ່ເປັນສາເຫດໃຫ້ເກີດ ໂລກໄດ້ ສຸຂະພາບຈົ່ງຟື້ນກັບມາເປັນປົກກະຕິໄດ້ອີກເທື່ອໜຶ່ງແມ່ນວ່າຈະມີການໃຊ້ຢາ ຢູ່ກໍຕາມ ແຕ່ໂດຍກໍລະນີສ່ວນໃຫຍ່ຢາພຽງແຕ່ເຂົ້າໄປປ່ຽນແປງຮູບແບບແລະຕໍາແໜ່ງ ຂອງໂລກເທົ່ານັ້ນ ຫຼາຍຄັ້ງຈຶ່ງເບິ່ງເຫັນຄືວ່າຜົນຂອງພິດຮ້າຍຖືກທໍາລາຍໃນໄລຍະໜຶ່ງ ແຕ່ຜົນນັ້ນຍັງຄົງຢູ່ໃນລະບົບຂອງຮ່າງກາຍແລະຈະກໍ່ໃຫ້ເກີດຜົນຮ້າຍແຮງໃນເວລາຕໍ່ມາ {HM 126.3}ມແ 107.1

    ການໃຊ້ຢາອັນຕະລາຍເຮັດໃຫ້ຄົນເປັນຈໍານວນຫຼວງຫຼາຍໄດ້ນໍາຄວາມເຈັບປ່ວຍ ຕະຫຼອດຊີວິດມາສູ່ຕົນເອງ ແລະຫຼາຍຊີວິດຕ້ອງດັບສູນໄປທັງໆທີ່ວ່າ ເຂົານັ້ນໜ້າຈະຄົງ ມີຊີວິດຢູ່ຕໍ່ໄປຖ້າໄດ້ນໍາການບໍາບັດຮັກສາໂດຍວິທີທາງທໍາມະຊາດ ພິດໄພທີ່ມີຢູ່ໃນສິ່ງທີ່ ເອີ້ນກັນວ່າຢາບໍາບັດຮັກສາໂຣກ ໄດ້ກໍ່ໃຫ້ເກີດມີນິໄສຄວາມເຄີຍຊິນ ແລະເຮັດໃຫ້ຮ່າງ ກາຍເກີດຄວາມຕ້ອງການໃນສິ່ງທີ່ນໍາຄວາມພິນາດມາສູ່ທັງຮ່າງກາຍແລະຈິດວິນຍານ ຢາປົວພະຍາດຫຼາຍໆປະເພດທີ່ຄົນເຮົາສາມາດຊື້ຫາມາໄວ້ປະຈໍາບ້ານໂດຍທີ່ບໍ່ຕ້ອງໃຊ້ ໃບສັ່ງຢາຈາກແພດແລະແມ່ນແຕ່ຢາບາງຢ່າງທີ່ແພດແນະນໍາໃຫ້ຄົນປ່ວຍໄຂ້ຫາຊື້ມາກິນ ນັ້ນ ກໍມີສ່ວນກໍ່ໃຫ້ເກີດການເສບຕິດ ເພາະຢາເຫຼົ່ານັ້ນມີສ່ວນປະສົມຂອງ ສຸລາ ຝິ່ນ ຫຼື ມໍຟີ້ນ ອັນເປັນຕົ້ນເຫດທີ່ນໍາຄວາມຫາຍະນະມາສູ່ຜູ້ຄົນໃນສັງຄົມໄດ້ {HM 126.4}ມແ 107.2

    ຄວາມຫວັງດຽວທີ່ຈະນໍາໄປສູ່ສິ່ງທີ່ດີກວ່າ ຄືການໃຫ້ຄວາມຮູ້ແກ່ຜູ້ຄົນເຖິງຫຼັກ ການທີ່ຖືກຕ້ອງ ໃຫ້ແພດໄດ້ສອນປະຊາຊົນວ່າອໍານາດໃນການຮັກສາໂຣກນັ້ນບໍ່ໄດ້ຢູ່ທີ່ ຕົວຢາ ແຕ່ຢູ່ທີ່ທໍາມະຊາດ ຄວາມເຈັບປ່ວຍເປັນຄວາມພະຍາຍາມຂອງທໍາມະຊາດທີ່ຈະ ກໍາຈັດພາວະທີ່ເກີດຈາກການລະເມີດກົດຂອງສຸຂະພາບໃຫ້ອອກໄປຈາກລະບົບຂອງ ຮ່າງກາຍ ສະນັ້ນ ເມື່ອເກີດຄວາມເຈັບປ່ວຍຂຶ້ນເຮົາຄວນສືບຫາສາເຫດຂອງໂລກນັ້ນ ສະພາວະທີ່ຂາດສຸຂະອານະໄມກໍຄວນຈະໄດ້ຮັບການປ່ຽນແປງ ນິໄສທີ່ຜິດໆກໍຄວນຈະ ໄດ້ຮັບການແກ້ໄຂທີ່ຖືກຕ້ອງ ແລ້ວທໍາມະຊາດຈຶ່ງຈະຊ່ວຍໃຫ້ເຮົາໄດ້ກໍາຈັດ ສິ່ງທີ່ບໍ່ສະ ອາດອອກໄປຈາກຮ່າງກາຍແລະຈະຊ່ວຍຟື້ນຟູສະພາວະທີ່ເໝາະສົມໃຫ້ກັບຄືນສູ່ລະ ບົບໃນຮ່າງກາຍ {HM 127.1}ມແ 107.3

    Larger font
    Smaller font
    Copy
    Print
    Contents