Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ອຸປະນິໃສທີ່ເຂັ້ມແຂງ

    ວຽກງານນີ້ຕ້ອງການຜູ້ທີ່ມີຄວາມທໍລະຫົດອົດທົນ ຜູ້ທີ່ບໍ່ລໍຖ້າຜູ້ອື່ນມາແຜ້ວຖາງ ທາງທີ່ເຂົາຈະດຳເນິນໄປໃຫ້ລາບລື້ນແລະປາສະຈາກອຸປະສັກໃດໆເສຍກ່ອນ ຜູ້ທີ່ພ້ອມ ຈະໝູນໃຈຜູ້ຮັບໃຊ້ທີ່ກຳລັງທໍ້ແທ້ໝົດກຳລັງໃຈ ດ້ວຍຈິດໃຈທີ່ສົດໃໝ່ແລະຟົດຟື້ນ ຂອງເຂົາ ຜູ້ທີ່ມີຈິດໃຈຊາບຊຶ້ງໃນຄວາມຮັກຂອງພຣະຄຣິດແລະເປັນຜູ້ທີ່ມີມືອັນແຂງ ແກ່ນພ້ອມຈະດຳເນີນການໃນພາລະກິດຂອງຈອມເຈົ້ານາຍຂອງເຂົາ {MH 497.2}ມແ 522.2

    ບາງຄົນທີ່ຮັບໃຊ້ໃນພາລະກິດເຜີຍແຜ່ພຣະທຳເປັນຄົນອ່ອນແອ ເຊື່ອງຊ້າໃຈຄໍ ຫໍ່ຫ່ຽວແລະມີຈິດໃຈທີ່ທໍ້ຖອຍງ່າຍ ຄົນເຫຼົ່ານີ້ຂາດແຮງພັກດັນຂາດຈິດວິນຍານ ແລະ ຂາດພະລັງທີ່ກໍ່ໃກ້ເກີດແຮງກະຕຸ້ນ ຊຶ່ງເປັນຄວາມຄິດລັກສະນະຊ່ວຍໃຫ້ເກີດຄວາມຄິດລິ ເລີ່ມທີ່ຈະລົງມືເຮັດສິ່ງໜຶ່ງສິ່ງໃດ ຄົນທັງຫຼາຍທີ່ຕ້ອງການບັນລຸຄວາມສຳເລັດຕ້ອງເປັນ ຜູ້ທີ່ມີກຳລັງໃຈເຂັ້ມແຂງ ແລະມີຄວາມຫວັງອັນປ່ຽມລົ້ນ ຄົນເຫຼົ່ານີ້ຄວນຝຶກຝົນຕົນເອງ ບໍ່ພຽງແຕ່ໃຫ້ມີຄຸນງາມຄວາມດີພາຍໃນຕົວເທົ່ານັ້ນ ແຕ່ຕ້ອງເປັນຄຸນງາມຄວາມດີທີ່ ພ້ອມຈະເປັນແບບຢ່າງຕໍ່ຄົນອື່ນໆນຳ ໃນຂະນະທີ່ຄົນເຫຼົ່ານີ້ຕ້ອງຂໍຂ້ອງໃຈຢ່າງອ່ອນ ໂຍນເພື່ອຫຼີກລ້ຽງຂໍ້ຜິດພາດເຂົາທັງຫຼາຍຍັງຕ້ອງມີຈິດໃຈກ້າຫານຄືວິລະບູລຸດທີ່ຈະຕໍ່ຕ້ານ ຄວາມຊົ່ວຮ້າຍເຊັ່ນກັນດ້ວຍໃຈກຸສົນທີ່ສາມາດອົດທົນຕໍ່ທຸກສິ່ງໄດ້ ເຂົາທັງຫຼາຍຈຳເປັນ ຕ້ອງມີອຸປະນິໄສທີ່ເຂັ້ມແຂງເພື່ອເຮັດໃຫ້ອິດທິພົນຂອງຕົນເປັນພະລັງທີ່ເຮັດຄຸນປະໂຫຍດ {MH 497.3}ມແ 523.1

    ບາງຄົນທີ່ອຸປະນິໄສບໍ່ໜັກແໜ້ນແຜນງານແລະຄວາມມຸ່ງໝາຍຂອງຄົນເຫຼົ່າ ນີ້ບໍ່ມີຄວາມຊັດເຈນ ແລະຂາດຄວາມສອດຄ່ອງກັບພວກເຂົາເປັນຄົນທີ່ມີປະໂຫຍດຕໍ່ ໂລກພຽງເລັກນ້ອຍເຂົາຕ້ອງເອົາຊະນະຄວາມອ່ອນແອຄວາມລັ່ງເລໃຈ ແລະຄວາມບໍ່ມີ ປະສິດທິພາບເຫຼົ່ານີ້ໃນອຸປະນິໄສທີ່ແທ້ຈິງຂອງຄຣິດສະຕຽນນັ້ນຍັງມີຄວາມທໍລະຫົດ ອົດທົນ ຊຶ່ງສະຖານະການທີ່ເປັນປໍລະປັກບໍ່ອາດຈະປ່ຽນແປງຫຼືສະຫງົບໄດ້ເຮົາຕ້ອງມີ ຮາກຖານຂອງສິລະທຳຈາລິຍະທຳທີ່ຈະບໍ່ສາມາດຖືກປະຈົບປະແຈງ ຕິດສິນບົນ ຫຼືຂົ່ມ ຂູ່ໄດ້ {MH 498.1}ມແ 523.2

    ພຣະເຈົ້າຊົງປາຖະໜາໃຫ້ເຮົາໃຊ້ທຸກໂອກາດ ເພື່ອຈະຕຽມຕົວຮັບໃຊ້ພຣະອົງ ພຣະອົງຊົງມຸ່ງຫວັງໃຫ້ເຮົາທຸ້ມເທກຳລັງຄວາມສາມາດທັງໝົດຂອງເຮົາໃນການຮັບໃຊ້ ແລະໃຫ້ເຮົາສຳນຶກຢູ່ສະເໝີເຖິງຄວາມສັກສິດ ແລະຄວາມໜ້າຍຳແກງຂອງໜ້າທີ່ຮັບ ຜິດຊອບນີ້ {MH 498.2}ມແ 523.3

    ຫຼາຍຄົນທີ່ມີຄຸນນະສົມບັດເໝາະສົມທີ່ຈະເຮັດວຽກໄດ້ເປັນຢ່າງດີແຕ່ກັບບັນລຸ ຜົນນ້ອຍເປັນເພາະວ່າຄົນເຫຼົ່ານີ້ທຸ່ມເທຄວາມພະຍາຍາມໜ້ອຍ ຄົນຫຼວງຫຼາຍໃຊ້ຊີວິດ ຢູ່ຄືກັບວ່າບໍ່ມີຈຸດມຸ່ງໝາຍທີ່ສຳຄັນໃນຊີວິດແລະບໍ່ມີມາດຕະຖານອັນສູງສົ່ງທີ່ຕ້ອງໄປ ໃຫ້ເຖິງສາເຫດຢ່າງໜຶ່ງຂອງເລື່ອງນີ້ກໍຄືຄົນເຫຼົ່ານີ້ໃຫ້ຄຸນຄ່າຕົນເອງຕຳ່ເກີນໄປ ພຣະ ຄຣິດຊົງຊຳລະລາຄາທີ່ບໍ່ອາດປະເມີນຄ່າໄດ້ເພື່ອໄຖ່ເຮົາ ດັ່ງນັ້ນພຣະອົງຊົງປາຖະໜາ ໃຫ້ເຮົາທັງຫຼາຍປະເມີນຕົນເອງໃຫ້ສົມກັບລາຄາທີ່ພຣະອົງຊົງຊຳລະ {MH 498.3}ມແ 524.1

    ຈົ່ງຢ່າເພິ່ງພໍໃຈກັບການບັນລຸເຖິງມາດຕະຖານທີ່ຕຳ່ ເຮົາບໍ່ໄດ້ເປັນຢ່າງທີ່ເຮົາ ຄວນຈະເປັນ ຫຼືເປັນໄປຕາມນໍ້າພຣະໄທຂອງພຣະເຈົ້າ ພຣະເຈົ້າປະທານຄວາມສາມາດ ໃນການໃຊ້ເຫດຜົນໃຫ້ແກ່ເຮົາ ບໍ່ແມ່ນໃຫ້ຢູ່ເສີຍໆຫຼືໃຊ້ໄປໃນທາງທີ່ຜິດໆກັບການໄຝ່ ຫາຄວາມໂສໂຄກຂອງຝ່າຍໂລກ ແຕ່ຊົງປະສົງໃຫ້ພັດທະນາຄວາມຄິດຂອງເຮົາໄປຈົນ ເຖິງລະດັບທີ່ສູງສຸດທີ່ຂັດເກົາແລ້ວ ທີ່ຊຳລະໃຫ້ບໍລິສຸດແລ້ວທີ່ບົ່ມເພາະໃຫ້ສະ ຫງ່າງາມແລ້ວແລະໃຊ້ເພື່ອເຜີຍແຜ່ເປົ້າໝາຍຂອງອານາຈັກຂອງພຣະອົງ ໃຫ້ຂະຫຍາຍ ກວ້າງໄກອອກໄປ {MH 408.4}ມແ 524.2

    ບໍ່ຄວນມີຜູ້ໃດພໍໃຈຢູ່ກັບການເປັນເໝືອນເຄື່ອງຈັກກົນໄກທີ່ຕ້ອງການອາໃສຜູ້ ອື່ນຄວບຄຸມໃຫ້ເຮັດວຽກ ພຣະເຈົ້າປະທານຄວາມສາມາດທີ່ຈະຄິດແລະກະທຳດ້ວຍ ຄວາມລະມັດລະວັງແລະສະແຫວງຫາສະຕິປັນຍາຈາກພຣະອົງ ແລ້ວເຮົາກໍຈະສາມາດ ແບກຮັບພາລະໜັກເອົາໄວ້ໄດ້ ຈົ່ງຕັ້ງໝັ້ນຢູ່ໃນບຸກຄະລິກລັກສະນະທີ່ພຣະເຈົ້າປະ ທານໃຫ້ແກ່ທ່ານຢ່າເປັນເງົາຂອງຄົນອື່ນ ຈົ່ງໝຸ່ງຫວັງວ່າ ອົງພຣະຜູ້ເປັນເຈົ້າຈະຊົງປະ ກອບກິດໃນຕົວທ່ານໂດຍທ່ານແລະຜ່ານທ່ານ {MH 498.5}ມແ 524.3

    ຈົ່ງຢ່າຄິດວ່າທ່ານຮຽນຮູ້ພໍແລ້ວ ແລະບັດນີ້ສາມາດຜ່ອນເບົາຄວາມພະຍາຍາມ ຂອງທ່ານລົງໄດ້ແລ້ວ ຈິດໃຈທີ່ຜ່ານການຝຶກອົບຮົມຍ່ອມເປັນເຄື່ອງວັດແທກຄຸນຄ່າ ຄວາມເປັນມະນຸດ ການສຶກສາຂອງທ່ານຄວນດຳເນີນໄປຕະຫຼອດຊົ່ວຊີວິດຂອງທ່ານ ທຸກໆວັນທ່ານຈະຕ້ອງຮຽນຮູ້ແລະນຳຄວາມຮູ້ທີ່ໄດ້ມາປະຕິບັດໃຫ້ເກີດຜົນ {MH 499.1}ມແ 524.4

    ຈົ່ງຈື່ຈຳໄວ້ ວ່າບໍ່ວ່າທ່ານຈະຮັບໃຊ້ຢູ່ໃນໜ້າທີ່ຕຳແໜ່ງໃດກໍຕາມ ທ່ານກຳລັງສະ ແດງໃຫ້ຜູ້ອື່ນເຫັນເຖິງຈຸດມຸ່ງໝາຍ ແລະການພັດທະນາປັບປຸງອຸປະນິໄສຂອງຕົນເອງຢູ່ ບໍ່ວ່າທ່ານຈະເຮັດວຽກງານໃດຈົ່ງເຮັດວຽກດ້ວຍຄວາມລະອຽດຖີ່ຖ້ວນດ້ວຍຄວາມຂະ ຫຍັນໝັ່ນພຽນແລະເອົາຊະນະຄວາມຕ້ອງການທີ່ຊອກຫາແຕ່ງານງ່າຍໆ {MH 499.2}ມແ 524.5

    ອາລົມແລະຫຼັກການແບບດຽວກັນກັບທີ່ເຮົາປະຕິບັດຢູ່ທຸກມື້ຈະນຳໄປໃຊ້ໄດ້ໃນ ຕະຫຼອດຊີວິດ ຄົນທັງຫຼາຍທີ່ປາຖະໜາຈະເຮັດວຽກໃນປະລິມານທີ່ຄົງທີ່ແລະໄດ້ຮັບ ເງິນທີ່ແນ່ນອນຕາຍຕົວອີກ ທັງຍັງຄິດວ່າຕົວເອງມີຄວາມເໝາະສົມກັບວຽກງານໂດຍທີ່ ບໍ່ຕ້ອງຫຍຸ້ງຍາກກັບການປັບຕົວຫຼືຕ້ອງຝຶກຝົນອົບຮົມໃດໆ ຖ້າແມ່ນຜູ້ທີ່ພຣະເຈົ້າຈະ ຊົງເອີ້ນມາຮັບໃຊ້ໃນແຜນງານຂອງພຣະອົງໃໝ່ຄົນທັງຫຼາຍທີາຮູ້ໃຊ້ແຕ່ກຳລັງກາຍ ກຳລັງ ສະຕິປັນຍາ ແລະກຳລັງຝ່າຍສິນທຳໃຫ້ໜ້ອຍທີາສຸດເທົ່າທີ່ຈະເຮັດໄດ້ ຍ່ອມບໍ່ແມ່ນຜູ້ ຮັບໃຊ້ທີ່ພຣະອົງຈະຊົງເທພຣະພອນຢ່າງລົ້ນເຫຼືອໃຫ້ແບບຢ່າງຂອງຄົນເຫຼົ່ານີ້ແຜ່ສູ່ ຄົນອື່ນໄດ້ງ່າຍ ຜົນປະໂຫຍດຂອງຕົນເອງເປັນເຈຕະນາຂັບເຄື່ອນຢູ່ ຄົນທັງຫຼາຍທີ່ ຕ້ອງມີຄົນຄ່ອຍຄວບຄຸມດູແລ ແລະດຮັດວຽກສະເພາະໜ້ສທີ່ໆຖືກກຳນົດເທົ່ານັ້ນ ຍ່ອມບໍ່ແມ່ນຜູ້ທີ່ໄດ້ຮັບການຍົກຍ້ອງວ່າ ເປັນຜູ້ຮັບໃຊ້ທີ່ດີແລະມີຄວາມສັດຊື່ຜູ້ຮັບໃຊ້ ທີ່ຕ້ອງການນັ້ນຕ້ອງເປັນຜູ້ທີ່ສະແດງອອກເຖິງຄວາມກະຕືລືລົ້ນ ຄວາມຊື່ສັດແລະ ຄວາມຂະຫຍັນໝັ່ນພຽນ ທັງຍັງເປັນຜູ້ທີ່ເຕັມໃຈເຮັດໃນທຸກສິ່ງທີ່ຈະເປັນຈະຕ້ອງເຮັດ {MH 499.3}ມແ 525.1

    ຫຼາຍຄົນກາຍເປັນຜູ້ຂາດປະສິດທິພາບ ໂດຍການຫຼີກລ່ຽງຄວາມຮັບຜິດຊອບ ເພາະຢ້ານວ່າຈະລົ້ມເຫຼວເພາະເຫດນີ້ຄົນເຫຼົ່ານີ້ຈຶ່ງພາດໂອກາດຮັບຄວາມຮູ້ທີ່ເກີດຈາກ ປະສົບການ ຊຶ່ງການອ່ານແລະການສຶກສາຮຳຮຽນແລະປະໂຫຍດອື່ນໆບໍ່ສາມາດໃຫ້ແກ່ ຄົນເຫຼົ່ານີ້ໄດ້ {MH 500.1}ມແ 525.2

    ມະນຸດສາມາດກຳນົດສະຖານະການຕ່າງໆໄດ້ ແຕ່ມະນຸດບໍ່ຄວນປ່ອຍໃຫ້ເຫດ ການຕ່າງໆມາກຳນົດແຜນງານຂອງຕົນເອງ ເຮົາຄວນກອບໂກຍທຸກສະຖານະການມາ ເປັນເຄື່ອງມືເຮັດວຽກເຮົາຕ້ອງເປັນເຈົ້ານາຍຂອງສະຖານະການບໍ່ແມ່ນປ່ອຍໃຫ້ສະຖາ ນະການມາເປັນນາຍເໜືອຕົວເຮົາ {MH 500.2}ມແ 525.3

    ຜູ້ທີ່ມີຈິດໃຈເຂັ້ມແຂງທັງຫຼາຍຄືຜູ້ທີ່ເຄີຍຖືກຂັດຂວາງ ເຄີຍຖືກເຮັດໃຫ້ໝົດ ທາງສູ້ແລະເຄີຍຖືກທຳລາຍມາແລ້ວເມື່ອຄົນເຫຼົ່ານີ້ໃຊ້ກຳລັງຄວາມສາມາດທີ່ມີຢູ່ ເຂົາ ທັງຫຼາຍຮູ້ສຶກວ່າອຸປະສັກຕ່າງໆທີ່ກຳລັງປະເຊີນນັ້ນກັບເປັນພຣະພອນທີ່ເປັນປະໂຫຍດ ຕໍ່ຕົນເອງເຂົາທັງຫຼາຍລິເລີ່ມເພິ່ງພາຕົນເອງໄດ້ ການຕໍ່ສູ້ແລະຄວາມຫຍຸ້ງຍາກເດືອດ ຮ້ອນໃຈ ພັກດັນໃຫ້ເກີດຄວາມໄວ້ວາງໃຈໃນພຣະເຈົ້າແລະເກີດຈິດໃຈທີ່ໜັກແໜ້ນ ໝັ້ນຄົງຂຶ້ນເພື່ອພັດທະນາໃຫ້ເກີດພະລັງ {MH 500.3}ມແ 525.4

    ພຣະຄຣິດຊົງບໍ່ຮັບໃຊ້ດ້ວຍຄວາມເບື່ອໜ່າຍ ພຣະອົງຊົງບໍ່ປະເມີນພາລະກິດ ຂອງພຣະອົງເປັນລາຍຊົ່ວໂມງ ເວລາຂອງພຣະອົງ ພຣະລາຊະຫະລືໄທຂອງພຣະອົງ ຈິດວິນຍານແລພພະລະກຳລັງຂອງພຣະອົງຊົງມອບໃຫ້ກັບວຽກງານ ເພື່ອປະໂຫຍດ ແກ່ມວນມະນຸດຊາດໃນເວລາກາງເວັນອັນເມື່ອຍລ້າ ພຣະອົງຊົງບາກບັ່ນເຮັດວຽກແລະ ຕະຫຼອດເວລາກາງຄືນອັນຍາວນານ ພຣະອົງຊົງໂນ້ມຮ່າງກາຍລົງເພື່ອອະທິຖານທູນຂໍ ພຣະຄຸນແລະຄວາມອົດທົນເພື່ອພຣະອົງຈະຊົງປະກອບພາລະກິດທີ່ຍິ່ງໃຫຍ່ຫຼາຍຂຶ້ນ ພຣະອົງຊົງກັນແສງ (ຮ້ອງໄຫ້) ດ້ວຍພຣະອັດສຸຊົນ (ນໍ້າຕາ) ນອງພຣະພັກເພື່ອທູນ ອ້ອນວອນຂໍຕໍ່ພຣະບິດາໃນສະຫວັນ ເພື່ອຊົງຊ່ວຍໃຫ້ສະພາບທຳມະຊາດຝ່າຍມະນຸດ ຂອງພຣະອົງທີ່ອ່ອນແອ ມີກຳລັງທີາເຂັ້ມແຂງຍິ່ງຂຶ້ນເພື່ອພຣະອົງໄດ້ຮັບການສະໜັບສະ ໜູນສຳລັບປະເຊີນໜ້າກັບການລໍ້ລວງທຸກໆຢ່າງຂອງສັດຕູຜູ້ເຈົ້າເລ້ໄດ້ ລວມທັງເສີມ ພຣະກຳລັງໃຫ້ຊົງບັນລຸຜົນໃນການຍົກລະດັບຈິດວິນຍານຂອງມະນຸດຊາດ ພຣະອົງຕັດ ກັບຜູ້ຮັບໃຊ້ຂຶງພຣະອົງວ່າ “ເຮົາໄດ້ວາງແບບແກ່ທ່ານແລ້ວເພື່ອໃຫ້ທ່ານເຮັດຄືດັ່ງທີ່ ເຮົາໄດ້ເຮັດແກ່ທ່ານດ້ວຍ” ໂຢຮັນ 13:15 {MH 500.4}ມແ 526.1

    ເປົາໂລກ່າວວ່າ “ຄວາມຮັກຂອງພຣະຄຣິດໄດ້ຄອບຄອງເຮົາຢູ່” 2 ໂກລິນໂທ 5:14 ສິ່ງນີ້ເປັນຫຼັກການທີ່ເຂົາໃຊ້ໃນການປະຕິບັດຕົນແລະເປັນພະລັງທີ່ຄອຍຂັບເຄື່ອນ ໃນຊີວິດ ຫາກຄວາມຮ້ອນຮົນໃນໜ້າທີ່ຮັບຜິດຊອບຂອງເຂົາເສີຍຊາລົງພຽງຊົ່ວຂະນະ ດຽວເຂົາພຽງຫັນໄປເບິ່ງຍັງໄມ້ກາງແຂນເພື່ອເຮັດໃຫ້ເກີດຄວາມກະຕືລືລົ້ນຂຶ້ນໃໝ່ແລະ ມຸ່ງໜ້າບາກບັ່ນຕໍ່ໄປເທິງເສັ້ນທາງແຫ່ງການເສຍສະລະເພື່ອຜູ້ອື່ນໃນການເຮັດວຽກເພື່ອ ພີ່ນ້ອງຜູ້ເຊື່ອຂອງເຂົານັ້ນເຂົາເພິ່ງພິງຫຼາຍໃນຄວາມຮັກອັນບໍລິສຸດທີ່ຊົງສະແດງດ້ວຍ ການພຣີພຣະຊົນຂອງພຣະຄຣິດ ເຊິ່ງມີພະລັງສະຍົບ ແລະຄວບຄຸມຈິດໃຈ {MH 500.5}ມແ 526.2

    ເປົາໂລວິ້ງວອນຮ້ອງຂໍ້ດ້ວຍຖ້ອຍຄຳທີ່ຈິງໃຈແລະຈັບໃຈວ່າ “ທ່ານທັງຫຼາຍຮູ້ ຈັກພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງເຮົາ ແລ້ວວ່າແມ່ນພຣະອົງຮັ່ງມີພຣະອົງກໍ ຍັງຊົງຍອມເປັນຄົນຍາກຈົນເພາະເຫັນແກ່ທ່ານທັງຫຼາຍເພື່ອທ່ານທັງຫຼາຍຈະໄດ້ເປັນຄົນ ຮັ່ງມີເນື່ອງຈາກຄວາມຍາກຈົນຂອງພຣະອົງ” 2 ໂກລິນໂທ 8:9 ທ່ານທັງຫຼາຍຍ່ອມຮູ້ດີ ວ່າ ພຣະອົງຊົງຖ່ອມພຣະອົງລົງຈາກສະຫວັນສະຖານອັນສູງສົ່ງມາບັງເກີດເປັນມະນຸດ ໃນສະພາບອັນຕຳ່ຕ້ອຍ ພຣະບາດຂອງພຣະອົງກ້າວຢ່າງສຸມັກຄາທີ່ຕ້ອງຖະຫວາຍພຣະ ອົງເອງເປັນເຄື່ອງບູຊາ ແລະພຣະອົງບໍ່ໄດ້ຊົງຫັນເຫໄປຈາກທາງນັ້ນຈົນກະທັງພຣະອົງ ໄດ້ເຖິງແກ່ຄວາມມໍລະນາ ພຣະອົງຊົງບໍ່ເຄີຍຢຸດພັກພຣະວໍລະກາຍໃນລະຫວ່າງທີ່ ພຣະອົງສະເດັດຈາກພຣະບັນລັງເທິງສະຫວັນ ຈົນກະທັ່ງເຖິງທີ່ກາງແຂນ ຄວາມຮັກທີ່ ພຣະອົງຊົງມີຕໍ່ມະນຸດນຳພາໃຫ້ພຣະອົງຊົງຍອມຮັບຄວາມອັບປະຍົດແລະຊົງຍອມທົນ ຕໍ່ການກົດຂີ່ຂົມເຫັງທັງປວງ {MH 501.1}ມແ 526.3

    ເປົາໂລເຕືອນເຮົາທັງຫຼາຍວ່າ “ຢ່າໃຫ້ຕ່າງຄົນ ຕ່າງເຫັນແກ່ປະໂຫຍດຂອງຕົນ ຝ່າຍດຽວແຕ່ຈົ່ງເຫັນແກ່ປະໂຫຍດຂອງຄົນອື່ນໆນຳ ເຂົາໄດ້ກຳຊັບໃຫ້ເຮົາມີຈິດໃຈ” “ຄືຢ່າງທີ່ມີພຣະເຢຊູຄຣິດສ ຜູ້ຊົງສະພາບຂອງພຣະເຈົ້າແຕ່ບໍ່ໄດ້ຊົງຖືວ່າການເທົ່າ ທຽມກັບພຣະເຈົ້ານັ້ນປັນສິ່ງທີ່ຈະຕ້ອງຍຶດຖືແຕ່ໄດ້ກັບຊົງສະຫຼະແລະຊົງຮັບສະພາບ ທາດຊົງຖືກຳເນີດເປັນມະນຸດແລະເມື່ອຊົງປະກົດພຣະອົງໃນສະພາບມະນຸດແລ້ວພຣະ ອົງກໍ່ຊົງຖ່ອມພຣະອົງລົງຍອມເຊື່ອຟັງຈົນເຖິງຄວາມມໍລະນາກະທັ້ງຄວາມມໍລະນາທີ່ ກາງແຂນ” ຟີລິບປອຍ 2:4-8 {MH 501.2}ມແ 527.1

    ເປົາໂລມີຄວາມຮ້ອນຮົນຕໍ່ການໃຫ້ຜູ້ຄົນທົ່ວໄປຮູ້ເຫັນ ແລະຄິດເຖິງຄວາມ ຖ່ອມພຣະອົງຂອງພຣະຄຣິດ ເຂົາໝັ້ນໃຈວ່າຖ້າມະນຸດໄດ້ເຂົ້າໃຈເຖິງການຊົງພຣີພຣະ ຊົນຢ່າງໜ້າພິດສະວົງຂອງອົງຜູ້ຊົງເກຊານຸພາບແຫ່ງສະຫວັນແລ້ວ ຄວາມເຫັນແກ່ຕົວ ຈະຖືກກຳຈັດອອກໄປຈາກຈິດໃຈຂອງເຂົາທັງຫຼາຍ ທ່ານອັກຄະສາວົກພະຍາຍາມຢໍ້າ ໃຫ້ເຫັນທີລະຂໍ້ໆເພື່ອເຮົາຈະເຂົ້າໃຈບໍ່ຫຼາຍກໍ່ໜ້ອຍເຖິງຄວາມໜ້າພິດສະຫວົງທີ່ພຣະຜູ້ ຊ່ວຍໃຫ້ຮອດຊົງຖ່ອມພຣະອົງຈົນເຖິງຕວາມມໍລະນາເພື່ອຄົນບາບທັງປວງ ລ່າສຸດທ່ານ ເປົາໂລນຳຄວາມຄິດຂອງເຮົາໄປເຂົ້າໃຈສະຖານະທີ່ພຣະຄຣິດ ໄດ້ຊົງດຳລົງຢູ່ໃນອ້ອມ ພຣະພອນຂອງພຣະບິດາໃນສະຫວັນ ຕໍ່ມາຍັງໄດ້ເຜີຍໃຫ້ຮູ້ວ່າພຣະອົງຊົງປະຖີ້ມສະ ຫງ່າລາສີຂອງພຣະອົງ ຊົງສະໝັກພຣະໄທຍອມຖ່ອມພຣະອົງມາບັງເກີດໃນສະພາບທີ່ ຕຳ່ຕ້ອຍເປັນມະນຸດໂລກ ຊົງຍອມຮັບພາລະໜ້າທີ່ໃນຖານະຂອງຜູ້ຮັບໃຊ້ແລະຊົງ ຍອມເຊື່ອຟັງຈົນເຖິງຄວາມມໍລະນາ ແລະເປັນຄວາມຕາຍທີ່ໄຮ້ສິລະທຳແລະໜ້າສະ ຫຍອງອີກ ທັງຍັງເຈັບປວດທຸກທໍລະມານຢ່າງທີ່ສຸດນັ້ນຄືຄວາມຕາຍເທິງໄມ້ກາງແຂນ ເຮົາຈະໄຄ່ຄວນເຖິງຄວາມຮັກອັນໜ້າອັດສະຈັນ ທີ່ພຣະເຈົ້າຊົງສະແດງແກ່ພວກເຮົາ ໂດຍທີ່ບໍ່ຮູ້ສຶກຮູ້ຊຶ້ງໃນພຣະຄຸນຄວາມຮັກອີກ ທັງຍັງບໍ່ຮູ້ຊຶ້ງເຖິງຄວາມຈິງທີ່ວ່າເຮົາ ບໍ່ໄດ້ເປັນເຈົ້າຂອງໆຕົວເຮົາເອງໄປໄດ້ຢ່າງໃດເຮົາຮັບໃຊ້ເຈົ້ານາຍທີ່ມີລັກສະນະເຊັ່ນນີ້ ຢ່າງຝືນໃຈແລະເຫັນແກ່ຕົວບໍ່ໄດ້ {MH 501.3}ມແ 527.2

    ເປໂຕກ່າວວ່າ “ທ່ານຮູ້ວ່າ... ພຣະອົງບໍ່ໄດ້ຊົງໄຖ່ທ່ານດ້ວຍສິ່ງທີ່ເສື່ອມສະ ຫຼາຍໄດ້ເຊັ່ນເງິນແລະຄຳ “1 ເປໂຕ 1:18 ຫາກສິ່ງເຫຼົ່ານີ້ມີຄ່າຫຼາຍພໍທີ່ຈະຊື້ຄວາມຢູ່ລອດ ຂອງມະນຸດໄດ້ ພຣະອົງຜູ້ຕັດວ່າ “ເງິນເປັນຂອງເຮົາ ແລະທອງຄຳເປັນຂອງເຮົາ” ຮັກກາຍ 2:8 ກໍຄົງຊົງຈັດການກັບເລື່ອງນີ້ໃຫ້ສຳເລັດໄດ້ຢ່າງງ່າຍດາຍພຽງໃດແຕ່ດ້ວຍ ເລືອດອັນປະເສີດຂອງພຣະບຸດຂອງພຣະເຈົ້າເທົ່ານັ້ນ ທີ່ໄຖ່ຄົນບາບໃຫ້ໄດ້ຮັບຄວາມ ລອດໄດ້ ຜູ້ທີ່ບໍ່ຊົງຊື່ນຊົມການຊົງພຣີພຣະຊົນອັນແສນອັດສິຈັນນີ້ຍ່ອມຫຼີກລ້ຽງການປະ ຕິບັດຮັບໃຊ້ພຣະຄຣິດແລະຍອມຈະພິນາດໃນທີ່ສຸດອັນເນື່ອງຈາກຄວາມເຫັນແກ່ຕົວ ຂອງເຂົາເອງ {MH 502.1}ມແ 528.1