Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ບົດທີ 33 ອິດທິພົນຂອງຄອບຄົວ

    ຄອບຄົວຄວນເປັນສະຖານທີ່ໆໜ້າຢູ່ຫຼາຍທີ່ສຸດໃນໂລກສໍາຫຼັບລູກໆແລະເມື່ອມີ ມານ ດາຢູ່ດ້ວຍຍິ່ງເປັນຈຸດດຶງດູດຄວາມສົນໃຈຫຼາຍທີ່ສຸດທໍາມະຊາດຂອງເດັກນັ້ນມີອາ ລົມທີ່ ອ່ອນໄຫວແລະຕ້ອງການຄວາມຮັກ ບິດາມານດາສາມາດເຮັດໃຫ້ລູກໆມີຄວາມ ສຸກໄດ້ຢ່າງ ງ່າຍດາຍ ແຕ່ກໍສາມາດເຮັດໃຫ້ລູກໆເສຍໃຈໄດ້ຢ່າງງ່າຍດາຍດ້ວຍເຊັ່ນກັນ ໂດຍການອົບຮົມສັ່ງສອນດ້ວຍຄວາມອ່ອນໂຍນ ໂດຍຄໍາເວົ້າແລະການກະທໍາທີ່ສະແດງ ອອກເຖິງ ຄວາມຮັກ ມານດາຍ່ອມສາມາດເຮັດໃຫ້ບຸດຜູກພັນສະນິດສະໜົມກັບຕົນໄດ້ {MH 388.1}ມແ 393.1

    ເດັກຜູ້ອ່ອນນ້ອຍ ມັກມີເພື່ອນຫຼິ້ນແລະບໍ່ມັກຫຼິ້ນສະໜຸກຄົນດຽວ ພວກເຂົາ ຕ້ອງການ ຄວາມເຫັນອົກເຫັນໃຈແລະຄວາມຮັກ ສິ່ງໃດທີ່ເດັກໆມີຄວາມພໍໃຈກໍຄິດ ວ່າມານດາຍ່ອມຈະຊື່ນຊອບໄປດ້ວຍແລະເປັນທໍາມະຊາດທີ່ເດັກນ້ອຍຈະໄປຫາມານ ດາເມື່ອມີຄວາມສຸກ ແລະ ຄວາມເສຍໃຈ ແມ່ນແຕ່ເລື່ອງນ້ອຍໆມານດາບໍ່ຄວນທໍາຮ້າຍ ຈິດໃຈທີ່ອ່ອນໄຫວຂອງເດັກໆ ດ້ວຍການເຮັດທ່າທີເສີຍເມີຍບໍ່ສົນໃຈ ແມ່ນຈະເຫັນ ວ່າເປັນເລື່ອງເລັກໆນ້ອຍໆແຕ່ສໍາຫຼັບພວກເຂົາແລ້ວຖືວ່າເປັນເລື່ອງທີ່ສໍາຄັນຫຼາຍ ຄວາມ ເຫັນອົກເຫັນໃຈແລະຄວາມຊື່ນຊົມຂອງມານດາເປັນສິ່ງລໍ້າຄ່າ ການຫຼຽວເບິ່ງດ້ວຍສາຍ ຕາທີ່ມັກການກ່າວຄໍາໃຫ້ກໍາລັງໃຈຫຼືຊົມ ເຊີຍເປັນເໝືອນດັ່ງແສງຕະເວັນໃນດວງໃຈ ຂອງລູກໆແລະຫຼາຍຄັ້ງເຮັດໃຫ້ລູກສຸກສະບາຍໃຈໄປຕະຫຼອດວັນ {MH 388.2}ມແ 393.2

    ມານດາຄວນວາງແຜນຫາອັນໃດໃຫ້ລູກຫຼິ້ນ ຫຼືໜ້າທີ່ເບົາໆເພື່ອເຮັດໃຫ້ມືແລະ ສະໝອງ ຂອງລູກໄດ້ໃຊ້ງານໃຫ້ເກີດຄວາມຄ່ອງແຄ້ວວ່ອງໄວຢູ່ສະເໝີ ແທນທີ່ຈະ ບອກລູກໆໃຫ້ໄປຫຼິ້ນໄກໆຕົວເພື່ອບໍ່ໃຫ້ສົ່ງສຽງເອະອະວຸ້ນວາຍເພາະຢາກຈະໄດ້ນັ້ນໄດ້ ນີ້ {MH 388.3}ມແ 394.1

    ໂດຍການເຂົ້າເຖິງຄວາມຮູ້ສຶກແລະການແນະນໍາລູກໆເຖິງວິທີການຫຼິ້ນຫຼືໜ້າທີ່ໆ ມອບໃຫ້ມານດາຈະເອົາຊະນະຄວາມໄວ້ວາງໃຈຂອງລູກໆໄດ້ແລະຈະສາມາດແກ້ໄຂນິ ໃສທີ່ບໍ່ດີຂອງລູກໆໄດ້ງ່າຍຂຶ້ນ ຫຼືສາມາດຢຸດຢັ້ງນິໃສທີ່ເຫັນແກ່ຕົວຫຼືມີອາລົມທີ່ຮຸນ ແຮງໄດ້ ຖ້ອຍຄໍາຕັກເຕືອນຫຼືການວ່າກ່າວສັ່ງສອນໂດຍຖືກກາລະເທສະເປັນສິ່ງລໍ້າຄ່າ ຍິ່ງຕໍ່ລູກໆໂດຍອາໃສຄວາມຮັກທີ່ຄອຍຕິດຕາມຢ່າງອົດທົນມານດາຍ່ອມສາມາດຫັນເຫ ຄວາມຄິດຂອງລູກໆໄປໃນທາງທີ່ຖືກຕ້ອງແລະປູກຝັງໃຫ້ລູກໆມີອຸປະນິໃສທີ່ໜ້າຮັກ ແລະງົດງາມ {MH 389.1}ມແ 394.2

    ມານດາຄວນຫຼີກລ້ຽງການອົບຮົມສັ່ງສອນລູກໆຕ້ອງເພິ່ງຜູ້ອື່ນແລະເກັບຄວາມ ທຸກໄວ້ກັບຕົນເອງຢ່າເຮັດໃຫ້ລູກໆຄິດວ່າຕົນເອງສໍາຄັນເປັນສູນກາງທີ່ທຸກສິ່ງລ່າຍລ້ອມຢູ່ ບິດາ ມານດາ ບາງຄົນໃຊ້ເວລາ ແລະການເອົາໃຈໃສ່ຫຼາຍເພື່ອເຮັດໃຫ້ລູກໆມີຄວາມ ສະໜຸກສະໜານ ແຕ່ເດັກນ້ອຍຄວນຖືກສອນໃຫ້ຮູ້ຈັກຫາຄວາມສະໜຸກສະໜານໃຫ້ ແກ່ຕົນເອງໂດຍໃຊ້ຄວາມຄິດສ້າງສັນແລະທັກສະຂອງຕົນເອງ ດ້ວຍເຫດນີ້ລູກໆຈະ ຮຽນຮູ້ເຖິງຄວາມ ເພິ່ງພໍໃຈກັບຄວາມສະໜຸກສະໜານທີ່ລຽບງ່າຍ ລູກໆຄວນຮຽນຮູ້ ທີ່ຈະອົດທົນຢ່າງເຂັ້ມ ແຂງຕໍ່ຄວາມຜິດຫວັງແລະຄວາມຍາກລໍາບາກເລັກໆນ້ອຍໆ ແທນທີ່ຈະຄ່ອຍຮຽກຮ້ອງຄວາມສົນໃຈເມື່ອຕ້ອງເຈັບປວດຫຼືເສຍໃຈເລັກໆນ້ອງໆທຸກ ຄັ້ງໄປ ເຮົາຕ້ອງຫັນເຫຄວາມຄິດຂອງ ລູກໆໄປທາງອື່ນ ຈົ່ງສັ່ງສອນພວກເຂົາໃຫ້ຮູ້ຈັກ ເບິ່ງຂ້າມສິ່ງທີ່ບໍ່ເພິ່ງພໍໃຈຫຼືສິ່ງທີ່ລໍາບາກແດ່ ໃນບາງເວລາຈົ່ງພິຈາລະນາເບິ່ງວ່າ ຈະຊີ້ ແນະສັ່ງສອນລູກໆໃຫ້ຮູ້ຈັກເຫັນອົກເຫັນໃຈຜູ້ອື່ນ ໄດ້ແນວໃດ {MH 389.2}ມແ 394.3

    ແຕ່ຈົ່ງຢ່າປ່ອຍໃຫ້ລູກໆຖືກທອດຖິ້ມ ການທີ່ຕ້ອງແບກຮັບພາລະໄວ້ຫຼວງຫຼາຍ ບາງຄັ້ງ ມານດາອາດຮູ້ສຶກວ່າຕົນເອງບໍ່ມີເວລາອົບຮົມສັ່ງສອນລູກນ້ອຍຂອງຕົນຢ່າງອົດ ທົນ ຫຼືໃຫ້ຄວາມຮັກແລະຄວາມເຫັນອົກເຫັນໃຈໄດ້ ແຕ່ມານດາຄວນຈົດຈໍາໄວ້ວ່າຫາກ ລູກໆບໍ່ໄດ້ຮັບ ຄວາມເປັນໝູ່ແລະຄວາມເຫັນອົກເຫັນໃຈຈາກບິດາມານດາຫຼືຈາກຄອບ ຄົວ ເຂົາທັງຫຼາຍຈະຊອກຫາສິ່ງນີ້ຈາກແຫ່ງອື່ນທີ່ເປັນອັນຕະລາຍຕໍ່ທັງຄວາມຄິດແລະອຸ ປະນິໃສ {MH 389.3}ມແ 395.1

    ໂດຍບໍ່ມີເວລາແລະບໍ່ທັນໄດ້ຄິດມານດາຫຼາຍຄົນບໍ່ຍອມໃຊ້ເວລາຫຼິ້ນສະໜຸກກັບ ລູກໆ ເພາະມົດແຕ່ຫຍຸ້ງວຸ້ນວາຍແລະອິດເມື່ອກັບວຽກງານຕົກແຕ່ງປະດັບປະດາ ຊຶ່ງ ຢ່າງທີ່ດີທີ່ ສຸດແລ້ວກໍເປັນແຕ່ພຽງບາງສິ່ງທີ່ສົ່ງເສີມໃຫ້ເກີດຄວາມອວດອົ່ງແລະຄວາມ ເພີ້ຝັນໃນຈິດໃຈຂອງລູກໆ ເມື່ອເດັກເຫຼົ່ານີ້ເຕີບໂຕເປັນຜູ້ໃຫຍ່ ສິ່ງເຫຼົ່ານີ້ສົ່ງຜົນໃຫ້ລູກໆ ເກີດຄວາມເຍີ້ຍິ່ງ ແລະມີສິລະທໍາຈັນຍາທີ່ໄຮ້ຄ່າ ມານດາເກີດຄວາມເສົ້າເສຍໃຈເມື່ອ ລູກໆເຮັດຜິດແຕ່ຈະມີ ຄວາມຮູ້ສຶກບໍ່ວ່າຕົນເອງກໍາລັງເກັບກ່ຽວຜົນຈາກສິ່ງທີ່ໄດ້ຫວ່ານ ໄວ້ແລ້ວນັ້ນເອງ {MH 389.4}ມແ 395.2

    ມານດາບາງຄົນບໍ່ມີຄວາມສະໝໍ່າສະເໝີໃນການອົບຮົມລ້ຽງດູລູກໆ ບາງຄັ້ງກໍ ຕາມໃຈ ເກີນຄວນຈົນເປັນຜົນຮ້າຍ ໃນທາງກົງກັນຂ້າມກັບບໍ່ຍອມໃຫ້ລູກໆໄດ້ສະໜຸກ ສະໜານ ກັບສິ່ງທີ່ບໍ່ມີຜິດມີໄພທີ່ໃຫ້ຄວາມສຸກແກ່ຈິດໃຈ ໃນເລື່ອງເຊັ່ນນີ້ແມ່ເຫຼົ່ານີ້ ລໍ່ໄດ້ປະຕິບັດຕາມ ແບບຢ່າງຂອງພຣະຄຣິດ ພຣະອົງຊົງຮັກເດັກນ້ອຍພຣະອົງຊົງເຂົ້າ ພຣະໄທເຖິງຄວາມຮູ້ ສຶກ ແລະພຣະອົງຊົງເຫັນອົກເຫັນໃຈເຂົາທັງໃນເວລາທີ່ມີຄວາມ ສຸກແລະຄວາມທຸກ {MH 390.1}ມແ 395.3

    Larger font
    Smaller font
    Copy
    Print
    Contents